ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝຣັ່ງເສດ / ນັດຢຸດງານມື້ທີສີ່ ການເຈຣະຈາ ກັມມະບານ-ຣັຖບານ ຢຸດຊະງັກ

ການຂົນສົ່ງຍັງຄົງ ຍາກລຳບາກຕໍ່ໄປ ໃນທົ່ວປະເທດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 17/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 17/11/2007 13:21 TU

ການນັດຢຸດງານປະທ້ວງໃນວົງການ
ຂົນສົ່ງມວນຊົນສືບຕໍ່ເປັນມື້ທີສີ່ ການ
ເຈຣະຈາລະຫວ່າງຣັຖບານແລະກັມ
ບານຢຸດຊະງັກ (ພາບ: AFP)

ການນັດຢຸດງານປະທ້ວງໃນວົງການ ຂົນສົ່ງມວນຊົນສືບຕໍ່ເປັນມື້ທີສີ່ ການ ເຈຣະຈາລະຫວ່າງຣັຖບານແລະກັມ ບານຢຸດຊະງັກ (ພາບ: AFP)

ການນັດຢຸດງານປະທ້ວງໃນວົງການຂົນ ສົ່ງມວນຊົນສືບຕໍ່ເປັນມື້ທີສີ່ແລ້ວໃນມື້ນີ້ ແລະຈະດຳເນີນຕໍ່ໄປຈົນເຖິງວັນຈັນໜ້າ ຕາມການລົງມະຕິຂອງອົງການຈັດຕັ້ງ ກັມມະບານ 6 ອົງການດ້ວຍກັນເພື່ອ ຄັດຄ້ານແຜນປະຕິຮູບລະບົບບຳນານພິ ເສດ ທີ່ສເນີໂດຍຣັຖບານ ທຳໃຫ້ການ ຂົນສົ່ງມວນຊົນຕິດຂັດໃນທົ່ວປະເທດ ໂດຍສເພາະທີ່ນະຄອນຫລວງປາຣີສ ແລະເຂດຊານເມືອງ ໃນຂນະທີ່ການ ເຈຣະຈາລະຫວ່າງຣັຖບານແລະບັນດາ ອົງການຈັດຕັ້ງກັມມະບານຕ່າງກໍໄດ້ຢຸດຊະງັກ

ການສັນຈອນຕິດຂັດ
ຣົດໄຟຄວາມໄວສູງ TGV ມີພຽງ 180 ຖ້ຽວເທົ່ານັ້ນໃນມື້ນີ້ (ເສົາ 17 ພະຈິກ) ເມື່ອວານ
ນີ້ມີ 250 ຖ້ຽວ (ໃນພາວະປົກຕິມີ 700 ຖ້ຽວ)  ຣົດໄຟປະເພດ Corail ມີພຽງ 40 ຖ້ຽວ
ເມື່ອວານນີ້ມີ  60 ຖ້ຽວ (ໃນພາວະປົກຕິມີ 300)

ທີ່ສຖານີຣົດໄຟ Gare St. Lazare ນະຄອນຫລວງປາຣີສ ມີຣົດໄຟບໍຣິການພຽງ 1/3
ເທົ່ານັ້ນ.....ທີ່ Gare de l'Est ມີພຽງຄັນດຽວຕໍ່ຊົ່ວໂມງ

ສ່ວນຣົດໄຟໃຕ້ດິນສາຍ 1 ກໍມີພຽງ 1/3 ໃນຂນະທີ່ສາຍອື່ນໆມີ 1 ໃນ 5 ຍົກເວັ້ນສາຍ
14 ເທົ່ານັ້ນທີ່ຍັງຄົງບໍຣິການຕາມປົກຕິອັນເນື່ອງມາຈາກໃຊ້ລະບົບອັຕໂນມັດ ສ່ວນຣົດ
ເມແລະຣົດລາງກໍມີບໍຣິການພຽງ 40%

ຜູ້ຮ່ວມຢຸດງານນ້ອຍລົງ
ຢ່າງໃດກໍຕາມ ເມື່ອວານນີ້ບັນດາພນັກງານຂອງຣັຖວິສາຫະກິດ RATP ແລະ
SNCF ທີ່ຮ່ວມການປະທ້ວງມີຈຳນວນລົດລົງ ຄືມີພຽງແຕ່ 23,3% ເທົ່ານັ້ນ ໄດ້ເຂົ້າ
ຮ່ວມໃນການນັດຢຸດງານເມື່ອວັນພະຫັດມີເຖິງ 27,2% ແລະເມື່ອວັນພຸດ 44%

ການເຈຣະຈາຢຸດຊະງັກ
ບັນດາກັມມະບານທີ່ນຳພາໃນການນັດຢຸດງານຄັ້ງນີ້ ບໍ່ຍອມຮັບຕໍ່ຂໍ້ສເນອຂອງຣັຖບານ
ໃຫ້ເພີ້ມປີການຈາກ 37 ປີເຄິ່ງ ໄປເປັນ 40 ປີໃນຂັ້ນທຳອິດ ແລະ 41 ປີໃນຂັ້ນຕໍ່ໄປ
ກ່ອນທີ່ຈະສາມາດອອກກິນເບັ້ຽບຳນານໄດ້ເຕັມອັຕຣາ

ນອກຈາກນີ້ກັມມະບານກໍຍັງປິຕິເສດລະບົບ Surcote ແລະ Décote ອີກດ້ວຍ ລະບົບ
ດັ່ງກ່າວກໍຄື ພນັກງານໃດມີປີການບໍ່ພຽງພໍ ແຕ່ຕ້ອງອອກກິນເບັ້ຽບຳນານເພາະອາຍຸ
ເຖິງແລ້ວ ຈະບໍ່ໄດ້ຮັບເບັ້ຽບຳນານເຕັມອັຕຣາ ແຕ່ຖ້າພນັກງານຜູ້ໃດມີປີການເກີນຫລື
ວ່າຫລາຍໂພດຍ້ອນເຮັດການມາແຕ່ອາຍຸຍັງນ້ອຍ ຈະໄດ້ຮັບເບັ້ຽບຳນານເກີນອັຕຣາ

ນອກຈາກນີ້ກໍຍັງປະຕິເສດການຂື້ນເງີນເບັ້ຽບຳນານຕາມການຂື້ນຂອງຣາຄາສິນຄ້າ
ດ້ວຍໝາຍຄວາມວ່າຖ້າເງິນເຟີ້ມີນ້ອຍກໍຂື້ນນ້ອຍ ເງິນເຟີ້ມີຫລາຍກໍຂື້ນຫລາຍ ແຕ່ກັມ
ມະບານຕ້ອງການໃຫ້ຂື້ນໂດຍອັຕໂນມັດ ບໍ່ວ່າເງິນເຟີ້ຈະເປັນແນວໃດກໍຕາມ ເງີນເຟີ້
ໃນປະທດຝຣັ່ງເສດໃນຣະຍະຫລາຍປີຜ່ານມາຢູ່ໃນຣະດັບຕ່ຳ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU