ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໂອບາມາ ແລະ ຮັກເຄີບີ ກຳໄຊຊະນະ ທີ່ໄອໂອວາ

ແຕ່ເສັ້ນທາງ ຍັງຍາວໄກ ສຳລັບ ທັງສອງທ່ານ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/01/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/01/2008 12:41 TU

ທ່ານບາຣັກ ໂອບາມາ (Barack Obama) (ຂວາ) ແຫ່ງພັກດີໂມແຄຣຕ ແລະ ທ່ານໄມຄ໌
ຮັກເຄິບີ (Mike Huckerbee) ແຫ່ງພັກຣີພັບບລິກກັນ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງ
ຂັ້ນປະຖົມແບບ "Caucus" ທີ່ຣັດ "ໄອໂອວາ" (Iowa) (ພາບ: Reuters...ຕັດຕໍ່/RFI)

ທ່ານບາຣັກ ໂອບາມາ (Barack Obama) (ຂວາ) ແຫ່ງພັກດີໂມແຄຣຕ ແລະ ທ່ານໄມຄ໌ ຮັກເຄິບີ (Mike Huckerbee) ແຫ່ງພັກຣີພັບບລິກກັນ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງ ຂັ້ນປະຖົມແບບ "Caucus" ທີ່ຣັດ "ໄອໂອວາ" (Iowa) (ພາບ: Reuters...ຕັດຕໍ່/RFI)

ບັນດານັກສັງເກດການເບີ່ງວ່າ ໄຊຊະນະຂອງ ທ່ານບາຣັກ ໂອບາມາ ແຫ່ງ
ພັກດີໂມແຄຣຕ ເປັນການເປີດທາງຢ່າງສວຍງາມສຳລັບກ້າວຕໍ່ໄປຂ້າງໜ້າ
ເຮັດໃຫ້ ທ່ານນາງຣິລລາຣີ ຄລິນຕັນ ອດີດສຕຣີໝາຍເລກໜຶ່ງແລະສມາຊິກ
ສະພາສູງແຫ່ງຣັດນິວຢ໊ອກ ທີ່ເປັນຕົວເກັງຂອງພັກດີໂມແຄຣຕໄດ້ຮັບການ
ປລາໄຊແບບພິກຄວາມຄາດໝາຍ ແຕ່ໄຊຊະນະຂອງ ທ່ານໄມຄ໌ ຮັກເຄີບີ
ແຫ່ງພັກຣີພັບບລັກກັນນັ້ນອາດເປັນພຽງຣະຍະສັ້ນ

ຜົນການເລືອກຕັ້ງຂັ້ນປະຖົມທີ່ຣັດ "ໄອໂອວາ" ທີ່ທົ່ວໂລກຈັບຕາເບີ່ງຢ່າງໃກ້ຊິດນັ້ນປາ
ກົດຜົນອອກມາແລ້ວ ທ່ານບາຣັກ ໂອບາມາ (Barack Obama) ສມາຊິກສະພາ
ສູງຈາກຣັດ ອິລລີນອຍສ ເປັນຜູ້ກຳໄຊຊະນະສຳລັບພັກດີໂມແຄຣຕ ແລະ ທ່ານໄມຄ໌
ຮັກເຄີບີ (Mike Huckerbee)
ເປັນຜູ້ກຳໄຊຊະນະທາງດ້ານພັກຣີພັບບລັກກັນ

ທ່ານບາຣັກ ໂອບາມາ ໄດ້ຄະແນນ 38% ຫ່າງໄກຈາກຄູ່ແຂ່ງສຳຄັນສອງທ່ານ ຄື
ທ່ານຈອນຫ໌ ເອັດວາດສ໌ (John Edwards) ອດີດສມາຊິກສະພາສູງຈາກຣັດ
ກາໂຣຣີນເໜືອ (Caroline du Nord) ທີ່ໄດ້ຄະແນນ 30% ໃນຂນະທີ່ ທ່ານ
ນາງຮິລລາຣີ ຄລິນຕັນ (Hillary Clintoon)
ອດີດສຕຣີໝາຍເລກ 1 ຕິດຕາມ
ມາເປັນອັນດັບທີສາມ ໄດ້ 29% ສ້າງຄວາມຕົກຕະລຶງໄປທົ່ວ

ທາງດ້ານພັກຣີພັບບລັກກັນ ທ່ານໄມຄ໌ ຮັກເຄິບີ ອດີດຜູວ່າການຣັດອາຣ໌ແຄນ
ຊໍສ໌ (Arkansas)
ເປັນຜູ້ໄດ້ຮັບໄຊຊະນະດ້ວຍຄະແນນ 34%  ຕິດຕາມມາເປັນອັນ
ດັບທີສອງໄດ້ແກ່ ທ່ານມິຕຕ໌ ຣອມເນ (Miit Romney) ອດີດຜູ້ວ່າການຣັດ
ເມັສຊາຈູເສດ (Massachusetts) ໄດ້ 26% ສ່ວນ ທ່ານຈອນຫ໌ ແມ໊ກເຄນ
(John McCain)
ນັກຮົບເກົ່າແຫ່ງສົງຄາມວຽດນາມ ແລະ ທ່ານເຟຣດ ທອມ
ສັນ (Alfred Thomson)
ອດີດສມາຊິກສະພາສູງແຫ່ງ ຣັດເທັນເນັສຊີ
(Tennessee)
ຕິດຕາມມາເປັນອັນດັບທີສາມດ້ວຍ ຄະແນນສຽງ 13% ເທົ່າກັນ

ການເລືອກຕັ້ງຊີງຕຳແໜ່ງປະທານາທິບໍດີອະເມຣິກັນຂັ້ນປະຖົມທີ່ "ຣັດໄອໂອວາ" ນີ້
ເປັນການເລີ້ມຕົ້ນເທົ່ານັ້ນຫລັງຈາກການໂຄສະນາຫາສຽງທີ່ເລີ້ມມາໄດ້ກວ່າໜຶ່ງປີແລ້ວ

ການເລືອກຕັ້ງຂັ້ນປະຖົມຍັງຈະດຳເນີນຕໍ່ໄປອີກໃນຣັດອື່ໆ ຈົນເຖິງເດືອນມິຖຸນາໜ້າຈຶ່ງ
ຈະເສັດສິ້ນ ໃນວັນອັງຄານໜ້ານີ້ (8 ມັງກອນ) ກໍຈະຈັດທີ່ຣັດ New Hampshire
ແລະວັນເລືອກຕັ້ງປະຖົມທີ່ສຳຄັນທີ່ສຸດແມ່ນໃນວັນອັງຄານທີ່ 2 ກຸມພາໜ້າ ເພີ່ນເອີ້ນ
ວັນສຳຄັນທີ່ສຸດນີ້ວ່າ "Super Tuesday" ທັງນີ້ເພາະໃນວັນດັ່ງກ່າວມີການເລືອກ
ຕັ້ງຂັ້ນປະຖົມເຖີງ 20 ກວ່າຣັດພ້ອມກັນ ໃນນັ້ນຮວມທັງ ຣັດແຄລິຟໍຣ໌ເນັຽ ຊຶ່ງເປັນ
ຣັດທີ່ມີພົລເມືອງຫລາຍທີ່ສຸດນຳດ້ວຍ ສ່ວນຣັດສຸດທ້າຍທີ່ຈະຈັດປະຖົມເລືອກຕັ້ງ ທີ່
ເພີ່ນເອີ້ນວ່າ Primaire ຫລືບາງຄັ້ງກໍວ່າ Caucus ນີ້ ແມ່ນຣັດ Nebraska ໃນວັນທີ
28 ມິຖຸນາ

ຫລັງຈາກນັ້ນ ທັງພັກດີໂມແຄຣຕ ແລະ ຣີພັບບລັກກັນ ກໍຈະຈັດກອງປະຊຸມໃຫຍ່ຂອງຕົນ
ໃນຕອນທ້າຍຂອງເດືອນສິງຫາແລະຕົ້ນກັນຍາ ເພີ່ນເອີ້ນກອງປະຊຸມໃຫຍ່ນີ້ວ່າ
"Convention" ທັງນີ້ເພື່ອແຕ່ງຕັ້ງຕົວແທນຂອງພັກທີ່ໄດ້ຮັບໄຊຊະນະຫລາຍທີ່ສຸດ
ໃນການເລືອກຕັ້ງຂັ້ນປະຖົມນັ້ນ ໃຫ້ເປັນຕົວແທນຂອງພັກຢ່າງເປັນທາງການພຽງຜູ້
ດຽວ ເຂົ້າແຂ່ງຂັນຊິງຕຳແໜ່ງປະທານາທິບໍດີຮອບສຸດທ້າຍ ໃນວັນທີ 4 ເດືອນພະຈິກ
ໜ້າ ທ່ານໃດໄດ້ຮັບການເລືອກຕັ້ງກໍຈະກາຍໄປເປັນປະທານາທິບໍດີຄົນທີ 44 ຂອງປະ
ເທດມຫາອຳນາດໝາຍເລກໜຶ່ງຂອງໂລກ ຄືສຫະຣັດອະເມຣິກາ (ທ່ານທີປະສົງຮັບຟັງ
ລາຍງານໂດຍ ສຽງນັກຂ່າວ ກະຣຸນນາຄລິກລຸ່ມນີ້)

 

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU