ຄົ້ນຫາຂໍ້ມູນ

/ languages

Choisir langue
 

43 ປະເທດປະຊຸມ ໃຫຍ່ "UPM" ທີ່ ກຸງປາຣີສ

ຄວາມສຳເຣັດອັນ ສງ່າງາມຂອງ ນິໂກລາສ໌ ຊາຣ໌ໂກຊີ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/08/2008 07:30 TU

Grand-Palais (ພະຣາຊວັງໃຫຍ່) ສຖານທີ່ອັນສງ່າງາມຂອງກອງປະຊຸມສຸດຍອດ "UPM" ຄັ້ງທີ
ໜຶ່ງໃນໃຈກາງຂອງນະຄອນຫລວງປາຣີສ (ພາບ: Wikipedia)

Grand-Palais (ພະຣາຊວັງໃຫຍ່) ສຖານທີ່ອັນສງ່າງາມຂອງກອງປະຊຸມສຸດຍອດ "UPM" ຄັ້ງທີ ໜຶ່ງໃນໃຈກາງຂອງນະຄອນຫລວງປາຣີສ (ພາບ: Wikipedia)

43 ປະມຸກຣັດແລະຫົວໜ້າຄນະຣັຖບານຈາກສະຫະພາບຢຸໂຣບແລະຈາກຝັ່ງ
ທະເລເມດີເຕີເຣນຽນ ຮ່ວມເປີດກອງປະຊຸມສຸດຍອດ "Union pour la
Méditerrannée" (UPM) ຄັ້ງທີໜຶ່ງ ຢ່າງສງ່າງາມໃນມື້ນີ້ (ອາທິດ 13
ກໍຣະກົດ) ທີ່ "Grand-Palais" ໃນໃຈກາງນະຄອນຫລວງປາຣີສ ໂດຍການ
ເປັນປະທານກອງປະຊຸມຮ່ວມກັນລະຫວ່າງປະທານາທິບໍດີ ນິໂກລາສ໌ ຊາຣ໌
ໂກຊີ ຂອງຝຣັ່ງເສດ ແລະຄູ່ຕຳແໜ່ງແຫ່ງອີຢິບ ປະທານາທິບໍດີ ຮົສນີ ມູບາ
ຣັກ

ສັຕຣູຄູ່ອາຄາດຮ່ວມໂຕ໊ະປະຊຸມດຽວກັນ
ທີ່ຖືວ່າເປັນຈຸດເດັ່ນແລະໜ້າຈັບຕາເບີ່ງທີ່ສຸດໃນກອງປະຊຸມຄັ້ງນີ້ ແມ່ນການເດີນທາງມາ
ຮ່ວມນັ່ງໂຕ໊ະປະຊຸມດຽວກັນຂອງປະທານາທິບໍດີຂອງປະເທດຊີເຣັຽ ທ່ານບັສຊາຣ໌ ເອລ
ອັສຊັສ, ປະທານາທິບໍດີຂອງປະເທດເລບານອນ ທ່ານມີເຊລ ຊະເລມານ, ນາຍົກ ຣມຕ
ອິສຣາເອລ ທ່ານເອຫຸດ ໂອລແມຣ໌ຕ ແລະ ປະທານາປາເລັສໄຕນ໌ເອກເທດ ທ່ານມາມຸດ
ອັບບັສ...

ສິ່ງທີ່ຖືໄດ້ວ່າເປັນເຫດການຄັ້ງປວັດສາດແທ້ໆທີ່ບໍ່ມີໃຜຄາດຄິດມາກ່ອນວ່າຈະເປັນໄປ
ໄດ້ ກໍຄືການມານັ່ງຮ່ວມໂຕ໊ະໃນກອງປະຊຸມດຽວກັນຂອງຜູ້ນຳຂອງສອງປະເທດທີ່ຖືກັນວ່າ
ເປັນສັຕຣູຄູ່ອາຄາດ ຄືນາຍົກ ຣມຕ ອິສຣາເອລທີ່ກຳລັງພົບມໍຣະສຸມການເມືອງໜັກພາຍ
ໃນປະເທດຍ້ອນຖືກກ່າວຫາໃນກໍຣະນີສໍ້ຣາດບັງຫລວງ ແລະ ປະທານາທິບໍດີຂອງປະເທດ
ຊີເຣັຽຜູ້ທີ່ຫວນກັບຄືນສູ່ເວທີສາກົນອີກຄັ້ງໃໝ່ຫລັງຈາກທີ່ຖືກຊີ້ໜ້າແລະຖືກໂດດດ່ຽວຍ້ອນ
ໄດ້ຮັບການສົງໃສວ່າໃຫ້ການສນັບສນຸນການກໍ່ການຮ້າຍ ໂດຍເຈົ້າພາບມີຄວາມຣະມັດຣະ
ວັງຈັດໃຫ້ນັ່ງຫ່າງກັນພໍສົມຄວນ

ຜູ້ນຳສຳຄັນທີ່ໜ້າສັງເກດທີ່ບໍ່ມາຮ່ວມປະຊຸມຄັ້ງນີ້ມີພຽງພັນເອກ ມູຫ໌ມາ ກັດດາຟີ ແຫ່ງ
ປະເທດລີເບັຽທີ່ບໍ່ໄດ້ໃຫ້ຄຳຕອບຕໍ່ການເຊື້ອເຊີນ ໃນຂນະທີ່ກະສັດອັບດຸລລາຫ໌ແຫ່ງຈໍ
ແດນ ແລະກະສັດ ໂມຮາເມັດ ທີ VI ແຫ່ງມໍຣ໌ຣົກໂຄ ໄດ້ຊົງສົ່ງຜູ້ແທນພະອົງຣະດັບສູງ
ເຂົ້າຮ່ວມໂດຍເຫດຜົນຕາລາງເວລາບໍ່ອຳນວຍ

ຈາກຊ້າຍໄປຂວາ: ປະທານປາເລັສໄຕນ໌ເອກເທດ ມາມຸດ ອັບບັສ, ປະທານາທິບໍດີຝຣັ່ງເສດ
ນິໂກລາສ໌ ຊາຣ໌ໂກຊີ ແລະ ນາຍົກ ຣມຕ ອິສຣາເອລ ເອຫຸດ ໂອລແມຣ໌ຕ ຫລັງການພົບປະ
ຫາລືທີ່ທຳນຽບປະທານາທິບໍດີ ວັງເອລີເຊ ນະຄອນຫລວງປາຣີສ ໃນວັນອາທິດ 13 ກໍຣະກົດ
2008 (ພາບ: Reuters)

ຈາກຊ້າຍໄປຂວາ: ປະທານປາເລັສໄຕນ໌ເອກເທດ ມາມຸດ ອັບບັສ, ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ແລະ ນາຍົກ ຣມຕ ອິສຣາເອລ ເອຫຸດ ໂອລແມຣ໌ຕ ຫລັງການພົບປະ ຫາລືທີ່ທຳນຽບປະທານາທິບໍດີ ວັງເອລີເຊ ນະຄອນຫລວງປາຣີສ ໃນວັນອາທິດ 13 ກໍຣະກົດ 2008 (ພາບ: Reuters)

ຮັກສາຄວາມປອດໄພສຸດຂີດ
ການຜັກດັນໃຫ້ເກີດກອງປະຊຸມສຸດຍອດ "UPM" ຄັ້ງນີ້ ມີຄວາມຫຍຸ້ງຍາກແລະອຸປສັກ
ຫລາຍຢ່າງ ແຕ່ໃນແວດວົງຂອງທ່ານປະທານາທິບໍດີຝຣັ່ງເສດເຈົ້າພາບ ນິໂກລາສ໌
ຊາຣ໌ໂກຊີ ແລ້ວ ກໍຖືໄດ້ວ່າແມ່ນຄວາມສຳເຣັດອັນສງ່າງາມ

ກອງປະຊຸມດຳເນີນໄປພາຍໃຕ້ມາຕຣາການຮັກສາຄວາມປອດໄພສຸດຂີດ ໂດຍເຈົ້າໜ້າ
ທີ່ຕຳຣວດແລະສາຣະວັດທະຫານຈຳນວນເຖິງ 18 000 ຄົນ ໃນນັ້ນລະຫວ່າງ 200 –
300 ຄົນ ມີໜ້າທີ່ຮັກສາຄວາມປອດໄພແບບປະຊິດຕົວຂອງບັນດາຜູ້ນຳຕ່າງໆ ທັງນີ້ໂດຍ
ປະສານງານກັນກັບຜູ້ຮັກສາຄວາມປອດໄພປະຊິດຕົວຂອງແຕ່ລະປະເທດທີ່ເດີນທາງມາ
ພ້ອມກັບບັນດາຜູ້ນຳ

ສ້າງຄວາມຮັກແພງໃນຄອບຄົວເມດີເຕີເຣນຽນ
ໃນການກ່າວເປີດກອງປະຊຸມ ທ່ານປະທານາທິບໍດີ ນິໂກລາສ໌ ຊາຣໂກຊີ ໃນຖານະປະ
ທານວຽນຂອງສະຫະພາບຢຸໂຣບ ກ່າວຕອນໜຶ່ງວ່າ "ການເຂົ້າຮ່ວມເປັນວົງສາຄະນາ
ຍາດໃນຄອບຄົວດຽວກັນລະຫວ່າງຢຸໂຣບແລະບັນດາປະເທດເພື່ອນບ້ານຮິມຝັ່ງທະເລ
ເມດີເຕີເຣນຽນ ແມ່ນເພື່ອສ້າງຄວາມຮັກແພງຄວາມສາມັກຄີ"

ຜູ້ນຳຝຣັ່ງເສດເສີມອີກວ່າ "ແມ່ນແທ້ຄອບຄົວເມດີເຕີເຣນຽນຈະບໍ່ສາມາດແກ້ໄຂປັນຫາ
ໄດ້ທຸກຢ່າງ ແຕ່ກໍຈະສາມາດຊ່ວຍໃຫ້ມີການຮຽນຮູ້ໃນການສ້າງຄວາມຮັກແພງຊຶ່ງກັນ
ແລະກັນ ແທນທີ່ຈະສືບຕໍ່ສ້າງຄວາມຄຽດຊັງແລະປະຫັດປະຫານຊຶ່ງກັນແລະກັນດ້ວຍ
ການເຮັດສົງຄາມ"

ຊີເຣັຽ - ເລບານອນ ສູ່ການພົວພັນການທູດ
ກ່ອນເປີດກອງປະຊຸມສຸດ "UPM" ຄັ້ງນີ້ ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ
ໄດ້ພົບປະຫາລືກັບຄູ່ຕຳແໜ່ງຈາກສອງປະເທດຄື ປະເທດຊີເຣັຽ ທ່ານບັສຊາຣ໌ ເອລ
ອັສຊັສ ແລະ ປະເທດເລບານອນ ທ່ານມີເຊລ ຊະເລມານ ໂດຍພົບປະແບບແຍກກັນ
ພົບເທື່ອລະຄົນທີ່ທຳນຽບປະທານາທິບໍດີ ວັງເອລີເຊ ເມື່ອວານນີ້ (ເສົາ 12 ກໍຣະກົດ)
ໃນຂອບຂອງການຢ້ຽມຢາມປະເທດຝຣັ່ງເສດຢ່າງເປັນທາງການຂອງສອງຜູ້ນຳ

ຈາກຖແລງການຮ່ວມ ຝຣັ່ງເສດ-ຊີເຣັຽ ທີ່ເຜີຍແຜ່ອອກ ໄດ້ແຈ້ງໃຫ້ຊາບວ່າຊີເຣັຽແລະ
ເລບານອນ ຕົກລົງໃນດ້ານຫລັກການເພື່ອເຈຣະຈາສ້າງສາຍພົວພັນທາງດ້ານການທູດ
ຕໍ່ກັນ ທັງນີ້ຫັລງຈາກທີ່ມີການຈັດຕັ້ງຣັຖບານປະສົມສ້າງຄວາມຖືກຕ້ອງປອງດອງຊາດ
ໃນເລບານອນ

ກ່ອນໜ້ານີ້ສອງປະເທດບໍ່ເຄີຍມີການພົວພັນທາງດ້ານການທູດຕໍ່ກັນຈັກເທື່ອ ທັງນີ້ອັນ
ເນື່ອງມາຈາກຊີເຣັຽມີທ່າຖືວ່າເລບານອນເປັນດິນແດນສ່ວນໜຶ່ງຢູ່ໃນອະທິປະໄຕຂອງຕົນ

ປະທານາທິບໍດີຊີເຣັຽ ທ່ານບັສຊາຣ໌ ເອລ ອັສຊັສ (ຊ້າຍ) ກຳລັງສັມຜັດມືກັບປະທານາທິບໍດີ
ຝຣັ່ງເສດ ນິໂກລາສ ຊາຣ໌ໂກຊີ ເນື່ອງໃນໂອກາດພົບປະຫາລືລະຫວ່າງຜູ້ນຳຂອງທັງສອງປະ
ເທດທີ່ທຳນຽບປະທານາທິບໍດີວັງເອລີເຊ ນະຄອນຫລວງປາຣີສ ເມື່ອວານນີ້ (ເສົາ 12 ກໍຣະ
ກົດ) (ພາບ: Reuters)

ປະທານາທິບໍດີຊີເຣັຽ ທ່ານບັສຊາຣ໌ ເອລ ອັສຊັສ (ຊ້າຍ) ກຳລັງສັມຜັດມືກັບປະທານາທິບໍດີ ຝຣັ່ງເສດ ນິໂກລາສ ຊາຣ໌ໂກຊີ ເນື່ອງໃນໂອກາດພົບປະຫາລືລະຫວ່າງຜູ້ນຳຂອງທັງສອງປະ ເທດທີ່ທຳນຽບປະທານາທິບໍດີວັງເອລີເຊ ນະຄອນຫລວງປາຣີສ ເມື່ອວານນີ້ (ເສົາ 12 ກໍຣະ ກົດ) (ພາບ: Reuters)

ຊາຣ໌ໂກຊີ ຈະຢ້ຽມຢາມ ຊີເຣັຽ
ຖແລງການ ຝຣັ່ງເສດ-ຊີເຣັຽ ຍັງແຈ້ງໃຫ້ຊາບອີກວ່າ ທ່ານປະທານາທິບໍດີ ນິໂກລາສ໌
ຊາຣ໌ໂກຊີ ຍັງມີກຳໜົດຈະເດີນທາງຢ້ຽມຢາມປະເທຊີເຣັຽຢ່າງເປັນທາງການອີກດ້ວຍໃນ
ລະຫວ່າງກາງເດືອນກັນຍາໜ້າ ໂດຍການເຊື້ອເຊີນຂອງຄູ່ຕຳແໜ່ງ ທ່ານບັສຊາຣ໌ ເອລ
ອັສຊັສ ແຕ່ກ່ອນທີ່ຜູ້ນຳຝຣັ່ງເສດຈະຢ້ຽມຢາມນັ້ນ ຣມຕ ຕ່າງປະເທດ ທ່ານແບຣ໌ນາຣ໌ດ
ກຸສແນຣ໌ ຈະເດີນທາງໄປກ່ອນເພື່ອພົບປະຫາລືກັບ ຮອງ ຣມຕ ຕ່າງປະເທດຊີເຣັຽ ທ່ານ
ອັບດາລາຫ໌ ດາຣ໌ດາຣີ ທັງນີ້ເພື່ອຫ້າງຫາກະກຽມການຢ້ຽມຢາມໃນຣະດັບສຸດຍອດ

ພ້ອມໄກ່ເກັ່ຽ ຊີເຣັຽ-ອິສຣາເອລ
ອີກປະການໜຶ່ງ ຖແລງການຮ່ວມ ຝຣັ່ງເສດ-ຊີເຣັຽ ແຈ້ງໃຫ້ຊາບຕື່ມອີກວ່າ ທ່ານປະທາ
ນາທິບໍດີຊາຣ໌ໂກຊີ ຍັງຕຽມພ້ອມຕລອດເວລາທີ່ຈະດຳເນີນການເປັນຜູ້ໄກ່ເກັ່ຽແລະຜູ້ອຸປ
ຖັມການເຈຣະຈາລະຫວ່າງຊີເຣັຽແລະອິສຣາເອລ ທັງນີ້ຖ້າຫາກສອງປະເທດສແດງເຈດ
ຈຳນົງມາ ແລະມອງເປັນຜົນປໂຍດຂອງການເຈຣະຈາ

ການຕຽມພ້ອມເປັນຜູ້ໄກ່ເກັ່ຽຂອງຜູ້ນຳຝຣັ່ງເສດຖືກເຜີຍອອກໃນການເປີດປະຊຸມຖແລງຕໍ່
ຜູ້ສື່ຂ່າວ ຫລັງຈາກໄດ້ມີການພົບປະຣະດັບສຸດຍອດສີ່ຝ່າຍເມື່ອວານນີ້ (ເສົາ 12 ກໍຣະ
ກົດ) ລະຫວ່າງຜູ້ນໍາ ຝຣັ່ງເສດ, ຊີເຣັຽ, ເລບານອນ ແລະ ກາຕາ ໂດຍຜູ້ນຳຊີເຣັຽໄດ້
ຂໍຮ້ອງໃຫ້ຜູ້ນຳຝຣັ່ງເສດເປັນຜູ້ດຳເນີນການໄກ່ເກັ່ຽແລະເປັນຜູ້ອຸປຖັມການ "ເຈຣະຈາ
ໂດຍກົງ" ລະຫວ່າງ ອິສຣາເອລແລະ ຊີເຣັຽ ຊຶ່ງກ່ອນໜ້ານີ້ການເຈຣະຈາລະຫວ່າງສອງ
ປະເທດເປັນການ "ເຈຣະຈາຜ່ານປະເທດຕຸຣກີ"

ກ່ອນໜ້ານີ້ມີພຽງສະຫະຣັດອະເມຣິກາເທົ່ານັ້ນເປັນຜູ້ໄກ່ເກັ່ຽແລະເປັນຜູ້ອຸປຖັມ ທັງນີ້ອັນ
ເນື່ອງມາຈາກນ້ຳໜັກທາງດ້ານການເມືອງແລະການພົວພັນທີ່ໃກ້ຊິດຂອງສະຫະຣັດແລະ
ອິສຣາເອລ

ພາະສະນັ້ນ ຈຶ່ງຖືໄດ້ວ່າເປັນເຣື່ອງທີ່ໃຜບໍ່ຄາດຄິດມາກ່ອນວ່າທ່ານປະທານາທິບໍດີ ບັສ
ຊາຣ໌ ເອລ ອັສຊັສ ຈະສເນີໃຫ້ປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ເປັນອີກຜູ້ໜຶ່ງດຳ
ເນີນການໄກ່ເກັ່ຽແລະອຸປຖັມການເຈຣະຈາລະຫວ່າງອິສຣາເອລແລະຊີເຣັຽ

ປະຊຸມພົບປະສຸດຍອດສີ່ຝ່າຍ ຈາກຊ້າຍໄປຂວາ: ປະທານາທິບໍດີ ມີເຊລ ຊະເລມານ ແຫ່ງເລ
ບານອນ, ເອເມັຽຣ໌ແຫ່ງປະເທດກາຕາ ອາມັດ ເບັນ ກາລີຟາ ອາລ ທານີ, ປະທານາທິບໍດີ ນິ
ໂກລາສ໌ ຊາຣ໌ໂກຊີ ແຫ່ງຝຣັ່ງເສດ ແລະ ປະທານາທິບໍດີ ບັສຊາຣ໌ ເອລ ອັສຊັສ ແຫ່ງປະເທດ
ຊີເຣັຽ (ພາບ: Reuters)

ປະຊຸມພົບປະສຸດຍອດສີ່ຝ່າຍ ຈາກຊ້າຍໄປຂວາ: ປະທານາທິບໍດີ ມີເຊລ ຊະເລມານ ແຫ່ງເລ ບານອນ, ເອເມັຽຣ໌ແຫ່ງປະເທດກາຕາ ອາມັດ ເບັນ ກາລີຟາ ອາລ ທານີ, ປະທານາທິບໍດີ ນິ ໂກລາສ໌ ຊາຣ໌ໂກຊີ ແຫ່ງຝຣັ່ງເສດ ແລະ ປະທານາທິບໍດີ ບັສຊາຣ໌ ເອລ ອັສຊັສ ແຫ່ງປະເທດ ຊີເຣັຽ (ພາບ: Reuters)

ອິສຣາເອລຈະຄືນພູພຽງໂກຫລ່ານໃຫ້ຊີເຣັຽ
ກ່ອນໜ້ານີ້ກໍເຄີຍມີກະແສຂ່າວເຜີຍອອກໂດຍ ນ.ສ.ພ. "ອາລ ວາຕັງ" ທີ່ໃກ້ຊິດກັບຣັຖ
ບານຊີເຣັຽໄດ້ ເຜີຍວ່ານາຍົກ ຣມຕ ອິສຣາເອລ ທ່ານເອຫຸດ ໂອລແມຣຸຕ ຕຽມພ້ອມ
ແລ້ວທີ່ຈະຄືນພູພຽງ "ໂກຫລ່ານ" ໃຫ້ແກ່ປະເທດຊີເຣັຽ ຊຶ່ງອິສຣາເອລສາມາດຍຶດ
ຄອງໄດ້ເມື່ອຕອນສົງຄາມ 6 ວັນໃນປີ 1967....

ລາຍວັນເຜີຍວ່ານາຍົກ ຣມຕ ອິສຣາເອລ ຕົກລົງຮັບຫລັກການຄືນພູພຽງໂກຫລ່ານນີ້
ໃນການເຈຣະຈາໂດຍທາງອ້ອມລະຫວ່າງອິສຣາເອລແລະຊີເຣັຽໂດຍຜ່ານປະເທດ
ຕຸຣກີ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU