ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຕໍ່ໜ້າວິກິຕການ ການເມືອງໃນພະມ້າ

ອາຊຽນຍັງຄົງມີທ່າທີ ແບບສອງແງ່ສອງມຸມ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/11/2007 13:29 TU

ຊາວພະມ້າຊູປ້າຍປະທ້ວງໃກ້ໆສຖານທູດສິງ
ຄະໂປ ທີ່ກຸງມະນີລາ ປະເທດຟີລິບປິນ
(ພາບ: Reuters)

ຊາວພະມ້າຊູປ້າຍປະທ້ວງໃກ້ໆສຖານທູດສິງ ຄະໂປ ທີ່ກຸງມະນີລາ ປະເທດຟີລິບປິນ (ພາບ: Reuters)

ເມື່ອພິຈາຣະນາຈາກກະແສຂ່າວທີ່ພວກ
ເຮົາໄດ້ຮັບໃນມື້ນີ້ (ອາທິດ 18 ພະຈິກ)
ກໍພໍສາມາດເວົ້າໄດ້ວ່າ ຄຳຖາມທີ່ວ່າ
"ກອງປະຊຸມສຸດຍອດກຸ່ມປະເທດອາຊຽນ
ຈະສາມາດແກ້ໄຂປັນຫາວິກິຕການທາງ
ດ້ານການເມືອງໃນປະເທດພະມ້າໄດ້ແນວ
ໃດ?" ນັ້ນ ຍັງຄົງເປັນເຄື່ອງໝາຍຄຳ
ຖາມທີ່ບໍ່ມີຄຳຕອບທີ່ຈະແຈ້ງຢູ່ຕໍ່ໄປ

ທ່າທີແບບສອງແງ່ສອງມຸມ
ຖ້າຈະເວົ້າອີກຢ່າງໜຶ່ງກໍຄື ອາຊຽນຍັງສແດງທ່າທີແບບສອງແງ່ສອງມຸມຢູ່ຄືເກົ່າ ເຮົາມາ
ວິເຄາະທ່າທີຂອງປະເທດເຈົ້າພາບເສັຽກ່ອນ ນາຍົກ ຣມຕ ສິງຄະໂປ ທ່ານລີຊຽນລຸງ
ໄດ້ໃຫ້ສັມພາດຕໍ່ລາຍວັນ "The Straight Times" ສແດງທັສນະຈະແຈ້ງງວ່າ
ສຖານະການໃນປະເທດພະມ້າທີ່ເປັນຢູ່ໃນເວລາປັດຈຸບັນ ບໍ່ສາມາດທີ່ຈະສືບຕໍ່ຍືດເຍື້ອ
ຍາວນານຕໍ່ໄປແນວນີ້ໄດ້ອີກ ທັງນີ້ກໍເພາະສ້າງຜົນກະທົບກະເທືອນໄປທົ່ວຂົງເຂດ ໝາຍ
ຄວາມວ່າກະທົບຕໍ່ອາຊຽນທັງມວນ

ຈາກການໃຫ້ສັມພາດດັ່ງກ່າວ ເຮົາກໍເບີ່ງເຫັນໄດ້ວ່າແມ່ນການເອົາທ່າທີທີ່ໜັກແໜ້ນໃນ
ທຳນອງທີ່ວ່າ ອາຊຽນຕ້ອງເດັດດ່ຽວເພື່ອປະນາມຕໍ່ການໃຊ້ຄວາມຮຸນແຮງປາບປາມ
ຂບວນການປະທ້ວງໃນປະ ເທດພະມ້າ

ແຕ່ອີກດ້ານໜຶ່ງ ເລຂາທິການຂອງອາຊຽນ ທ່ານອົງເກັງຢົງ ຊຶ່ງກໍເປັນຊາວສິງຄະໂປ
ຄືກັນ ຊ້ຳພັດໄດ້ ອອກມາກ່າວໃນລັກສນະເປັນການປ້ອງກັນໂດຍທາງອ້ອມຕໍ່ລະບອບ
ຜເດັດການທະຫານພະມ້າ ໂດຍທ່ານໄດ້ປະຕິເສດຕໍ່ການຮຽກຮ້ອງໃຫ້ມີການຂັບໄລ່ພະ
ມ້າອອກຈາກການເປັນສມາຊິກຂອງອາຊຽນ

ເລຂາທິການອາຊຽນສແດງເຫດຜົນວ່າ ການຂັບໄລ່ພະມ້າອອກຈາກການເປັນສມາຊິກ
ນັ້ນ ສຖານະການກໍຍິ່ງຈະໜັກໜ້າ ບັນດານາຍພົນທັງຫລາຍທີ່ກຳບັງຫຽນຂອງປະເທດ
ພະມ້າໃນເວລາປັດຈຸບັນຍິ່ງຈະມີຄວາມສດວກສບາຍຫລາຍຂື້ນໃນການລ່ວງລະເມີດສິດ
ທິມນຸດຊົນ ໂດຍຈະບໍ່ມີໃຜມາທັກທ້ວງໃຫ້ໄດ້ຍິນ ກໍໃນທຳນອງທີ່ວ່າທາງທີ່ດີກໍໃຫ້ພະມ້າ
ຢູ່ເປັນສມາຊິກຕໍ່ໄປ ຖ້າມີປັນຫາໃດກໍຄ່ອຍເວົ້າຄ່ອຍຈາກັນໄດ້

ເມື່ອສຣຸບຄວາມແລ້ວ ທ່າທີຂອງນາຍົກ ຣມຕ ສິງຄະໂປ ແມ່ນທ່າທີທີ່ຢາກໃຫ້ມີການ
ເບີ່ງຄືນໃໝ່ຕໍ່ປະເພນີດັ້ງເດີມຂອງອາຊຽນ ຊຶ່ງກໍຄືປະເພນີ "ບໍ່ແຊກແຊງຕໍ່ກິຈການ
ພາຍໃນຂອງປະເທດສມາຊິກອື່ນ"
ໃນຂນະທີ່ເລຂາທິການອາຊຽນ ຍັງຄົງຍຶດໝັ້ນ
ໃນປະເພນີດັ້ງເດີມນີ້ຢູ່

ກົດບັດຈະຊ່ວຍແກ້ປັນຫາແນວໃດ?
ແລ້ວການທີ່ອາຊຽນຈະມີການລົງນາມຮັບຮອງເອົາກົດບັດໃນກອງປະຊຸມສຸດຍອດຄັ້ງນີ້
ຈະສາມາດເຮັດໃຫ້ອາຊຽນນຳໃຊ້ກົດເກນເພື່ອແກ້ໄຂປັນຫາການລະເມີດສິດທິມນຸດຊົນ
ໃນປະເທດພະມ້າໄດ້ຫລືບໍ່? ຄຳຖາມນີ້ກໍຄືກັນກັບຄຳຖາມທຳອິດ ຍັງບໍ່ມີຄຳຕອບທີ່ຈະ
ແຈ້ງຄັກແນ່ ຍັງຄົງເປັນເຄື່ອງໝາຍຄຳຖາມຂນາດໃຫຍ່ຄືກັນ

ຈິງຢູ່ທີ່ກົດບັດຂອງອາຊຽນມີບົດບັນຍັດວ່າ "ສົ່ງເສີມແລະປົກປ້ອງການເຄົາຣົບສິດທິມະ
ນຸດຊົນແລະສິດທິເສຣີພາບຂັ້ນພື້ນຖານຂອງພົລເມືອງ"  ນອກຈາກນີ້ກົດບັດກໍຍັງກຳໜົດ
ໃຫ້ມີການຈັດຕັ້ງຄນະກັມມາທິການວ່າດ້ວຍສິດທິມນຸດຊົນຂອງອາຊຽນນຳດ້ວຍ

ແຕ່ຄນະກັມມາທິການທີ່ວ່າຈະຜ່ານມະຕິໃດໆໄດ້ນັ້ນ ກໍຈະຕ້ອງໄດ້ຮັບການລົງຄະແນນ
ສຽງ "ທີ່ເປັນເອກສັນ" ຈາກບັນດາປະເທດສມາຊິກເທົ່ານັ້ນ ຂໍ້ນີ້ກໍເປັນການເຫັນໄດ້
ຢ່າງຈະແຈ້ງແລ້ວວ່າບໍ່ມີວັນຈັກເທື່ອທີ່ປະເທດພະມ້າ ຫລືປະເທດສມາຊິກອື່ນໆທີ່
ລ່ວງລະເມີດສິດທິມນຸດຊົນ
ຈະອອກສຽງເພື່ອໃຫ້ມີການປະນາມແລະເອົມາຕຣາການ
ເດັດຂາດຕໍ່ຕົນເອງ

ກໍແມ່ນຍ້ອນເຫດຜົນຄືແນວນີ້ ບັນດາຝ່າຍຄ້ານພະມ້າຈຶ່ງໄດ້ທວງໃຫ້ອາຊຽນຫ້າມບໍ່
ໃຫ້ຣັຖບານພະມ້າລົງນາມໃນກົດບັດຂອງກຸ່ມ ຊຶ່ງກໍໄດ້ຮັບການປະຕິເສດໄປແລ້ວໂດຍ
ເລຂາທິການຂອງອາຊຽນ

ທັງໝົດນີ້ ແມ່ນຍັງບໍ່ທັນໄດ້ກ່າວເຖິງທ່າທີຂອງບັນດາປະເທດສມາຊິກໃໝ່ຄື ກັມພູເຈັຽ
ລາວ ແລະ ວຽດນາມ ທີ່ຍາມໃດກໍປ້ອງກັນປະເພນີດັ້ງເດີມຂອງອາຊຽນມາຕລອດ ຄືບໍ່
ແຊກແຊງກິຈການພາຍໃນຂອງປະເທດສມາຊິກອື່ນ

ໃນກອງປະຊຸມສຸດຍອດເທື່ອນີ້ພວກເຮົາໄດ້ຮັບຂ່າວແຕ່ສເພາະການສແດງທ່າທີຂອງ
ນາຍົກ ຣມຕ ຮຸນເຊັນແຫ່ງກັມພູເຈັຽເທົ່ານັ້ນ ທີ່ຄັດຄ້ານມາຕຣາການລົງໂທດຕໍ່ພະມ້າ
ເຖິງແມ່ນລາວແລະວຽດນາມຍັງບໍ່ທັນໄດ້ສແດງທ່າທີໃນກອງປະຊຸມເທື່ອນີ້ ແຕ່ເຮົາກໍ
ເຊື່ອວ່າຈະບໍ່ມີຄວາມແຕກຕ່າງຈາກທ່າທີຂອງນາຍົກ ຣມຕ ຮຸນເຊັນ

"ການສ້າງກຸງໂຣມບໍ່ແມ່ນແລ້ວເສັດໃນວັນໜຶ່ງຍາມດຽວ"
ເມື່ອສຣຸບຄວາມແລ້ວ ໝາກຜົນທີ່ຈະເປັນຮູບທັມແທ້ໆຈາກກອງປະຊຸມສຸດຍອດອາຊຽນ
ຄັ້ງນີ້ກໍຄົງຈະມີສເພາະທາງດ້ານການຄ້າດ້ວຍການລົງນາມເພື່ອເປີດເຂດການຄ້າເສຣີ
ພາຍໃນປີ 2015 ເທົ່ານັ້ນ

ສ່ວນທີ່ກ່ຽວກັບສິດເສຣີພາບປະຊາທິປະໄຕຍຊຶ່ງໂລກຕະວັນຕົກຖືເປັນສິດທິຂັ້ນພື້ນຖານ
ຂອງພົລເມືອງນັ້ນ ອາຊຽນກໍຍັງຄົງສອງແງ່ສອງມຸມຕໍ່ໄປ

ຢ່າງໃດກໍຕາມ ການທີ່ອາຊຽນມີກົດບັດອອກມາໃຊ້ເປັນກົດເກນຂໍ້ບັງຄັບທີ່ອາຊຽນຢາກ
ໃຫ້ຄ້າຍຄືກັນກັບສຫະພາບເອີຣົບນັ້ນ ກໍຖືໄດ້ແລ້ວວ່າເປັນບາດກ້າວນ້ອຍໆບາດກ້າວໜຶ່ງ
ໄປສູ່ຂ້າງໜ້າ ຄຳພັງເພີຍໂບຮານເພີ່ນຍັງກ່າວໄວ້ວ່າ "ການສ້າງກຸງໂຣມບໍ່ແມ່ນ
ແລ້ວເສັດໃນວັນໜຶ່ງຍາມດຽວ"

ສລຸບກໍຄື ຖ້າໃຜເປັນຄົນໃຈຮ້ອນແມ່ນຈະຕ້ອງໄດ້ຮັບກັບຄວາມຜິດຫວັງຈາກກອງປະຊຸມ
ສຸດຍອດກຸ່ມປະເທດອາຊຽນໃນຄັ້ງນີ້ (ເຊີນຄລິກລຸ່ມນີ້ເພື່ອຮັບຟັງບົດວິເຄາະໂດຍ
ສຽງຂອງນັກຂ່າວ)

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU