ຄົ້ນຫາຂໍ້ມູນ

/ languages

Choisir langue
 

ພິດສົງຈາກການ ລົ້ມລະລາຍຂອງ ທະນາຄານ "Lehman Brothers"

ດັຊນີຕລາດຮຸ້ນ ຍັງສືບຕໍ່ການ ຕົກຕໍ່າ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/09/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/09/2008 13:45 TU

ດັສນີຕລາດຮຸ້ນ ທັງໃນຢຸໂຣບ ແລະ ເອເຊັຽ ສືບຕໍ່ການຕົກຕໍ່າລຽນຕິດ ເປັນມື້ທີສອງໃນມື້ນີ້
(ອັງຄານ 16 ກັນຍາ) ຫລັງຈາກການປະກາດລົ້ມລະລາຍຂອງທະນາຄານການຄ້າອັນດັບ
ທີສີ່ຂອງສະຫະຣັດອະເມຣິກາ ຄືທະນາຄານ "Lehman Brothers" (ພາບ: Reuters)

ດັສນີຕລາດຮຸ້ນ ທັງໃນຢຸໂຣບ ແລະ ເອເຊັຽ ສືບຕໍ່ການຕົກຕໍ່າລຽນຕິດ ເປັນມື້ທີສອງໃນມື້ນີ້ (ອັງຄານ 16 ກັນຍາ) ຫລັງຈາກການປະກາດລົ້ມລະລາຍຂອງທະນາຄານການຄ້າອັນດັບ ທີສີ່ຂອງສະຫະຣັດອະເມຣິກາ ຄືທະນາຄານ "Lehman Brothers" (ພາບ: Reuters)

ການລົ້ມລະລາຍຂອງທະນາຄານການຄ້າອັນດັບທີສີ່ຂອງສະຫະຣັດອະເມຣິກາ
ຄືທະນາຄານ "Lehman Brothers" ທີ່ກໍ່ຕັ້ງໄດ້ 158 ປີມາແລ້ວ ແລະມີພະ
ນັກງານເຖິງ 27000 ຄົນນັ້ນ ຍັງປ່ອຍພິດສົງຕໍ່ໄປອີກ ບັນດາດັຊນີຕລາດຮຸ້ນ
ທັງໃນທະວີບເອເຊັຽແລະຢຸໂຣບ ສືບຕໍ່ການຕົກຕໍ່າຕໍ່ໄປເປັນວັນທີສອງລຽນຕິດ

ສືບຕໍ່ດິ່ງພະສຸທາ
ທີ່ຕລາດຮຸ້ນຂອງທະວີບຢຸໂຣບ ເມື່ອຕອນເປີດຕລາດເຊົ້າມື້ນີ້ (ອັງຄານ 16 ກັນຍາ) ທີ່
ກຸງລອນດອນ ດັຊນີ FTSE 100 ຕົກລົງ 1.44%, ດັຊນີ DAX 30 ທີ່ແຟຣງເຟີດ
ດິ່ງ 1.53%, ໃນຂນະທີ່ ດັຊນີ CAC 40 ຂອງຕລາດຮຸ້ນກຸງປາຣີສ ກໍດິ່ງ 1.29%
ແຕ່ທີ່ຕົກໜັກກວ່າໝູ່ກໍແມ່ນດັຊນີຕລາດຮຸ້ນຂອງກຸງມອສໂຄວ໌ ດິ່ງເຖິງກວ່າ 6%

ຢ່າງໃດກໍຕາມ ເມື່ອປຽບທຽບກັບເມື່ອວານນີ້ ການຕົກຕໍ່າຂອງບັນດາດັຊນີຕ່າງໆໃນ
ທະວີບຢຸໂຣບ ກໍຍັງນ້ອຍກວ່າເມື່ອວານນີ້ ຊຶ່ງໂດຍສເລັ່ຽ ທັງປາຣີສ ແລະ ລອນດອນ
ໄດ້ດິ່ງລົງປະມານ 4% ເມື່ອຕອນ ປິດຕລາດ

ສ່ວນຢູ່ທະວີບເອເຊັຽນັ້ນ  ເມື່ອຕອນປິດຕລາດໃນມື້ນີ້ ດັຊນີ Nikkei ຂອງຕລາດຮຸ້ນ
ກຸງໂຕກຽວ ກໍດິ່ງເຖິງເກືອບ 5% ຕົກຕໍ່າໜັກທີ່ສຸດໃນຮອບສາມປີທີ່ຜ່ານມາ ໃນຂນະ
ທີ່ດັຊນີ Hangseng ຂອງຮ່ອງກົງ ກໍດິ່ງ 5.9%, ທີ່ກຸງເຊອູລ ດິ່ງ 6.1% ແລະ ບາງ
ກອກ ດິ່ງ 2.8%

ຕໍ່ໄປອາດແມ່ນ "AIG"
ການປະກາດລົ້ມລະລາຍຂອງທະນາຄານ "Lehman Brothers" ເມື່ອວານນີ້ ເປັນ
ພຽງແຕ່ໜຶ່ງໃນຈຳນວນການລົ້ມລະລາຍຂອງທະນາຄານໃນສະຫະຣັດອະເມຣິກາ
ເທົ່ານັ້ນ ຊຶ່ງຈົນຮອດດຽວນີ້ນັບຈຳນວນບໍ່ຖ້ວນແລ້ວ ຕັ້ງແຕ່ເກີດວິກິຕການອະສັງຫາ
ຣິມະຊັບ "Subprime" ແຕ່ຕົ້ນປີ 2007 ເປັນຕົ້ນມາ

ໃນຕອນນີ້ ວົງການຕລາດການເງິນກໍກຳລັງຈ້ອງສາຍຕາໄປຍັງບໍຣິສັດປະກັນໄພອະ
ເມຣິກັນ "AIG" ທີ່ເຄີຍເປັນໝາຍເລກໜຶ່ງຂອງໂລກມາກ່ອນ ທັງນີ້ເພາະຮຸ້ນຂອງ
AIG ໄດ້ຕົກເຖິງ 31% ເມື່ອວັນສຸກທີ່ຜ່ານມາທີ່ Wall Street

ດຽວນີ້ AIG ກຳລັງແລ່ນເຕັ້ນຢ່າງຂນານໃຫຍ່ຊອກຫາທຶນມາເພີ້ມຈຳນວນ 30 ພັນ
ລ້ານດອລລາຣ໌ ເພື່ອຄໍ້າຊູໃຫ້ກິຈການຄົງຢູ່ ຖ້າຫາບໍ່ໄດ້ ກໍອາດຈະກາຍໄປເປັນຜູ້ປະ
ກາດລົ້ມລະລາຍອີກສຖາບັນໜຶ່ງ

ຈາກວິກິຕການທີ່ເກີດຂຶ້ນນີ້ ຈຶ່ງທຳໃຫ້ເກີດກະແສຂ່າວໜາຫູວ່າ ມີຄວາມເປັນໄປໄດ້
ຢ່າງສູງທີ່ທະນາຄານກາງຂອງສະຫະຣັດ ຄື "FEDRAL RESERVE" (FED)
ຈະລົດອັຕຣາດອກເບັ້ຽລົງໃນໂອກາດມໍ່ໆນີ້

ການຍື່ນມືແຊກແຊງຂອງບັນດາທະນາຄານກາງ
ທາງດ້ານທະນາຄານກາງຍີ່ປຸ່ນ ໃນມື້ນີ້ ກໍໄດ້ຕັດສິນໃຈທຸ້ມເງິນທຶນຈຳນວນເຖິງ 24
ພັນລ້ານດອລລາຣ໌ເຂົ້າໄປໃນວົງການຕລາດ ເພື່ອເປັນການປ້ອງກັນປາກົດການ
"ໂດມີໂນ" ທີ່ອາດສາມາດເກີດຂຶ້ນ ໄດ້

ໃນຂນະທີ່ທະນາຄານກາງຢຸໂຣບກໍປະກາດໃນມື້ນີ້ເຊັ່ນດຽວກັນວ່າຈະທຸ້ມຕື່ມອີກເທື່ອ
ໜຶ່ງ ແຕ່ບໍ່ໄດ້ບອກວ່າຈຳນວນເທົ່າໃດ ເມື່ອວານນີ້ທະນາຄານກາງຍຸໂຣບໄດ້ປະ
ກາດທຸ້ມມາແລ້ວຈຳນວນ 30 ພັນລ້ານຢູໂຣ

ໃນການໃຫ້ສັມພາດຕໍ່ບັນດາຜູ້ສື່ຂ່າວ ທ່ານນາງຄຣິສຕິນ ລາກ໊າກດ໌ (Christine
Lagarde) ຣມຕ ເສຖກິດແລະການເງິນຝຣັ່ງເສດ ກ່າວວ່າ ແນ່ນອນວິກິຕການຄັ້ງ
ນີ້ ຈະເຮັດໃຫ້ການກູ້ຢືມເງິນຍາກຂຶ້ນ ເພາະດອກເບັ້ຽຈະແພງໃນປະເທດຝຣັ່ງ
ເສດ
ແຕ່ທ່ານນາງກໍສແດງຄວາມໝັ້ນໃຈວ່າ ບັນດາທະນາຄານຝຣັ່ງເສດຍັງມີ
ຖານະແຂງແຮງດີ ເພາະສນັ້ນຈຶ່ງຈະໄດ້ຮັບພຽງຜົນກະທົບທີ່ມີຂອບເຂດຈຳກັດ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU