ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປວັດໂຕໜັງສືລາວ

ປວັດໂຕໜັງສືລາວມີມາເຫິງນານ

ໂດຍ  ໂສວົງ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/03/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/03/2007 à 08:27 TU

ບູຊາໜັງສືຜູກຮູບ: ໂສວົງ(ສງວນສິດ)

ບູຊາໜັງສືຜູກ
ຮູບ: ໂສວົງ(ສງວນສິດ)

ໂຕລາວທີ່ເຮົາໃຊ້ຢູ່ປັດຈຸບັນນີ້ກໍໄດ້
ແບບມາຈາກໂຕໜັງສືອື່ນອີກ ແລະ
ໂຕໜັງສືອື່ນດັ່ງກ່າວ ກໍມີຫລາຍດັ່ງ
ຈະຊີ້ແຈງຕໍ່ໄປ ນອກນັ້ນກໍຈະເວົ້າ
ເຖິງໂຕອັກສອນໃນອິນເດັຽບູຮານ
ໂຕໜັງສືຕ່າງດ້າວ : ໂຕໜັງສືລາວເດີມທີ່ໃຫ້ກຳເນີດໂຕລາວສມັຍດັ່ງທີ່ພວກເຮົາໃຊ້ກັນໃນປັດຈຸບັນນີ້ ແມ່ນເກີດກ່ອນໂຕຣາມຄຳແຫງຕາມສີລາເລີກເມືອງສຸໂຂໄຕ ການທີ່ເຮັດໃຫ້ເຊື່ອ ວ່າ ໂຕລາວເດີມເກີດກ່ອນໂຕຣາມຄຳແຫງນັ້ນ ກໍຍ້ອນເຫດຜົນວ່າ ທາງຫ້ອງ ການຄົ້ນຄວ້າກະຊວງວັທນະທັມລາວໄດ້ຄົ້ນພົບຢູ່ຫລວງພຣະບາງແຜ່ນຫີນສີລາ ເລີກບັນທຶກເປັນໂຕລາວເດີມດັ່ງກ່າວ ທີ່ວ່າມາກ່ອນໂຕຣາມຄຳແຫງນັ້ນ ກ່ຽວກັບ ໂຕລາວເດີມນີ້ ນັກຄົ້ນຄວ້າຝລັ່ງ Aumonier, Parmentier ກໍເຄີຍໄດ້ເວົ້າຜ່ານ ມາສມັຍເມືອງລາວຍັງເປັນເມືອງຂຶ້ນຂອງຝລັ່ງວ່າ ໂຕໜັງສືຣາມຄຳແຫງແມ່ນ ໂຕລາວເດີມເປັນຜູ້ໃຫ້ກຳເນີດ ໂຕລາວຂຍາຍງອກອອກໄປ ຖືກດັດແປງເປັນໂຕ ໜັງສືໄຕດຳ ໄຕດ່ອນ(ໄຕຂາວ)ໃນຕົ້ນສັຕວັດທີ 20

ໄດ້ເວົ້າແລ້ວວ່າ ໂຕລາວເດີມມີກຳເນີດຈາກໂຕໜັງສືຊາດອື່ນ ຄື ໂຕພາມມິ ໃນ ອິນເດັຽບູຮານສມັຍພຣະເຈົ້າອະໂສກ ເມື່ອ ກ.ສ(ຄ.ສ) 157 ສ່ວນໂຕພາມມິນີ້ ກໍແຜງມາຈາກໂຕເຟນີຊຽນ ໂຕເຟນີຊຽນກໍຍັງໃຫ້ກຳເນີດອັກສອນກເຣັກບູຮານ ອີກດ້ວຍ ອັກສອນຄະຣິນ ໃນອິນເດັຽບູຮານພາກໃຕ້ ແລະອັກສອນເທວະນາຄະ ຣີ ໃນອິນເດັຽບູຮານພາກເໜືອກໍແຜງມາຈາກເຟນີຂຽນດັ່ງກ່າວ ເທວະນາຄະຣີ ໃຊ້ຂຽນຄຳພາສາສັນສະກິດ ໂຕຢ່າງຊາວຕີເບປັດຈຸບັນກໍຍັງພາກັນໃຊ້ໂຕໜັງສື ເທວະນາຄະຣີ ລາງເທື່ອກໍເອີ້ນກັນວ່າ ໂຕສັນສະກຣິດ ໃນອິນເດັຽບູຮານນັ້ນ ຊົນຊັ້ນວັນນະຕ່ຳບໍ່ມີສິດໃດໆຈະຮຽນສັນສະກິດ ເພາະຮັກສາໄວ້ສະເພາະວັນນະ ສູງເຊິ່ງໄດ້ແກ່ ພາມ ແລະ ກະສັດ ຖ້າວັນນະອື່ນລັກຮຽນສັນສະກິດ ກໍຈະຖືກ ຕັດລີ້ນ ອິນເດັຽບູຮານມີສີ່ວັນນະ ຄື ພາມ ກະສັດ ແພທຍະ ຈັນທານ(ສູດ)

ກັບມາກ່າວເຖິງອັກສອນຄະຣິນທີ່ໃຫ້ກຳເນີດອັກສອນຂອມເດີມ ແລະໂຕມອນເດີມ ອັກສອນຂອມເດີມນັ້ນມີສອງແບບ ຄື ໂຕຫລ່ຽມ (ຖືກປະດິດຕາມໂຕຄະຣິນເມື່ອປີ ກ.ສ. 657) ແລະໂຕມົນ ສ່ວນໂຕຂອມຫລ່ຽມກໍແຕກອອກເປັນຮູບຕ່າງໆອີກເຊັ່ນ ໂຕຂເມນ ໂຕມົນຖືກດັດແປງອອກເປັນໂຕມອນ ທີ່ມຽນມານຳມາໃຊ້ຮອດດຽວນີ້ ໂຕລາວເດີມດັດແປງຈາກໂຕມອນກ່ອນຣາມຄຳແຫງດັ່ງກ່າວຜ່ານມາ ນອກນັ້ນອີກ ທາງລາວກໍຍັງນຳເອົາໂຕມອນເດີມມາໃຊ້ບັນທຶກພຣະທັມຄຳສັ່ງສອນຂອງພຣະພຸດ ເຊິ່ງເຮົາໃຊ້ຢູ່ຮອດປັດຈຸບັນ ປາກົດວ່າ ຣາມຄຳແຫງໄດ້ຈາກລາວເດີມ ແລ້ວທາງ ຝ່າຍໄທຍກໍເອົາໄປຈາກຣາມຄຳແຫງ

ກັບມາເວົ້າເຖິງໂຕມອນເດີມ ກໍຍັງໃຫ້ເກີດງອກແກ່ ໂຕມຽນມາ (ພະມາ)ອີກດ້ວຍ ນອກນີ້ຍັງມີ ໂຕງ້ຽວ/ໄຕຊານ ໂຕທັມລາວ ສ່ວນໂຕທັມລາວກໍກາຍເປັນໂຕໜັງສື ທີ່ໃຊ້ບັນທຶກພຣະທັມຄຳສັ່ງສອນຂອງພຣະພຸທເຈົ້າຈົນເຖິງດຽວນີ້ ຊົນຊາດຕະກຸນ ລາວທີ່ນຳໃຊ້ໂຕທັມກໍມີ ລາວລື້ເມືອງສິງ ໄຕລື້ສິບສອງພັນນາໃນຈີນ ໄຕລື້ໃນຣັດ ຊານ/ປະເທດມຽນມາ ຊາວອິສານ ແລະຊາວເໜືອໃນໄທຍ ໄຕລາວໃນກຳພູເຈັຽ

ພາສາລາວເປັນພາສາຄຳພຍາງດຽວ (monosyllable) ໝາຍວ່າ ເອົາຄຳສັບ ແຕ່ລະຄຳມາຕໍ່ກັນໄປໃຫ້ເປັນປໂຍກ ເຊັ່ນວ່າ ກາກິນກ້ວຍກັດກິນກົ້ນກ່ອນ ໃນ ປໂຍກນີ້ ມີແຕ່ຄຳລາວສົດ ບໍ່ມີປົນຄຳບາລີສັນສະກິດແຕ່ຢ່າງໃດ ໂຕຢ່າງອີກວ່າ ເຮົາໄປເຮັດວຽກເຮັດການ ເພື່ອມີຢູ່ມີກິນ ໃນປໂຍກນີ້ ມີຄຳບາລີປົນຢູ່ ຄືຄຳວ່າ ການ ນອກນັ້ນ ແມ່ນຄຳລາວແທ້

ຄຳບາລີ/ສັນສະກິດແຜ່ເຂົ້າລາວເມື່ອກາງສັຕວັດທີ່ 13 ໃນຕອນຕົ້ນນັ້ນ ເພິ່ນນຳ ໃຊ້ໂຕທັມບັນທຶກພາສາບາລີເຊິ່ງເປັນບົດສູດທັມຕ່າງໆ ໂດຍຈານລົງໃສ່ໃບລານ ເປັນຫຍັງຈິ່ງເອົາໂຕທັມເປັນຫລັກໃນການສຶກສາພຸທສາສນາ ຍ້ອນວ່າ ໄທລາວ ເຂົ້າມາມີອິດທິພົນກວມຊົນຊາດມອນທີ່ເສື່ອມໂຊມລົງ ກ່ອນການມາຂອງຊົນຊາດ ລາວໃນແຫລມອິນໂດຈີນ ພວກມອນກໍມີຄວາມຈເລີນຫລາຍດ້ານ ເຊັ່ນ ສິລປະ ວັທນະທັມ ການສຶກສາ ການຄ້າ ແລະ ອື່ນໆ

ການທີ່ພວກມອນເສື່ອມໂຊມລົງນັ້ນ ກໍຍ້ອນວ່າ ຊົນຊາດອື່ນເຂົ້າໄປມີອິດທິພົນ ພາຍໃນດິແດນມອນ ເຊັ່ນເກີດເສິກກັບພວກຂອມ ພວກອ້າຍລາວຈຸຕ່າງໆ ທີ່ ພາກັນໜີສະພາບໜີບເຕັງຈາກຊາດທີ່ເຂັ້ມແຂງກວ່າໃນເວລາອາສັຍດິນແດນທີ່ ກາຍເປັນຈີນປັດຈຸບັນ ກໍຖອຍລົງໄປທາງໃຕ້ເລື້ອຍໆ ຂົງເຂດແຫລມອິນໂດຈີນ ເປັນຫລາຍຊຸດຫລາຍສມັຍຕໍ່ເນື່ອງກັນ ນັບຈາກສົງຄາມໃຫຍ່ເກີດຂຶ້ນກັບຣາຊວົງ ສິນ (ປີ 220 – 206 ກ່ອນ ກ.ສ.) ຄືຜ່ານມາກວ່າ 2200 ປີແລ້ວ (ສມັຍ ຈິນ ຊີຮ່ວງຕິ ທີ່ທາງປວັດສາດລາວນິຍົມເອີ້ນວ່າ ພຣະເຈົ້າຊິນຊີຮ່ອງເຕ້

ຈາກປາກເປົ່າໄປສູ່ໂຕໜັງສືລາວ :
ບັດນີ້ ກັບມາກ່າວເຖິງໂຕໜັງສືລາວກ່ຽວກັບ ວິທີຂຽນ ພາສາເວົ້າ ພາສາຂຽນ ພາສາຂຽນນີ້ມີກຳເນີດຂຶ້ນຈາກການສລັກໃສ່ແຜ່ນຫີນເປັນສີລາເລີກ ຕໍ່ມາກໍກ້າວ ໜ້າຂຶ້ນໂດຍມີການຈານໃບລານທີ່ເກີດຈາກສາສນາພຸດລາວສຳລັບໃບລານລາວ ແຕ່ກ່ອນນັ້ນ ມີແຕ່ປາກເປົ່າເລົ່າສືບຕໍ່ກັນມາ ເປັນນິທານ ປວັດສາດຕ່າງໆເຊິ່ງ ກ່ຽວພັນກັບຄວາມເປັນລາວໃນນັ້ນກໍມີທັງຊົນເຜົ່າອື່ນໆ ເຊັ່ນ ພື້ນຂຸນບູລົມ ໂດຍ ໄດ້ກ່າວເຖິງໝາກນ້ຳເຕົ້າປຸງ ຢູ່ໃນນີ້ມີຫລາຍເຜົ່າພັນອາສັຍຢູ່ຮ່ວມກັນ...ຍັງມີພື້ນ ພື້ນໜອງແສ ຫລື ໜອງກະແສແສນຍ່ານ ດັ່ງນີ້ເປັນຕົ້ນ

ວົງການຄຣູບາອາຈານໃນວັດ ຫລື ສ່ວນທີ່ລາສິກອອກໄປເປັນ ຊຽງ ທິດ ຈານ ໄດ້ພາກັນບັນທຶກພາສາປາກເປົ່ານັ້ນເຂົ້າໃສ່ໃບລານ ກ່າຍສືບທອດຕໍ່ໆກັນມາບໍ່ ໄດ້ຂາດໄລຍະສມັຍໃຫ້ເປັນທັມມະທານ ຖືກັນວ່າ ໃຜສ້າງໃບລານຂຶ້ນມາ ສ້າງ ພຣະໄຕປິດົກ ກໍຈະໄດ້ບຸນມະຫາສານ ເມື່ອກ່າຍແລ້ວ ຍັງຕ້ອງຈັດພິທິສລອງ ຂຶ້ນອີກ ເພື່ອມອບເຄນຜົນງານນັ້ນໃຫ້ສົງ ເປັນຂອງສ່ວນລວມໃນບ້ານນຶ່ງໆ

ເພິ່ນຖືໜັງສືຜູກໃບລານເປັນຂອງສັກສິດຕລອດມາຈະເກັບມ້ຽນໄວ້ບ່ອນຕ່ຳບໍ່ໄດ້ ຕ້ອງຢອງໃສ່ຂັນໄມ້ຈັນ ຫລື ຂັນເງິນ ແມ່ນໂຕໜັງສືທັມນັ້ນລະເປັນຂອງສັກ ສິດສັກກາຣະບູຊາ ເພິ່ນຍັງຂຽນຄາຖາໂຕທັມຕິດໃສ່ຝາເຮືອນ ປະຕູເຮືອນ ຫລື ໃສ່ສະຖານທີ່ອື່ນໆເພື່ອໃຫ້ຜີຢ້ານ ປາບຜີດັ່ງນີ້ເປັນຕົ້ນ ແຕ່ຕົກມາສມັຍນີ້ ໜ້າ ເສັຽດາຍທີ່ຄວາມນິຍົມດັ່ງກ່າວດັບໄປໝົດແລ້ວ ຖ້າວ່າ ຍັງນິຍົມກັນຢູ່ປັດຈຸບັນ ກໍອາດກາຍເປັນທຸຣະກິດນຶ່ງປະຈຳບຸກຄົນກໍເປັນໄດ້ ດັ່ງດຽວກັບຊາວຈີນຍັງໃຊ້ ຂຽນໂຕຈີນປາບຜີຢູ່ໃນເວລານີ້ ແລ້ວໃຊ້ເປັນອາຊີບຊ້ຳໃນເສຖກິດຕລາດ

ໄວຍາກອນລາວ

ໄວຍາກອນລາວປັດຈຸບັນກໍມີກຳເນີດຈາກໄວຍາກອນບາລີ ໂດຍດັດແປງໃຫ້ເຂົ້າ ກັບລັກສນະຂອງພາສາລາວ ໃນຕອນຕົ້ນນັ້ນ ເພິ່ນພາຂຽນເປັນໂຕທັມລ້ວນໆ ແລ້ວຈິ່ງຕິດນິດສັຍສະກົດຄຳຕາມເຄົ້າ ຈົນຮອດ 1949 ຈິ່ງມີການປະຕິຮູບໂດຍ ໃຊ້ການຂຽນແບບຕາມຫລັກແມ່ອັກຂຣະ ເອີ້ນວ່າ ອັກຂຣະວິທີ ແລະໃຊ້ຢ່າງເປັນ ທາງການຈົນເຖິງປີ 1975 ຈິ່ງມີຫລັກການໃໝ່ເຂົ້າມາແທນ ຄື ສະກົກຕາມສຽງ ປາກເວົ້າ ໝາຍຄວາມວ່າ ອອກສຽງແນວໃດກໍຂຽນແນວນັ້ນ ໂດຍຕັດໂຕສະກົດ ພິເສດກາງຄຳ ຕັດພຍັນຊນະນຳ ຕັດພຍັນຊນະຄວບອອກຖິ້ມ ຕັດໂຕ ຣ ເພາະເຫັນວ່າ ຍາກໂພດສຳລັບຜູ້ຄົນທົ່ວໆໄປ...

ສ່ວນທີກ່ຽວກັບວິທີສະກົດຕາມເຄົ້ານັ້ນ ກໍພໍໃຫ້ໂຕຢ່າງດັ່ງນີ້ ເຊັ່ນ ເວັຽງຈັນທນ໌ ນອກນັ້ນ ກໍຍັງມີໃຊ້ ໂຕເຟື້ອງ ຄື ດ ເຟື້ອງ ບ ເຟື້ອງ ຕໍ່ມາໂຕອັກສອນກໍໄດ້ ຮັບການພັທນາຕື່ມເລື້ອຍໆ ແລ້ວກໍມີການຕັດພຍັນຊນະອອກສ່ວນທີ່ບໍ່ອອກສຽງ ນັ້ນ ຄຳວ່າ ເວັຽງຈັນທນ໌ ຈິ່ງຂຽນເປັນ ວຽງຈັນ ນັບແຕ່ປີ 1949 ເປັນຕົ້ນມາ ສ່ວນໂຕເຟື້ອງນັ້ນ ກໍບໍ່ໃຊ້ອີກຕໍ່ໄປ ນອກຈາກ ຍ ເຟື້ອງ ຽ ຣັກສາໄວ້ເປັນ ໂຕສຣະ ຫລືໄວ້ປະກອບກັບສຣະອື່ນໆໃຫ້ອອກເປັນ ສຣະ ນຶ່ງອີກ ເຊັ່ນ ເປັຽ ແຕ່ ສປປລາວໃຊ້ປະຕິຮູບເປັນ ເxຍ ໂຕຢ່າງຄຳວ່າ ເສັຽຊີວິດ (ກ່ອນ 1975) ແຕ່ດຽວນີ້ກໍຂຽນວ່າ ເສຍຊີວິດ...

ການສະກົດຄຳລາວໃນທົ່ວໂລກປັດຈຸບັນບໍ່ເປັນເອກພາບກັນ ຈິ່ງເກີດມີການ ສະກົດຄຳຫລາຍວາດແບບ ເຊັ່ນ ວຽງຈັນທນ໌ ວຽງຈັນ ຣາຊການ ຣາຊກາຣ ລາດຊະການ ຊີວິດ ຊີວິຕ ຄຸນພາບ ຄຸນນະພາບ ຄຸນພາພ ສິນທັມ ສິລທັມ ເມື່ອສລູບແລ້ວ ມີການແຂ່ງກັນຢູ່ສອງແບບໃຫຍ່ໆຄື ແບບຢູ່ ສປປລາວ ເປັນ ທາງການແຕ່ປີ 1975 ແບບສະພາບັນດິດເກົ່າ ເປັນທາງການຈາກປີ 1949 ຫາທ້າຍປີ 1975

ສຳລັບຫລັກຂອງສະພາບັນດິດເກົ່ານັ້ນ ມີ ສະກົດທັມມະດາທ້າຍພຍາງ 8 ໂຕ ສະກົດພິເສດກາງຄຳ 12 ໂຕ ຢູ່ ສປປ ລາວ ພຍັນຊນະນຳ ຄວບ ໂຕ ຣ ແລະໂຕສະກົດພິເສດຖືກຕັດຖິ້ມ ອາດມາໃນເຫດຜົນວ່າ ຄົນລາວບໍ່ຫັນລີ້ນ ມາ ກ່າວເຖິງວິທີຂຽນໂດຍຫຍໍ້ ຄື ສະກົດທັມມະດາ ສະກົດພິເສດ ພຍັນຊນະນຳ ພຍັນຊນະຄວບໃຊ້ແນວໃດ

ສະກົດທັມມະດາໃຊ້ຢູ່ທ້າຍພຍາງມີ 8 ໂຕ : ກ ງ ຍ ດ ນ ມ ບ ວ ໂຕຢ່າງ ຊາກ ສັງ ໝາຍ ຊາດ ວານ ຢາມ ດາບ ລາວ ສະກົດພິເສດກາງຄຳ ມີສອງໜ້າທີ່ ຄື ເປັນພຍັນຊນະສະກົດທ້າຍພຍາງ ແລະ ເປັນພຍັນຊນະຕົ້ນພຍາງ ໂຕສະກົດພິເສດມີ : ຂ ຄ ແທນ ກ : ສຸຂພາບ ອ່ານວ່າ ສຸກຂະພາບ ( ແທນ ກ ເປັນສະກົດ ທ້າຍພຍາງ ສຸ ແລະ ເປັນພຍັນຊນະຕົ້ນພຍາງ ຂະ) ອັຄນີ (ອ່ານ ອັກຄະນີ) ຈ ສ ຊ ຕ ຖ ທ ແທນ ດ : ສຸຈຣິດ(ສຸດຈະຣິດ) ສາສນາ (ສາດສະໜາ) ຣັຊການ (ຣັດຊະການ) ອັຕໂນມັດ (ອັດຕະໂນມັດ) ຣັຖບານ (ຣັດຖະບານ) ວັທນາ (ວັດທະນາ) ປ ພ ແທນ ບ ເຊັ່ນ ບາປກັມ (ອ່ານວ່າ ບາບປະກັມ) ບັພຊາ (ອ່ານວ່າ ບັບພະຊາ) ຣ ລ ແທນ ນ : ພັຣຍາ (ພັນຣະຍາ/ ພະຣິຍາ) ກັລຍາ (ກັນລະຍາ).... ພຍັນຊນະນຳ ໄດ້ແກ່ພຍັນຊນະທີ່ຢູ່ຕາມຫລັງພຍັນຊນະຕົ້ນພຍາງໂດຍບໍ່ໃສ່ ຮູບສຣະ xະ ຂັ້ນແຕ່ຢ່າງໃດ ໂຕທີ່ນຳໄດ້ມີ ງ ຍ ນ ມ ຣ ລ ວ ນອກນີ້ ບໍ່ ແມ່ນໂຕນຳ ໂຕຢ່າງ ຊນະ ສງ່າ ພຍາຍາມ ສເມີ ສລະຊີບ ບໍ່ຂຽນວ່າ ຊະນະ ສະງ່າ ພະຍາຍາມ ສະເມີ... ຄຳທີ່ບໍ່ມີພຍັນຊນະນຳ ໂຕຢ່າງ ປະຊາ ບໍ່ຂຽນ ປຊາ ບໍ່ຂຽນ ສຫະປຊາຊາດ ແຕ່ຂຽນວ່າ ສະຫະປະຊາຊາດ ເພາະວ່າ ໂຕ ຫ ຊ ບໍ່ແມ່ນພຍັນຊນະນຳ ຈິ່ງຕ້ອງໃສ່ ສຣະ xະ ຂັ້ນໄວ້... ພຍັນຊນະຄວບ ໄດ້ແກ່ ມີການອອກສຽງດຽວ ສຽງຄວບ ສ່ວນຫລາຍແມ່ນໂຕ ຣ ລ ວ ມັກຢູ່ຕາມຫລັງ ຈິ່ງອອກສຽງຄວບໄດ້ ເຊັ່ນ ຄຣູ (ຄູ ໃນປັດຈຸບັນ) ຄຣີ ບຣັອງ (ຄຳພາສາຝລັ່ງ brun) ຟຣີ ຄວາຍ ຂົນຂວາຍ...   

ວັທນະທັມ

ຍີ່ປຸ່ນ / ນະໂຍບາຍທົ່ວໄປ

ນາຍົກ ຍີ່ປຸ່ນ ທ່ານ ຢູກິໂອະ ຮາໂຕ
ຢ່າມ່າ ທີ່ ສພາແຫ່ງຊາດ ໃນມື້ນີ້
ຣ /ຣຕ

ຍີ່ປຸ່ນ ມີເຈຕນາ ພົວພັນ ແບບຖາວອນ ກັບ ອາຊີ

ຍີ່ປຸ່ນ ຕ້ອງ ເພີ່ມການ ພົວພັນ ຊອກ ຫາ ການຮ່ວມມື ກັບເຂດ ອາຊີ ໃຫ້ ມັນ ດຳເນີນ ໄປ ຢ່າງຖາວອນ

29/01/2010 10:53 TU

ປາກິສຖານ - ສານສູງສຸດ

ກອງກຳລັງທະຫານ ພົບພໍ້ ກັບພັຍ ກໍ່ການຮ້າຍ ຢ່າງລຽນຕິດ (reuters)

ລົບລ້າງ ກົດໝາຍ ນິຣະໂທດກັມ ທີ່ປ້ອງກັນ ປະທານປະເທດ

ສານສູງສຸດ ປາກິສຖານ ໄດ້ລົບລ້າງ ດຳຣັດ ການສ້າງ ຄວາມປອງດອງຊາດ ນິຣະໂທດກັມ ບຸກຄົນສຳຄັນ Phivilay

17/12/2009 12:24 TU

ກັມປູເຈັຍ - ໄທ

ຈັບອາວຸດເຖື່ອນ ໃນຂນະທີ່ ທ່ານທັກສິນ ເດີນທາງ ຮອດພນົມເປັນ

ທາງການຂອງ ປະເທດໄທ ວ່າໄດ້ຈັບ ອາວຸດເຖື່ອນ ໄດ້ 35ໂຕນ ທີ່ຂົນ ມາແຕ່ ປະເທດ ສປປ ເກົາຫລີ Phivilay

13/12/2009 14:36 TU

ເມືອງໂກເປີນຫາກ - ສຸດຢອດ ສະພາວະອາກາດ

ປະຊຸມໂລກ ຢູ່ພາຍໃຕ້ ຄວາມກົດດັນ ຂອງນັກເຄື່ອນໄຫວປະທ້ວງ

ນັກເຄື່ອນໄຫວ ປະທ້ວງ ຫລາຍໝື່ນຄົນ ທະຢອຍ ນັດກັນໄປ ຊຸມນຸມ ໃນທຸກມຸມແຈຖນົນ Phivilay

12/12/2009 14:24 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ເລີ້ມເຂົ້າ ພາກເຈຣະຈາ ດ້ານເຕັກນິກ ຢ່າງສົນລະວົນ

ຈະມີພິທີ ລົດຜ່ອນ ອາຍພິດ ອົບເອົ້າ ຈັ່ງໃດ ແມ່ນປະເທດໃດ ຈະປະຕິບັດ ແບບໃດ ຈະແບ່ງສ່ວນໂກຕ້າ ກັນຈັ່ງໃດ

09/12/2009 11:17 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ໃຫ້ ປະຊາຄົມໂລກ ຮ່ວມມືກັນ ຮັບຜິດຊອບ

ອອກງົປມານຮ່ວມກັນ ລົດຜ່ອນອາຍພິດຮ່ວມກັນ ຕາມສັດສ່ວນ ອຸດສະຫະກັມທີ່ມີຢູ່ ອັນນີ້ແມ່ນຈຸດເດັ່ນສຳຄັນ

08/12/2009 13:04 TU

ອາກາດອົບເອົ້າ- ເມືອງໂກເປີນຫາກ

ສຸດຢອດ ຢູ່ໂກເປີນຫາກ: ສອງອາທິດ ເພື່ອແກ້ໄຂ ບັນຫາອາຍພິດ

ບໍ່ຕ່ຳກວ່າ 192 ປະເທດ ສົ່ງຜູ່ຕາງໜ້າ ໄປຮ່ວມປະຊຸມ ຂັ້ນໂລກ ຈັກກະວານ ວາງມາດຕາການ ລົດຜ່ອນ ຄວາມອົບເອົ້າ

07/12/2009 12:35 TU

ອະເມຣິກາ - ສົ່ງເສີມ ແຮງງານ

ທ່ານໂອບາມາ ຊຸກຢູ້ ໃຫ້ນັກລົງທຶນ ສົ່ງເສີມແຮງງານ

ທ່ານໂອບາມາ, ປະທານາທິບໍດີ ອະເມຣິກັນ, ຈັດຮ່ວມ ປະຊຸມສຸດຢອດ ແຫ່ງຊາດ ຢູ່ທຳນຽມຂາວ ສົ່ງເສີມແຮງງານ

04/12/2009 11:46 TU

ຝຣັ່ງ - ຍິປຸນ

ຣົດຍົນເປີໂຊຝຣັ່ງ ຈະຮ່ວມທືນ ກັບ ມິດຊຸຍບິດຊີຍິປຸ່ນ

ເປແອສອາ ເປີໂຊ ຊີໂຕຣແອນ ຂອງຝຣັ່ງ ຈະຮວມມື "ແບບ ຄູ່ຂາທາງດ້ານ ຢຸດທະສາດ" ກັບ ບໍຣິສັດ ມິດຊຸຍບິດຊີ ຂອງຍິປຸ່ນ

03/12/2009 11:27 TU

ອີຣານ - ນິວຄະເລັຍ

ທ່ານມັດມຸດ ອັດມາດິນເນຊັດ, ປະທານອີຣານ

ປະທານອີຣານ ທ້າທາຍ ຊາວໂລກ ເທື່ອໃໝ່

ທ່ານມັດມຸດ ອັດມາດິນເນຊັດ ຢັ້ງຢືນວ່າ ໄດ້ອະນຸຢາດ ໃຫ້ເລີ້ມ ບຸກເບີກ ກໍ່ສ້າງ ສູນກາງ ກັ່ນທາດພລັງງານ ນິວຄະເລີຍ ຕື່ມອີກ ສີບແຫ່ງ

02/12/2009 11:18 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU