ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/08/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 24/08/2007 16:29 TU
ນາຍົກ ຣມຕ ແຫ່ງ ສປປ ລາວ ທ່ານບົວ
ສອນ ບຸບຜາວັນ ຢ້ຽມຢາມ ສປ ຈີນເປັນ
ຄັ້ງທຳອິດຕັ້ງແຕ່ເຂົ້າຮັບຕຳແໜ່ງເມື່ອເດືອນ
ມິຖຸນາ ປີ 2006 (ພາບຈາກການເອື້ອເຟືອ
ໂດຍ Vientiane Times)
ນັບເປັນມື້ທີສາມແລ້ວໃນມື້ນີ້ (ສຸກ 24
ສິງຫາ) ຂອງການຢ້ຽມຢາມ ສປ ຈີນ
ຂອງນາຍົກ ຣມຕ ລາວ ທ່ານບົວສອນ
ບຸບຜາວັນ ໂດຍໄດ້ເຂົ້າຢ້ຽມຄຳນັບທ່ານ
ປະທານປະເທດ ຫູ ຈິນຕ້າວ ແລະປະ
ທານສພາປະຊາຊົນ ທ່ານຫວູ ບັງກວາ
ນັບວ່າເປັນການຢ້ຽມຢາມ ສປ ຈີນ ຄັ້ງ
ທຳອິດຂອງ ທ່ານບົວສອນ ບຸບຜາວັນ
ນັບຕັ້ງແຕ່ທີ່ທ່ານໄດ້ເຂົ້າຮັບຕຳແໜ່ງ
ເມື່ອເດືອນມິຖຸນາ ປີ 2006 ຜ່ານມາ ໃນໂອກາດການຢ້ຽມຢາມຄັ້ງນີ້ ລາວແລະ
ຈີນໄດ້ມີການລົງນາມໃນສັນຍາການຮ່ວມໄມ້ຮ່ວມືຈຳນວນ 6 ສບັບດ້ວຍກັນ ຊຶ່ງ
ພິທີການລົງນາມມີຂື້ນເມື່ອວານນີ້ (ພະຫັດ 23 ສິງຫາ) ທີ່ສາລາສພາປະຊາຊົນ
ອັນເປັນສຖານທີ່ຕ້ອນຮັບແຂກບ້ານແຂກເມືອງຂອງຣັຖບານຈີນໃນໃຈກາງຂອງ
ກຸງປັກກິ່ງ ໂດຍມີນາຍົກ ຣມຕ ຂອງທັງສອງປະເທດ ທ່ານເຫວີນເຈັຽບາວ ແລະ ທ່ານບົວສອນ ບຸບຜາວັນ ຮ່ວມເປັນສັກຂີພິຍານໃນພິທີລົງນາມ
ໃນສັນຍາການຮ່ວມມື 6 ສບັບດັ່ງກ່າວແມ່ນກ່ຽວກັບ ເຣື່ອງຄວາມປອດໄພທາງດ້ານ
ເຄື່ອງບໍຣິໂພກ, ທາງດ້ານການບິນ, ການເງິນ, ການກະເສດ, ພລັງງານ ແລະ ບໍ່ແຮ່
ນອກຈາກລົງນາມໃນສັນຍາ 6 ສບັບນີ້ແລ້ວ ສອງຝ່າຍຍັງເຫັນດີກ່ຽວກັບການເສີມ
ຂຍາຍການຮ່ວມມືຮ່ວມມືກັນໃນຂົງເຂດອະນຸພາກພື້ນລຸ່ມແມ່ນ້ຳຂອງນຳດ້ວຍ ຕາມ
ການເຜີຍຕໍ່ຜູ້ສື່ຂ່າວຂອງນານົກ ຣມຕ ຈີນ ທ່ານເຫວິນເຈັຽບາວ ທ່ານຫວັງວ່າສອງ
ປະເທດ ລາວ-ຈີນ ຈະມີຄວາມສັມພັນໃກ້ຊິດກັນຫລາຍຂື້ນເລື້ອຍ ພ້ອມທັງແລກປ່ຽນ
ຄວາມຄິດຄວາມເຫັນຊຶ່ງກັນແລະກັນເພື່ອສົ່ງເສີມຄວາມກ້າວໜ້າທາງດ້ານການ
ພັທນາສັງຄົມແລະເສຖກິດຂອງທັງສອງປະເທດ
ສ່ວນທາງດ້ານນາຍົກ ຣມຕ ລາວ ທ່ານບົວສອນ ບຸບຜາວັນ ກໍໄດ້ກ່າວສແດງຄວາມ
ຊື່ນຊົມແລະຂອບໃຈຕໍ່ການຮ່ວມໄມ້ຮ່ວມມືລະຫວ່າງລາວຈີນໃນທາງດ້ານການສຶກສາ
ແລະທາງດ້ານສາທາຣະນະສຸກໃນຣະຍະທີ່ຜ່ານມາ ຕລອດຈົນຮອດການຮ່ວມມືລະ
ຫວ່າງສອງປະເທດໃນທາງດ້ານການຕໍ່ຕ້ານການຄ້າຢາເສບຕິດໃຫ້ໂທດ ທີ່ນາຍົກ
ຣມຕ ລາວ ເຫັນວ່າໄດ້ອອກໝາກອອກຜົນເປັນຢ່າງດີ ພ້ອມທັງຫວັງວ່າ ສອງປະ
ເທດຈະມີການຮ່ວມມືກັນຫລາຍຂື້ນໃນທາງດ້ານການຄ້າ, ອຸດສາຫະກັມຜລິດກະແສ
ໄຟຟ້າພລັງນ້ຳ, ທາງດ້ານວິທຍາສາດ, ເທັກໂນໂລຢີ ຕລອດທາງດ້ານການສຶກສາ
ແລະວັທນະທັມ
ເນື່ອງໃນໂອກາດການຢ້ຽມຢາມ ສປ ຈີນຄັ້ງນີ້ ນາຍົກ ຣມຕ ລາວ ກໍໄດ້ຖືໂອກາດຢ້ຳ
ອີກເທື່ອໃໝ່ສນັບສນຸນນະໂຍບາຍຈີນດຽວ
ຕລອດຣະຍະເວລາການຢ້ຽມຢາມ 7 ວັນ ນາຍົກ ຣມຕ ລາວ ທ່ານບົງສອນ ບຸບຜາວັນ
ແລະຄນະຕິດຕາມ ຍັງມີກຳໜົດເດີນທາງຢ້ຽມຢາມມົນທົນ ຫລຽວໜິງ, ຫູໜານ ແລະ
ຢຸນນານ ນຳດ້ວຍ
ບົດວິເຄາະ
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008