ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຫະພາບເອີຣົບ

ຊໂລເວນີຮັບຊ່ວງ ເປັນປະທານສຫະ ພາບ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/01/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/01/2008 15:36 TU

ຣັຖມົນຕຣີຕ່າງປະເທດຊໂລເວນີ ທ່ານດິມິຕຣິດ ຣູເປລ (Dimitrij Rupel) (ຂວາ) ຮັບມອບທຸງ
ສຫະພາບເອີຣົບຈາກຄູ່ກຳແໜ່ງປ໊ອກຕຸຍກາລ ທ່ານລຸຍສ໌ ອາມາໂດ (Luis Amado) ເປັນການ
ຮັບຊ່ວງການເປັນປະທານວຽນສຫະພາບສຳລັບ 6 ເດືອນທຳອິດຂອງປີ 2008 (ພາບ: Reuters)

ຣັຖມົນຕຣີຕ່າງປະເທດຊໂລເວນີ ທ່ານດິມິຕຣິດ ຣູເປລ (Dimitrij Rupel) (ຂວາ) ຮັບມອບທຸງ ສຫະພາບເອີຣົບຈາກຄູ່ກຳແໜ່ງປ໊ອກຕຸຍກາລ ທ່ານລຸຍສ໌ ອາມາໂດ (Luis Amado) ເປັນການ ຮັບຊ່ວງການເປັນປະທານວຽນສຫະພາບສຳລັບ 6 ເດືອນທຳອິດຂອງປີ 2008 (ພາບ: Reuters)

ປະເທດຊໂລເວນີ ສມາຊິກສຫະພາບເອີຣົບປະເທດນ້ອຍໆປະເທດໜຶ່ງ ມີ ພົລເມືອງພຽງແຕ່ 2 ລ້ານຄົນ ຮັບຊ່ວງເປັນປະທານວຽນຂອງສຫະພາບຕັ້ງ ແຕ່ມື້ນີ້ (1 ມັງກອນ 2008) ເປັນຕົ້ນໄປ ມີກຳໜົດ 6 ເດືອນ ເປັນການ ຮັບຊ່ວງຕໍ່ຈາກປະເທດປ໊ອກຕຸຍກາລ ໂດຍມີປັນຫາໂຄໂຊໂວ ແລະການໃຫ້ ສັຕຍາບັນຕໍ່ສົນທິສັນຍາລິສບອນ ເປັນວຽກງານສຳຄັນໃນການດຳເນີນການ

ນອກຈາກການຮັບຊ່ວງເປັນປະທານວຽນຂອງສຫະພາບເອີຣົບຂອງປະເທດຊໂລເວນີ ທີ່
ເຂົ້າເປັນສມາຊິກສຫະພາບເອີຣົບເມື່ອປີ 2004 ແລ້ວ ອີກສອງປະເທດນ້ອຍໆສມາຊິກ
ສຫະພາບເອຣົບ ຄືເກາະ Chypre ແລະ Malte ທີ່ຢູ່ໃນທະເລເມດິແຕຣ໌ຣານເນ ກໍເຂົ້າ
ຮ່ວມໃນເຂດໃຊ້ເງິນສກຸນດຽວເອີໂຣຕັ້ງແຕ່ມື້ນີ້ເປັນຕົ້ນໄປເຊັ່ນດຽວກັນ

ທຳໃຫ້ສມາຊິກສຫະ ພາບເອີຣົບທີ່ໃຊ້ເງິນເອີໂຣຮ່ວມກັນເພີ້ມເປັນຈຳນວນ 15 ປະເທດ
ແລະບາງທີປະເທດຊໂລວາກີ ກໍຈະເຂົ້າຮ່ວມເປັນປະເທດທີ 16 ໃນອີກໜຶ່ງປີຂ້າງໜ້າ
ປັດຈຸບັນປະເທດນີ້ກຳລັງມີການກະກຽມຢ່າງເອົາຈິງເອົາຈັງ ໂດຍສະເພາະກໍແມ່ນການ
ລົດຜ່ອນການຂາດດຸນງົບປະມານແລະຄວບຄຸມອັຕຣາເງິນເຟີ້

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU