ໂດຍ ໂສວົງ
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/04/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/04/2007 06:53 TU
ໂດຍ ໂສວົງ
ປະຕິທິນພື້ນເມືອງອີງໃສ່ການໂຄຈອນຂອງດວງເດືອນເປັນສ່ວນໃຫຍ່ ແຕ່ກໍຍັງອາສັຍ ດວງຕາເວັນຢູ່ຄືກັນ ເພາະວ່າ ໄຕລາວໃນສມັຍບູຮານນັ້ນບໍ່ມີໜ່ວຍໂມງຄືຊູ່ມື້ນີ້ ຈິ່ງ ຕ້ອງເບິ່ງຕາເວັນ ເອີ້ນວ່າ ຕາເວັນຂຶ້ນ/ຕາເວັນຕົກ ແລ້ວເພິ່ນຄາດຄະເນເອົາຕາມການ ເດີນຂອງຕາເວັນ ໂດຍຖືເອົາຈຸດໃດຈຸດນຶ່ງຕາມໜ້າດິນ ເຊັ່ນກົກໃມ້ໃຫຍ່ ຫຼື ເງົາເຮືອນ ແລະໃນແຕ່ລະບ້ານກໍຖືແນວນັ້ນ ດວງຕາເວັນໃນປະເທດຮ້ອນບໍ່ຄ່ອຍຍ້າຍຈຸດຫຼາຍທໍ່ ໃດ ປຽບໃສ່ປະເທດໜາວ ເພາະເຮົາເຫັນຕາເວັນຄືປາກົດວ່າ ເດີນຕາມເສັ້ນວິຖີເກົ່າຂອງ ມັນເລື້ອຍໆ ປາກົດວ່າ ຕົກຈຸດເກົ່າ ຂຶ້ນຈຸດເກົ່າເລື້ອຍໆນັ້ນເອງປະຕິທິນພື້ນເມືອງລາວ ເອີ້ນວ່າ ປະຕິທິນຈັນທະຄະຕິກາ(ອາສັຍການໂຄຈອນຂອງ
ເດືອນເປັນຫຼັກ) ໝາຍເຖິງປະຕິທິນທີ່ບໍ່ມີ ວັນທີ່ ແບບສາກົນ ມີແຕ່ ຂ້າງຂຶ້ນກັບຂ້າງ
ແຮມທໍ່ນັ້ນ ໂຕຢ່າງທີ່ເຫັນຢູ່ຂ້າງເທິງນີ້ ແມ່ນປະຕິທິນພື້ນເມືອງປະສົມສາກົນໂດຍທຽບ
ໃສ່ປະຕິທິນສຸລິຍະຄະຕິການ (ອາສັຍຕາເວັນເປັນຫຼັກ)
ກ່ຽວກັບປະຕິທິນພື້ນເມືອງນັ້ນ ຕາມທັມມະດາ ຈຳນວນມື້ໃນນຶ່ງເດືອນມີ 29-30 ມື້ຄື ຂ້າງຂຶ້ນ 15 ມື້ ແລະຂ້າງແຮມ 14 ມື້ (ສຳລັບເດືອນຄີກ 29 ມື້ ເຊັ່ນ ເດືອນ 1 3 5 7
9 11) ສ່ວນເດືອນຄູ່ນັ້ນ ນຶ່ງເດືອນມີ 30 ມື້ (ຂ້າງຂຶ້ນ 15 ມື້ ຂ້າງແຮມ 15 ມື້ / ເດືອນ
ຄູ່ມີ 2 4 6 8 10 12) ແຕ່ທຸກໆ 3-4 ປີ ເພິ່ນຕື່ມ 1 ມື້ ໃສ່ເດືອນ 7 ເພື່ອໃຫ້ໄດ້ 30 ມື້ ເອີ້ນວ່າ ປີ ອະທິກະສຸຣະທິນ (ຂ້າງແຮມມີ 15 ມື້ ແລະຂ້າງຂຶ້ນ ກໍມີ 15 ມື້ ເປັນ 30 ມື້) ກໍເພື່ອໃຫ້ປີນັ້ນມີ 365 ມື້ແລະທຸກໆ 3-4 ປີ ເພິ່ນຍັງຕື່ມ 1 ເດືອນ ໃສ່ ເດືອນ 8
ເອີ້ນວ່າ ແປດສອງຫົນ ເປັນປີ ອະທິກະມາດ ...
ສ່ວນທີ່ກ່ຽວກັບວິທີເຮັດປະຕິທິນນັ້ນ ກໍບໍ່ຈຳເປັນນຳມາກ່າວໃນນີ້ ເພາະ ມີການຄຳ
ນວນຄິດໄລ່ ເປັນໂຕເລກຈຳນວນຫຼາຍ ຕາມສູດຂອງໂຫຣາສາດລາວ ເຊັ່ນວ່າ ຕ້ອງ
ເກນຫາວັນສັງຂານຂຶ້ນປີໃໝ່ ວ່າ ຈະຕົກຖືກຂ້າງໃດ ແຮມ ຫຼື ຂຶ້ນ ແລ້ວນາງສັງຂານ
ເດ ຊື່ວ່າແນວໃດ ໃນແຕ່ລະປີຈະມາ...ນາງສັງຂານເຈັດນາງກໍມີຊື່ຕ່າງກັນ
ໃນສມັຍກ່ອນນັ້ນເມື່ອປະຕິທິນສາກົນຍັງບໍ່ທັນເຂົ້າໄປມີອິດທິພົນໃນລາວ ເພິ່ນກໍເກນ
ຫາມື້ດີມື້ຮ້າຍ ປີດີປີຮ້າຍ ຄື ໂລກາວິນາດ ເກນຫາຫ່າຝົນ ວ່າ ປີຈະມາ ຊິເປັນແນວ
ໃດ ຊິດີຫຼືບໍ່ດ້ານການປູກຝັງ ດ້ານອຸຕຸນິຍົມ ພຍາກອນອາກາດ ຜົນເກນຫາຝົນຫ່າ
ໃຫຍ່ນ້ອຍທີ່ຕົກໃນປ່າຫິມະພານ ມີຈັກຫ່າ...ໃນຈັກກະວານດັ່ງນີ້ເປັນຕົ້ນ
ບັດນີ້ ມາກ່າວເຖິງປວັດຄວາມເປັນມາຂອງປະຕິທິນພື້ນເມືອງວ່າ ກຳເນີດມາຢ່າງ
ໃດ ໃນປີ ພ.ສ. 1181 ຜ່ານມາໄດ້ 1369 ປີແລ້ວ (ຄິດໄລ່ໃນປີ ພ.ສ. 2550)
ຄນະສົງເຖຣະວາດ ໃນອາຊີໄປສັງຄາຍະນາຢູ່ປະເທດພະມ່າ ໃນໂອກາດນັ້ນເພິ່ນພາ
ກັນເວົ້າເຖິງປະຕິທິນ ເພື່ອໃຊ້ເປັນແບບດຽວກັນ ເອີ້ນວ່າ ປະຕິທິນຈັນທະຄະຕິການ ດັ່ງທີ່ໄດ້ອະທິບາຍມາແລ້ວໃນຕອນຕົ້ນ (calendrier lunaire/lunar calendar)
ສະນັ້ນ ໃນປີ ພ.ສ. 1181 (ກົງກັບ ກິດຕະສັກລາດ ກ.ສ.//ຄ.ສ. 638 ຈິ່ງເປັນປີທີ່
1 ຂອງຊາວອາຊີທີ່ຍຶດຖືສາສນາພຸດເຖຣະວາດດັ່ງກ່າວ ທີ່ເພິ່ນໃຫ້ຊື່ວ່າ ສັກຣາດນ້ອຍ
ເປັນ ຈຸລສັກຣາດ (ຈຸນລະສັກກະຣາດ : ຈຸລະ ແປວ່າ ນ້ອຍ) ແລ້ວຂຽນຫຍໍ້ວ່າ ຈ.ສ
ຈິ່ງເປັນ ຈ.ສ. 1 (ຕັ້ງສັກຣາດໃໝ່) ປີນີ້ 2007 ແມ່ນ ຈ.ສ. 1369 // ພ.ສ. 2550
ການຄຳນວນປະຕິທິນພື້ນເມືອງ ແມ່ນອີງໃສ່ ຈຸລສັກຣາດ (ບໍ່ແມ່ນອີງໃສ່ ພ.ສ.ພຸທສັກລາດແຕ່ຢ່າງໃດ) ເປັນຫຼັກໂຫຣາສາດຕ່າງຫາກ ບໍ່ກ່ຽວພັນຈັກດີ້ ກັບ ພ.ສ.
ສ່ວນ ພ.ສ. ນັ້ນ ກໍປ່ຽນຫຼັງຈາກມື້ເພັງເດືອນຫົກ ຄົບຮອບມື້ປະສູດ ຕັສຮູ້ ແລະນິບພານ ຂອງພຣະພຸທອົງ
ສ່ວນປີໃໝ່ລາວນັ້ນ ເປັນໄປຕາມປະຕິທິນພື້ນເມືອງສັງຂານປີໃໝ່ ລະຫວ່າງເດືອນ
ເມສາ 12-13-14 ຫຼື 13-14-15 ຫຼື 14-15-16 ເຊິ່ງຂຶ້ນກັບການເກນຫາສັງກາດສັງ
ຂານ ຕາມຕຳຣາໂຫຣາສາດລາວ ສາມມື້ດັ່ງກ່າວແມ່ນເປັນມື້ ສັງຂານລ່ວງ(ມື້ສຸດ
ທ້າຍຂອງປີເກົ່າ) ສັງຂານເນົາ (ລາງປີກໍມີສອງມື້)ແລະສັງຂານຂຶ້ນ (ມື້ປີໃໝ່ແທ້)
ວັທນະທັມ
29/01/2010 10:53 TU
17/12/2009 12:24 TU
13/12/2009 14:36 TU
12/12/2009 14:24 TU
09/12/2009 11:17 TU
08/12/2009 13:04 TU
07/12/2009 12:35 TU
04/12/2009 11:46 TU
03/12/2009 11:27 TU
02/12/2009 11:18 TU
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008