ຄົ້ນຫາຂໍ້ມູນ

/ languages

Choisir langue
 

ມະຫາອຳນາດໃດ ສຖາບັນໃດ ກໍຂາດປະສິດ ທິພາບ

ຕໍ່ໜ້າວິກີຕການ ຣາຄານ້ຳມັນແພງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 27/06/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 27/06/2008 15:24 TU

ດັສນີຕລາດຮຸ້ນໂລກດິ່ງພະສຸທາໄປຕາມໆກັນ ອັນເນື່ອງມາຈາກບັນດານັກລົງທຶນໃຊ້ຄວາມຣະມັດ
ຣະວັງເປັນພິເສດ ອັນເນື່ອງມາຈາກຣາຄານ້ຳມັນແພງ ອາຫານແພງ  ແລະ ອັຕຣາເງິນເຟີ້ (ພາບ:
Reuters)

ດັສນີຕລາດຮຸ້ນໂລກດິ່ງພະສຸທາໄປຕາມໆກັນ ອັນເນື່ອງມາຈາກບັນດານັກລົງທຶນໃຊ້ຄວາມຣະມັດ ຣະວັງເປັນພິເສດ ອັນເນື່ອງມາຈາກຣາຄານ້ຳມັນແພງ ອາຫານແພງ ແລະ ອັຕຣາເງິນເຟີ້ (ພາບ: Reuters)

ຕໍ່ໜ້າ ວິກິຕການຣາຄານ້ຳມັນແພງ ແລະ ອາຫານແພງ ສ້າງຄວາມເດືອດ
ຮ້ອນໄປທົ່ວໃນທຸກວັນນີ້ ເບີ່ງຄືວ່າມະຫາອຳນາດໃດ ທະນາຄານກາງໃດ ຫລື
ກຸ່ມຜລິດນ້ຳມັນໃດໆ ກໍຂາດປະສິດທິພາບ ບໍ່ສາາດຫາທາງແກ້ໄຂໄດ້

OPEP ເສື່ອມອິດທິພົນ
ຍົກຕົວຢ່າງໃຫ້ເຫັນງ່າຍໆກໍແມ່ນ ກຸ່ມປະເທດ OPEP ຊຶ່ງໃນອດີດທີ່ຜ່ານມານັ້ນ ຖືໄດ້
ວ່າເປັນກົກຊີ້ຕາຍປາຍຊີ້ເປັນກໍວ່າໄດ້ ໃນການກຳໜົດຣາຄານ້ຳມັນດິບໃນຕລາດໂລກ
າຍຄວາມວ່າຖ້າເພີ່ນຕັດສິນໃຈເພີ້ມປຣິມານການຜລິດ ຣາຄາກໍຈະລົດລົງ ຖ້າເພີ່ນລົດ
ການຜລິດຣາຄາກໍຈະສູງຂື້ນ

ແຕ່ຕົກມາເຖິງເວລານີ້ ເບີ່ງຄືວ່າອິດທິພົນ OPEP ໄດ້ເສື່ອມຖອຍລົງ ໂດຍເຮົາເຫັນ
ໄດ້ໃນວິກິຕການຄັ້ງນີ້ ການຕັດສິນໃຈໃດໆຂອງກຸ່ມບໍ່ມີຜົນເຮັດໃຫ້ຣາຄາລົດລົງແຕ່ປະ
ການໃດເລີຍ

ນອກຈາກນີ້ OPEP ຍັງຕ້ອງມາປະເຊີນໜ້າກັບປັນຫາທີ່ຂັດແຍ່ງກັນໄປໃນຕົວອີກ ເຊັ່ນ
ການເພີ້ມປຣິມານການຜລິດເພື່ອຕອບສນອງຄວາມຕ້ອງການທາງດ້ານອຸດສາຫະກັມຂອງ
ໂລກທີ່ຂຍາຍຕົວ ໂດຍສະເພາະໃນບັນດາກຸ່ມປະເທດອຸດສາຫະກັມເກີດໃໝ່ ພັດເປັນການ
ຂັດແຍ່ງກັບນະໂຍບາຍການລົດຜ່ອນອຸນຫະພູມຜິວໂລກ

ໃນຂນະທີ່ບັນດາກຸ່ມປະເທດຜູ້ຜລິດນ້ຳມັນລາຍໃຫຍ່ຂອງໂລກທີ່ບໍ່ໄດ້ເປັນສະມາຊິກຂອງ
OPEP ເຊັ່ນປະເທດຣັດເຊັຽເປັນຕົ້ນ ກໍສົ່ງສັນຍານທີ່ຂັດແຍ່ງກັບ OPEP ຢູ່ສເມີ

ເມື່ອຕົກເປັນຊີ້ນກາງຫີບ ຖືກໜີບຄືແນວນີ້ແລ້ວ ເບີ່ງຄືວ່າ OPEP ກໍພຍາຍາມດິ້ນລົນປັດ
ຄວາມຮັບຜິດຊອບອອກຈາກຕົນ ໂດຍເຫັນໄດ້ຈາກການອອກມາກ່າວຂອງ ທ່ານ Chakib
Khelil ປະທານຂອງກຸ່ມ ຕໍ່ໂທຣະທັດ France 24 ວ່າ ຣາຄາອາດດີດຕົວສູງຂື້ນຕື່ມອີກ
ເຖິງ 170 ດອລລາຣ໌ຕໍ່ບາຣິລກໍໄດ້ພາຍໃນຣະດູຮ້ອນນີ້ ແລະວ່າປັນຫາບໍ່ໄດ້ມາຈາກປຣິ
ມານການຜລິດແຕ່ຢ່າງໃດ ທັງນີ້ເພາະການຜລິດຂອງ OPEP 32 ລ້ານບາຣິລຕໍ່ວັນນັ້ນ
ພຽງພໍສາມາດຕອບສນອງຕໍ່ຄວາມຕ້ອງການຂອງ ຕລາດໂລກໄດ້

ເຮົາສັງເກດໄດ້ວ່າການສແດງທັສນະຂອງປະທານກຸ່ມ OPEP ປະການທີໜຶ່ງ ເປັນການ
ບອກປັດຄວາມຮັບຜິດຊອບ ແລະປະການທີສອງ ສແດງໃຫ້ເຫັນເຖິງອິດທິພົນທີ່ລົດລົງ ຄື
ບໍ່ສາມາດຄວບຄຸມຣາຄາໄດ້ຄືແຕ່ເກົ່າ

ໃຜຄືສາເຫດ?
ຖ້າເປັນເຊັ່ນນັ້ນ ແມ່ນຄວາມຜິດຂອງນັກປັ່ນຣາຄາເກງກຳໄລສ້າງສຖານະການໃນຕລາດ
ໂລກເຮັດໃຫ້ຣາຄາສູງຂື້ນໂດຍບໍ່ມີສາເຫດອັນແທ້ຈິງ ຫລືບໍ່ ?

ຖ້າອ້າງອີງຕາມທັສນະຂອງ ທ່ານ Jean-Claude Trichet ຜູ້ອຳນວຍການຊາວຝຣັ່ງ
ເສດຂອງທະນາຄານກາງເອີຣົບ (BCE) ແລ້ວ ການປັ່ນຣາຄາສແວງກຳໄລມີສ່ວນເຮັດ
ໃຫ້ຣາຄາສູງຂື້ນ ກໍຈິງຢູ່ ຫາກແຕ່ວ່າບໍ່ແມ່ນສາເຫດໃຫຍ່

ສາເຫດໃຫຍ່ມີສາມປະການຄື:

1. ຄວາມຕ້ອງການນ້ຳມັນໃນໂລກສູງຂື້ນ  (ຂໍ້ນີ້ຂັດແຍ່ງກັບທັສນະຂອງປະທານ OPEP)

2. ການຜລິດຂາດຄວາມແນ່ນອນ ໝາຍເຖິງສົງຄາມແລະໄພພິບັດທັມມະຊາດ ແລະ

3. ການແບ່ງສ່ວນການສັມປະທານຂຸດເຈາະນ້ຳມັນໃນໂລກ ທີ່ປ່ຽນແປງຢ່າງຂນານໃຫຍ່
ຂໍ້ນີ້ອາດໝາຍເຖິງການເຂົ້າສັມປະທານຂອງ ສປ ຈີນ ໃນທະວີບອາຟຣິກກາກໍໄດ້ ໂດຍ
ສະເພາະໃນປະເທດ Nigéria

250 ດອລລາຣ໌ ຕໍ່ບາຣິລ
ເມື່ອສຣຸບຄວາມແລ້ວ ໃຜເວົ້າໃຜລຳກໍມ່ວນກັນທັງນັ້ນ ໝາຍຄວາມວ່າທຸກຄົນມີເຫດຜົນ
ໜ້າເຊື່ອຖືກັນທັງນັ້ນ ຈຶ່ງທຳໃຫ້ພວກເຮົາສຣຸບໄດ້ວ່າສາເຫດທີ່ທຳໃຫ້ຣາຄານ້ຳມັນພຸ່ງສູງ
ຂື້ນປານຈຣວດຄືແນວນີ້ ແມ່ນມີສາຣະພັດປັນຫາ ທີ່ໃຜກໍບໍ່ສາມາດແກ້ໄຂໄດ້

ເຖິງຂນາດກັບວ່າ ທ່ານ Alexeï Miller ປະທານຜູ້ອຳນວຍການບໍຣິສັດຍັກໃຫຍ່ຂຸດເຈາະ
ນ້ຳມັນຂອງຣັດເຊັຽ ກໍເຖິງຂນາດຄາດຄະເນວ່າ ຣາຄາໜຶ່ງບາຣິລຕໍ່ 250 ດອລລາຣ໌ນັ້ນ
ບໍ່ແມ່ນສິ່ງທີ່ເປັນໄປບໍ່ໄດ້

ເງີນເຟີ້ຕິດຕາມມາ
ໃນເມື່ອຣາຄານ້ຳມັນແພງ ອັຕຣາເງິນເຟີ້ກໍສູງຂື້ນໃນໂລກ ຢູ່ຍີ່ປຸ່ນສູງຂື້ນເຖິງ 1,5% ເມື່ອ
ເດືອນພຶສພາທີ່ຜ່ານມາ ສູງທີ່ສຸດໃນຍີ່ປຸ່ນໃນຮອບ 18 ປີ ໃນຂນະທີ່ເງິນເຟີ້ໃນກຸ່ມປະ
ເທດສະຫະພາບເອີຣົບກໍສູງເຖິງ 3,7% ໃນຊ່ວງດຽວກັນ ໝາຍຄວາມວ່າເກີນຂີດແດງ
ທີ່ທະນາຄານກາງເອີຣົບກຳໜົດເອົາໄວ້ທີ່ 2%

ໃນຂນະທີ່ທະນາຄານກາງອະເມຣິກັນ (FED) ທີ່ມັກລົດອັຕຣາດອກເບັ້ຽແກ້ໄຂປັນຫາເສຖ
ກິດຟືດເຄືອງ ກໍຕັດສິນໃຈຮັກສາອັຕຣາດອກເບັ້ຽພື້ນຖານໃນຣະດັບເກົ່າ 2% ເມື່ອວັນພຸດ
ຜ່ານມາ ແລະເພື່ອເປັນການຕ້ານໄພເງີນເຟີ້ທະນາຄານກາງເອີຣົບກໍອາດຈະຂື້ນອັຕຣາ
ດອກເບັຽໃນຕົ້ນເດືອນກໍຣະກົດໜ້ານີ້ ຊຶ່ງຊ່ຽວຊານໃດໆກໍຄາດຄະເນກັນແນວນັ້ນ

ແນ່ນອນຈະເປັນການສ້າງຄວາມບໍ່ພໍໃຈຕື່ມອີກຕໍ່ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌
ຊາຣ໌ໂກຊີ ທີ່ຍາມໃດກໍຕຳນິຕິຕຽນທະນາຄານກາງເອີຣົບຕລອດມາ ທີ່ດຳເນີນນະໂຍບາຍ
ດອກເບັ້ຽສູງ ເປັນອຸປສັກຕໍ່ການຂຍາຍຕົວທາງດ້ານເສຖກິດ ເປັນອຸປສັກຕໍ່ການດຳເນີນ
ນະໂຍບາຍການປະຕິຮູບທີ່ເພີ່ນໄດ້ວາງອອກ ທີ່ຈະສຳເຣັດໄດ້ກໍຕໍ່ເມື່ອມີການຂຍາຍຕົວທາງ
ດ້ານເສຖກິດເປັນປັດໃຈອູ້ມຊູເທົ່ານັ້ນ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU