ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/08/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 24/08/2007 17:42 TU
ທະຫານກອງທັບປະຊາຊົນຈີນ ກຳລັງຮ້ອງ
ຄຳຂວັນຕ້ອນຮັບນາຍົກ ຣມຕ ລາວ ທ່ານ
ບົວສອນ ບຸບຜາວັນ ແລະຄນະ ທີ່ບໍຣິເວນ
ໜ້າສາລາສພາປະຊາຊົນໃນໃຈກາງຂອງກຸງ
ປັກກິ່ງ (ພາບ: Reuters)
ຖືໄດ້ວ່າເປັນການກ້າວກະໂດດອີກຂັ້ນ ຕອນໜຶ່ງຂອງການພົວພັນລະຫວ່າງ ສອງປະເທດ ຫລັງຈາກທີ່ເຄີຍຕືງຄຽດ ກັນມາໃນຊຸມປີ 80 ຍ້ອນ ສປປ ລາວ ຢູ່ຄຽງບ່າຄຽງໄຫລ່ກັບວຽດນາມແລະປະ ນາມ ສປ ຈີນ ທີ່ສົ່ງທະຫານບຸກເຂົ້າ ຍຶດຄອງພາກເໜືອຂອງວຽດນາມໃນຣະ ຍະສັ້ນໆເມື່ອປີ 1979 ທັງນີ້ເພື່ອເປັນ ການຕອບໂຕ້ທີ່ກອງທັບວຽດນາມໄດ້ບຸກ ເຂົ້າຍຶດຄອງກັມພູເຈັຽໂຄ່ນລົ້ມລະບອບ ຂເມນແດງ ທີ່ມີ ສປ ຈີນ ໃຫ້ການສນັບ ສນຸນອູ້ມຊູຢູ່
ເມື່ອວຽດນາມຖອນກຳລັງທະຫານຂອງຕົນອອກຈາກກັມພູເຈັຽໃນປີ 1989 ແລະການພົວພັນທີ່ອົບອຸ່ນ
ຈົນເຖິງເວລາປັດຈຸບັນນີ້ເຮົາສາມາດເວົ້າໄດ້ວ່າ ການພົວພັນ ລາວ-ຈີນ ແມ່ນຢູ່ໃນຂັ້ນອົບ
ອຸ່ນ ແລະກໍຮູ້ສຶກວ່າອົບອຸ່ນຫລາຍຫວ່າການພົວພັນລະຫວ່າງຈີນແລະວຽດນາມເສັຽອີກ
ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຣະດັບສູງສຸດ ລາວ-ຈີນ ໂດຍ ທ່ານຈູມມາ
ລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ສປ ຈີນ ເມື່ອ
ເດືອນມິຖຸນາປີ 2006 ແລະ ທ່ານຫູ ຈິນທ່າວ ປະທານປະເທດແຫ່ງ ສປ ຈີນ ກໍໄດ້ຢ້ຽມ
ຢາມ ສປປ ລາວເປັນການຕອບແທນເມື່ອເດືອນພະຈິກຂອງປິດຽວກັນ
ນອກຈາກນີ້ອີກສວນສາທາຣະນະທີ່ສວຍງາມ
ໃຕ້ປະຕູໄຊ ທີ່ຖນົນລ້ານຊ້າງ ຊຶ່ງໄດ້ກາຍ
ມາເປັນສຖານທີ່ພັກຜ່ອນຢ່ອນໃຈທີ່ໄດ້ຮັບຄວາມນິຍົມສູງຂອງຊາວນະຄອນວຽງຈັນດຽວນີ້
ກໍແມ່ນໄດ້ຮັບການຊ່ວຍເຫລືອທາງດ້ານການເງິນຈາກ ສປ ຈີນ ປັບປຸບຂື້ນໃຫ້ມີຄວາມ
ສວຍງາມ
ອີກປະການໜຶ່ງ ຊາວນະຄອນວຽງຈັນແລະບໍຣິເວນໃກ້ຄຽງກໍຍັງສາມາດຮັບຊາບຂ່າວ
ສານແລະການບັນເທີງຈາກລາຍການຂອງ "ວິທຍຸສາກົນແຫ່ງປະເທດຈີນ" ພາກ
ພາສາລາວນຳດ້ວຍ ທີ່ຮັບຟັງໄດ້ຢ່າງຊັດເຈນດ້ວຍລະບົບ FM ທີ່ນະຄອນວຽງຈັນ ທັງ
ນີ້ໂດຍຍັງບໍ່ທັນໄດ້ນັບສນາມກິລາແຫ່ງຊາດຂອງລາວແຫ່ງໃໝ່ຊຶ່ງກຳລັງກໍ່ສ້າງຢູ່ໃນ
ຂນະນີ້ສຳລັບການເປັນເຈົ້າພາບຈັດການແຂ່ງຂັນກິລາ SEAGAMES ໃນທ້າຍປີ
2009 ຊຶ່ງກໍ ສປ ຈີນ ເປັນຜູ້ອອກເງິນຊ່ວຍເຫລືອໃນການກໍ່ສ້າງ
ຫໍວັທນະທັມແຫ່ງຊາດທີ່ເດັ່ນແລະສງ່າງາມໃນໃຈກາງຂອງນະຄອນວຽງຈັນ ສັນຍາລັກແຫ່ງ
ການພົວພັນທີ່ອົບອຸ່ນລະຫວ່າງ ສປ ຈີນ ແລະ ສປປ ລາວ (ພາບໂດຍ: ໄຊຊະນະ ທານາ
ດາບຸຕຣ໌)
ການພົວພັນເສຖກິດແລະຄ້າ
ໃນຣະຍະ 10 ປີທີ່ຜ່ານມານີ້ ສປ ຈີນ ໄດ້ໃຫ້ເງິນຊ່ວຍເຫລືອລ້າແກ່ລາວແລ້ວເປັນ
ຈຳນວນ 2300ຫຍວນ ຫລືປະມານ 287 ລ້ານດອລລາຣ໌, ໃນຂນະທີ່ເງີນກູ້ຢືມດອກ
ເບັ້ຽຕ່ຳຣະຍະຍາວກໍມີ ເຖິງ 350 ລ້ານດອລລາຣ໌ ສ່ວນການລົງທຶນຂອງຈີນໃນ ສປປ
ລາວນັ້ນ ກໍນັບມື້ນັບຂຍາຍຕົວຂື້ນເລື້ອຍໆ
ຕົກມາເຖິງປີ 2007 ມູນຄ່າການລົງທຶນຂອງຈີນໃນລາວມີເຖິງກວ່າ 1000 ລ້ານດອລ
ລາຣ໌ ໃນນັ້ນ ມີທັງໃນພາກການຄ້າ, ການກະເສດ ແລະ ອຸດສາຫະກັມ ອັນເປັນການ
ຍົກລະດັບໃຫ້ ສປ ຈີນ ກາຍມາເປັນຕ່າງປະເທດທີ່ລົງທຶນເປັນອັນດັບທີສອງໃນ ສປປ
ລາວ ຮອງລົງມາຈາກການລົງທຶນຈາກປະເທດໄທຍ ຫາກແຕ່ວ່າການລົງທຶນຂອງ
ສປ ຈີນ ໃນລາວນັ້ນ ຍັງມີແນວໂນ້ມໃນທາງສູງຂື້ນເລື້ອຍໆ ແລະອາດຈະກາຍໄປ
ເປັນຜູ້ລົງທຶນຕ່າງປະເທດອັນດັບທີ່ໜຶ່ງໃນອີກບໍ່ເທົ່າໃດປີຂ້າງໜ້ານີ້
ນອກຈາກນີ້ ບົດບາດທີ່ເດັ່ນອີກອັນໜຶ່ງຂອງຈີນກໍຄື ການອອກເງິນຄ້ຳປະກັນເງີນກີບ
ຂອງລາວໃນຊ່ວງທີ່ເກີດວິກິຕການທາງດ້ານເສຖກິດແລະການເງິນໃນທົ່ວທວີບເອ
ເຊັຽເມື່ອປີ 1997 ອັນເປັນປັດຈັຍ ເອື້ອອຳນວຍໃຫ້ລາວສາມາດລອດພົ້ນຈາກວິ
ກິຕການຄັ້ງນັ້ນມາໄດ້ຢ່າງດີພໍສົມຄວນ
ສວນສາທາຣະນະອ້ອມປະຕູໄຊ ທີ່ຖນົນລ້ານຊ້າງ ນະຄອນວຽງຈັນ ໜຶ່ງໃນຫລາຍໆເຄື່ອງໝາຍ
ແຫ່ງມິຕພາບທີ່ອົບອຸ່ນລະຫວ່າງ ສປ ຈີນ ແລະ ສປປ ລາວ (ພາບໂດຍ:ໄຊຊະນະ ທານາດາ
ບຸຕຣ໌)
ນັກສຶກສາລາວໃນ ສປ ຈີນ
ຈາກການສັງເກດໃນການໂອ້ລົມໂຕ້ວາທີທາງເຄືອຂ່າຍສື່ສານ Internet ປາກົດວ່າມີນັກ
ສຶກສາລາວໃນປະເທດຈີນເຂົ້າຮ່ວມຫລວງຫລາຍ ຕົວເລກທີ່ເຮົາຮູ້ແນ່ນອນກໍຄືວ່າ ໃນແຕ່
ລະປີ ສປ ຈີນໃຫ້ທຶນແກ່ນັກສຶກສາລາວໄປຮຽນຕໍ່ລະດັບມະຫາວິທຍາໄລໃນປະເທດຈີນປີ
ລະ 230 ທຶນ
ບົດວິເຄາະ
27/11/2009 13:31 TU
26/11/2009 12:44 TU
24/11/2009 11:39 TU
23/11/2009 14:51 TU
20/11/2009 12:22 TU
19/11/2009 13:43 TU
17/11/2009 14:42 TU
10/11/2009 12:22 TU
09/11/2009 12:11 TU
04/11/2009 12:07 TU
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008