ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/03/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/03/2008 15:36 TU
ພະສົງກຳລັງຖ່າຍພາບທີ່ສນາມທຽນອັນເໝິນ ໃນກຸງປັກກິ່ງເມື່ອວັນທີ 25 ມີນາ 2008
ໃນຖ້າມກາງບັນຍາກາດທີ່ ສປ ຈີນ ກຳລັງກະກຽມຮວບຮວມທຸກກຳລັງເພື່ອສແດງການ
ສນັບສນຸນການເປັນເຈົ້າພາບໂອແລມປິກຣະດູຮ້ອນໃນເດືອນສິງຫາໜ້າ (ພາບ: Reuters)
ນອກຈາກລາຍວັນພາສາອັງກິດ Global Times ເທົ່ານັ້ນທີ່ສເນີຂ່າວບໍ່ພໍເທົ່າໃດແຖວ
ກ່ຽວການປະທ້ວງຂອງສມາຊິກອົງການນັກຂ່າວບໍ່ມີພົມແດນເມື່ອວານນີ້
ໃນຂນະທີ່ທ່ານ Qin Gang ໂຄສົກກະ ຊວງການຕ່າງປະເທດທີ່ກຸງປັກກິ່ງ ກໍໄດ້ອອກ
ມາກ່າວໃນມື້ນີ້ວ່າ ການພຍາຍາມໃດໆເພື່ອຂວາງທາງທວນໄຟໂອແລມປິກນັ້ນແມ່ນ
ການກະທຳທີ່ໜ້າລະອາຍ
ທ່ານຢ້ຳອີກວ່າທຸກປະເທດທີ່ທວນໄຟໂອແລມປິກຈະຜ່ານ ກ່ອນໄປເຖິງກຸງປັກກິ່ງນັ້ນ
ມີພາຣະກິດໃນການຮັບປະກັນໃຫ້ຜ່ານຢ່າງບໍ່ມີປັນຫາ
ອີກປະການໜຶ່ງ ລາຍວັນພາສາອັງກິດທ້ອງຖິ່ນ Tibet Daily ກໍໄດ້ລາຍງານວ່າເຈົ້າ
ໜ້າທີ່ໄດ້ຈັບກຸມຜູ້ປະທ້ວງຕື່ມອີກ 13 ຄົນເມື່ອວານນີ້
ຕາມຕົວເລກຫລ້າສຸດຂອງທາງການນັ້ນ ມີຜູ້ເສັຽຊີວິດຈາກການປະທ້ວງໃນທິເບດແລ້ວ
19 ຄົນ ເປັນພົລເຮືອນ 18 ຄົນ ແລະເຈົ້າໜ້າທີ່ຕຳຣວດ 1 ຄົນ ແຕ່ຣັຖບານທິເບດພັດ
ຖິ່ນທີ່ເມືອງ ດາຣັມຊາລາ ໃນພາກເໜືອຂອງອິນເດັຽຊ້ຳພັດໃຫ້ຕົວເລກຜູ້ເສັຽຊີວິດເຖິງ
140 ຄົນ
ສປປ ລາວ ສນັບສນຸນ ຈີນ ເຕັມທີ່
ສ່ວນທາງດ້ານ ທ່ານຢົງ ຈັນທະລັງສີ ໂຄ
ສົກກະຊວງການຕ່າງປະເທດແຫ່ງ ສປປ
ລາວກໍໄດ້ກ່າວຕໍ່ RFI ພາກພາສາລາວ
ວ່າ ສນັບສນຸນທຸກມາຕຣາການທີ່ວາງ
ອອກໂດຍ ສປ ຈີນ ເພື່ອຄວບຄຸມສຖານະ
ການແລະປົກປັກຮັກສາຄວາມສງົບໃນທິ
ເບດ ພ້ອມທັງປະນາມການກໍ່ຄວາມບໍ່
ສງົບຂອງ "ກຸ່ມຄົນບໍ່ດີ" ເຊີນທ່ານຄລິກລຸ່ມ
ນີ້ເພື່ອຮັບຟັງການຖແລງຂອງ ທ່ານຢົງ ຈັນທະລັງສີ
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008