ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກອງປະຊຸມສຸດຍອດ ອາຊຽນຄັ້ງທີ່ 13 ທີ່ສິງຄໂປ

ຜູ້ນຳ 10 ປະເທດ ສມາຊິກ ລົງນາມ ຮັບຮອງຮ່າງກົດບັດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 20/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 20/11/2007 13:47 TU

ບັນດາຜູ້ນຳກຸ່ມປະເທດອາຊຽນຈາກ 10 ປະເທດສມາຊິກ ຖ່າຍຮູບເປັນທີ່ລະລຶກຫລັງເສັດສິ້ນພິທີ
ການລົງນາມໃນຮ່າງກົດບັດ ເນື່ອງໃນໂອກາດກອງປະຊຸມສຸດຍອດຄັ້ງທີ່ 13 ທີ່ປະເທດສິງຄະໂປ
(ພາບ: Reuters)

ບັນດາຜູ້ນຳກຸ່ມປະເທດອາຊຽນຈາກ 10 ປະເທດສມາຊິກ ຖ່າຍຮູບເປັນທີ່ລະລຶກຫລັງເສັດສິ້ນພິທີ ການລົງນາມໃນຮ່າງກົດບັດ ເນື່ອງໃນໂອກາດກອງປະຊຸມສຸດຍອດຄັ້ງທີ່ 13 ທີ່ປະເທດສິງຄະໂປ (ພາບ: Reuters)

ບັນດາຄນະຜູ້ນຳຂອງກຸ່ມອາຊຽນ 10 ປະເທດ ໄດ້ລົງນາມກັນໃນມື້ນີ້ (ອັງຄານ
20 ພະຈິກ) ເນື່ອໃນໂອກາດກອງປະຊຸມສຸດຍອດຄັ້ງທີ່ 13 ທີ່ປະເທດສິງຄະໂປ
ຮັບຮອງເອົາຮ່າງກົດບັດຂອງກຸ່ມອັນຈະເປັນການເຮັດໃຫ້ອາຊຽນກາຍເປັນອົງ
ການຈັດຕັ້ງຮວມກຸ່ມທີ່ມີກົດໝາຍບັງຄັບໃຊ້ ເຊີນທ່ານຄລິກລຸ່ມນີ້ເພື່ອຮັບຟັງ
ການລາຍງານຈາກພື້ນທີ່ໂດຍ ສຸພະລັກ ການຈະນະຂຸນດີ

ກົດບັດອາຊຽນ ຈະເຂົ້າສູ່ເຂດມີຜົນບັງຄັບໃຊ້ໃນຍາມໃດ?

ສ່ວນທີ່ວ່າກົດບັດອາຊຽນຈະເຂົ້າສູ່ເຂດມີຜົນບັງຄັບໃຊ້ໃນຍາມໃດ ແລະຜົນບັງຄັບໃຊ້ຈະ
ຄອບຄຸມກວ້າງໄກຂນາດໃດນັ້ນ ຂໍເຊີນທ່ານຄລິກລຸ່ມນີ້ເພື່ອຮັບຟັງການໃຫ້ຂໍ້ມູນມາຈາກ
ສິງຄະໂປ ໂດຍ ສຸພະລັກ ການຈະນະຂຸນດີ

 

ອິບາຮິມ ກັມບາຣີ ເສັຽໃຈ
ອີກປະການໜຶ່ງ ທ່ານອິບຣາຮິມ ກັມບາຣີ ທູດພິເສດຂອງອົງການສຫະປະຊາດເພື່ອການ
ໄກ່ເກັ່ຽປັນຫາກໍຣະນີພິພາດທາງດ້ານການເມືອງໃນປະເທດພະມ້າ ກໍໄດ້ກ່າວສແດງ
ຄວາມເສັຽໃຈທີ່ບັນດາຜູ້ນຳຂອງອາຊຽນໄດ້ຕັດສິນໃຈເມື່ອວານນີ້ຍົກເລີກການມາລາຍ
ງານສລຸບກ່ຽວກັບພາຣະກິດການໄກ່ເກັ່ຽຂອງທ່ານທີ່ປະເທດພະມ້າ ຊຶ່ງຕາມກຳໜົດເດີມ
ນັ້ນທ່ານກັມບາຣີຈະຕ້ອງມາລາຍງານສລຸບຕໍ່ໜ້າກອງປະຊຸມສຸດຍອດໃນມື້ອື່ນ (ພຸດ 21
ພິຈິກ)

ການຕັດສິນໃຈຍົກເລີກການມາລາຍງານສລຸບຂອງຜູ້ຕາງໜ້າພິເສດຂອງສຫະປະຊາ
ຊາດແມ່ນເນື່ອງ ມາຈາກການສແດງການຄັດຄ້ານຂອງຄນະຜູ້ແທນຈາກປະເທດພະມ້າ
ເອງ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU