ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຊາຣ໌ໂກຊີ ປິດທ້າຍຢ້ຽມຢາມ ສປ ຈີນ ກ່າວເຊີນຊວນຍີ່ປຸ່ນ ທົບທວນຄ່າເງີນເຢັນ

ພ້ອມເຊີນຊວນຈີນ ຮ່ວມນາໆຊາດ ແກ້ປັນຫາໂລກຮ້ອນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 27/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 27/11/2007 13:27 TU

ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌
ຊາຣ໌ໂກຊີ ສັມຜັດມືກັບ ທ່ານຢູ ເຈັງເຊັງ
ເລຂາທິການພັກຄອມມຸຍນິດຈີນ ສາຂາ
ນະຄອນຊຽງໄຮ້ (ພາບ: Reuters)

ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ສັມຜັດມືກັບ ທ່ານຢູ ເຈັງເຊັງ ເລຂາທິການພັກຄອມມຸຍນິດຈີນ ສາຂາ ນະຄອນຊຽງໄຮ້ (ພາບ: Reuters)

"ບໍ່ມີປະເທດໃດໃນໂລກທີ່ຈະສາມາດແກ້ ໄຂທຸກປັນຫາໄດ້ໂດຍລຳພັງແຕ່ພຽງຜູ້ ດຽວ" ຜູ້ນຳຝຣັ່ງເສດໄດ້ກ່າວຕໍ່ໜ້າບັນ ດານັກທຸຣະກິດຝຣັ່ງເສດທີ່ນະຄອນຊຽງ ໄຮ້ ກ່ອນທີ່ຈະຢ້ຳວ່າ "ປະເທດຍີ່ປຸ່ນຄວນ ມີການທົບທວນເບີ່ງຄືນໃໝ່ຄ່າເງິນເຢັນ ຂອງຕົນ ໃນຂນະທີ່ພວກເຮົາຊາວເອີຣົບ ກໍຈະຕ້ອງເຮັດວຽກຄຽງບ່າຄຽງໄຫລ່ກັບ ບັນດາເງີນສກຸນໃຫຍ່ໆຂອງໂລກ"

ຮຽກຮ້ອງຈີນເອົາຄວາມຮັບຜິດຊອບ
ຕລອດການຢ້ຽມຢາມ ສປ ຈີນເປັນເວລາ 3 ວັນ ທ່ານປະທານາທິບໍດີຝຣັ່ງເສດບໍ່ໄດ້
ລົດລະໃນການພຍາຍາມກ່າວເຊີນຊວນໃຫ້ ສປ ຈີນ ໃຊ້ຄວາມຮັບຜິດຊອບຂອງຕົນໃນ
ຖານະມຫາອຳນາດ ເພື່ອຍັບຍັ້ງການດີດຕົວສູງຂື້ນຂອງເງີນສກຸນເອີໂຣເມື່ອປຽບ
ທຽບກັບເງີນສກຸນຫຍວນຂອງຈີນ

ກະແສຂ່າວຈາກທຳນຽບປະທານາທິບໍດີຝັຣ່ງເສດເຜີຍວ່າ ທັງປະທານາທິບໍດີ ຫູ
ຊິນທ່າວ ແລະ ນາຍົກ ຣມຕ ເຫວີນ ເຈັຽປ້າວ ຂອງຈີນ ໄດ້ເອົາໃຈໃສ່ເປັນຢ່າງດີ
ຕໍ່ການຮຽກຮ້ອງຂອງຜູ້ນຳຝຣັ່ງເສດ ແລະເຫັນພ້ອມໃຫ້ມີການເຈຣະຈາກັນຢ່າງ
ລົງເລິກກ່ຽວກັບປັນຫາການອ່ອນຕົວເກີນຄວາມເປັນຈິງຂອງເງີນສກຸນແຫ່ງຊາດ
ຂອງເມືອງມັງກອນ

ເຊີນຊວນຈີນຮ່ວມລົດຜ່ອນອຸນຫະພູມຜິວໂລກ
ແລະບໍ່ຫວັ່ນການໂອນເທັກໂນໂລຢີໃຫ້ຈີນ
ອີກປະການໜຶ່ງ ກ່ອນອອກເດີນທາງຈາກກຸງປັກກິ່ງສູ່ນະຄອນຊຽງໄຮ້ໃນມື້ນີ້ (ອັງ
ຄານ 27 ພະຈິກ) ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ກໍໄດ້ໄປກ່າວຄຳປາ
ໃສຕໍ່ໜ້າບັນດານັກສຶກສາທີ່ມະຫາວິທ ຍາໄລ "ກິງຮົວ" ຂອງກຸງປັກກິ່ງ ຮຽກຮ້ອງ
ໃຫ້ ສປ ຈີນ ເຂົ້າຮ່ວມກັບປະຊາຄົມໂລກເພື່ອລົດຜ່ອນອຸນຫະພູມຜິວໂລກ

ພ້ອມທັງຢ້ຳວ່າເພີ່ນບໍ່ມີຄວາມຫວັ່ນໄຫວໃດໆຕໍ່ການຖ່າຍທອດເທັກໂນໂລຢີຊັ້ນສູງ
ໃຫ້ແກ່ ສປ ຈີນ ອັນໝາຍເຖິງການຂາຍເຕົາປະຕິກອນນິວເຄລັຽຮຸ່ນໃໝ່ (EPR =
European Pressurised Water Reactor) ໃຫ້ແກ່ ສປ ຈີນ ພ້ອມກັບເຊື້ອເພີງ
Uranium ສຳລັບປ້ອນປະຕິກອນເປັນເວລາ 15 ປີ ຂໍເຊີນທ່ານຄລິກລຸ່ມນີ້ເພື່ອຮັບ
ຟັງການລາຍງານຈາກຮ່ອງກົງ ໂດຍ: ສຸເມດ ຄຳວົງສາ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU