ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເຮືອນສາມ ນ້ຳສີ່ : ວັທນະທັມລາວ ທີ່ສອນໃຫ້ຜູ່ຍິງລາວ ຮູ້ຈັກໜ້າທີ່ຂອງຕົນ

ເປັນຍິງທີ່ດີເລີດລ້ຳ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/10/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/10/2007 15:01 TU

ເຮືອນສາມ ນ້ຳສີ

'' ຍິງໃດສົມບູນໄດ້ດ້ວຍເຮືອນສາມນ້ຳສີ່
ເປັນຍິງທີ່ດີເລີດລ້ຳ ສົມ ຄວນແທ້ແມ່ເຈົ້າເຮືອນ '' 

ໃນ ສມັຍບູຮານນະການ ຮິດຄອງ ປະເພນີຂອງລາວແມ່ນມີຄຳແນະນຳ
ສຕຣີຜູ່ເປັນລູກ ຫລານໃຫ້ຮູ້ຈັກ ຮັກສາ ໜ້າທີ່ຂອງຜູ່ຍິງທີ່ຄວນມີໄວ້
ໃນພາຣະກິດປະຈຳວັນ ຂອງຕົນ ອັນຄຳວ່າເຮືອນ ສາມນ້ຳສີ່ໄດ້ແກ່ :

ເຮືອນຄົວ
ແນ່ນອນ ເຮືອນຄົວນັ້ນກໍເປັນບ່ອນທີ່ມີໄວ້ສຳຫລັຼບປຸງແຕ່ງອາຫານ
ການກີນ ດັ່ງນັ້ນ ຜູ່ເປັນແມ່ບ້ານຈຶ່ງຕ້ອງມີໜ້າທີ່ຮັກສາ ທຳຄວາມ ສອາດປັດກວາດໃຫ້ມັນສອາດເປົ່າ ແປ້ນ ເປັນລະບຽບຮຽບຮ້ອຍ
ເພື່ອອະນາມັຍ

ເຮືອນນອນ
ກໍແມ່ນສຖານທີ່ ພັກຜ່ອນ ຫລັບນອນ ແລະເປັນທີ່ສ້າງຄວາມໜ້າຢູ່
ມີຄວາມຮົ່ມເຍັນ ແກ່ຜູ່ທີ່ມາຂໍພຶ່ງພາອາສັຍ ເປັນລະບຽບໃນການ
ມ້ຽນເຊັດຖູ ເກັບຜ້າແພພັນເຄື່ອງນຸ່ງຫົ່ມ ໃຫ້ເປັນທີ່ສະອາດຫູ
ສະອາດຕາຜູ່ພົບເຫັນ

ເຮຶອນຜົມ
ສຕຣີລາວໃນຍຸກບູຮານນະການແມ່ນມັກຮັກສາ ໄວ້ຜົມຍາວດຳສນິດ
ເອົາໄວ້ເກົ້າເປັນມວຍ ງາມ ສນັ້ນ ນາງຈຶ່ງຕ້ອງຮູ້ຈັກ ຮັກສາຜົມທີ່
ຍາວດຳ ໃຫ້ ມັນສອາດ ໃຫ້ມັນຖືກຫວີ ຈົບງາມ ພາໃຫ້ ຜູ່ພົບ ຮູ້ສຶກ
ສະອອນຕາ ເມື່ອຫາກໄດ້ຊົມ ເບີ່ງ ເກົ້າຜົມດຳ ເປັນເງົາງາມອັນ
ພາໃຫ້ ເຊີດຊູ ບຸຄລິກ ບໍ່ແມ່ນ ຈະ ປະປ່ອຍໃຫ້ມັນ ຫຍູ້ງເຫຍີງຂາດ
ການເອົາໃຈໃສ່

ນໍ້າ 4

ນໍ້າ 1

ໃນຄຳສັ່ງສອນຂອງຄົນບູຮານນັ້ນ ແມ່ນ ນໍ້າອາບ ສົງຄົນໃນບ້ານ ເພາະ
ຕ້ອງມາ ໄວ້ບໍ່ໃຫ້ອຶດຢາກ ເພິ່ນເວົ້າວ່າ ຢ່າໃຫ້ ໄຫໃນບ້ານ ຂາດແຫ້ງ 
ຢ່າໃຫ້ແອ່ງຂາດກ້ຽງ ຊາວບ້ານຊິກ່າວຂວັນ ລະເດີ

ນໍ້າ 2

ກໍແມ່ນ ນໍ້າສະອາດບໍລິສຸດ ເອົາໄວ້ດື່ມກີນ ຕັກນໍ້າກີນໃສ່ອຸໄວ້ ໜ້າຂັ້ນໃດ
ເຮືອນ ເພື່ອຜູ່ໃດຜ່ານມາ ຈະໄດ້ ແວະເຊົາ ກີນນໍ້າໃສສະອາດ ໃນອຸ ໄດ້
ແລະ ກໍແມ່ນສຳລັບຄົນໃນເຮືອນກໍເຊັ່ນກັນ ດັ່ງນັ້ນ ບູຮານເພີ່ນຈຶ່ງສັ່ງສອນ
ວ່າ ຢ່າໃຫ້ແມງງ່ອງແງ່ງລົງຫລີ້ນນໍ້າແອ່ງກີນ ຢ່າໃຫ້ມີຂີ້ໝີ່ນມ້ຽງສນິມ
ໄຄໃຕ້ກົ້ນແອ່ງ ຢ່າໃຫ້ນໍ້າຂອດແຫ້ງ ແລງເຊົ້າໃຫ້ເຈົ້າເກື່ອຍຂົນເດີ ອັນນີ້
ກໍ ແມ່ນອີກວ່າ ຜູ່ໃດ ຫີວນໍ້າຍາມໃດ ແມ່ນກີນໄດ້ທຸກຍາມ

ນໍ້າ 3

ໄດ້ແກ່ນໍ້າ ທີ່ຄວນໃສ່ໃນເຕົ້າປູນ ຜູ່ໃດເປັນແມ່ເຮືອນ ກໍຕ້ອງຮັກສານໍ້າໃນ
ກະບອກປູນ ຢ່າໃຫ້ມັນແຫ້ງເລີຍ ເພາະເມື່ອຫາກມີແຂກ ມາຢ້ຽມຢາມ ກໍ
ແມ່ນວ່າ ໄດ້ ເອົາຂັນໝາກ ຂັນພູ ສູ່ແຂກ ຜູ່ມາເຢືອນຖາມຂ່າວ ຄາວສຸກ
ທຸກຕາມ ອັທຍາສັຍອັນຈົບງາມ ຂອງຊາວລາວແຕ່ບູຮານ


ນໍ້າ 4

ອັນນີ້ໝາຍເຖີງ ນໍ້າຈິດ ນໍ້າໃຈ ຂອງເຈົ້າແມ່ເຮືອນ ໂດຍຄວນເປັນຄົນໃຈ
ກວ້າງ ເພື່ອແຜ່ ແກ່ ຍາຕິພີ່ນ້ອງ ຂອງຝ່າຍສາມີ ແລະຝ່າຍຕົນ ໃຫ້ມັນ
ສເມີພາບລະວ່າງກັນ ເຊັ່ນວ່າ ຢ່າໄດ້ມີຄຳຂົມ ຕໍ່ໃຜພໍນ້ອຍ ຢ່າໄດ້ຄອຍ
ຫາຂໍ້ງໍແງຮ້ອຍແງ່ ຄຽດຂໍ້ລໍ້ ແຂ່ແຫລ້ ແນວນີ້ ມັນບໍ່ດີນໍ ຂໍໃຫ້ ແມ່ເຮືອນ
ເຈົ້າເຮັດຕາມບູຮານເກົ່າ ຈຶ່ງຊິມີຂື້ນໄດ້ ຄວາມໄຮ້ແມ່ນ ໜີໄກພຸ້ນແລ້ວ

ເຮືອນ 3 ນໍ້າ 4 ເປັນຄຳສັ່ງສອນບູຮານ ໃຫ້ ຄົນຮຸ້ນໃຫມ່ ນຳໄປຮິ່ນຕອງ
ແລະ ສາມາດ ປະຕິບັດໄດ້ ຕາມການປັບຕົວເອງໃຫ້ເຂົ້າ ກັບຍຸກໂລກາ
ພິວັຕ ເພື່ອ ສຸຂພາບ ແລະ ອະນາມັຍ ແລະ ສືບຕໍ່ ກິຣິຍາອັນໜ້າພູມໃຈ
ຂອງຄວາມມີມາຣະຍາດດີ ກິຣິຍາຄ່ອງ ຂອງ ຜູ່ຍິງລາວ

ຈາກປື້ມ ຄຳບູຮານ ແດ່ ຍຸວະຊົນ ຮຸ້ນໃຫມ່
ໂດຍອາຈານ ຈັນທ໌ ອິນທຸພິລາດ

ວັທນະທັມ

ຍີ່ປຸ່ນ / ນະໂຍບາຍທົ່ວໄປ

ນາຍົກ ຍີ່ປຸ່ນ ທ່ານ ຢູກິໂອະ ຮາໂຕ
ຢ່າມ່າ ທີ່ ສພາແຫ່ງຊາດ ໃນມື້ນີ້
ຣ /ຣຕ

ຍີ່ປຸ່ນ ມີເຈຕນາ ພົວພັນ ແບບຖາວອນ ກັບ ອາຊີ

ຍີ່ປຸ່ນ ຕ້ອງ ເພີ່ມການ ພົວພັນ ຊອກ ຫາ ການຮ່ວມມື ກັບເຂດ ອາຊີ ໃຫ້ ມັນ ດຳເນີນ ໄປ ຢ່າງຖາວອນ

29/01/2010 10:53 TU

ປາກິສຖານ - ສານສູງສຸດ

ກອງກຳລັງທະຫານ ພົບພໍ້ ກັບພັຍ ກໍ່ການຮ້າຍ ຢ່າງລຽນຕິດ (reuters)

ລົບລ້າງ ກົດໝາຍ ນິຣະໂທດກັມ ທີ່ປ້ອງກັນ ປະທານປະເທດ

ສານສູງສຸດ ປາກິສຖານ ໄດ້ລົບລ້າງ ດຳຣັດ ການສ້າງ ຄວາມປອງດອງຊາດ ນິຣະໂທດກັມ ບຸກຄົນສຳຄັນ Phivilay

17/12/2009 12:24 TU

ກັມປູເຈັຍ - ໄທ

ຈັບອາວຸດເຖື່ອນ ໃນຂນະທີ່ ທ່ານທັກສິນ ເດີນທາງ ຮອດພນົມເປັນ

ທາງການຂອງ ປະເທດໄທ ວ່າໄດ້ຈັບ ອາວຸດເຖື່ອນ ໄດ້ 35ໂຕນ ທີ່ຂົນ ມາແຕ່ ປະເທດ ສປປ ເກົາຫລີ Phivilay

13/12/2009 14:36 TU

ເມືອງໂກເປີນຫາກ - ສຸດຢອດ ສະພາວະອາກາດ

ປະຊຸມໂລກ ຢູ່ພາຍໃຕ້ ຄວາມກົດດັນ ຂອງນັກເຄື່ອນໄຫວປະທ້ວງ

ນັກເຄື່ອນໄຫວ ປະທ້ວງ ຫລາຍໝື່ນຄົນ ທະຢອຍ ນັດກັນໄປ ຊຸມນຸມ ໃນທຸກມຸມແຈຖນົນ Phivilay

12/12/2009 14:24 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ເລີ້ມເຂົ້າ ພາກເຈຣະຈາ ດ້ານເຕັກນິກ ຢ່າງສົນລະວົນ

ຈະມີພິທີ ລົດຜ່ອນ ອາຍພິດ ອົບເອົ້າ ຈັ່ງໃດ ແມ່ນປະເທດໃດ ຈະປະຕິບັດ ແບບໃດ ຈະແບ່ງສ່ວນໂກຕ້າ ກັນຈັ່ງໃດ

09/12/2009 11:17 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ໃຫ້ ປະຊາຄົມໂລກ ຮ່ວມມືກັນ ຮັບຜິດຊອບ

ອອກງົປມານຮ່ວມກັນ ລົດຜ່ອນອາຍພິດຮ່ວມກັນ ຕາມສັດສ່ວນ ອຸດສະຫະກັມທີ່ມີຢູ່ ອັນນີ້ແມ່ນຈຸດເດັ່ນສຳຄັນ

08/12/2009 13:04 TU

ອາກາດອົບເອົ້າ- ເມືອງໂກເປີນຫາກ

ສຸດຢອດ ຢູ່ໂກເປີນຫາກ: ສອງອາທິດ ເພື່ອແກ້ໄຂ ບັນຫາອາຍພິດ

ບໍ່ຕ່ຳກວ່າ 192 ປະເທດ ສົ່ງຜູ່ຕາງໜ້າ ໄປຮ່ວມປະຊຸມ ຂັ້ນໂລກ ຈັກກະວານ ວາງມາດຕາການ ລົດຜ່ອນ ຄວາມອົບເອົ້າ

07/12/2009 12:35 TU

ອະເມຣິກາ - ສົ່ງເສີມ ແຮງງານ

ທ່ານໂອບາມາ ຊຸກຢູ້ ໃຫ້ນັກລົງທຶນ ສົ່ງເສີມແຮງງານ

ທ່ານໂອບາມາ, ປະທານາທິບໍດີ ອະເມຣິກັນ, ຈັດຮ່ວມ ປະຊຸມສຸດຢອດ ແຫ່ງຊາດ ຢູ່ທຳນຽມຂາວ ສົ່ງເສີມແຮງງານ

04/12/2009 11:46 TU

ຝຣັ່ງ - ຍິປຸນ

ຣົດຍົນເປີໂຊຝຣັ່ງ ຈະຮ່ວມທືນ ກັບ ມິດຊຸຍບິດຊີຍິປຸ່ນ

ເປແອສອາ ເປີໂຊ ຊີໂຕຣແອນ ຂອງຝຣັ່ງ ຈະຮວມມື "ແບບ ຄູ່ຂາທາງດ້ານ ຢຸດທະສາດ" ກັບ ບໍຣິສັດ ມິດຊຸຍບິດຊີ ຂອງຍິປຸ່ນ

03/12/2009 11:27 TU

ອີຣານ - ນິວຄະເລັຍ

ທ່ານມັດມຸດ ອັດມາດິນເນຊັດ, ປະທານອີຣານ

ປະທານອີຣານ ທ້າທາຍ ຊາວໂລກ ເທື່ອໃໝ່

ທ່ານມັດມຸດ ອັດມາດິນເນຊັດ ຢັ້ງຢືນວ່າ ໄດ້ອະນຸຢາດ ໃຫ້ເລີ້ມ ບຸກເບີກ ກໍ່ສ້າງ ສູນກາງ ກັ່ນທາດພລັງງານ ນິວຄະເລີຍ ຕື່ມອີກ ສີບແຫ່ງ

02/12/2009 11:18 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU