ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/03/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 24/03/2008 15:57 TU
ມາເຣັຽ ນັຟປລີໂອຕູ ດາຣາຊື່ດັງຂອງປະເທດແກຣສ (Grèce) ກຳລັງເດ່ທວນຈູດໄຟໂອ
ແລມປິກ ທີ່ຈະຖືກນຳຜ່ານປະເທດຕ່າງໆສູ່ກຸງປັກກິ່ງ ເຈົ້າພາບໂອແລມປິກຣະດູຮ້ອນໃນ
ເດືອນສິງຫາໜ້າ (ພາບ: Reuters)
ຄົງເປັນໄປໄດ້ຍາກ
ຈົນຮອດມື້ນີ້ເບີ່ງຄືວ່າການຄວ້ຳບາດຈະເປັນໄປໄດ້ຍາກ ທັງນີ້ອັນເນື່ອງມາຈາກບໍ່ມີຣັຖ
ບານຂອງປະເທດມະຫາອຳນາດໃດເລີຍສແດງທ່າທີເຖິງຂັ້ນກັບວ່າຈະໄປໄກເຖິງ
ຂນາດນັ້ນ
ແລມປິກສາກົນ ກໍໄດ້ອອກມາກ່າວໃນມື້ນີ້ທີ່
ກຸງ Athènesວ່າ ປະທານາທິບໍດີອະເມຣິ
ກັນ GWB ກໍດີ, ປະທານາທິບໍດີຝຣັ່ງເສດ
Nicolas Sarkozy ກໍດີ ຫລືນາຍົກ ຣມຕ
ອັງກິດ ທ່ານ Gordon Brown ກໍດີ ບໍ່ມີ
ໃຜເຫັນພ້ອມນຳການຄວ້ຳບາດເລີຍ
ຖ້າທ່ານປະທານໂອແລມປິກສາກົນກ່າວອອກ
ມາເຊັ່ນນັ້ນ ຍ່ອມເປັນການສແດງໃຫ້ເຫັນວ່າ
ທ່ານໄດ້ຮັບການຢືນຢັນມາຈາກບັນດາຜູ້ນຳ
ແຫ່ງປະເທດມະຫາອຳນາດທີ່ໄດ້ກ່າວຊື່ມາ
ນອກຈາກນີ້ ທ່ານ Jacques Rogge ຍັງຢ້ຳອີກວ່າ ເພີ່ນນັບຖືຄວາມຄິດເຫັນຂອງບັນ
ດາອົງການຈັດຕັ້ງທາງດ້ານສິດທິມນຸດຊົນຕ່າງໆ ຫາກແຕ່ວ່າບັນດາອົງການຈັດຕັ້ງ
ເຫລົ່ານີ້ບໍ່ໄດ້ເປັນຕົວແທນຂອງປະເທດຂອງພວກເຂົາເຈົ້າ
ປະທານໂອແລມປິກສາກັນແຖມອີກວ່າ ການທີ່ຈະມີບັນດານັກຂ່າວເຖິງ 25000 ຄົນ
ຈາກທົ່ວໂລກ ເດີນທາງເຂົ້າໄປເຮັດຂ່າວກິລາໂອແລມປິກທີ່ປັກກິ່ງ ກໍແມ່ນເປັນການ
ເປີດປະເທດຈີນສູ່ໂລກພາຍນອກແລ້ວ ແລະວ່າກິລາໂອແລມປິກແມ່ນກິລາເພື່ອການ
ສ້າງສັນ ສາມາດເປັນປັດຈັຍແຫ່ງການປ່ຽນ ແປງໄດ້ ແຕ່ບໍ່ແມ່ນຢາວິເສດທີ່ຈະສາ
ມາດແກ້ປັນຫາໄດ້ທຸກສິ່ງທຸກຢ່າງ
ລົວ ຊູຈວນ ນັກລອຍນ້ຳຫລຽນຄຳໂອແລມປິກຈາກ ສປ ຈີນ (ຊ້າຍ) ກຳລັງເດ່ທວນຮັບໄຟ
ໂອແລມປິກຈາກ ອາເລັກຊັນໂດຣສ ນິໂກໄລດິສ ນັກແຕກວານໂດຫລຽນເງິນໂອແລມປິກແຫ່ງ
ປະເທດແກຣສ ຫລັງຈາກທີ່ໄຟໂອແລມປິກໄດ້ລຸກເປັນແປວຂື້ນທີ່ພູໂອແລມເປັຽ ປະເທດແກຣສ
(ພາບ: Reuters)
ທ່າທີເຄີ່ງໆກາງໆຂອງມະຫາອຳນາດຕະວັນຕົກ
ຖ້າຫາກວ່າມີການອອກມາກ່າວແດ່ ກໍເປັນພຽງແຕ່ການຮຽກຮ້ອງໃຫ້ ສປ ຈີນ ຫາທາງ
ອອກທີ່ບໍ່ຮຸນແຮງຈາກການປະທ້ວງໃນທິເບດເທົ່ານັ້ນ ຫລືບໍ່ກໍວ່າຈະໃຫ້ການຕ້ອນຮັບຕໍ່ອົງ
ດາໄລລາມາ ປະມຸກຂອງຊາວທິເບດພັດຖິ່ນເທົ່ານັ້ນ ຊຶ່ງກໍເປັນການເຮັດໃຫ້ ສປ ຈີນ ບໍ່ດີ
ໃຈພໍແຮງແລ້ວ ແລະເມື່ອເຖິງທີ່ສຸດກໍຄົງຈະບໍ່ມີປະເທດໃດໄປໄກເຖິງຂນາດວ່າຈະຄວ້ຳ
ບາດຢ່າງເປັນທາງການຄັກແນ່
ທີ່ບັນດາປະເທດມະຫາອຳນາດມີທ່າທີເຄີ່ງໆກາງກາງ ແບບກືນບໍ່ເຂົ້າຄາຍບໍ່ອອກຄືແນວ
ນີ້ເປັນທີ່ເຂົ້າໃຈໄດ້ຢ່າງງ່າຍດາຍທີ່ສຸດ ນັ້ນກໍຄືໂລກຕະວັນຕົກກໍຍັງຕ້ອງເພີ່ງພາອາໃສ
ສປ ຈີນຫລາຍຢ່າງຄືກັນ ບໍ່ວ່າຈະເປັນທາງດ້ານເສຖກິດການຄ້າ ກໍຄືກັນກັບທາງດ້ານ
ການເມືອງ
ສປ ຈີນ ມີນ້ຳໜັກຂນາດໃດ?
ຕົວຢ່າງ ເຫດການໃນພະມ້າ ປັນຫາເກົານິວເຄລັຽເກົາຫລີເໜືອຫລືແມ່ນກະທັ້ງປັນຫາ
Darfour ໃນທະວີບອາຟຣິກກາ ຈີນ ກໍເປັນປັດຈັຍສຳຄັນໃນການແກ້ປັນຫາເຊັ່ນດຽວກັນ
ຖ້າປາສຈາກການຮ່ວມ ໄມ້ຮ່ວມມືຂອງຈີນແລ້ວການປາບປາມໃນພະມ້າຕໍ່ການຊຸມນຸມ
ປະທ້ວງຂອງພະສົງແລະຝ່າຍຄ້ານເມື່ອ ເດືອນກັນຍາປີກາຍນີ້ ຄົງໜັກໜ່ວງກວ່າທີ່ເກີດ
ຂື້ນຫລາຍເທົ່າຕົວ
ໃນທຳນອງດຽວກັນຖ້າບໍ່ມີການຊຸກຍູ້ ແລະກົດດັນຈາກ ສປ ຈີນ ແລ້ວ ເກົາຫລີເຫນືອກໍ
ຄົງຈະຍັງຢືນກະຕ່າຍຂາດຽວຕໍ່ໄປໃນປັນຫານິວເຄັລຽຂອງຕົນ ແຕ່ທີ່ຣັຖບານແຫ່ງກຸງ
ປຽງຢາງຍອມຕັດສິນໃຈຮ່ວມລົງນາມໃນສັນຍາປັກກິ່ງ ເພື່ອປິດສູນນິວ ເຄລັຽຂອງຕົນ
ນັ້ນແມ່ນຍ້ອນ ສປ ຈີນແທ້ໆເປັນຜູ້ຜັກດັນ
ເວົ້າໃນແງ່ເສຖກິດ ສປ ຈີນ ກໍໄດ້ກາຍມາເປັນມຫາອຳນາດອັນດັບທີສີ່ຂອງໂລກແລ້ວ
ພົລເມືອງຈີນ 1400 ລ້ານຄົນກໍແມ່ນຕລາດອັນກວ້າງໃຫຍ່ໄພສານສຳລັບສິນຄ້າຈາກ
ໂລກຕະວັນຕົກ ທຸກຄັ້ງທີ່ຜູ້ນຳມະຫາອຳນາດເດີນທາງຢ້ຽມຢາມ ສປ ຈີນ ກໍມັກຢິຍຍົກ
ປັນຫາເຣື່ອງການລະເມີດສິດທິມະນຸດໃນ ສປ ຈີນ ຂື້ນມາເວົ້າພໍແປະໆແມະໆ ຫລືວ່າພໍ
ເປັນພິທີເທົ່ານັ້ນ ທັງນີ້ອັນເນື່ອງມາຈາກມີສັນຍາທາງດ້ານການຄ້າມູນຄ່າມະຫາສານ
ຄອຍຖ້າຢູ່ຕໍ່ໜ້ານັ້ນເອງ
ສຣຸບຄວາມແລ້ວກໍຄື ເຖິງ ສປ ຈີນ ໄດ້ເລັ່ງປາບຂບວນການຊຸມນຸມລຸກຮືຂື້ນປະທ້ວງໃນ
ທິເບດປານໃດກໍຕາມ ເບີ່ງຄືວ່າການລຸກຮືຂື້ນດັ່ງກ່າວໄດ້ຮັບການສນັບສນຸນແລະອູ້ມຊູ
ຢ່າງແຂງແຮງຈະແຈ້ງ ຈາກບັນດາອົງການຈັດຕັ້ງເອກຊົນເທົ່ານັ້ນ ຊຶ່ງກໍແນ່ນອນວ່າ
ບໍ່ມີອຳນາດໃນການຕັດສິນໃຈວ່າປະເທດຂອງພວກເຂົາເຈົ້າຕ້ອງຄວ້ຳບາດກິລາໂອແ
ລມປິກທີ່ປັກກິ່ງ
ຫລືວ່າປະເທດມະຫາອຳນາດໃດຈະມີການປ່ຽນແປງການຕັດສິນໃຈໃນວິນາທີສຸດທ້າຍ
ກໍຄົງຈະເປັນ ເຣື່ອງທີ່ແປກປລາດຢ່າງຍິ່ງ ແຕ່ເຖິງຢ່າງໃດກໍຕ້ອງຕິດຕາມເບີ່ງກັນຕໍ່
ໄປ
ບົດວິເຄາະ
27/11/2009 13:31 TU
26/11/2009 12:44 TU
24/11/2009 11:39 TU
23/11/2009 14:51 TU
20/11/2009 12:22 TU
19/11/2009 13:43 TU
17/11/2009 14:42 TU
10/11/2009 12:22 TU
09/11/2009 12:11 TU
04/11/2009 12:07 TU
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008