ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກອງປະຊຸມສຸດຍອດອາຊຽນຄັ້ງທີ 13 ທີ່ສິງຄະໂປ

ພິຈາຣະນາປັນຫາ ວິກິຕການການເມືອງ ໃນພະມ້າ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/11/2007 12:49 TU

ທ່ານອົງເກັງຢົງ ເລຂາທິການອາຊຽນ ປະຕິ
ເສດການຮຽກຮ້ອງໃຫ້ງົດການເປັນສມາຊິກ
ຂອງປະເທດພະມ້າ (ພາບ: Reuters)

ທ່ານອົງເກັງຢົງ ເລຂາທິການອາຊຽນ ປະຕິ ເສດການຮຽກຮ້ອງໃຫ້ງົດການເປັນສມາຊິກ ຂອງປະເທດພະມ້າ (ພາບ: Reuters)

ບັນດາ ຣມຕ ຕ່າງປະເທດ ແລະເສຖ ກິດການເງິນຂອງບັນດາກຸ່ມປະເທດອາ ຊຽນເປີດກອງປະຊຸມມື້ນີ້ທີ່ປະເທດສິງຄະ ໂປ ເພື່ອກະກຽມກອງປະຊຸມສຸດຍອດຄັ້ງ ທີ່ 13 ຂອງກຸ່ມໃນວັນພຸດທີ່ຈະເຖິງ ຣັຖ ບານສິງຄະໂປວາງມາຕຣາການຮັກສາ ຄວາມປອດໄພສຸດຂີດດ້ວຍການຣະດົມ ເຈົ້າໜ້າທີ່ຕຳຣວດເຖິງ 2500 ຄົນ ແລະ ມີກົດໝາຍເຂັ້ມງວດເພື່ອຄວບຄຸມການປະທ້ວງໃນຣະຍະກອງປະຊຸມສຸດຍອດອາ ຊຽນຄັ້ງນີ້ ທີ່ຈະຕິດຕາມດ້ວຍກອງປະຊຸມສຸດຍອດເອເຊັຽຕະວັນອອກ (East Asia Summit) ຄັ້ງທີ່ສອງ

ອາຊຽນຈະແກ້ໄຂປັນຫາການເມືອງໃນພະມ້າແນວໃດ?
ປະເດັນໃຫຍ່ທີ່ມີການຢິບຍົກສູ່ການພິຈາຣະນາໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້ ກໍແມ່ນ
ປັນຫາວິກິຕການທາງດ້ານການເມືອງໃນປະເທດພະມ້າ, ການເປີດເຂດການ ຄ້າເສຣີຂອງ
ອາຊຽນພາຍໃນປີ 2015 ແລະ ການຮັບຮອງເອົາກົດບັດຂອງກຸ່ມ

ຢ່າງໃດກໍຕາມ ທຸກສາຍຕາຂອງປະຊາຄົມໂລກຕ່າງກໍຈ້ອງມອງເບີ່ງວ່າກອງປະຊຸມສຸດ
ຍອດອາຊຽນຄັ້ງນີ້ຈະພິຈາຣະນາປັນຫາປະເທດພະມ້າຄືແນວໃດ

ທ່ານອົງເກັງຢົງ ເລຂາທິການຂອງອາຊຽນກໍກ່າວໃຫ້ສັມພາດຕໍ່ຜູ້ສື່ຂ່າວປະຕິເສດໄປ
ແລ້ວວ່າອາຊຽນຈະບໍ່ງົດການເປັນສມາຊິກຂອງປະເທດພະມ້າ ອັນເປັນການປະຕິເສດໄປ
ໃນຕົວຕໍ່ມະຕິທີ່ເປັນເອກສັນຂອງສພາສູງອະເມຣິກັນເມື່ອວັນສຸກຜ່ານມາ ທີ່ທວງໃຫ້ອາ
ຊຽນງົດການເປັນສມາຊິກຂອງປະເທດພະມ້າ ແລະກໍເປັນການປະຕິເສດໄປໃນຕົວຄືກັນຕໍ່
ການຮຽກຮ້ອງຂອງຝ່າຍຄ້ານພະມ້າ "The Free Burma Coalition" ທີ່ຢາກໃຫ້ອາ
ຊຽນຫ້າມຣັຖບານພະມ້າລົງນາມໃນກົດບັດຂອງອາຊຽນໃນກອງປະຊຸມສຸດຍອດຄັ້ງນີ້

ອີກປະການໜຶ່ງ ນາຍົກ ຣມຕ ກັມພູເຈັຽ ທ່ານຮຸນເຊັນ ກໍໄດ້ໃຫ້ສັມພາດທີ່ສິງຄະໂປ
ສແດງການຄັດຄ້ານຕໍ່ມາຕຣາການລົງໂທດຕໍ່ປະເທດພະມ້າ ທ່ານກ່າວວ່າມາຕຣາການ
ລົງໂທດມີແຕ່ຈະກະທົບກະເທືອນຕໍ່ປະຊາຊົນເທົ່ານັ້ນ ໃນຂນະທີ່ບັນດານາຍພົນທີ່ກຳບັງ
ຫຽນຂອງປະເທດບໍ່ໄດ້ຮັບຄວາມເດືອດຮ້ອນໃດໆ

ເປີດເຂດການຄ້າເສຣີໃນປີ 2015
ໃນສ່ວນທີ່ກ່ຽວກັບການເລັ່ງເປີດເຂດການຄ້າເສຣີຂອງກຸ່ມອາຊຽນນັ້ນ ຣມຕ ການຄ້າຂອງ
ປະເທດເຈົ້າພາບ ທ່ານລິມຮົງກຽງ ກໍໄດ້ອອກມາກ່າວສແດງທັສນະວ່າອາຊຽນຈະຕ້ອງ
ເລັ່ງເຮັດວຽກເພື່ອກ້າວເດີນໄປສູ່ການເປີດເຂດການຄ້າເສຣີໃຫ້ໄດ້ພາຍໃນປີ 2015 ບໍ່ເຊັ່ນ
ນັ້ນ ສປ ຈີນ ແລະ ອິນເດັຽ ກໍຈະປະປ່ອຍໃຫ້ອາຊຽນຢູ່ດ້ານຫລັງຈົນແລ່ນຕາມນຳບໍ່ທັນ

ບັນດາ ຣມຕ ການຄ້າຂອງ 10 ປະເທດສມາຊິກອາຊຽນ ມີກຳໜົດລົງນາມໃນຂໍ້ຕົກລົງ
ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້ ເພື່ອເປີດເຂດການຄ້າເສຣີ ພາຍໃນປີ 2015 ທີ່ຈະ
ເຮັດໃຫ້ອາຊຽນກາຍເປັນຕລາດອັນກວ້າງໃຫຍ່ທີ່ມີຜູ້ບໍຣິໂພກເຖິງ 570 ລ້ານຄົນ

ຮັບຮອງເອົາກົດບັດ
ນອກຈາກນີ້ ກຸ່ມປະເທດອາຊຽນກໍມີກຳໜົດລົງນາມຮັບຮອງເອົາກົດບັດຂອງກຸ່ມນຳດ້ວຍ
ອັນຈະເປັນການເປີດທາງໃຫ້ອາຊຽນກາຍໄປເປັນກຸ່ມການຈັດຕັ້ງທີ່ມີກົດເກນຂໍ້ບັງຄັບ
ຄ້າຍຄືກັນກັບສຫະພາບເອີຣົບ ແທນທີ່ຈະແມ່ນການຈັດຕັ້ງຮວມກຸ່ມທີ່ເຮັດວຽກເທິງພື້ນ
ຖານຂອງການອອມຊອມຊຶ່ງກັນແລະກັນ (Consensus) ດັ່ງທີ່ເປັນຢູ່ໃນເວລາປັດຈຸບັນ (ເຊີນທ່ານຄລິກອ່ານແລະຟັງບົດວິເຄາະກ່ຽວກັບເຣື່ອງດຽວກັນນີ້ດ້ານຂວາມື)

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU