ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຝຣັ່ງເສດ ນັດຢຸດງານ ມື້ທີສອງ ກັມມະບານອ່ອນເພັຽ ແລະແຕກແຍກ

ເພື່ອຄັດຄ້ານ ແຜນປະຕິຮູບ ລະບົບ ບຳນານພິເສດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/11/2007 12:56 TU

ທ່ານແບຣ໌ນາຣດ໌ ຕີໂບ (ຊ້າຍ) ປະທານ
ກັມມະບານ CGT ຕົກລົງຮັບການເຈຣະ
ຈາກັບຣັຖບານເພື່ອຫາຂໍ້ຍຸດຕິການນັດຢຸດ
ງານປະທ້ວງ (ພາບ: Reuters)

ທ່ານແບຣ໌ນາຣດ໌ ຕີໂບ (ຊ້າຍ) ປະທານ ກັມມະບານ CGT ຕົກລົງຮັບການເຈຣະ ຈາກັບຣັຖບານເພື່ອຫາຂໍ້ຍຸດຕິການນັດຢຸດ ງານປະທ້ວງ (ພາບ: Reuters)

ການນັດຢຸດງານໃນວົງການຂົນສົ່ງສືບຕໍ່
ເປັນມື້ທີສອງໃນມື້ນີ້ ເພື່ອຄັດຄ້ານແຜນ
ປະຕິຮູບລະບົບບຳນານພິເສດທີ່ສເນີໂດຍ
ຣັຖບານ ການບໍຣິການຮັບສົ່ງຜູ້ໂດນສານ
ຂອງຣົດໄຟຣົດໄຟໃຕ້ດິນ ຣົດເມລ໌ປະຈຳ
ທາງຍັງຄົງມີນ້ອຍ

ແຕ່ໃນວັນທີ່ສອງນີ້ມີເຄື່ອງໝາຍຫລາຍ
ຢ່າງທີ່ຊີ້ໃຫ້ເຫັນເຖິງການອ່ອນເພັຽລົງ
ຂອງບັນດາອົງການຈັດຕັ້ງກັມມະບານຕ່າງໆ ມີຝ່າຍໜຶ່ງຮັບການເຈຣະຈາກັບ
ຣັຖບານໂດຍສະເພາະບັນດາຄນະນຳ ໃນຂນະທີ່ສມາຊິກພື້ນຖານຍັງຄົງແຂງ
ກ້າວຢາກສືບຕໍ່ການປະທ້ວງຕໍ່ໄປ

ບໍຣິສັດຣົດໄຟແຫ່ງຊາດ (SNCF) ປະກາດວ່າຣົດໄຟຄວາມໄວສູງ TGV ສຳລັບມື້ນີ້
(ພະຫັດ 15 ພະຈິກ) ມີພຽງ 150 ຖ້ຽວເທົ່ານັ້ນແທນທີ່ຈະແມ່ນ 700 ຖ້ຽວໃນພາວະ
ປົກຕິ ແຕ່ TGV Eurostar ສຳລັບໄປກຸງລອນດອນແລະ Thalys ສຳລັບໄປກຸງບຣຸສ
ແຊລສ໌ ຍັງເປັນປົກຕິເຖິງມີການຊັກຊ້ານ້ອຍໜຶ່ງກໍຕາມ

ສຳລັບຣົດໄຟໃຕ້ດິນນັ້ນ ສາຍຕ່າງໆສ່ວນໃຫຍ່ກໍມີການບໍຣິການເຖິງ 3 ໃນ 4 ຊຶ່ງເມື່ອ
ວານນີ້ມີພຽງ 1 ໃນ 5 ຫລືບາງກໍຣະນີ ກໍ 1 ໃນ 10 ເທົ່ານັ້ນ ໃນຂນະທີ່ຣົດເມແລະຣົດ
ລາງ ກໍມີເຖິງ 30% ຊຶ່ງເມື່ອວານນີ້ມີພຽງ 15% ເທົ່ານັ້ນ

ທີ່ນະຄອນຫລວງປາຣີສແລະເຂດຊານເມືອງໃນເຊົ້າມື້ນີ້ ມີຂບວນຣົດຕິດຍາວຢຽດ
277 ກ.ມ. ເມື່ອວານນີ້ມີເຖິງ 360 ກ.ມ

ເມື່ອສລຸບຄວາມແລ້ວ ການນັດຢຸດງານມື້ນີ້ເບົາບາງລົງກວ່າເມື່ອວານນີ້ ແລະການ
ນັດຢຸດງານເມື່ອວານນີ້ກໍເບົາບາງກວ່າເມື່ອເດືອນຕຸລາທີ່ຜ່ານມາ ຕົວເລກກະຊວງ
ພາຍໃນເຜີຍວ່າມີປະມານ 50 ພັນ ຄົນນັດຢຸດງານເມື່ອວານນີ້ໃນທົ່ວປະເທດ ເມື່ອ
ເດືອນຕຸລາທີ່ຜ່ານມາມີເຖິງ 150 ພັນຄົນ  ອີກປະການ ໜຶ່ງ ການນັດຢຸດງານທີ່ການ
ໄຟຟ້າ EDF ແລະກ໊າສ GDF ກໍໄດ້ຢຸດເຊົາແລ້ວ

ຖືໄດ້ວ່າການນັດຢຸດງານປະທ້ວງຄັ້ງນີ້ເປັນການທົດສອບຄວາມແຂງແກ່ງ ບໍ່ສເພາະ
ແຕ່ຂອງທ່ານປະ ທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ເທົ່ານັ້ນ ຫາກແຕ່ວ່າຍັງເປັນການ
ທົດສອບຄວາມແຂງແກ່ງຂອງອົງການຈັດຕັ້ງກັມມະບານຕ່າງໆນຳດ້ວຍ ທັງນີ້ເພາະ
ກັມມະບານຕ່າງໆກໍມີຄວາມເຫັນແລະທ່າທີທີ່ບໍ່ສອດຄ່ອງກັນ

ປະທານກັມມະບານ CFDT ທ່ານຟຣັງຊົວສ໌ ເຊແຣກ ໄດ້ກ່າວວ່າເງື່ອນໄຂທຸກຢ່າງມີ
ພ້ອມແລ້ວສຳລັບຢຸດເຊົາການນັດຢຸດງານປະທ້ວງ ຊຶ່ງເປັນທ່າທີອັນດຽວກັນກັບທ່ານ
ປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ທີ່ອອກມາຮຽກຮ້ອງເມື່ອວານນີ້ໃຫ້ຢຸດເຊົາການ
ປະທ້ວງໂດຍໄວ

ທ່ານຢ້ຳອີກວ່າທ່ານຈຳຕ້ອງທຳການປະຕິຮູບໃນປະເທດຢ່າງເຖິງຮາກເຖິງເຫງົ້າ
ແລະທ່ານກໍຈະບໍ່ຍອມກ້າວຖອຍຫລັງຢ່າງງ່າຍໆ ທັງນີ້ເພາະຣັຖບານຖອຍມາຫລາຍ
ແລ້ວຈົນຫລັງຈຳຝາແລະຖອຍບໍ່ໄດ້ອີກຕໍ່ໄປ

ສ່ວນປະທານກັມມະບານ CGT ທ່ານແບຣ໌ນາຣ໌ດ ຕີໂບ ທີ່ເປັນກັມະບານທີ່ແຂງແຮງ
ແລະມີອິດທິພົນທີ່ສຸດໃນບໍຣິສັດຣົດໄຟແຫ່ງຊາດນັ້ນ ກໍຕົກລົງຮັບການເຈຣະຈາກັບຣັຖ
ບານ ຊຶ່ງກໍຮູ້ສຶກວ່າບໍ່ສອດຄ່ອງກັບຄວາມຕ້ອງການຂອງສມາຊິກບາງກຸ່ມທີ່ຍັງແຂງ
ກ້າວຢາກເດີນໜ້າຢຸດງານປະທ້ວງຕໍ່ໄປ

ເຊື່ອກັນວ່າການນັດຢຸດງານປະທ້ວງຈະສິ້ນສຸດລົງໃນໄວໆນີ້ ຫລັງຈາກນັ້ນກໍຈະມີການ
ສືບຕໍ່ການເຈຣະ ຈາ ຊຶ່ງຈະມີຝ່າຍຣັຖບານ ຝ່າຍກັມມະບານ ແລະ ຝ່າຍສາຂາອາຊີບ
ທີ່ກ່ຽວຂ້ອງ ເຂົ້າຮ່ວມເຈຣະຈາແບບສາມຝ່າຍ

ຣັຖບານກຳໜົດເວລາການເຈຣະຈາໜຶ່ງເດືອນເພື່ອໃຫ້ທຸກຝ່າຍບັນລຸເຖິງຂໍ້ຕົກລົງ
ແລະບອກຄັກແນ່ວ່າການເຈຣະຈາແມ່ນຈະເວົ້າເຖິງວິທີປະຕິບັດການປະຕິຮູບເທົ່ານັ້ນ
ແຕ່ຈະບໍ່ມີການປ່ຽນແປງເນື້ອໃນຂອງໂຄງການປະຕິຮູບແຕ່ຢ່າງໃດ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU