ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສິ້ນສຸດປະຊຸມສຸດຍອດ "UPM" ຈຸດສຳຄັນຂອງ ຖແລງການຮ່ວມ

ຮ່ວມກັນ ສ້າງສັນຕິພາບ ປະຊາທິປະໄຕ ແລະຄວາມອຸດົມສົມບູນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/07/2008 18:35 TU

ທ່ານປະທານາທິບໍດີ ຮົສນີ ມູບາຣັກ ແຫ່ງປະເທດອີຢິບ (ຊ້າຍ) ແລະຄູ່ຕຳແໜ່ງຝຣັ່ງເສດ ນິໂກ
ລາສ໌ ຊາຣ໌ໂກຊີ ໃນຖານະປະທານຄູ່ຂອງກອງປະຊຸມສຸດຍອດຄັ້ງທີໜຶ່ງ "UPM" ທີ່ນະຄອນ
ຫລວງປາຣີສ ຖແລງຂ່າວຮ່ວມກັນຫລັງເສັດສິ້ນກອງປະຊຸມ (ພາບ: Reuters)

ທ່ານປະທານາທິບໍດີ ຮົສນີ ມູບາຣັກ ແຫ່ງປະເທດອີຢິບ (ຊ້າຍ) ແລະຄູ່ຕຳແໜ່ງຝຣັ່ງເສດ ນິໂກ ລາສ໌ ຊາຣ໌ໂກຊີ ໃນຖານະປະທານຄູ່ຂອງກອງປະຊຸມສຸດຍອດຄັ້ງທີໜຶ່ງ "UPM" ທີ່ນະຄອນ ຫລວງປາຣີສ ຖແລງຂ່າວຮ່ວມກັນຫລັງເສັດສິ້ນກອງປະຊຸມ (ພາບ: Reuters)

ກອງປະຊຸມສຸດຍອດ "Union pour la Méditerrannée" ຄັ້ງທີໜຶ່ງທີ່ນະ
ຄອນຫລວງປາຣີສ໌ ພາຍໃຕ້ການເປັນປະທານຮ່ວມຂອງປະທານາທິບໍດີຝຣັ່ງ
ເສດ ນິໂກລາສ໌ ຊາຣ໌ໂກຊີ ແລະ ຄູ່ຕຳແໜ່ງຈາກປະເທດອີຢິບ ປະທານາທິບໍ
ດີ ຮົສນີ ມູບາຣັກ ສິ້ນສຸດລົງໃນຕອນຄໍ່າຂອງມື້ນີ້ (ອາທິດ 13 ກໍຣະກົດ) ໂດຍມີການອອກຖແລງການຮ່ວມ ມີຈຸດໃຫຍ່ສຳຄັນດັ່ງຕໍ່ໄປນີ້:

ສ້າງປະຊາທິປະໄຕແລະຄວາມອຸດົມສົມບູນຮ່ວມກັນ
43 ປະເທດສະມາຊິກກອງປະຊຸມສຸດຍອດຄັ້ງທີໜຶ່ງ "UPM" (27 ປະເທດແຫ່ງສະຫະ
ພາບຢຸໂຣບ + ແອລຈີເຣັຽ, ອີຢິບ, ອິສຣາເອລ, ຈໍແດນ, ເລບານອນ, ມໍຣົກໂຄ, ໂມຣິ
ຕາເນັຽ, ຊີເຣັຽ, ຕູນີເຊັຽ, ຕຸຣກີ, ປາເລັສຕິນເອກເທດ, ເອລບາເນີຍ, ໂຄຣເອເຊັຽ,
ບອສເນັຽ ເຮີເຊໂກວີນາ, ມອນຕິນິໂກຣ ແລະ ໂມນາໂກ) ຕົກລົງເປັນນໍ້າໜຶ່ງໃຈດຽວກັນ
ມີເປົ້າໝາຍຮ່ວມກັນເພື່ອສ້າງສັນຕິພາບ, ປະຊາທິປະ ໄຕ, ຄວາມອຸດົມສົມບູນແລະ
ຄວາມເຂົ້າອົກເຂົ້າໃຈກັນທາງດ້ານມະນຸສຍະທັມ ທາງດ້ານສັງຄົມ ແລະ ທາງດ້ານ
ວັທນະທັມ

6 ໂຄງການທີ່ເປັນຮູປທັມ
"UPM" ວາງເປົ້າໝາຍເພື່ອອະນາຄົດ 6 ໂຄງການໃຫຍ່ໃນທ້ອງຖິ່ນຕ່າງໆ:

- ສະສາງລ້າງສ່ວຍທະເລເມດິເຕີເຣນຽນໃຫ້ມີຄວາມສະອາດ ເພື່ອການນີ້ໃຫ້ສືບຕໍ່ແຜນ
ການທີ່ສະຫະພາບເອີຣົບໄດ້ສເນີໄປແລ້ວເມື່ອເດືອນມີນາທີ່ຜ່ານມາ ເພື່ອທຳຄວາມສະ
ອາດທະເລເມດິເຕີເຣນຽນໃຫ້ໄດ້ເຖິງ 80% ຈາກນີ້ເຖິງປີ 2020 ຊຶ່ງມີຄ່າການໃຊ້ຈ່າຍ
ທັງໝົດຢ່າງນ້ອຍ 2000 ລ້ານຢູໂຣ

- ສ້າງເສັ້ນທາງ ທັງທາງບົກແລະທາງນໍ້າ ເພື່ອເອື້ອອຳນວຍໃຫ້ການຂົນສົ່ງສິນຄ້າລະ
ຫວ່າງສອງຝາກຝັ່ງເມດິເຕີເຣນຽນໃຫ້ມີຄວາມວ່ອງໄວຂື້ນກວ່າທີ່ເປັນຢູ່ໃນປັດຈຸບັນ

- ເສີມຂຍາຍຣະບົບປ້ອງກັນໄພທັມມະຊາດ ທັງນີ້ເພາະໄພນາບຂູ່ນັບມື້ນັບສູງຂື້ນອັນເນື່ອງ
ມາຈາກພາວະໂລກຮ້ອນ

- ເລັ່ງສ້າງຣະບົບພລັງງານແສງອາທິດໃນຂົງເຂດເມດິເຕີເຣນຽນ

- ພັທນາມະຫາວິທຍາໄລ "ຢູໂຣ-ເມດິເຕີເຣນຽນ" ທີ່ຫາກໍເປີດເມື່ອເດືອນມິຖຸນາທີ່ແລ້ວ
ທີ່ເມືອງ "ປ໊ອກໂຕຣົສ" ປະເທດຊໂລເວເນັຽ

- ສ້າງໜ່ວຍງານເພື່ອສົ່ງເສີມການພັທນາບໍຣິສັດຂນາດນ້ອຍແລະຂນາດກາງ

ປະຊຸມທຸກໆສອງປີ
ທຸກປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ "UPM" ທີ່ນະຄອນຫລວງປາຣີສຄັ້ງນີ້ເຫັນດີ
ເຫັນພ້ອມນຳກັນໃຫ້ຈັດກອງປະຊຸມສຸດຍອດຂື້ນໃນທຸກໆສອງປີ ໂດຍໃຫ້ມີການຜັດປ່ຽນກັນ
ເປັນເຈົ້າພາບໃນແຕ່ລະປີລະຫວ່າງປະເທດໃດປະເທດໜຶ່ງໃນສະຫະພາບຢຸໂຣບແລະປະ
ເທດໃດປະເທດໜຶ່ງນອກສະຫະພາບຢຸໂຣບ ທີ່ມາຮ່ວມປະຊຸມຄັ້ງນີ້

ໃນສ່ວນທີ່ກ່ຽວກັບຕໍາແໜ່ງປະທານຄູ່ໝຸນວຽນນັ້ນ ຜູ້ໜຶ່ງມາຈາກ "ກຸ່ມປະເທດໃຕ້" ແລະ
ອີກຜູ້ໜຶ່ງມາຈາກ "ກຸ່ມປະເທດເໜືອ" ປະທານຈາກກຸ່ມປະເທດໃຕ້ມີອາຍຸປີການສອງປີ
ໃນຂນະທີ່ອາຍຸປີການຂອງປະທານທີ່ມາຈາກ "ກຸ່ມປະເທດເໜືອ" ນັ້ນຍັງບໍ່ທັນສາມາດຕົກ
ລົງກັນໄດ້ໃນກອງປະຊຸມສຸດຍອດທີ່ປາຣີສ໌ຄັ້ງນີ້ ແຕ່ຢ່າງໃດກໍຕາມ ຕຳແໜ່ງປະທານຊຸດ
ທຳອິດນີ້ກໍມີການຕົກລົງກັນໃຫ້ຝຣັ່ງເສດແລະອີຢິບເປັນຜູ້ທຳໜ້າທີ່ຮ່ວມກັນ

ຫ້ອງການເລຂາທິການມີພາຣະກິດໃນການຊອກຫາເງິນທຶນເພື່ອໃຊ້ຈ່າຍໃນໂຄງການພັທ
ນາຕ່າງໆ ທີ່ໄດ້ວາງອອກໃນກອງປະຊຸມສຸດຍອດຄັ້ງນີ້ ແຕ່ລາຍລະອຽດກ່ຽວກັບສຖານ
ທີ່ຕັ້ງຂອງສຳນັກງານກອງເລຂາທິການແລະວິທີການດຳເນີນງານນັ້ນ ຈະມີການປະຊຸມ
ຕົກລົງກັນອີກເທື່ອໜຶ່ງໃນເດືອນພະຈິກໜ້າ ແລະໃຫ້ແລ້ວເສັດສົມບູນກ່ອນສິ້ນປີ 2008 ນີ້

ຫລາຍພາກສ່ວນສາມາດປະກອບສ່ວນທາງດ້ານການເງິນໃນໂຄງການພັທນາຕ່າງໆ
ຂອງ "UPM" ໄດ້ ເຊັ່ນ: ພາກສ່ວນເອກຊົນ, ງົບປະມານຈາກສະຫະພາບຢຸໂຣບ, ການ
ປະກອບສ່ວນຂອງທຸກປະເທດສະມາຊິກ ຫລືປະເທດທີສາມກໍໄດ້ ແລະ ທະນາຄານຢຸໂຣບ
ເພື່ອການລົງທຶນ (Banque européenne d'investissement)

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU