ຄົ້ນຫາຂໍ້ມູນ

/ languages

Choisir langue
 

ດັສນີຮຸ້ນໂລກຕົກຕ່ຳ ເພາະຣາຄາ ນ້ຳມັນແພງ

ນ້ຳມັນດິບຈະຂື້ນ ຣາຄາ 170 – 250 ດອລລາຣ໌ຕໍ່ບາຣິລ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 27/06/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 03/07/2008 10:58 TU

ຈົນຮອດດຽວນີ້ບໍ່ມີມະຫາອຳນາດແລະກຸ່ມການຈັດຕັ້ງໃດໃນໂລກສາມາດແກ້ປັນຫາວິກິຕການຣາຄາ
ນ້ຳມັນແພງໄດ້ (ພາບ: FOTOLIA)

ຈົນຮອດດຽວນີ້ບໍ່ມີມະຫາອຳນາດແລະກຸ່ມການຈັດຕັ້ງໃດໃນໂລກສາມາດແກ້ປັນຫາວິກິຕການຣາຄາ ນ້ຳມັນແພງໄດ້ (ພາບ: FOTOLIA)

ມື້ນີ້ ວັນສຸກ 27 ມິຖຸນາ ດັສນີຕລາດຮຸ້ນໂລກດິ່ງພະສຸທາຕາມໆກັນ ຫລັງຈາກ
ທີ່ຣາຄານ້ຳມັນດິບໃນຕລາດໂລກ ໄດ້ດີດຕົວສູງຂື້ນຕື່ມເກືອບເຖິງ 142 ດອລ
ລາຣ໌ຕໍ່ບາຣິລ ເປັນການສູງຂື້ນບໍ່ເຄີຍມີມາກ່ອນຈັກເທື່ອ ທັງທີ່ຕລາດກຸງນິວ
ຢອຣ໌ກ ແລະ ກຸງລອນດອນ

ນັກລົງທຶນຣະມັດຣະວັງເປັນພິເສດ
ໃນການຊື້ຂາຍຜ່ານຣະບົບອີເລັກໂຕຣຣນິກທີ່ຕລາດ Nymex ກຸງນິວຢອຣ໌ກ ເມື່ອເວລາ
07 ໂມງ 45 ນາທີ ຕາມເວລາມາຕຖານສາກົນ GMT ນ້ຳມັນດິບປະເພດ "Light
Sweet Crude" ສຳລັບຈັດສົ່ງໃຫ້ລູກຄ້າໃນເດືອນສິງຫາໜ້າ ໄດ້ພຸ່ງຂື້ນປານລູກຈະ
ຫລວດເຖິງ 141 ດອລລາຣ໌ 71 ເຊັນຕ໌ ໄປແລ້ວຕໍ່ບາຣິລ

ໃນຂນະດຽວກັນນ້ຳມັນດິບປະເພດ Brent ຈາກທະເລເໜືອ ທີ່ຕລາດ International
Exchange ຂອງກຸງລອນດອນ ກໍພຸ່ງຂື້ນເຖິງ 141 ດອລລາຣ໌ 98 ເຊັນຕ໌ຕໍ່ບາຣິລ

ໝາຍຄວາມວ່າສືບຕໍ່ການສູງຂື້ນຈາກເມື່ອວານນີ້ໃນຕລາດສອງແຫ່ງດັ່ງກ່າວ ຄື140
ດອລລາຣ໌ 39 ເຊັນຕ໌ທີ່ຕລາດກຸງນິວຢອຣ໌ກ ແລະ 140 ດອລລາຣ໌ 38 ເຊັນຕ໌ທີ່ຕລາດ
ກຸງລອນດອນ

ເມື່ອນ້ຳມັນດິບໃນຕລາດໂລກດີດຕົວສູງຂື້ນຢ່າງບໍ່ມີຢຸດຢ່ອນຄືແນວນີ້ ບັນດານັກລົງທຶນໃ
ນຕລາດຮຸ້ນຈຶ່ງມີຄວາທຣະມັດຣະວັງ ເປັນສາເຫດເຮັດໃຫ້ການຊື້ຂາຍຮຸ້ນຕົກຕ່ຳລົງ

ທີ່ກຸງໂຕກຽວ ຊຶ່ງເປັນຕລາດຮຸ້ນທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງໂລກ ດັສນີ Nikkei
225 ຕົກລົງ ກວ່າ 2% ມາຢູ່ຣະດັບທີ່ຕ່ຳທີ່ສຸດນັບຕັ້ງແຕ່ວັນທີ 12 ພຶສພາທີ່ແລ້ວເປັນ
ຕົ້ນມາ ອັຕຣາເງິນເຟີ້ 1,5% ເມື່ອເດືອນພຶສພາ ຊຶ່ງເປັນອັຕຣາສູງທີ່ສຸດໃນຍີ່ປຸ່ນໃນ
ຮອບ 18 ປີ
ກໍເປັນສາເຫດໜຶ່ງປະ ກອບເຂົ້າເຮັດໃຫ້ດັສນີ Nikkei ຕົກຕ່ຳໃ

ສ່ວນດັສນີຕລາດຮຸ້ນອື່ນໃນຂົງເຂດເອເຊັຽ ສ່ວນໃຫຍ່ກໍປັ່ນປ່ວນ ທີ່ໃຕ້ຫວັນຕົກລົງ
3,37%, ທີ່ ມະນີລາຕົກ 2,2%, ທີ່ເຊອູລ ຕົກ 1,93%, ທີ່ Sydney ຕົກ 1,32%, ທີ່
ຊຽງໄຮ້ກໍດິ່ງເຖິງ 4,4%, ດັສນີຫ້າງເສັງທີ່ຮ່ອງກົງ ດິ່ງ 1,78%, ກວາລາລອມເປີ ດິ່ງ
1,04%, ຢາກາຕາ ດິ່ງ 1,4% ແລະ ທີ່ ບາງກອກ ດິ່ງ 0,86%

ເມື່ອວານນີ້ ດັສນີ Dow Jones Industrial Average ຂອງຕລາດກຸງນິວຢອຣ໌ກກໍໄດ້
ຕົກຕ່ຳມາກ່ອນແລ້ວເຖິງກວ່າ 3% ເມື່ອຕອນປິດຕລາດ

ສ່ວນທີ່ຕລາດຮຸ້ນນະຄອນຫລວງປາຣີສ໌ ດັສນີ CAC 40 ກໍດິ່ງເຖິງ 2,43% ເຊົ້າ
ມື້ນີ້ ເປັນການຕົກ
ຕໍ່ຫລາຍທີ່ສຸດສຳລັບປີ 2008 ນີ້ ເປັນຜົນຂອງທິສດີໂດມີໂນ ທີ່ຕິດ
ແປດມາຈາກການຕົກຕ່ຳຂອງ
ຕລາດຮຸ້ນໃນເອ ແລະ ໃນສະຫະຣັດອະເມຣິກາ

 

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU