ຄົ້ນຫາຂໍ້ມູນ

/ languages

Choisir langue
 

ພິທີຈູດທວນໄຟ ໂອແລມປິກ

ສະມາຊິກ "RSF" ຖືກຈັບຖານ ຂັດຂວາງພິທີ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/03/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 24/03/2008 15:39 TU

ເຈົ້າໜ້າທີ່ຕຳຣວດ Grec ກຳລັງສະກັດກັ້ນຜູ້ປະທ້ວງຈາກ "RSF" (ອົງການນັກຂ່າວ
ບໍ່ມີພົມແດນ) ທີ່ພຍາຍາມຈະກາງປ້າຍຄຳຂວັນຮຽກຮ້ອງໃຫ້ມີການຄວ້ຳບາດກິລາໂອ
ແລມປິກປັກກິ່ງ ໃນຂນະທີ ທ່ານລິວ ກີ ປະທານໂອແລມປິກຈີນ ກຳລັງກ່າວໃນພິທີ
(ພາບ: Reuters)

ເຈົ້າໜ້າທີ່ຕຳຣວດ Grec ກຳລັງສະກັດກັ້ນຜູ້ປະທ້ວງຈາກ "RSF" (ອົງການນັກຂ່າວ ບໍ່ມີພົມແດນ) ທີ່ພຍາຍາມຈະກາງປ້າຍຄຳຂວັນຮຽກຮ້ອງໃຫ້ມີການຄວ້ຳບາດກິລາໂອ ແລມປິກປັກກິ່ງ ໃນຂນະທີ ທ່ານລິວ ກີ ປະທານໂອແລມປິກຈີນ ກຳລັງກ່າວໃນພິທີ (ພາບ: Reuters)

ຜູ້ຖືກຈັບກຸມມີຈຳນວນ 3 ຄົນ ເປັນສະມາຊິກຂອງ "ອົງການນັກຂ່າວບໍ່ມີພົມ
ແດນ" (Reporters sans Frontières) ທັງໝົດ ທີ່ພາກັນລົງຈາກອັຖ
ຈັນໄປຢືນໃກ້ໆກັບ ທ່ານລິວກີ ປະທານໂອແລມປິກຈີນ ທີ່ກຳລັງກ່າວປາໃສ
ໃນພິທີ ໃນຂນະທີ່ອີກຜູ້ໜຶ່ງພຍາຍາມທີ່ຈະເຂົ້າຍາດເອົາມີໂກຣຈາກ ທ່ານ
ລິວກີ

ພ້ອມກັນນັ້ນ ທ່ານໂຣແບຣ໌ ເມນາຣດ໌ (Robert Ménard) ປະທານ "RSF"
ກໍຮ້ອງຄຳຂວັນຈາກອັຖຈັນວ່າ "ເສຣີພາບ ເສຣີພາບ" ໂທຣະທັດແຫ່ງຊາດ
ທັງຂອງປະເທດ Grèce ແລະຂອງຈີນ ໄດ້ຕັດພາບການປະທ້ວງນີ້ທັນທີ
ໃນຂນະທີ່ຖ່າຍທອດສົດ

ຊາວທີເບດຮ່ວມປະທ້ວງ
ໃນຂນະທີ່ມີການຈັດພິທີຈູດທວນໄຟໂອແລມປິກທີ່ພູ Olympie ນັ້ນ ຊາວທິເບດ 10
ຄົນ ກໍພາກັນຈັດການປະທ້ວງໃນເມືອງ ໜ້າໂຮງແຮມທີ່ພັກຂອງພວກເຂົາເຈົ້າ ໂດຍ
ພາກັນເອົາສີແດງທາເຕັມຕົວ ອັນເປັນສັນຍາລັກຂອງການ "ອາບເລືອດ" ນອນປະ
ທ້ວງຂ້າງຖນົນ ແລະພາກັນຮ້ອງຄຳຂວັນຕ້ານ ສປ ຈີນ

ບັນດາຜູ້ປະທ້ວງທັງໝົດ ໃນນັ້ນຮວມທັງປະທານ "RSF" ທ່ານໂຣແບຣຕ໌ ເມນາຣດ໌
ໄດ້ຖືກເຈົ້າໜ້າທີ່ຕຳຣວດນຳຕົວໄປຄວບຄຸມໄວ້ ທ່ານ Jacques Rooge ປະທານ
ໂອແລມປິກສາກົນ ກ່າວຕໍ່ຜູ້ສື່ຂ່າວຫລັງເສັດສິ້ນພິທີວ່າ ເປັນເຣື່ອງ ເສົ້າທີ່ເກີດການ
ປະທ້ວງເຊັ່ນນີ້ ແຕ່ສິ່ງທີ່ສຳຄັນແມ່ນການປະທ້ວງຄັ້ງນີ້ແມ່ນບໍ່ໄດ້ໃຊ້ຄວາມຮຸນແຮງ

ເຄັ່ງຄັດຄວາມປອດໄພສຸດຂີດ
ກ່ອນພິທີຈູດທວນໄຟໂອແລມປິກ
ເຈົ້າໜ້າທີ່ຕຳຣວດ Grec ໄດ້ຮັບຄຳສັ່ງໃຫ້ຢັງ
ຢາຍກຳລັງໃນທຸກສາຣະທິດ ໂດຍສະເພາະໃນບໍຣິເວນໃກ້ໆກັບພູເຂົາ Olympie
ສຖານທີ່ຈັດພິທີໃນມື້ນີ້ (ຈັນ 24 ມີນາ) ກ່ອນທີ່ຈະນຳທວນ ໄຟຜ່ານປະເທດຕ່າງ
ໆໄປສູ່ກຸງປັກກິ່ງ ເຈົ້າພາບຈັດການແຂ່ງຂັນໂອແລມປິກຣະດູຮ້ອນໃນເດືອນສິງຫາ
ໜ້ານີ້

ບັນດາຜູ້ທີ່ສາມາດເຂົ້າຮ່ວມພິທີໄດ້ ກໍແມ່ນສະເພາະແຕ່ບັນດາຜູ້ທີ່ໄດ້ຮັບບັດອະນຸ
ຍາດ ເຊັ່ນນັກຂ່າວ ແຂກຮັບເຊີນ ທີ່ມີຈຳນວນນ້ອຍທີ່ສຸດ ຕາມການເຜີຍຕໍ່ຜູ້ສື່ຂ່າວ
ຂອງທ່ານ Tassos Parachristou ໂຄສົກຂອງຄນະກັມມະການກິລາໂອແລມປິກ
ແຫ່ງຊາດຂອງປະເທດ Grèce ທີ່ຢ້ຳອີກວ່າທຸກຄົນທີ່ຜ່ານເຂົ້າໃນພິທີໄດ້ຮັບການ
ກວດຄົ້ນຢ່າງເຄັ່ງຄັດທີ່ສຸດ

ມາຕຣາການຮັກສາຄວາມປອດໄພສຸດຂີດນີ້ແມ່ນແນໃສ່ປ້ອງກັນຄວາມວຸ້ນວາຍທີ່
ອາດສາມາດເກີດຂື້ນໄດ້ຈາກນ້ຳມືຂອງຂບວນການຈັດຕັ້ງຂອງຊາວທິເບດພັດຖິ່ນ
ທີ່ພາກັນຂົນຂວາຍຢ່າງຂນານໃຫຍ່ໃນປັດຈຸບັນເພື່ອໃຫ້ມີການຄວ້ຳບາດ ເຖິງປານ
ນັ້ນສະມາຊິກອົງການ "RSF" ກໍຍັງສາມາດເລັດລອດເຂົ້າທຳການປະທ້ວງໄດ້

ໂອແລມປິກປັກກິ່ງ ເຣື່ອງໜ້າລະອາຍສຳລັບເສຣີພາບ
ຜູ້ຮັບຜິດຊອບສະມາຄົມນັກສຶກສາທິເບດພັດຖິ່ນກໍໄດ້ເດີນທາງຈາກກຸງນິວຢ໊ອຣ໌ກ
ມາປະເທດ Grèce ຕັ້ງແຕ່ວານນີ້ ພໍລົງຈາກເຄື່ອງບິນທີ່ສນາມບິນກຸງ Athènes
ກໍໄດ້ຮັບການຕິດຕາມໂດຍເຈົ້າໜ້າທີ່ຕໍາຕລອດເວລາ

ເນື່ອງໃນໂອກາດເປີດປະຊຸມໃຫ້ສັມພາດຕໍ່ຜູ່ສື່ຂ່າວທີ່ນະຄອນຫລວງຂອງປະເທດ
Grèce ຜູຮັບຜິດຊອບສະມາຄົມນັກສຶກສາທິເບດພັດຖິ່ນໄດ້ກ່າວວ່າ ທວນໄຟທີ່ ສປ
ຈີນ ນຳມາເພື່ອຮັບໄຟໂອແລມປິກຄັ້ງນີ້ ແມ່ນຄວາມອັບອາຍສຳລັບສຳລັບ "ເສຣີ
ພາບ" ແລະ "ປະຊາທິປະໄຕ" ຊຶ່ງເປັນປະເພນີທີ່ຊາວ Grecs ນຳມອບໃຫ້ແກ່ໂລກ
ມາແຕ່ຄັ້ງປວັດສາດ

ອີກປະການໜຶ່ງ ທີ່ປະເທດໄທຍ ນາງສາວ ນາຣິສາ ຈັກຣະພົງ ຜູ້ໄດ້ຮັບມອບໝາຍ
ໃຫ້ຖືທວນໄຟໂອແລມປິກຜ່ານປະເທດໄທຍນັ້ນ ໄດ້ອອກມາປະກາດໃນມື້ນີ້ ຂໍຖອນ
ຕົວຈາກພາຣະກິດດັ່ງກ່າວ ເພື່ອເປັນການປະທ້ວງຕໍ່ການປາບປາມຊາວທິເບດ
ໂດຍເຈົ້າໜ້າທີ່ຈີນ

ຄວ້ຳບາດທາງການເມືອງ ແຕ່ຮ່ວມດ້ານກິລາ
ໃນຂນະທີ່ຊາວຝຣັ່ງເສດເຖີງ 53% ກໍເຫັນພ້ອມໃຫ້ປະທານາທິບໍດີ Sarkozy ຄວ້ຳ
ບາດພິທີເປີດ ແຕ່ໃຫ້ຈັດສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຕາມຜົນການຢັ່ງສຽງຂອງ
ສຖາບັນ CSA ສຳລັບ Reporters sans Frontières ແລະເຜີຍອອກໂດຍລາຍ
ວັນ Libération ໃນມື້ນີ້

ອີກກປະການໜຶ່ງ ທ່ານ Jacques Rogge ປະທານໂອແລມປິກສາກົນ ກໍໄດ້ກ່າວຕໍ່
ຜູ້ສື່ຂ່າວທີ່ກຸງ Athènes ວ່າ ເພີ່ນເບີ່ງບໍ່ເຫັນຮ່ອງຮອຍໃດໆເລີຍວ່າຈະມີການຄວ້ຳ
ບາດກິລາໂອແລມປິກຣະດູຮ້ອນທີ່ ສປ ຈີນ ຈະເປັນເຈົ້າພາບຈັດທີ່ກຸງປັກກິ່ງໃນເດືອນ
ສິງຫາໜ້າ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU