ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຖານະການ ການເມືອງ ໃນປະເທດ ປາກີສຖານ

ມຸສຊາຣັຟປະກາດ ເລືອກຕັ້ງ ສສ ເດືອນມັງກອນໜ້າ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 11/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 11/11/2007 13:46 TU

ທ່ານປະທານາທິບໍດີແປຣ໌ແວສ ມຸສຊາຣັຟ ເປີດປະຊຸມໃຫ້ສັມພາດຕໍ່ຜູ້ສື່ຂ່າວປະກາດຈັດການ
ເລືອກຕັ້ງ ສສ ກ່ອນວັນທີ 9 ມັງກອນໜ້າ ຫມາຍຄວາມວ່າຢ່າງໄວ 45 ວັນ ຫລືຢ່າງຊ້າ
ກ່ອນ 60 ວັນ ຫລັງການປະກາດຍຸບສພາ ທີ່ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ພະຈິກນີ້ເປັນ
ຕົ້ນໄປ (ພາບ: Reuters)

ທ່ານປະທານາທິບໍດີແປຣ໌ແວສ ມຸສຊາຣັຟ ເປີດປະຊຸມໃຫ້ສັມພາດຕໍ່ຜູ້ສື່ຂ່າວປະກາດຈັດການ ເລືອກຕັ້ງ ສສ ກ່ອນວັນທີ 9 ມັງກອນໜ້າ ຫມາຍຄວາມວ່າຢ່າງໄວ 45 ວັນ ຫລືຢ່າງຊ້າ ກ່ອນ 60 ວັນ ຫລັງການປະກາດຍຸບສພາ ທີ່ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ພະຈິກນີ້ເປັນ ຕົ້ນໄປ (ພາບ: Reuters)

ທ່ານປະກາດດັ່ງກ່າວໃນກອງປະຊຸມໃຫ້ສັມພາດຕໍ່ຜູ່ສື່ຂ່າວໃນມື້ນີ້ທີ່ກຸງອິສລາມາ
ບັດ ເປັນກອງປະຊຸມໃຫ້ສັມພາດຄັ້ງທຳອິດນັບແຕ່ປະກາດພາວະສຸກເສີນເມື່ອວັນ
ທີ 3 ພະຈິກຜ່ານມາ

ທ່ານວ່າການເລືອກຕັ້ງ ສສ ຈະມີຂື້ນກ່ອນວັນທີ 9 ເດືອນມັງກອນໜ້າຫລັງຈາກ
ການຍຸບສພາທີ່ຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນພະຫັດໜ້າ (15 ພະຈິກ) ເປັນຕົ້ນ
ໄປ ສ່ວນທີ່ວ່າການເລືອກຕັ້ງຈະເປັນມື້ໃດຄັກແນ່ນັ້ນ ແມ່ນຄນະກັມມະການຈັດ
ການເລືອກຕັ້ງແຫ່ງຊາດຈະເປັນຜູ້ກຳໜົດອີກເທື່ອໜຶ່ງ

ທ່ານປະທານາທິບໍດີ ແປຣ໌ແວສ ມຸສຊາຣັຟ ກ່າວອີກວ່າ ທ່ານຈະລາອອກຈາກຕຳ
ແໜ່ງທາງທະຫານທຸກຕຳແໜ່ງຫລັງຈາກທີ່ສານສູງສຸດພິພາກສາຕັດສິນວ່າການທີ່
ທ່ານຊນະການເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີ ເມື່ອວັນທີ 6 ຕຸລາຜ່ານມານັ້ນ
ຖືກຕ້ອງຕາມກົດໝາຍເສັຽກ່ອນ

ເປັນທີ່ໜ້າສັງເກດວ່າການປະກາດວັນເລືອກຕັ້ງກ່ອນວັນທີ 9 ມັງກອນໜ້າ (45 ວັນ
ຫລັງການຍຸບສພາ ຫລື 60 ວັນເປັນຢ່າງຊ້າ) ເປັນໄປຕາມການຮຽກຮ້ອງຂອງ ທ່ານ
ນາງເບນາເຊັຽຣ໌ ບຸດໂຕ
ອດີດນາຍົກ ຣມຕ ແລະຫົວໜ້າພັກຝ່າຍຄ້ານທີ່ສຳຄັນທີ່
ສຸດ ຄືພັກ "ປະຊາຊົນປາກີສຖານ"

ແຕ່ທ່ານນາງພໍໃຈນ້ອຍຫລາຍຂນາດໃດນັ້ນຕໍ່ການປະກາດວັນເລືອກຕັ້ງດັ່ງກ່າວ ຍັງ
ເປັນທີ່ສົງໃສຢູ່ ທັງນີ້ເພາະ ທ່ານນາຍພົນ ແປຣ໌ແວສ ມຸສຊາຣັຟ ບໍ່ໄດ້ລາອອກຈາກ
ຕຳແໜ່ງຫົວໜ້າເສນາທິການກອງທັບ ຕາມຄວາມຕ້ອງການຂອງຫົວໜ້າພັກ "ປະຊາ
ຊົນປາກີສຖານ" ທີ່ຍື່ນຄຳຂາດວ່າທ່ານປະ ທານາທິບໍດີຕ້ອງລາອອກຈາກຕຳແໜ່ງ
ໃນກອງທັບຢ່າງຊ້າທີ່ສຸດພາຍໃນວັນພະຫັດ ທີ່ 15 ເດືອນພະ ຈິກນີ້

ໃນມື້ນີ້ (ອາທິດ 11 ພະຈິກ) ທ່ານນາງເບນາເຊັຽຣ໌ ບຸດໂຕ ໄດ້ເດີນທາງອອກຈາກ
ກຸງອິສລມາບັດ ໄປສູ່ເມືອງລາຮໍແລ້ວ ຕັ້ງໃຈຈະຈັດການເດີນຂບວນໃຫຍ່ສແດງການ
ຄັດຄ້ານຕໍ່ອຳນາດຜເດັດການ ໂດຍຈະຈັດແຫ່ເປັນຂບວນຣົດຍົນຈາກລາຮໍເຖິງນະຄອນ
ຫລວງອິສລາມາບັດ ຣະຍະທາງ 275 ກ.ມ. ໃນວັນອັງຄານໜ້າ (13 ພະຈິກ)

ລຳດັບເຫດການສຳຄັນ

3 ພະຈິກ ປະທານາທິບໍດີ ແປຣ໌ແວສ ມຸສຊາຣັຟ ປະກາດພາວະສຸກເສີນ ໂດຍອ້າງ
ເຫດຜົນວ່າ ຍ້ອນການຫຶກເຫີມຂອງກຸ່ມແນວຄິດມຸສລິມຫົວຮຸນແຮງ ແລະການແຊກແຊງ
ຂອງຂບວນການຍຸດຕິທັມຕໍ່ອຳນາດບໍຣິຫານ

ກອງທັບໃຊ້ກຳລັງປິດລ້ອມສຖານທີ່ສຳຄັນຫລາຍແຫ່ງໃນນະຄອນຫລວງອິສລາມາບັດ,
ປະກາດງົດໃຊ້ກົດໝາຍຣັຖທັມມະນູນ,  ປົດບັນດາອັຍການທີ່ມີທ່າທີຕໍ່ຕ້ານປະທານາທິບໍ
ດີ,  ຈຳກັດຮັດແຄບສິດເສຣີພາບຂອງສື່ສານມວນຊົນ

ທ່ານນາງເບນາເຊັຽຣ໌ ບຸດໂຕ ທີ່ເດີນສູ່ປະເທດດູໄບກ່ອນການປະກາດພາວະສຸກເສີນ
ເລັກນ້ອຍ ຕັດສິນໃຈເດີນທາງກັບຄືນປະເທດ

4 ພະຈິກ ຕຳຣວດເລີ້ມປາບປາມຂັ້ນໜັກມືດ້ວຍການຈັບກຸມບັນດາຜູ້ນຳຝ່າຍຄ້ານ
ແລະນັກເຄື່ອນໄຫວອື່ນໆທີ່ຕ້ານຣັຖບານ ໃນນັ້ນຮວມທັງ ທ່ານອິມຣານ ຄານ ນັກຕີຄີ
ຊື່ດັງຂອງປະເທດນຳດ້ວຍ

ສຫະຣັດອະເມຣິກາ ພັນທະມິດທີ່ສນັບສນຸນນາຍພົນມຸສຊາຣັຟຢ່າງແຂງແຮງມາຕລອດ
ສແດງຄວາມວິຕົກກັງວົນຕໍ່ການປະກາດພາວະສຸກເສິນ ແຕ່ກໍບໍ່ຍອມຕັດການຊ່ວຍເຫລືອ
ທາງທະຫານ ໂດຍຍັງເຫັນວ່າປະທານາທິບໍດີມຸສຊາຣັຟເປັນບຸກຄົນທີ່ສາມາດໄວ້ວາງ
ໃຈໄດ້ສຳລັບເຮັດສົງຄາມຕ້ານຂບວນການກໍ່ການຮ້າຍ

5 ພະຈິກ ເຈົ້າໜ້າທີ່ຕຳຣວດໃຊ້ລະເບີດແກ໊ສນ້ຳຕາແລະໄມ້ຄ້ອນທຳການປາບປາມ
ບັນດາກຸ່ມປະທ້ວງໃນຫລາຍຫົວເມືອງທົ່ວປະເທດ ໃນນັ້ນຈຳນວນມາກເປັນທະນາຍຄວາມ

ທ່ານນາຍພົນມຸສຊາຣັຟ ອອກມາປະຕິເສດຂ່າວທີ່ວ່າ ທ່ານຖືກກັກບໍຣິເວນໂດຍຮອງຫົວ
ໜ້າເສນາທິການກອງທັບ

ທຳນຽບຂາວອອກຖແລງການສແດງຄວາມຫ່ວງໃຍອີກເທື່ອໜຶ່ງຕໍ່ສຖານະການທີ່ເກີດຂື້ນ

6 ພະຈິກ ທ່ານອິຟຕິກາ ມູຮັມມັດ ໂຊດຣີ ຜູ້ພິພາກສາສູງສຸດທີ່ຖືກປົດຈາກຕຳ
ແໜ່ງອອກມາຮຽກຮ້ອງໃຫ້ປະ ຊາຊົນໃຫ້ລຸກຮືຂື້ນຕໍ່ຕ້ານການປະກາດພາວະສຸກເສີນ ຣັຖ
ບານຕັດສິນໃຈຕັດສັນຍານໂທຣະສັບມືຖືໃນຫລາຍເຂດຂອງນະຄອນຫລວງ ທັງນີ້ເພື່ອຕັດ
ການສື່ສານຂອງອດີດຜູ້ພິພາກສາສູງສຸດ

7 ພະຈິກ ທ່ານນາງເບນາເຊັຽຣ໌ ບຸດໂຕ ອອກມາຮຽກຮ້ອງໃຫ້ປະຊາຊົນລຸກຮືຂື້ນ
ຕ້ານການປະກາດພາວະສຸກເສີນ ແລະວ່າຈະຈັດການຊຸມນຸມປະທ້ວງໃຫຍ່ ຖ້າປະທານາ
ທິບໍດີ ບໍ່ຍົກເລີກພາວະສຸກເສີນ ບໍ່ຈັດການເລືອກຕັ້ງ ສສ ໃນເວລາອັນຄວນ ແລະ ບໍ່ລາ
ອອກຈາກທຸກຕຳແໜ່ງໃນກອງທັບ

ປະທານາທິບໍດີອະເມຣິກັນ ທ່ານຢອຣ໌ຊ ດັບເບີ້ລຢູ ບຸສ ອອກມາຮຽກຮ້ອງ "ດ້ວຍ
ຄວາມຈິງໃຈ"
ເຖີງນາຍພົນມຸສຊາຣັຟ ໃຫ້ດຳເນີນການຈັດການເລືອກຕັ້ງໂດຍໄວ
ແລະລາອອກຈາກຕຳແໜ່ງໃນກອງທັບ

8 ພະຈິກ ນາຍພົນມຸສຊາຣັຟປະກາດວ່າ ການເລືອກຕັ້ງ ສສ ຈະມີຂື້ນໃນວັນທີ 15
ກຸມພາ ຫລືອາດກ່ອນໜ້ານັ້ນ ແຕ່ທ່ານນາງບຸດໂຕກໍໂຕ້ວ່າ ແມ່ນການປະກາດທີ່ຄຸມເຄືອ
ພ້ອມທັງທວງອີກເທື່ອໃໝ່ໃຫ້ປະທານາທິບໍດີມຸສຊາຣັຟລາອອກຈາກທຸກຕຳແໜ່ງໃນ
ກອງທັບ ໃຫ້ຈັດການເລືອກຕັ້ງໃນວັນທີ 15 ເດືອນພະຈິກນີ້ ພ້ອມທັງຮື້ຟື້ນການໃຊ້ກົດ
ໝາຍຣັຖທັມມະນູນຄືນໃໝ່

ຂບວນການຝ່າຍຄ້ານປະກາດວ່າສມາຊິກຂອງພວກຕົນແລະນັກເຄື່ອນໄຫວອື່ນໆຈຳນວນ
ມາກໄດ້ຖືກຈັບ ແລະອີກຈຳນວນໜຶ່ງຕ້ອງຫລົບໜີການຈັບກຸມ

9 ພະຈິກ ທ່ານນາງເບນາເຊັຽຣ໌ ບຸດໂຕ ຖືກສັ່ງກັກບໍຣິເວນພາຍໃນບ້ານພັກທີ່ກຸງອິສ
ລາມາບັດ ພຽງບໍ່ເທົ່າໃດຊົ່ວໂມງກ່ອນທີ່ທ່ານນາງຈະຈັດການຊຸມນຸມໃຫຍ່ທີ່ເມືອງຣາ
ວັລປິນດີ ຕຳຣວດອ້າງເຫດຜົນວ່າກຸ່ມກໍ່ການຮ້າຍມີແຜນວາງລະເບີດໃສ່ການຊຸມນຸມໃຫຍ່
ທີ່ທ່ານນາງບຸດໂຕມີແຜນຈະຈັດຂື້ນ

10 ພະຈິກ ທ່ານນາງບຸດໂຕຈັດການປະຊຸມສມາຊິກພັກປະຊາຊົນປາກີສຖານ ທັນ
ທີຫລັງຈາກໄດ້ຮັບອິສຣະພາບຄືນໃໝ່ ກອງປະຊຸມພັກຕົກລົງໃຫ້ຈັດການຊຸມນຸມປະທ້ວງ
ໃຫຍ່ໃນວັນອັງຄານໜ້າ (13 ພະຈິກ)

ກະຊວງຍຸດຕິທັມປະກາດວ່າພາວະສຸກເສີນຈະໄດ້ຮັບການຍົກເລີກພາຍໃນໜຶ່ງເດືອນ

11 ພະຈິກ ປະທານາທິບໍດີ ນາຍພົນແປຣ໌ແວສ ມຸສຊາຣັຟ ປະກາດຍຸບສພາ
ທີ່ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ພະຈິກນີ້ເປັນຕົ້ນໄປ ແລະການເລືອກຕັ້ງ ສສ ຈະມີຂື້ນ
ກ່ອນວັນທີ 9 ເດືອນມັງກອນໜ້າ ໝາຍຄວາມວ່າ ບໍ່ເກີນ 60 ວັນຫລັງການປະກາດຍຸບ
ສພາ ພ້ອມທັງສເນີວ່າພາວະສຸກເສີນຈະຍັງຄົງບັງຄັບໃຊ້ຈົນເຖິງວັນເລືອກຕັ້ງ

ຂ່າວອື່ນທີ່ກ່ຽວຂ້ອງ

ປາກິສຖານ

ເບ່ນ່າເຊັ່ຍ ບຸຕໂຕ ລົງປະທ້ວງ

10/11/2007 13:36 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU