ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ: ຮອບປະຖົມ ທີ່ ຣັດໄອໂອວາ ສຳຄັນແນວໃດ?

ທ່ານໃດໄດ້ຮັບໄຊຊະນະ ໃນຣັດ "ໄອໂອວາ" ນີ້ແລ້ວ ມັກຈະໄດ້ຮັບການເລືອກເປັນຕົວແທນຂອງພັກ ມີຄວາມຈິງຊ່ຳໃດ?

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 03/01/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/01/2008 07:28 TU

ແຜນທີ່ປະເທດສຫະຣັດອະເມຣິກາ ສແດງທີ່ຕັ້ງຂອງຣັດ "ໄອໂອວາ" (IOWA)
(ພາບຈາກ: http://quickfacts.census.gov/qfd/index.html)

ແຜນທີ່ປະເທດສຫະຣັດອະເມຣິກາ ສແດງທີ່ຕັ້ງຂອງຣັດ "ໄອໂອວາ" (IOWA) (ພາບຈາກ: http://quickfacts.census.gov/qfd/index.html)

ກ່າວກັນວ່າຜູ້ສມັກທ່ານໃດ ຈາກພັກໃດກໍຕາມ ທີ່ໄດ້ຮັບໄຊຊະນະໃນການ ເລືອກຕັ້ງຮອບປະຖົມໃນຣັດ "ໄອໂອວາ" ນີ້ແລ້ວ ມັກຈະໄດ້ຮັບການເລືອກ ເປັນຕົວແທນຂອງພັກໃນຂັ້ນສຸດທ້າຍ ເຂົ້າຊ່ວງຊິງຕຳແໜ່ງປະທານາທິບໍດີ ໃນວັນທີ 4 ພະຈິກສເມີ ມີຄວາມຈິງຊ່ຳໃດ?

ເປັນພຽງຂໍ້ສັງເກດ ບໍ່ແມ່ນຫລັກຕາຍຕົວ
ໃນອດີດທີ່ຜ່ານມາ ມັກເປັນແນວນັ້ນ ຄືໃຜຊນະໃນຣັດ "ໄອໂອວາ" ນີ້ແລ້ວ ມັກໄດ້ຮັບ
ການເລືອກຕັ້ງເປັນຕົວແທນຂອງພັກເຂົ້າຊ່ວງຊິງໃນຮອບສຸດທ້າຍສເມີ ແຕ່ກໍບໍ່ແມ່ນວ່າ
ຈະສເມີໄປທຸກຄັ້ງ

ມີຜູ້ໃຫ້ຂໍ້ສັງເກດວ່າ ໃນຣະຍະ 28 ປີ ທີ່ຜ່ານມາ ໝາຍຄວາມວ່າໃນການເລືອກຕັ້ງຮອບ
ປະຖົມ 7 ຄັ້ງຫລ້າສຸດຜ່ານມາທີ່ຣັດ "ໄອໂອວາ" ນີ້  5 ທ່ານໃນຈຳນວນ 7 ເປັນຜູ້ໄດ້
ໄຊຊະນະຂັ້ນສຸດທ້າຍເປັນ ຕົວແທນຂອງພັກ

ເຮົາເຫັນໄດ້ວ່າ 2 ທ່ານທີ່ບໍ່ໄດ້ຮັບໄຊຊະນະທີ່ຣັດ "ໄອໂອວາ" ກໍໄດ້ຮັບການເລືອກຕັ້ງ
ເປັນຕົວແທນຂອງພັກໃນຣະດັບຊາດ ເຂົ້າໄປຊ່ວງຊິງຕຳແໜ່ງປະທານາທິບໍດີໃນທີ່ສຸດ
ຄື ທ່ານຢອຣ໌ຊ ບຸສ (ພໍ່) (Gearge H. Bush) ແຫ່ງພັກຣີພັບບລິກກັນ ແລະ ທ່ານໄມ
ເຄີລ ດູກາກິສ (Mickael Dukakis) ແຫ່ງພັກດີໂມແຄຣຕ ທີ່ໄດ້ຄະແນນເປັນອັນດັບທີ່
ສາມໃນຣັດໄອໂອວາ

ວິທີລົງຄະແນນສຽງທີ່ສລັບຊັບຊ້ອນ
ສ່ວນວິທີການລົງຄະແນນສຽງນັ້ນ ກໍສລັບຊັບຊ້ອນ ເປັນເຣື່ອງໜ້າປວດຫົວຢ່າງແທ້ຈິງ
ແມ່ນແຕ່ຄົນອະເມຣິກັນເອງຈຳນວນຫລວງຫລາຍ ກໍບໍ່ສາມາດເຂົ້າໃຈໄດ້

ເວົ້າງ່າຍໆກໍຄືວ່າ ບໍ່ຄືກັນກັບໃນປະເທດຝຣັ່ງເສດ ທີ່ໃຜວ່າງໃນຊົ່ວໂມງໃດກໍໄປລົງຄະ
ແນນໄດ້ ຈົນກວ່າຈະປິດໜ່ວຍເລືອກຕັ້ງໃນເວລາ 20 ໂມງ

ຫາກແຕ່ວ່າຢູ່ຣັດ "ໄອໂອວາ" ຂອງສຫະຣັດອະເມຣິການີ້ (ໃນຣັດອື່ນໆກໍຄືກັນ) ການລົງ
ຄະແນນສຽງເປີດເມື່ອຕອນ 18. 30 ໂມງ ຕາມເວລາທ້ອງຖິ່ນ ສຳລັບ "ພັກດີໂມແຄຣຕ"
ສ່ວນການລົງຄະແນນສຽງສຳລັບ "ພັກຣີພັບບລິກກັນ" ນັ້ນ ແມ່ນເປີດຕັ້ງແຕ່ເວລາ
19.00 ໂມງ ແລະ ການລົງຄະແນນສຽງກໍດຳເນີນໄປພຽງ ແຕ່ໃຊ້ເວລາປະມານ 2 – 3
ຊົ່ວໂມງເທົ່ານັ້ນ

ນັ້ນກໍໝາຍຄວາມ ປະຊາຊົນຜູ້ມີສິດອອກສຽງເລືອກຕັ້ງອາຍຸຕັ້ງແຕ່ 18 ປີຂື້ນໄປ ອອກ
ຈາກບ້ານຂອງຕົນໃນຕອນຄ່ຳມືດ ຖ້າມກາງຄວາມໜາວເຢັນຂັ້ນອຸນຫະພູມຕິດລົບ ເພື່ອ
ໄປໃຊ້ສິດຂອງຕົນ ອັນເປັນການອະທີບາຍເຖິງວ່າ ເປັນຫຍັງການນອນຫລັບທັບສິດຈຶ່ງມີ
ສູງ ຍົກຕົວຢ່າງ ເມື່ອປີ 2004 ມີຜູ້ນອນຫລັບທັບສິດເຖິງ 78% ສຳລັບ "ພັກພັກດີໂມ
ແຄຣຕ"

ການແຍກຜູ້ເລືອກດີໂມແຄຣຕແລະຣີພັບບລິກກັນ
ຜູ້ລົງຄະແນນສຽງ ເວລາຈົດຊື່ວ່າເປັນຜູ້ມີສິດອອກສຽງນັ້ນ ກໍຕ້ອງບອກລ່ວງໜ້າອີກ
ວ່າ ຈະລົງໃຫ້ພັກໃດເສັຽກ່ອນ

ຢູ່ປະເທດຝຣັ່ງເສດ ເມື່ອເຮົາໄປຈົດຊື່ຢູ່ Mairie ບໍ່ມີໃຜຖາມວ່າເຮົາຈະລົງຄະແນນ
ສຽງໃຫ້ພັກໃດ ໃຫ້ຜູ້ໃດ ແຕ່ຢູ່ອະເມຣິກາເພີ່ນຖາມກ່ອນວ່າຈະລົງໃຫ້ພັກໃດ ແລ້ວກໍ
ຈົດຊື່ລົງໃນບັນຊີຜູ້ຈະເລືອກພັກນັ້ນ

ດັ່ງນັ້ນຢູ້ຣັດ "ໄອໂອວາ" ຈຶ່ງມີຜູ້ຈະເລືອກ "ພັກຣີພັບບລັກກັນ" 624 ພັນຄົນ ແລະ ຜູ້
ຈະເລືອກ"ພັກດີໂມແຄຣຕ" 645 ພັນຄົນ

ໜ່ວຍເລືອກຕັ້ງກໍບໍ່ແມ່ນສຖານທີ່ດຽວກັນ ໜ່ວຍເລືອກຕັ້ງສຳລັບ "ພັກດີໂມແຄຣຕ" ຢູ່
ບ່ອນໜຶ່ງ ແລະຂອງ "ພັກຣິພັບບລັກກັນ" ຢູ່ອີກບ່ອນໜຶ່ງ

ສ່ວນອີກ 800 000 ຄົນ ໃນຣັດໄອໂອວານີ້ ແຈ້ງວ່າ ເປັນຜູ້ມີສິດລົງຄະແນນສຽງ
"ອິສຣະ" ກຸ່ມທີ່ແຈ້ງວ່າເປັນອິສຣະນີ້ ບໍ່ມີສິດອອກສຽງເລີຍ ເວັ້ນເສັຽແຕ່ວ່າຕອນ
ເດີນທາງໄປເຖິງໜ່ວຍເລືອກຕັ້ງແລ້ວ ໄປບອກປ່ຽນໃຈ ແລະຈົດຊື່ວ່າຈະເປັນຜູ້ລົງ
ຄະແນນສຽງໃຫ້ພັກໃດພັກໜຶ່ງ

ການຢັ່ງສຽງບໍ່ແນ່ນອນ
ກໍແມ່ນຍ້ອນເຫດຜົນຄືແນວນີ້ ການຢັ່ງສຽງທີ່ອອກມາ ຈຶ່ງບໍ່ມີຄວາມແນ່ນອນ ຜູ້ລົງ
ຄະແນນສຽງສາມາດບອກປ່ຽນໃຈໄດ້ຢູ່ກັບໜ່ວຍເລືອກຕັ້ງເອງ ໝາຍຄວາມວ່າໃນ
ວິນາທີສຸດທ້າຍ

ເວົ້າລະອຽດຕື່ມອີກກໍຄື ໃຜກໍຕາມເມື່ອຈົດຊື່ກ່ອນວັນລົງຄະແນນສຽງນັ້ນບອກວ່າຈະ
ເລືອກພັກ ກ. ແຕ່ເມື່ອເຖິງວັນເລືອກຕັ້ງແລ້ວປ່ຽນໃຈວ່າຈະເລືອກພັກ ຂ. ເມື່ອເວ
ລາອອກຈາກບ້ານກໍຈະຕ້ອງໄປທີ່ໜ່ວຍເລືອກຕັ້ງຂອງພັກ ຂ. ແລະກໍໄປຈົດຊື່ບອກ
ປ່ຽນໃຈກັບທີ່ໂລດ

ວິທີລົງຄະແນນສຽງສຳລັບສອງພັກທີ່ແຕກຕ່າງກັນ
ວິທີການລົງຄະແນນສຽງສຳລັບ "ພັກຣີພັບບລັກກັນ" ກໍບໍ່ຄືກັນອີກກັບການລົງຄະແນນ
ໃຫ້ "ພັກດີໂມແຄຣຕ"

ສຳລັບ "ພັກຣີພັບບລັກກັນ" ນັ້ນ ຊີ້ມືເອົາ ຜູ້ສມັກຜູ້ໃດໄດ້ຫລາຍກວ່າ ກໍແມ່ນໄດ້ຮັບ
ເລືອກຕັ້ງໂລດ

ແຕ່ສຳລັບ "ພັກດີໂມແຄຣຕ" ສລັບຊັບຊ້ອນ ທຳອິດຜູ້ໃດຈະເລືອກຜູ້ສມັກໃດກໍໃຫ້ໄປ
ຮວມກັນເປັນກຸ່ມ ກຸ່ມໃດມີຄົນ 15% ຂຶ້ນໄປຂອງຜູ້ມາຮ່ວມປະຊຸມ ຈຶ່ງຈະສາມາດຜ່ານ
ໄປຮອບສອງໄດ້

ສນັ້ນກຸ່ມບໍ່ເຖິງ 15% ຕ້ອງຍຸບຕົວເອງ ແລະຕ້ອງໄປເຂົ້າກັບກຸ່ມໃດກຸ່ມໜຶ່ງ ຈົນໃນທີ່
ສຸດຈະເຫລືອສອງກຸ່ມ ກຸ່ມໃດຫລາຍກວ່າກໍເປັນກຸ່ມຜູ້ຊນະ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU