ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/06/2007 à 13:30 TU
ເປັນຫຍັງຈຶ່ງຄອຍຖ້າເຖິງກວ່າ 30 ປີ ຈຶ່ງຖືກຈັບກຸມ?
ມີຄຳອະທິບາຍຫລາຍຢ່າງຕໍ່ຄຳຖາມຂ້າງເທິງນີ້ ປະການທີ່ໜຶ່ງແມ່ນທາງດ້ານກົດໝາຍ
ຕາມກົດໝາຍຂອງເມືອງລຸງແຊມນັ້ນ ແມ່ນຫ້າມພົລເມືອງອະເມຣິກັນທຸກຄົນບໍ່ໃຫ້ໃຊ້ດິນ
ແດນຂອງສຫະຣັດອະເມຣິກາ ເປັນຖານປະຕິບັດການດ້ວຍອາວຸດເພື່ອທຳການໂຄ່ນລົ້ມຣັຖ
ບານຂອງປະເທດອື່ນ ທີ່ມີການພົວພັນທີ່ດີແລະມີສັນຕິພາບກັບສຫະຣັດອະເມຣິກາ
ຖ້າພົລເມືອງອະເມຣິກັນຜູ້ໃດຫາກລ່ວງລະເມີດກົດໝາຍຂໍ້ນີ້ ຊຶ່ງເປັນກໍຣະນີຂອງນາຍພົນ
ວັງປາວທີ່ມີສັນຊາດອະເມຣິກັນ ກໍຈະມີໂທດເຖິງຂັ້ນຈຳຄຸກຕລອດຊີວິດຖ້າຫາກໃຫ້ການຮັບ
ສາຣະພາບຕໍ່ຂໍ້ກ່າວຫາ
ປະການທີສອງ ແມ່ນກ່ຽວຂ້ອງທາງດ້ານການເມືອງແລະທາງດ້ານການທູດ ກ່າວຄືໃນເວ
ລາປັດຈຸບັນນີ້ ການພົວພັນລະຫວ່າງສອງປະເທດ ສຫະຣັດອະເມຣິກາແລະ ສສປ ລາວ
ແມ່ນການພົວພັນທີ່ດີ ໂດຍເຮົາເຫັນໄດ້ຈາກການທີ່ສຫະຣັດໄດ້ໃຫ້ການຊ່ວຍເຫລືອແກ່
ລາວໃນການກຳຈັດການປູກຝິ່ນແລະສົ່ງເສີມການປູກພືດແນວອື່ນທົດແທນ ຕລອດໃຫ້ການ
ຊ່ວຍເຫລືອແກ່ລາວໃນການເກັບກູ້ລະເບີດທີ່ຍັງບໍ່ແຕກຕັ້ງແຕ່ສມັຍສົງຄາມ ໃນຂນະດຽວ
ກັນລາວກໍໄດ້ໃຫ້ການຮ່ວມໄມ້ຮ່ວມມືເປັນຢ່າງດີໃນການຊອກຄົ້ນຫາຊາກສົບທະຫານອະເມ
ຣິກັນທີ່ເສັຽຊີວິດໃນປາງສົງຄາມ
ເມື່ອສຣຸບຄວາມແລ້ວ ກໍແມ່ນການພົວພັນທີ່ດີລະຫວ່າງສຫະຣັດອະເມຣິກາແລະ ສປປ
ລາວ ນັ້ນເອງ ທີ່ເປັນຄຳອະທິບາຍທີ່ສົມເຫດສົມຜົນທີ່ສຸດ ຕໍ່ການທີ່ນາຍພົນວັງປາວແລະ
ພັກພວກໄດ້ຖືກເຈົ້າໜ້າທີ່ອະເມຣິກັນຈັບກຸມໃນຄັ້ງນີ້ ແທນທີ່ຈະແມ່ນເພາະຍ້ອນຜິດກົດ
ໝາຍອະເມຣິກັນພຽງແຕ່ຢ່າງດຽວເທົ່ານັ້ນ
ໃຜໆກໍຮູ້ຢູ່ແລ້ວວ່າຣັຖບານຂອງປະເທດໃດໃນໂລກກໍຕາມ ຈະອ້າງອີງຕໍ່ກົດໝາຍຂອງຕົນ
ເພື່ອຈັບກຸມບຸກຄົນໃດບຸກຄົນໜຶ່ງດ້ວຍຂໍ້ກ່າວຫາທາງດ້ານການເມືອງ ກໍຕໍ່ເມື່ອການກະທຳ
ຂອງຜູ້ຖືກຈັບກຸມເປັນການກະທຳທີ່ຂັດແຍ່ງຕໍ່ຜົນປໂຍດຂອງຣັຖບານຂອງປະເທດນັ້ນໆ
ແຕ່ຢ່າງໃດກໍຕາມ ນັກວິເຄາະບາງທ່ານຊ້ຳພັດມີສາຍຕາຍາວໄກ ເບີ່ງໄປເຖິງວ່າເປັນ
ຄວາມພຍາຍາມຂອງຣັຖບານກຸງວໍຊິງຕັນໃນການຫຍັບເຂົ້າໃກ້ຊິດກັບຣັຖບານວຽງຈັນ ທັງ
ນີ້ເພື່ອແຜນອັນຍາວນານໃນການສກັດກັ້ນການຂຍາຍອິດທີພົນໃນຂົງເຂດຂອງ ສປ ຈີນ
ຫລັງຈາກທີ່ສຫະຣັດເຄີຍໄດ້ຫຍັບເຂົ້າໃກ້ຊິດວຽດນາມແລະກັມພູເຈັຽມາແລ້ວ ເທັດຈິງ
ປະການໃດໃນຈຸດນີ້ ມີແຕ່ອະນາຄົດຈະເປັນຂໍ້ພິສູດໄດ້
ອດີດຂອງວັງປາວຄືປັດໃຈແກ່ຍາວການຈັບກຸມຫລືບໍ່?
ອັນທີ່ຈິງ ນາຍພົນວັງປາວແລະຄນະມີການເຄື່ອນໄຫວຢ່າງຄຽງບ່າຄຽງໄຫລ່ກັບ CIA ໃນ
ສມັຍສົງຄາມຕໍ່ຕ້ານກັບຝ່າຍຄອມມຸຍນິດໃນປະເທດລາວໃນຊຸມປີ 60 - 70 ຂໍ້ນີ້ເປັນຄຳ
ອະທິບາຍໄດ້ຫລືບໍ່ຕໍ່ການແກ່ຍາວການຈັບກຸມນາຍພົນວັງປາວແລະຄນະໄດ້?
ແມ່ນຄຳຖາມທີ່ໜ້າສົນໃຈ ອດີດຂອງນາຍພົນວັງປາວອາດສາມາດເປັນຄຳອະທິບາຍ
ໄດ້ຄືກັນໃນຈຳນວນຫລາຍໆຄຳອະທິບາຍຕໍ່ຄຳຖາມທີ່ວ່າ ເປັນຫຍັງຈຶ່ງມີການແກ່ຍາວ
ເຖິງກວ່າ 30 ປີ ກ່ອນ ທີ່ນາຍພົນວັງປາວແລະພັກພວກຈະຖືກຈັບກຸມເມື່ອວານນີ້ ທັງນີ້
ເພາະໃນຖານະປະເທດສຫະຣັດອະ ເມຣິການັ້ນ ການຮ່ວມໄມ້ຮ່ວມມືຂອງນາຍພົນວັງປາວ
ໃນສມັຍສົງຄາມນັ້ນ ຖືວ່າເປັນການສ້າງຄຸນງາມຄວາມດີ ໃນຂນະທີ່ຝ່າຍຣັຖບານລາວຖື
ວ່າເປັນການສ້າງໂທດກັມລົ້ນຟ້າເຫລືອແຜ່ນດິນ
ອີກປະການໜຶ່ງ ນັບຕັ້ງແຕ່ນາຍພົນວັງປາວຖືກຣັຖບານໄທຍປະກາດຫ້າມເຂົ້າປະເທດມາ
ຕັ້ງແຕ່ຊຸມປີ 80 ຜູ້ກ່ຽວກໍໄດ້ເພີ້ມທະວີການເຄື່ອນໄຫວຫລາຍຂື້ນໃນດິນແດນຂອງສຫະຣັດ
ອະເມຣິກາ ຄຽງຄູ່ກັນໄປກັບການດີຂື້ນເລື້ອຍໆຂອງຄວາມສັມພັນລະຫວ່າງລາວແລະສຫະ
ຣັດ ເພາະສນັ້ນກະຊວງການຕ່າງປະເທດທີ່ກຸງວໍຊິງຕັນຈຶງເຄີຍໄດ້ເອີ້ນບັນດາຜູ້ຕາງໜ້າ
ຂອງກຸ່ມຕ່າງໆທີ່ຕໍ່ ຕ້ານຣັຖບານລາວເຂົ້າພົບ ໃນນັ້ນຮວມທັງຜູ້ຕາງໜ້າຂອງກຸ່ມນາຍພົນ
ວັງປາວນຳດ້ວຍ ທັງນີ້ເພື່ອຕັກ ເຕືອນໃຫ້ຢຸດເຊົາຕໍ່ການເຄື່ອນໄຫວ ພ້ອມດຽວກັນກໍມີການ
ອະທິບາຍກົດໝາຍອະເມຣິກັນໃຫ້ບັນດາຜູ້ຕາງໜ້າເຫລົ່ານັ້ນເຂົ້າໃຈນຳດ້ວຍ ຊຶ່ງກໍຖືໄດ້ວ່າ
ເປັນການນາບຂູ່ໄປໃນຕົວ
ຈາກການດຳເນີນການຂອງກະຊວງການຕ່າງປະເທດອະເມຣິກັນ ຫລາຍກຸ່ມກໍໄດ້ຢຸດເຊົາຕໍ່
ການເຄື່ອນໄຫວ ແຕ່ກຸ່ມຂອງນາຍພົນວັງປາວຍັງຄົງເດີນໜ້າຕໍ່ໄປ ໂດຍມີການຈັດສົ່ງເງິນ
ໄປໃຫ້ສມັກພັກພວກຂອງຕົນຈັດຊື້ອາວຸດເຖື່ອນຕາມແນວຊາຍແດນຂອງຫລາຍປະເທດ
ອ້ອມໆປະເທດລາວ ອັນເປັນເງື່ອນໄຂເຮັດໃຫ້ສາມາດປະຕິບັດການດັກໂຈມຕີຣົດໂດຍ
ສານໄດ້ຕາມເສັ້ນທາງເລກທີ່ 13 ລະຫວ່າງວຽງຈັນແລະຫລວງພຣະບາງ ອັນເປັນສາ
ເຫດເຮັດໃຫ້ກອງທັບລາວເລັ່ງມືໃນການປາບປາມຢ່າງໜັກມືເຊັ່ນດຽວກັນ ຈົນວ່າບັນດາ
ອົງການຈັດຕັ້ງປ້ອງກັນສິດທິມນຸດຊົນຕ່າງໆໄດ້ພາກັນອອກມາກ່າວປະນາມ
ແຕ່ຢ່າງໃດກໍຕາມ ການປະຕິບັດການຂອງເຈົ້າໜ້າທີ່ອະເມຣິກັນຈັບກຸມນາຍພົນວັງປາວ
ແລະຄນະໃນຄັ້ງນີ້ ກໍຄົງຈະເຮັດໃຫ້ການເຄື່ອນໄຫວຕ້ານຣັຖບານລາວດ້ວຍອາວຸດນັ້ນ ຊົບ
ເຊົາລົງໄປຢ່າງຫລວງຫລາຍ ທັງນີ້ເພາະກຸ່ມດັ່ງກ່າວເປັນກຸ່ມທີ່ແຂງແຮງທີ່ສຸດໃນຈຳ
ນວນຫລາຍໆກຸ່ມໃນຕ່າງປະເທດ ທີ່ຕໍ່ຕ້ານຣັຖບານລາວ
ບົດວິເຄາະ
27/11/2009 13:31 TU
26/11/2009 12:44 TU
24/11/2009 11:39 TU
23/11/2009 14:51 TU
20/11/2009 12:22 TU
19/11/2009 13:43 TU
17/11/2009 14:42 TU
10/11/2009 12:22 TU
09/11/2009 12:11 TU
04/11/2009 12:07 TU
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008