ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝລັ່ງ/ວັນແຫ່ງຄວາມຮັກ (ໂສວົງ)

ດອກຮັກແລະວັນກັມມະກອນ

ໂດຍ  ໂສວົງ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/05/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/05/2007 à 07:37 TU

ດອກຮັກຝລັ່ງ (muguet) ອອກ
ໃນເດືອນພຶສພາ ເພື່ອມອບໃຫ້
ກັນໃນວັນທີ່ 1 ພຶສພາທຸກໆປີ
 
(ຮູບ : ໂສວົງ)

ດອກຮັກຝລັ່ງ (muguet) ອອກ ໃນເດືອນພຶສພາ ເພື່ອມອບໃຫ້ ກັນໃນວັນທີ່ 1 ພຶສພາທຸກໆປີ
(ຮູບ : ໂສວົງ)

ແມ່ນແລ້ວ ວັນທີ່ 1 ພຶສພາ ຢູ່ປະເທດ ຝລັ່ງ ເພິ່ນຖືເປັນມື້ແຫ່ງຄວາມຮັກ ຮັກ ລະຫວ່າງເພດ ຮັກລະຫວ່າງບ່າວສາວ ລະຫວ່າງຄູ່ຊີວິດທຸກເພດວັຍ ແລະອື່ນໆ ອີກ ເຊິ່ງເປັນປະເພນີສືບທອດກັນມາ ຕັ້ງແຕ່ 400 ປີແລ້ວ ໃນການມອບດອກ ຮັກໃຫ້ກັນ ຝລັ່ງເອີ້ນວ່າ ດອກ muguet
ດອກຮັກຂອງລາວກໍຈູມຄ້າຍໆຄືກັນ ຕ່າງແຕ່ກົກດອກຮັກລາວນັ້ນໃຫຍ່ເປັນຟຸ່ມບໍ່ສູງ ທໍ່ໃດ ມີໃບ ຫຼືກ້ານມັນອອກຢາງໜຽວໆສີຂາວ ກົກດອກຮັກລາວມີໃບໃຫຍ່ລັກສນະ ຫູຊ້າງ ສີໝົ່ນ ດອກຂອງມັນກໍມີລັກສນະຈູມເປັນກີບ (ສີ່ກີບ) ທາງລາວຊົນນະບົດ ມັກເກັບໄປບູຊາ ບໍ່ຄ່ອຍມັກນຳໄປມອບໃຫ້ຄູ່ຮັກປານໃດ ເພາະນິຍົມດອກຈຳປາຫຼາຍ ກວ່າດອກຮັກແຄມຮົ້ວ ເພາະຢູ່ບ້ານນອກນັ້ນ ຕົ້ນດອກຮັກມັກເກີດຢູ່ແຄມຮົ້ວບ້ານ ກາຍເປັນຮົ້ວບ້ານໄປເລີຍ

ສ່ວນດອກຈຳປານັ້ນ ກໍມີຈຳປາແດງ ຈຳປາຂາວ ຈຳປາຫຼາກສີ ທາງບ້ານນອກ ບ່າວ ສາວນິຍົມກັນມອບດອກຈຳປາເພື່ອຄວາມຮັກ ເພື່ອຄວາມສົນໃຈເຊິ່ງກັນແລະກັນໃນ ຄວາມຮັກ ນອກນັ້ນ ຜູ້ສາວກໍຍັງມັກປັກດອກຈຳປາ ຫຼືດອກຮັກໃສ່ເກົ້າຜົມ ຫຼືຮ້ອຍ ເປັນຮວດຍາວໆກ້ຽວໃສ່ເກົ້າຜົມ ນອກນັ້ນກໍຍັງນຳເອົາຮວດດອກຮັກມາຂາຍຕາມທ້ອງ ຕລາດໃນສມັຍປັດຈຸບັນ

ບັດນີ້ກ້ຽວມາຫາດອກຮັກຝລັ່ງ ເຊິ່ງນິຍົມກັນປີລະເທື່ອ ເພື່ອນຳໄປມອບໃຫ້ຄູ່ຮັກຄູ່ ແພງ ໂດຍບໍ່ວ່າ ເຖົ້າ ແລະໜຸ່ມ ຕ່າງກໍພາກັນຊື້ດອກຮັກນີ້ມາຕ້ອນກັນ ໃນສມັຍການ ຄ້າເປັນເອກປັດຈຸບັນ ສ່ວນຫຼາຍແມ່ນຊາວຄ້າຂາຍເປັນຜູ້ເໝົາຕລາດຂນາດໃຫຍ່ ມາ ລັກສນະອຸດສາຫະກັມຈຳໜ່າຍດອກຮັກທົ່ວປະເທດ ທົ່ວໂລກອີກດ້ວຍ

ດອກຮັກຝລັ່ງບໍ່ເປັນຕົ້ນເປັນກົກ ແຕ່ເກີດແກມຫຍ້າ ມີໃບຍາວໆສີຂຽວ ບໍ່ພົ້ນຟຸ່ມຫຍ້າ ບໍ່ສູງປານໃດ ສລູບແລ້ວກໍແມ່ນຫຍ້າຊນິດນຶ່ງ ດັ່ງດຽວກັບດອກຫຍ້າຊນິດອື່ນໆ ມັນບໍ່ ເກີດເປັນຟຸ່ມ ແຕ່ເກີດເປັນຕິ່ງໃຜຕິ່ງມັນຕາມທັມມະຊາດ

ແຕ່ໃນປັດຈຸບັນນີ້ ກໍມີນັກລົງທຶນປູກຢ່າງກວ້າງຂວາງດັ່ງກ່າວແລ້ວອັນເຮັດໃຫ້ໄທເຮືອນ ທີ່ເຄີຍນຳເອົາດອກຮັກມາຂາຍຕາມແຄມຫົນທາງພາກັນຂາດລາຍໄດ້ປະຈຳຄອບຄົວ ເພາະແຂ່ງລາຍໃຫຍ່ບໍ່ໄດ້ ແຕ່ກ່ອນເປັນປະເພນີພາຍໃນຄອບຄົວ ແຕ່ບັດນີ້ ກາຍເປັນ ທຸຣະກິດແຂ່ງກັນ ຈົນຜິດຖຽງກັນກໍມີຍ້ອນຍາດສະຖານທີ່ຈຳໜ່າຍ ເຊົ່ນວ່າ ພວກທີ່ໄປ ຫາເກັບດອກຮັກຕາມປ່າຖືກຫ້າມບໍ່ໃຫ້ໄປຂາຍໃກ້ຕລາດດອກຮັກທີ່ໄດ້ຮັບອະນຸຍາດ

ດອກຮັກຝລັ່ງ(muguet) ເຊິ່ງເພິ່ນປູກໄດ້ສາມປີ ກໍຕ້ອງນຳອອກຈຳໜ່າຍໃຫ້ທັນກັບ ມື້ວັນທີ່ 1 ພຶສພາ ສຳລັບປີ 2007 ເພາະວ່າ ພໍດີໃຊ້ໄດ້ ພາຍໃນສີ່ ຫາ ຫ້າມື້ ຊາວ ຄ້າດອກຮັກດັ່ງກ່າວສາມາດເກັບກ່ຽວກວ່າ 45 ລ້ານດອກ ສຳລັບຢູ່ເຂດເມືອງນັງ (Nantes) ເຊິ່ງມີຢູ່ 85% ຈາກຜົນຜລິດລະດັບຊາດ ນອກຈາກເຂດນີ້ ກໍຍັງມີເຂດ ເມືອງບອກໂດ (Bordeaux) ທີ່ມາອັນດັບສອງ ງ່າດອກຮັກທີ່ຖືກນຳອອກຈຳໜ່າຍໄດ້ ກໍຕ້ອງສູງ 25 - 30 ຊັງຕີແມດ ໃນປີ 2006 ຜ່ານມາ ສິນຄ້າດອກຮັກ ໃຫ້ລາຍໄດ້ 12 ລ້ານເອີໂຣ ເປັນອັນວ່າ ຢຽບຢ່ຳປະເພນີໄທບ້ານທີ່ເຄີຍເກັບດອກຮັກຕາມປ່າມາ ຢືນຂາຍແຄມທາງ ເພື່ອລາຍໄດ້ເລັກໆນ້ອຍໆ

ດອກຮັກຝລັ່ງ (muguet) ມີຄວາມເປັນມາແນວໃດ ເປັນດອກໄມ້ທີ່ນຳມາຈາກປະເທດ ຍີ່ປຸ່ນ ໃນສມັຍສັຕວັດທີ່ 14 ໂດຍລື້ງເຄີຍກັບອາກາດເອີໂຣບຕັ້ງແຕ່ສມັຍນັ້ນມາ ເຈົ້າຊີວິດຝລັ່ງ ຊາກອົງທີ່ 9 (Charles IX) ເປັນຜູ້ສົ່ງເສີມດອກຮັກນີ້ ໂດຍພາປະຕິ ບັດປະເພນີຢື່ນມອບດອກດັ່ງກ່າວໃນວັນທີ່ 1 ພຶສພາ 1561 ເພາະວ່າ ຫຼັງຈາກພຣະ ອົງໄດ້ຮັບການຖວາຍດອກຮັກຄັ້ງຕຳອິດ ເພື່ອເປັນຂອງຄ້ຳຄູນ ກໍເລີຍໃຫ້ມີການນຳ ຖວາຍແຕ່ລະປີບໍ່ໄດ້ຂາດ

ຕໍ່ມາໄລຍະນຶ່ງ ກໍຕົກຢູ່ໃນຄວາມຫຼົງລືມ ໃນເມື່ອວັນກັມມະກອນໄດ້ຖືກຕັ້ງຂຶ້ນຢູ່ປະ ເທດຝລັ່ງໃນວັນທີ່ 1/5/1890 ຜູ້ຄົນຫັນໄປສົນໃຈນຳພິທີສລອງວັນກັມມະກອນຢ່າງ ກວ້າງຂວາງ ກໍພາກັນປະລະຮີດດອກຮັກ ແລ້ວພາກັນໃຊ້ຮູບສາມຫຼ່ຽມແດງເປັນສັນ ຍະລັກ ຕໍ່ມາກໍຖືດອກກຸຫຼາບຊນິດນຶ່ງ ແລ້ວຕໍ່ມາໃນປີ 1907 ກໍພາກັນກັບຄືນມາຖື ດອກຮັກທຸກປີ ຈົນຮອດດຽວນີ້

ວັທນະທັມ

ຍີ່ປຸ່ນ / ນະໂຍບາຍທົ່ວໄປ

ນາຍົກ ຍີ່ປຸ່ນ ທ່ານ ຢູກິໂອະ ຮາໂຕ
ຢ່າມ່າ ທີ່ ສພາແຫ່ງຊາດ ໃນມື້ນີ້
ຣ /ຣຕ

ຍີ່ປຸ່ນ ມີເຈຕນາ ພົວພັນ ແບບຖາວອນ ກັບ ອາຊີ

ຍີ່ປຸ່ນ ຕ້ອງ ເພີ່ມການ ພົວພັນ ຊອກ ຫາ ການຮ່ວມມື ກັບເຂດ ອາຊີ ໃຫ້ ມັນ ດຳເນີນ ໄປ ຢ່າງຖາວອນ

29/01/2010 10:53 TU

ປາກິສຖານ - ສານສູງສຸດ

ກອງກຳລັງທະຫານ ພົບພໍ້ ກັບພັຍ ກໍ່ການຮ້າຍ ຢ່າງລຽນຕິດ (reuters)

ລົບລ້າງ ກົດໝາຍ ນິຣະໂທດກັມ ທີ່ປ້ອງກັນ ປະທານປະເທດ

ສານສູງສຸດ ປາກິສຖານ ໄດ້ລົບລ້າງ ດຳຣັດ ການສ້າງ ຄວາມປອງດອງຊາດ ນິຣະໂທດກັມ ບຸກຄົນສຳຄັນ Phivilay

17/12/2009 12:24 TU

ກັມປູເຈັຍ - ໄທ

ຈັບອາວຸດເຖື່ອນ ໃນຂນະທີ່ ທ່ານທັກສິນ ເດີນທາງ ຮອດພນົມເປັນ

ທາງການຂອງ ປະເທດໄທ ວ່າໄດ້ຈັບ ອາວຸດເຖື່ອນ ໄດ້ 35ໂຕນ ທີ່ຂົນ ມາແຕ່ ປະເທດ ສປປ ເກົາຫລີ Phivilay

13/12/2009 14:36 TU

ເມືອງໂກເປີນຫາກ - ສຸດຢອດ ສະພາວະອາກາດ

ປະຊຸມໂລກ ຢູ່ພາຍໃຕ້ ຄວາມກົດດັນ ຂອງນັກເຄື່ອນໄຫວປະທ້ວງ

ນັກເຄື່ອນໄຫວ ປະທ້ວງ ຫລາຍໝື່ນຄົນ ທະຢອຍ ນັດກັນໄປ ຊຸມນຸມ ໃນທຸກມຸມແຈຖນົນ Phivilay

12/12/2009 14:24 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ເລີ້ມເຂົ້າ ພາກເຈຣະຈາ ດ້ານເຕັກນິກ ຢ່າງສົນລະວົນ

ຈະມີພິທີ ລົດຜ່ອນ ອາຍພິດ ອົບເອົ້າ ຈັ່ງໃດ ແມ່ນປະເທດໃດ ຈະປະຕິບັດ ແບບໃດ ຈະແບ່ງສ່ວນໂກຕ້າ ກັນຈັ່ງໃດ

09/12/2009 11:17 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ໃຫ້ ປະຊາຄົມໂລກ ຮ່ວມມືກັນ ຮັບຜິດຊອບ

ອອກງົປມານຮ່ວມກັນ ລົດຜ່ອນອາຍພິດຮ່ວມກັນ ຕາມສັດສ່ວນ ອຸດສະຫະກັມທີ່ມີຢູ່ ອັນນີ້ແມ່ນຈຸດເດັ່ນສຳຄັນ

08/12/2009 13:04 TU

ອາກາດອົບເອົ້າ- ເມືອງໂກເປີນຫາກ

ສຸດຢອດ ຢູ່ໂກເປີນຫາກ: ສອງອາທິດ ເພື່ອແກ້ໄຂ ບັນຫາອາຍພິດ

ບໍ່ຕ່ຳກວ່າ 192 ປະເທດ ສົ່ງຜູ່ຕາງໜ້າ ໄປຮ່ວມປະຊຸມ ຂັ້ນໂລກ ຈັກກະວານ ວາງມາດຕາການ ລົດຜ່ອນ ຄວາມອົບເອົ້າ

07/12/2009 12:35 TU

ອະເມຣິກາ - ສົ່ງເສີມ ແຮງງານ

ທ່ານໂອບາມາ ຊຸກຢູ້ ໃຫ້ນັກລົງທຶນ ສົ່ງເສີມແຮງງານ

ທ່ານໂອບາມາ, ປະທານາທິບໍດີ ອະເມຣິກັນ, ຈັດຮ່ວມ ປະຊຸມສຸດຢອດ ແຫ່ງຊາດ ຢູ່ທຳນຽມຂາວ ສົ່ງເສີມແຮງງານ

04/12/2009 11:46 TU

ຝຣັ່ງ - ຍິປຸນ

ຣົດຍົນເປີໂຊຝຣັ່ງ ຈະຮ່ວມທືນ ກັບ ມິດຊຸຍບິດຊີຍິປຸ່ນ

ເປແອສອາ ເປີໂຊ ຊີໂຕຣແອນ ຂອງຝຣັ່ງ ຈະຮວມມື "ແບບ ຄູ່ຂາທາງດ້ານ ຢຸດທະສາດ" ກັບ ບໍຣິສັດ ມິດຊຸຍບິດຊີ ຂອງຍິປຸ່ນ

03/12/2009 11:27 TU

ອີຣານ - ນິວຄະເລັຍ

ທ່ານມັດມຸດ ອັດມາດິນເນຊັດ, ປະທານອີຣານ

ປະທານອີຣານ ທ້າທາຍ ຊາວໂລກ ເທື່ອໃໝ່

ທ່ານມັດມຸດ ອັດມາດິນເນຊັດ ຢັ້ງຢືນວ່າ ໄດ້ອະນຸຢາດ ໃຫ້ເລີ້ມ ບຸກເບີກ ກໍ່ສ້າງ ສູນກາງ ກັ່ນທາດພລັງງານ ນິວຄະເລີຍ ຕື່ມອີກ ສີບແຫ່ງ

02/12/2009 11:18 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU