ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການປະທ້ວງນັດຢຸດງານ ໃນຝຣັ່ງ

ມື້ອື່ນ ຍັງດຳເນີນຕໍ່ ບົດວິເຄາະ 14/11/2007

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/11/2007 15:18 TU

ການເຈຣະຈາ ລະວ່າງກັມມະບານ ເຊເສ່ເຕ່ CGT ທ່ານ ຕີ່ໂບ່ Thibault ແລະ ລັຖມົນຕຣີແຮງງານ ທ່ານ ແບ໊ກຕຣັ່ງ Bertrandphoto : AFP

ການເຈຣະຈາ ລະວ່າງກັມມະບານ ເຊເສ່ເຕ່ CGT ທ່ານ ຕີ່ໂບ່ Thibault ແລະ ລັຖມົນຕຣີແຮງງານ ທ່ານ ແບ໊ກຕຣັ່ງ Bertrand
photo : AFP

ມື້ນີ້ ມີການປະທ້ວງ ຫລາຍດ້ານ ໃນຝຣັ່ງ ແຕ່ສຳຄັນນັ້ນ ແມ່ນ ການນັດຢຸດງານຂອງພະນັກງານ ຂົນສົ່ງ ທີ່ສ້າງຄວາມເດືອດຮ້ອນ ເຮັດໃຫ້ປະຊາຊົນຢຸ້ງຍາກລຳບາກ ໃນການສັນຈອນ ທົ່ວປະເທດ

ມື້ນີ້ ມີການປະທ້ວງ ຫລາຍດ້ານໃນຝຣັ່ງ ແຕ່ສຳຄັນນັ້ນແມ່ນ ການນັດຢຸດ ງານ ຂອງພະນັກງານຂົນສົ່ງ ທີ່ສ້າງຄວາມເດືອດຮ້ອນ ເຮັດໃຫ້ປະຊາຊົນ ຕ້ອງຢຸ້ງຍາກລຳບາກ ໃນການສັນຈອນ ທົ່ວປະເທດ.

 

ຈຸດປະສົງ ໃນການປະທ້ວງ ຂອງພະນັກງານຂົນສົ່ງ ສາທາຣະນະຊົນ ນັ້ນ ມີປະເດັນໃຫຍ່ດັ່ງນີ້ :

 

1/- ຄັດຄ້ານ ການເສັຍຊ່ວຍບຳນານ ຈາກ 37,5 ປີ ຂື້ນເປັນ 40 ປີ.  ມາເຖີງປັດຈຸບັນນີ້ ມີຫລາຍກັມມະບານລັດວິສາຫະກິດ ໄດ້ຍອມຮັບເອົາ ເອົາລັກການ 40 ປີ ເໝືອນດັ່ງ ພະນັກງານທົ່ວໄປໃນຝຣັ່ງ ນັ້ນແລ້ວ.

 

ການເສັຍຊ່ວຍບຳນານທົ່ວໄປ ຂອງພະນັກງານເອກະຊົນ ປ່ຽນຈາກ

39,5 ປີ ຂື້ນເປັນ 40 ປີ ຈະເລີ້ມປະຕິບັດແຕ່ປີ 2008 ຫາ 2011

ແລະ ຈະຂື້ນ ເປັນ 41 ປີ ຈາກ ປີ 2012 ເປັນຕົ້ນໄປ.

ສ່ວນອາຍຸ ອອກກິນເບັ້ຍບຳນານ ທົ່ວໄປນັ້ນ ສາມາດເລີ້ມແຕ່ 60 ປີ ເປັນຕົ້ນໄປ ແລະ 65 ປີ ສູງສຸດ ແລະ 56 ປີ ສຳຫລັບ ຜູ່ເຮັດວຽກ ມາແຕ່ ອາຍຸ 14 ປີ  (ທັງໝົດນີ້ ອາຈະຖືກປ່ຽນແປງໃໝ່ ກໍເປັນໄດ້ ໃນອານາຄົດ).  ແລະ ການຄຳນວນ ເງີນບຳນານ ຂອງພະນັກງານ ເອກະຊົນນັ້ນ ຕ້ອງເອົາເງີນເດືອນທີ່ຫລາຍໃນ 25 ປີ ມາເປັນຖານນັບ.

 

ແຕ່ສຳຫລັບ ລະບົບບຳນານພິເສດ ໃນປັດຈຸບັນນີ້ ມີດັ່ງນີ້ :

-         ສຳຫລັບ ພະນັກງານ ໄຟຟ້າ EDF ແລະ ແກ໊ຊ GDF ນັ້ນ ເສັຍຊ່ວຍ 37,5 ປີ ແລະ ຖືເອົາເງີນເດືອນ ຂອງເດືອນສຸດທ້າຍ ມາເປັນຖານນັບອັຕຣາ ເງີນເບັ້ຽບຳນານ. ສ່ວນອາຍຸ ອອກກິນ

   ເບັ້ຍ ບຳນານ ລະວ່າງ 50 ຫາ 60 ປີ.

-         ສຳຫລັບ ພະນັກງານລົດໄຟ ແລະ ລົດເມ SNCF et RATP ນັ້ນ ເສັຍຊ່ວຍ 37,5 ປີ ແລະ ຖືເອົາເງີນເດືອນຂອງ 6 ເດືອນ ສຸດທ້າຍ ມາເປັນຖານນັບອັຕຣາ ເງີນເບັ້ຽບຳນານ. ສ່ວນອາຍຸ ອອກກິນເບັ້ຍບຳນານ ສາມາດເລີ້ມໄດ້ແຕ່ 50 ຫາ 60 ປີ.

 

ອີງຕາມ ຜົນລາຍງານ ຂອງສະພາສູງນັ້ນ ເຜີຍວ່າ ຜູ່ອອກ ກິນເບັ້ຽບຳ ນານ ກ່ອນອາຍຸ 55 ປີ : ພະນັກງານ ລົດເມ ແລະ ລົດໄຟໃຕ້ດິນ RATP ມີ 53,7% ສ່ວນ ພະນັກງານ ລົດໄຟ SNCF ນັ້ນ ມີ 99,7%.  ແຕ່ສຳຫລັບ ຂ້າລັຖະການນນັ້ນ ມີ 54,3% ແລະ ພະນັກ

ງານ ເອກະຊົນ ມີ ແຕ່ 17,6%.

 

2/- ກັມມະບານແຮງງານ ສະເນີໃຫ້ ຖືເອົາຄ່າຄອງຊີບ ເປັນເດັນນຶ່ງ

ສຳຄັນ ໃນການຕັ້ງຖານ ນັບອັຕຣາສ່ວນ ຂອງເງີນເບັ້ຽຍຳນານ.

 

3/- ກັມມະບານແຮງງານ ສະເນີໃຫ້ລຸດພາສີ ສ່ວນນຶ່ງ ຂອງເງີນເບັ້ຍ

ບຳນານ.

 

4/- ກັມມະບານ ສະເນີໃຫ້ເຈຣະຈາ ແຕ່ລະຂະແໜ່ງໄປ ຫຼື ແຕ່ລະ ໂຮງງານໄປ ແລະໃຫ້ມີ ຄນະບໍຣິຫານລັດວີສະຫະກິດ ຮ່ວມນຳດ້ວຍ.

 

ມື້ເຊົ້ານີ້ ກັມມະບານ ແລະແລະ ທ່ານ ແບ໊ກຕຣັ່ງ ລັຖະມົນຕຣີແຮງງານ ຕາງໜ້າລັຖະບານ ໄດ້ເຂົ້າໂຕະເຈຣະຈາກັນ ແລະໄດ້ນຳເອົາຂໍ້ສະເນີ ຂອງກັມມະບານ ໄປລາຍງານຕໍ່ ນາຍົກ ແລະ ປະທານາທິບໍດີ ທີ່ວັງ ເອ່ລີ່ເຊ່.

 

ເຫດຜົນສຳຄັນທີ່ ທາງລັຖະບານສະເນີ ເຮັດການປະຕິຮູບ ລະບົບເບັ້ຽ ບຳນານພິເສດນີ້ກໍເພາະວ່າ :

 

1/- ມີການຂາດຄວາມສະເມີພາບລະ ລະບົບພິເສດ ກັບ ລະບົບທົ່ວໄປ.

 

2/- ເຫັນວ່າ ປະຊາຊົນ ທີ່ມີອາຍຸຍືນ ຢູ່ໃນວັຍບຳນານນັ້ນ ຫລາຍຂື້ນ ກວ່າເກົ່າ ແລະ ຈຳນວນຜູ່ທຳງານ ເສັຍຊ່ວຍນັ້ນ ບໍ່ພຽງພໍກັບ ການຈະ

ຖອກ ເງີນເສັຽຊ່ວຍເຂົ້າຄັງບຳນານ, ສະນັ້ນ ອີກປະມານສິບກວ່າປີ ຂ້າງໜ້ານີ້ ແນ່ນອນ ຈະຕ້ອງມີບັນຫາ ແລະ ລັຖະບານ ກໍເຫັນສົມຄວນ ຈະຕ້ອງເລີ້ມປະຕິຮູບແຕ່ດຽວນີ້ເປັນຕົ້ນໄປ ເພື່ອຮັກສາລະບົບບຳນານ ແບບແບ່ງສັນປັນສ່ວນ.

 

ສ່ວນກ່ຽວກັບ ການຈະປະຕິຮູບລະບົບບຳນານພິເສດນີ້ ປະທານາທິບໍດີ ສ໊າກໂກ່ຊີ່ ໄດ້ປະກາດນະໂຍບາຍມາແຕ່ຕອນຫາສຽງເລືອກຕັ້ງພຸ້ນແລ້ວ ແລະປະຊາຊົນ ສ່ວນຫລາຍກໍເຫັນພ້ອມນຳ.

ສນັ້ນ ລັຖະບານຈຶ່ງໄດ້ຕັດສິນໃຈປະຕິຮູບ ໂດຍບໍ່ຫວັ່ນຕໍ່ການປະທ້ວງ ນັດຢຸດງານໃດໆທັງນັ້ນ ຊຶ່ງກ່ອນໜ້ານີ້ບໍ່ມີ ລັຖະບານຊຸດໃດ ສາມາດ ແຕະຕ້ອງ ລະບົບບຳນານພິເສດນີ້ໄດ້ເລີຍ ເພາະແຕ່ລະຄັ້ງຜ່ານມານັ້ນ ການປະທ້ວງລະດັບຊາດ ໄດ້ກົດດັນ ສົ່ງຜົນສະທ້ອນເຮັດໃຫ້ ກົງຈັກ ເສຖກິດ ແລະສັງຄົມຢຸດສະງັກ ອັນເປັນເຫດໃຫ້ລັຖະບານ ຈຳຕ້ອງ ໄດ້ຍອມຖອນການປະຕິຮູບ.

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU