ຄົ້ນຫາຂໍ້ມູນ

/ languages

Choisir langue
 

Tour Eiffel

Tour Eiffel ສັນຍາລັກ ຂອງເມືອງຝຣັ່ງ

ໂດຍ ສີທູຍ ສຸວັນນະສີ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/01/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/01/2008 13:32 TU

Tour Eiffel ແລະ ມາບັດນີ້ ກາຍເປັນ ສັນຍາລັກ ຂອງເມືອງຝຣັ່ງ ແລະ ນະຄອນປາຣີສ

Tour Eiffel ແລະ ມາບັດນີ້ ກາຍເປັນ ສັນຍາລັກ ຂອງເມືອງຝຣັ່ງ ແລະ ນະຄອນປາຣີສ

Tour Eiffel ຈຶ່ງ ເປັນທີ່ນິຍົມ ຂອງ ຊາວເມືອງ ແລະ ມາບັດນີ້ ກາຍເປັນ ສັນຍາລັກ ຂອງເມືອງຝຣັ່ງ ແລະ ນະຄອນປາຣີສ
 ເມື່ອເຮົາ ກ່າວເຖິງ ເມືອງຝຣັ່ງ ແລະ ໂດຍສະເພາະ ນະຄອນປາຣີ ແລ້ວ ຄົນລາວເຮົາ ສ່ວນຫລາຍ ກໍ ມີມະໂນພາບ ຫລື ຄິດເຫັນ ຫໍ ແອແຟນ ຫລື ວ່າ Tour Eiffel ຫລື vins ຫລື Champagne ແລະເຄື່ອງ De Luxe ອັນດັບນຶ່ງ ຂອງໂລກ ດັ່ງນີ້ ເປັນຕົ້ນ ແຕ່ຢ່າງໃດ ກໍ Tour Eiffel ເປັນສຳຄັນ ເພາະ ຂ້າພະເຈົ້າ ຈື່ໄດ້ສເມີ ສມັຍທີ່ບໍ່ທັນມາຢູ່ ປາຣີສ ຫມູ່ ເພື່ອນ  ທັງຫລາຍ ກໍວ່າ ຄັນໄປເຖິງ ເືອງປາຣີສ ແລ້ວ ຢ່າລືມໄປຖ່າຍຮູບຄາດ Tour Eiffel ສົ່ງມາໃຫ້ເບິ່ງແດ່ ຄັນບໍ່ຊັ້ນແປວ່າ ບໍ່ທັນຮອດ ອັັນຫມາຍເຖິງວ່າ Tour Eiffel ນີ້ ແມ່ນ ສັນຍາລັກ ຂອງປາຣີ ແລະ ຂອງຝຣັ່ງ ໂດຍແທ້. 

ມັນບໍ່ແມ່ນແຕ່ Tour Eiffel ເທົ່ານັ້ນ ທີ່ ປາຣີສ ແລະ ຝຣັ່ງ ມີແນວເດ່ນໆ ທີ່ຈະນຳອວດ ອ້າງຊາວ ໂລກ ເຊັ່ນ ຫໍພະພິທພັນ Louvres ໂບດ Sacre Coeur Montmarte ແລະ ອື່ນໆ ເປັນຕົ້ນ ແຕ່ ໃນເທື່ອນີ້ ຈະເລົ່າ ເຣື່ອງ Tour Eiffel ສັນຍາລັກ ປາຣີສ ສູ່ທ່ານ ຜູ້ຟັງ ຈຶ່ງ ຈ້ອນ ເອົາແຕ່ ຫໍ ເຫລັກກ້າ ນີ້ ມາເວົ້າ ວ່າ ມັນສູງ ປານໃດ ໃຫຍ່ປານໃດ ສ້າງມາດົນ ປານໃດ ແລ້ວເອົາເຫລັກກ້າ ແນວໃດ ມາສ້າງ ຈຶ່ງ ຫມັ້ນຄົງ ຕ້ານແດດ ຕ້ານຝົນ ແລ້ວ ຢືນທ້າທາຍ ດິນຟ້າອາກາດ ມາ ດົນກວ່າ ສັຕວັດ ມາແລ້ວ.

໑// Tour Eiffel ທີ່ເປັນສັນຍາລັກ ປາຣີສ ນີ້ ແມ່ນເອົາເຫລັກກ້າ ແນວໃດ ສ້າງ ຕື່ວ່າ ຕີຫລົບທົບໄດ້ ເປັນລວດລາຍ ຄືວ່າຫລອມຫລໍ່ ເອົາໂລດ ?

Tour Eiffel ແມ່ນ ຫໍເຫລັກກ້າ ຊາວຝຣັ່ງວ່າ ທ່ານຜູ້ຍິງເຫລັກ Dame de fer ຫໍນີ້ ດັ່ງ ດຽວກັນກັບ ຮ່າງ ສະຖານີຣົດໄຟ Gare de l' Est ໃນປາຣີສ ແມ່ນ ໃຊ້ ເຫລັກ ທີ່ຫລອມ ໃນຣະບົບຫລອມ ພິເສດ ເອີ້ນວ່າ ຣະບົບ Puddling ອັນແມ່ນຣະບົບ ອົບເຫລັກ ໃນ ໂຮງອົບ ທັນສມັຍ ເວລານັ້ນ ຜລິດຄິດສ້າງ ໂດຍ ຄົນອັງກິດ ທ່ານ ຮັງຣີ ຄອ໊ອຕ ໃນປີ ໑໗໘໕ ພຸ້ນ 

ເມື່ອ ອົບເຫລັກກ້າ ໃນຫມໍ້ອົບ ແລ້ວ ເຫລັກກ້າ ຊິເປືອ່ຍ ກ່າຍເປັນ ທາດອອ່ນ ຄືກັບ ວ່າ ເປັນ  ຊືນ ຄັ່ງ ສາມາດ ນຳ ໄປ ດັດແປງ ຄວັດລວດລາຍ ໄດ້ ຢ່າງສະບາຍ ແລະ ສາມາດ ດັດແປງໄດ້ງາມ ຄື ທີ່ເຫັນ ຮ່າງໂຄງ ຂອງ Tour Eiffel ແຕ່ວ່າ ເມືອ ມັນເຢັນແລ້ວ ມັນ ກໍກັບສະພາບເດີມ ຄື ແຂງ ແລະ ທົນທານ ຕໍ່ແດດ ຝົນ ໄດ້ - ນີ້ ແມ່ນ ເຫລັກ ທີ່ນຳຫລອມ ເປັນ Tour Eiffel ບໍ່ແມ່ນເຫລັຫ ທັມມະດາໆ ແຕ່ຢ່າງໃດເລີຍ. 

໒// ບໍ່ທັມມະດານໍ ເຫລັກ ນຳມາສ້າງ Tour Eiffel ນີ້ /ບາດນີ້ ເວົ້າໃຫ້ ຟັງແດ່ ວ່າ ສ້າງ ມາ ແຕ່ດົນ ປານໃດແລ້ວ ສູງ ໃຫຍ່ ກວ້າງຍາວ ປານໃດ ແລະ ມີພິເສດ ແນວໃດ? 

Tour Eiffel ຖືກສ້າງສຳເຣັດ ໃນ ປີ ໑໘໘໙ ໃຊ້ເວລາ ສ້າງ ພຽງ ສອງປີເທົ່ານັ້ນ - ເປັນ ຫຍັງ ຈຶ່ງວ່າ ສ້າງໄດ້ໄວແທ້ ຄຳຕອບກໍຄືວ່າ ບໍ່ແມ່ນ ແຕ່ຂົນເຫລັກມາ ສ້າງໃນ ບ່ອນສ້າງ ເທົ່ານັ້ນ ສ່ວນຫລາຍ ແມ່ນ ເຮັດ ເປັນສິ້ນທ່ອນ ສຳເຣັດຮູບ ເປັນ ທ່ອນໆມາ ແຕ່ໂຮງງານ ຜລິດ ໃນເມືອງ Levqllois Perret ແລ້ວຂົນມາ ຕິດຕັ້ງ ເປັນຂັ້ນໆໄປ. 

ສ້າງ ໃນ ປີ ໑໘໘໙ ທັງນີ້ ເພື່ອ ສແດງຄວາມຍິ່ງໃຫຍ່ ທາງ ເທັກນິກ ແລະ ວິທຍາສາດ ຂອງຝຣັ່ງເວລານັ້ນ ແລະ ເພື່ອຄວາມຍິ່ງໃຫຍ່ ຂອງງານ ມະຫາກັມ ໂລກ ທີ່ເອີ້ຣນວ່າ Exposition Universelle ພ້ອມນັ້ນກໍ ເປັນ ການສເລີມສລອງ ຄົບຮອບ ໑໐໐ ປີ ຂອງ ມະຫາປະຕິວັດຝຣັ່ງ 100e Anniversaire de la Revolution Francaise ນຳດ້ວຍ. 

ສະຖາປະນິກນຳພາການສ້າງ ແມ່ນທ່ານ Gustave Eiffel ພ້ອມດ້ວຍ ຜູ້ຮ່ວມງານ ຊຶ່ງເປັຍວີສວະກອນ ຣະດັບສູງ ຫລາຍສິບຄົນ ໂຄງຮ່າງ ຫໍນີ້ ມີຜູ້ ຄິດ ຂຽນ ກ່ອນແລ້ວ ແຕ່ແມ່ນ ທ່ານ ແອແຟນ ຊື້ລິຂະສິດ ມາດັດແປງໃຫມ່ ແລ້ວ ນຳສເນີຣັຖບານ ຜ່ານ ໃນສມັຍນັ້ນນັ້ນ. 

Tour Eiffel ມີຄວາມສູງ ໓໐໐ ແມຕ ແຕ່ເມືອ່ ມາຕື່ມ ຫລັກ Antenne ວິທຍຸ ໂທລະ ພາບ ຢູ່ຈອມນັ້ນແລ້ວ ຄວາມສູງທັງຫມົດ ກາຍເປັນ ໓໒໕ ແມຕ. 

ໃນສມັຍນັ້ນ Tour Eiffel ເປັນຫໍ ທີ່ສູງທີ່ສຸດ ໃນໂລກ ແລະຄອງຕຳແຫນ່ງນີ້ມາໄດ້ ປະມານ ໔໐ ປີ ຈຶ່ງ ມີຫໍ ສູງລື່ນ ຫໍນຶ່ງ ສ້ງຢູ່ ອະເມຣິກາ ໂດຍແມ່ນ ທ່ານ Thomas Edisonຊຶ່ງ ເປັນນັກ ວິສວາກອນ ຊື່ສຽງ ເວລານັ້ນສ້າງຂຶ້ນ ຢູ່ ເມືອງ ຟີລາແດນຟີ. 

Tour Eiffel ມີ ໓ ຊັ້ນດ້ວຍກັນ ຊັ້ນທີ່ ໑ ສູງ ໕໗ ມ/ ຊັ້ນທີ່ສອງ ສູງ ໑໖໐ ແມດ ແລະ ຊັ້ນ ສູງ ສຸດ ຊັ້ນທີ່ ໓ ສູງ ໓໐໙ ແມຕ. ແລະ ຕີນ ໔ ຕີນ ຂອງ Tour Eiffel ມີຣະຍະ ຫ່າງກັນ ໗໗ ແມດ ຄັນແທກ ຂ້າງນອກ ເປັນ ໑໒໕ ແມດ ເພາະຕີນ ຫລືຖານ ໃຫຍ່ແຕ່ລະຂ້າງ ຍາວ  ໒໕ ແມດ ແລະ ສູງ ໔ ແມຕ. 

Tour Eiffel ມີຂັ້ນໃດ ຂຶ້ນ ຈາກດິນເຖິງຈອມ ໃນຕອນຕົ້ນໆ ຂັ້ນໃດ ມີ ໑໖໖໙ ຂັ້ນ ມາຮອດ ປີ ໑໙໘໖ ເລີຍຕັດອອກເສັຽ ແຕ່ຊັ້ນສອງຂຶ້ນໄປ ແຕ່ວ່າ Tour Eiffel ມີ ລິປ ສອງລິບ ຫລື Ascenseurs ສອງເຄື່ອງ ໄວ້ບໍຣິການ ທັສນະຈອນ ແລະ ຜູ້ປະສົງຂຶ້ນລົງ ຫໍເຫລັກນີ້ ຢ່າງ ສະບາຍ. 

ຢູ່ຊັ້ນສອງ ມີ ຮ້ານອາຫານ ຫລື ພັດຕາຄ່ານ ຊື່ດັງ Restaurant Jules Vernes ທ່ານ ຢາກ ໄປ ລອງກິນເບິ່ງກໍໄດ້ ແຕ່ວ່າ ຄ່າອາຫານຢາກ ແພງແດ່ ແຕ່ຄັນມາຢ້ຽມປາຣີ ດ້າມ ເທື່ອ ກໍຄວນ ຢ່າພາດ ສາຈະເປັນການ ເປັນທີ່ຣະລຶກ ຫລື Souvenirs ແມ່ນ ບໍ ທ່ານ? 

ຄັນໄປເຖິງຊັ້ນນຶ່ງ ທ່ານຈະຫລຽວ ເຫັນທີວທັດ ອອ້ມປາຣີສ ຢ່າງເຕັມຕາ ຫາກແມ່ນ ມື້ໃດ ອາກາດດີ ທ່ານກໍສາມາດ ເຫັນ ທີວທັດ ອອ້ມແອ້ມ ນະຄອນຫລວງນີ້ ໄກເຖິງ ໕໐ າທ ພຸ້ນ. ສ່ວນຊັ້ນທີ່ສອງ ທີ່ວ່າ ມີພັດຕາຄານນັ້ນ ເຮົາຈະເຫັນ ທີວທັດໄກ ເຖິງ ໗໐ ກິໂລແມຕ. 

ສ່ວນຊັ້ນ ໓ ສູງສຸດນັ້ນ ແມ່ນສູງ ສຽບຟ້າ ກໍວ່າໄດ້ ຍາມໃດ ມືດຝົນ ເມກຫລາຍ ປາຍຂອງ Tour Eiffel ຄ້າຍກັບວ່າ ສ-ວຟ້າໄປເລີຍ ຈົນນົກກະວີ ນັກປະພັນ ຫລາຍທ່ານ ຂຽນວ່າ Tour Eiffel ແມ່ນບັນໃດ ກ່າຍສູ່ ເມືອງສວັນ ກໍມີຫລາຍ. ຖ້າເບິ່ງ ແນວນຶ່ງແລ້ວ Tour Eiffel ຊ້ຳພັດຄື ໂຕສັດຄໍຍາວໂຕ Girafe ໃຫຍ່ ກຳລັງ ປ່ອນຄໍ ໄປກິນໃບໄມ້ ໃນສວນ ສວັນ ພຸ້ນ ຫນ້າ ພິສດານແທ້ໆ.

໓// ຫັນໄປເວົ້າເຖິງ ປວັດ ຄວາມເປັນມາ ຂອງການ ສ້າງ Tour Eiffel ນີ້ຈັກເລັກນ້ອຍ ເພິ່ນສ້າງມາ ເພື່ອຫຍັງ ແລະສ້າງໃດ້ແນວໃດ ໃຊ້ເງິນຫລາຍນ້ອຍປານໃດ? 

ໃນສມັຍ ທີ່ສ້າງ ຫໍ ແອແຟນ ນັ້ນ ເມືອງຝຣັ່ງ ຢູ່ໃນ ສາທາຣະນະຣັດທີ່ ໓ ຈາກ  ໑໘໗໕ / ສມັຍບ້ານເມືອງບໍ່ ທຸ່ນທ່ຽງ ປານໃດ ຫລັງກາ ນສິ້ນສຸດ ຂອງ ການ ປົກຄອງຂອງ ພຣະ ເຈົ້າ NAPOLEON ທີ 3 ແລະ ສມັຍຫລັງ ເຫດການ ອົຫົນ ນອງເລືອດ Communes de Paris ແຕ່ວ່າ ເມືອງຝຣັ່ງຮຸ່ງ ເຮືອງ ທາງດ້ານ ອຸສາຫະກັມ ແລະວິທຍາສາດຫລາຍ - ຝຣັ່ງຈຶ່ງ ຢາກ ສແດງຕົວ ເປັນ ແສງສວ່າງ ທາງດ້ານ ອຸສາຫະກັມ ຂອງໂລກ - ດັ່ງນັ້ນ ທາງຣັຖບານ ຝຣັ່ງ ຈຶ່ງອອກດຳຣັດ ຈັດງານ ມະຫາກັມ Exposition Universelle Paris ຂຶ້ນ ຕົກໃສ່ ປີ ໑໘໘໙ ເພື່ອເປັນການ ສລອງຄົບຮອບ ໑໐໐ ປີ ຂອງການ ປະຕິວັດ ຝຣັ່ງ REVOLUTION FRSE ໄປພ້ອມໆກັນ. 

ແຜນສ້າງທຳອິດ ແມ່ນ ຜົນງານ ຂອງນັກ ວິສະວະກອນ ສອງທ່ານ ຂອງບໍຣິສັດ ແອແຟນ ຄື່ ທ່ານ ໂມຣີສ ໂກສແລງ ແລະທ່ານ ເອມີນ ນູເກັຽ ເມື່ອທ່ານ ແອແຟນ ເຫັນເຂົ້າ ຕິດໃຈ ນຳມາດັດແປງໃຫມ່ ແລ້ວ ຊື້ລິຂສິດ ເປັນຂອງຕົນ ແລ້ວ ນຳສເນີຣັຖບານ ມີການ ແຂ່ງຂັນ ກັນ ແບບຕຕລາດເປີດຊອງ ແຕ່ວ່າ ແອແຟນ ຊນະ ແລະ ສ້າງຫໍ Tour Eiffel ຂຶ້ນໄດ້ ໂດຍ ໃຊ້ເງິນ ມາຈາກ ຫລາຍແຫ່ງ ມູນຄ່າ ສ້າງ ໖ ລ້ານເຄິ່ງ ເງີນ ຟຣັງ ສມັຍນັ້ນ ແລະສ່ວນ ທີ່ເປັນຂອງ ຫລວງ ລ້ານເຄິງ ສ່ວນເຫລືອ ມາຈາກ ເອກຊົນ ແລະບໍຣິສັດ ການຄ້າ ສຳຄັນ. 

ຫລັງຈາກ ທີ່ສລອງງານມະຫາກັມສຸດລົງ ແລ້ວ ມີຫລາຍໆຄົນ ສນີວ່າ ຄວນ ມ້າງ ຖິ້ມ ເສັຽ ເພາະ ບໍ່ເປັນປໂຍດສຳຄັນຫຍັງ ແຕ່ ມີຜູ້ ບໍ່ໃຫ້ມ້າງ ຫາ ທາງປ້ອງ ກັນ ຮັກສາໄວ້ ເພື່ອປໂຍດ ຄວາມງາມ ຂອງມັນ ແລະສຳຄັນ ແມ່ນໃຊ້ ເປັນ ອັງແຕນ ສົ່ງຄື່ນ ວິທຍຸ ໂທຣະ ທັດ ທັງຫລາຍ ພ້ອມທັງ ເປັນ ຫ້ອງການຄົ້ນຄວ້າ ອຸຕຸນິຍົມວິທຍາ ນຳດ້ວຍ.

ໃນທີສຸດ Tour Eiffel ຈຶ່ງ ເປັນທີ່ນິຍົມ ຂອງ ຊາວເມືອງ ແລະ ມາບັດນີ້ ກາຍເປັນ ສັນຍາ ລັກ ຂອງເມືອງຝຣັ່ງ ແລະ ນະຄອນປາຣີສ ມີຜູ້ມາທ່ຽວຊົມ ປີລະຫລາຍໆລ້ານຄົນ ຈາກ ທົ່ວ ສາຣະທິດ ຈາກຫລາຍທະວີບ ຈາກເຊົ້າຈົນເດິກ ທຸກມື້. 

ໃນຣະຍະຫລັງໆ ນີ້ Tour Eiffel ປະດັບປະດາ ດ້ວຍດອກໂຟ ຫລາກຫລາຍສີ ຍາມກາງຄືນ ເຣີ່ມ ໘ ໂມງແລງໄປ ຈະສົ່ງແສງ ຣະຍິບຣະຍັບ ຄືກັບປະກາຍ ເພັດລ້ານ ດວງ ເບິ່ງ ແລ້ວ ຫນ້າເພີນໃຈ. 

ຢູ່ເທິງຈອມ ຫໍນີ້ ຈະມີ ແສງ ລາແຊ ຂນາດໃຫຍ່ ສາດແສງ ອອ້ມ ຫໍນີ້ ຄືກັບວ່າ ເປັນໃບພັດ ຍົນ ເຮລິກົບແຕ່ ຄືວ່າມັນ ຊິຫອບຫີ້ວ ພາຫໍ Tour Eiffel ຜຍອງຂຶ້ນຟ້າໄປເລີຍ.
SITHUY SOUVANNASY

ວັທນະທັມ

ຍີ່ປຸ່ນ / ນະໂຍບາຍທົ່ວໄປ

ນາຍົກ ຍີ່ປຸ່ນ ທ່ານ ຢູກິໂອະ ຮາໂຕ
ຢ່າມ່າ ທີ່ ສພາແຫ່ງຊາດ ໃນມື້ນີ້
ຣ /ຣຕ

ຍີ່ປຸ່ນ ມີເຈຕນາ ພົວພັນ ແບບຖາວອນ ກັບ ອາຊີ

ຍີ່ປຸ່ນ ຕ້ອງ ເພີ່ມການ ພົວພັນ ຊອກ ຫາ ການຮ່ວມມື ກັບເຂດ ອາຊີ ໃຫ້ ມັນ ດຳເນີນ ໄປ ຢ່າງຖາວອນ

29/01/2010 10:53 TU

ປາກິສຖານ - ສານສູງສຸດ

ກອງກຳລັງທະຫານ ພົບພໍ້ ກັບພັຍ ກໍ່ການຮ້າຍ ຢ່າງລຽນຕິດ (reuters)

ລົບລ້າງ ກົດໝາຍ ນິຣະໂທດກັມ ທີ່ປ້ອງກັນ ປະທານປະເທດ

ສານສູງສຸດ ປາກິສຖານ ໄດ້ລົບລ້າງ ດຳຣັດ ການສ້າງ ຄວາມປອງດອງຊາດ ນິຣະໂທດກັມ ບຸກຄົນສຳຄັນ Phivilay

17/12/2009 12:24 TU

ກັມປູເຈັຍ - ໄທ

ຈັບອາວຸດເຖື່ອນ ໃນຂນະທີ່ ທ່ານທັກສິນ ເດີນທາງ ຮອດພນົມເປັນ

ທາງການຂອງ ປະເທດໄທ ວ່າໄດ້ຈັບ ອາວຸດເຖື່ອນ ໄດ້ 35ໂຕນ ທີ່ຂົນ ມາແຕ່ ປະເທດ ສປປ ເກົາຫລີ Phivilay

13/12/2009 14:36 TU

ເມືອງໂກເປີນຫາກ - ສຸດຢອດ ສະພາວະອາກາດ

ປະຊຸມໂລກ ຢູ່ພາຍໃຕ້ ຄວາມກົດດັນ ຂອງນັກເຄື່ອນໄຫວປະທ້ວງ

ນັກເຄື່ອນໄຫວ ປະທ້ວງ ຫລາຍໝື່ນຄົນ ທະຢອຍ ນັດກັນໄປ ຊຸມນຸມ ໃນທຸກມຸມແຈຖນົນ Phivilay

12/12/2009 14:24 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ເລີ້ມເຂົ້າ ພາກເຈຣະຈາ ດ້ານເຕັກນິກ ຢ່າງສົນລະວົນ

ຈະມີພິທີ ລົດຜ່ອນ ອາຍພິດ ອົບເອົ້າ ຈັ່ງໃດ ແມ່ນປະເທດໃດ ຈະປະຕິບັດ ແບບໃດ ຈະແບ່ງສ່ວນໂກຕ້າ ກັນຈັ່ງໃດ

09/12/2009 11:17 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ໃຫ້ ປະຊາຄົມໂລກ ຮ່ວມມືກັນ ຮັບຜິດຊອບ

ອອກງົປມານຮ່ວມກັນ ລົດຜ່ອນອາຍພິດຮ່ວມກັນ ຕາມສັດສ່ວນ ອຸດສະຫະກັມທີ່ມີຢູ່ ອັນນີ້ແມ່ນຈຸດເດັ່ນສຳຄັນ

08/12/2009 13:04 TU

ອາກາດອົບເອົ້າ- ເມືອງໂກເປີນຫາກ

ສຸດຢອດ ຢູ່ໂກເປີນຫາກ: ສອງອາທິດ ເພື່ອແກ້ໄຂ ບັນຫາອາຍພິດ

ບໍ່ຕ່ຳກວ່າ 192 ປະເທດ ສົ່ງຜູ່ຕາງໜ້າ ໄປຮ່ວມປະຊຸມ ຂັ້ນໂລກ ຈັກກະວານ ວາງມາດຕາການ ລົດຜ່ອນ ຄວາມອົບເອົ້າ

07/12/2009 12:35 TU

ອະເມຣິກາ - ສົ່ງເສີມ ແຮງງານ

ທ່ານໂອບາມາ ຊຸກຢູ້ ໃຫ້ນັກລົງທຶນ ສົ່ງເສີມແຮງງານ

ທ່ານໂອບາມາ, ປະທານາທິບໍດີ ອະເມຣິກັນ, ຈັດຮ່ວມ ປະຊຸມສຸດຢອດ ແຫ່ງຊາດ ຢູ່ທຳນຽມຂາວ ສົ່ງເສີມແຮງງານ

04/12/2009 11:46 TU

ຝຣັ່ງ - ຍິປຸນ

ຣົດຍົນເປີໂຊຝຣັ່ງ ຈະຮ່ວມທືນ ກັບ ມິດຊຸຍບິດຊີຍິປຸ່ນ

ເປແອສອາ ເປີໂຊ ຊີໂຕຣແອນ ຂອງຝຣັ່ງ ຈະຮວມມື "ແບບ ຄູ່ຂາທາງດ້ານ ຢຸດທະສາດ" ກັບ ບໍຣິສັດ ມິດຊຸຍບິດຊີ ຂອງຍິປຸ່ນ

03/12/2009 11:27 TU

ອີຣານ - ນິວຄະເລັຍ

ທ່ານມັດມຸດ ອັດມາດິນເນຊັດ, ປະທານອີຣານ

ປະທານອີຣານ ທ້າທາຍ ຊາວໂລກ ເທື່ອໃໝ່

ທ່ານມັດມຸດ ອັດມາດິນເນຊັດ ຢັ້ງຢືນວ່າ ໄດ້ອະນຸຢາດ ໃຫ້ເລີ້ມ ບຸກເບີກ ກໍ່ສ້າງ ສູນກາງ ກັ່ນທາດພລັງງານ ນິວຄະເລີຍ ຕື່ມອີກ ສີບແຫ່ງ

02/12/2009 11:18 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU