ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 12/03/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 12/03/2007 15:47 TU
ນັບເປັນຄັ້ງທຳອິດໃນປວັດສາດການກໍ່ຕັ້ງອາຊຽນທີ່ມີການຮັບຮອງເອົາໂຄງການທີ່ຈະໃຫ້
ມີກົດເກນທີ່ມີລັກສນະເປັນກົດໝາຍບັງຄັບໃຊ້ ທັງນີ້ເພື່ອເຮັດໃຫ້ກຸ່ມກາຍເປັນການຈັດຕັ້ງ
ທີ່ໜ້າເຊື່ອຖືຫລາຍຂື້ນໃນເວທີສາກົນສຳລັບສັຕວັດທີ 21 ນີ້ ຊຶ່ງອາດຖືໄດ້ວ່າເປັນຈຸດເລີ້ມ
ຕົ້ນແຫ່ງການກໍ່ຮ່າງສ້າງຕົວຂື້ນມາຂອງທັມມະນູນຂອງກຸ່ມອາຊຽນກໍວ່າໄດ້
ຕາມໂຄງການ ບັນດານັກຊ່ຽວຊານຈາກ 10 ປະເທດສມາຊິກເປັນຜູ້ໄດ້ຮັບການມອບໝາຍ
ໃຫ້ເປັນຜູ້ດຳເນີນການສຶກສາຄົ້ນຄວ້າຮ່າງກົດບັດດັ່ງກ່າວແລ້ວໃຫ້ນຳສເນີຕໍ່ກອງປະຊຸມ
ສຸດຍອດຄັ້ງຕໍ່ໄປທີ່ປະເທດສິງຄະໂປໃນເດືອນພະຈິກປີ 2007 ນີ້
ເປັນຫຍັງຈຶ່ງຕ້ອງມີກົດບັດ?
ນັບຕັ້ງແຕ່ໄດ້ຮັບການກໍ່ຕັ້ງຂື້ນມາເມື່ອເດືອນສິງຫາ ປີ 1967 ທີ່ບາງກອກ ປະເທດໄທຍ
"ສມາຄົມປະຊາຊາດແຫ່ງເອເຊັຽຕະວັນອອກສຽງໃຕ້" (ASEAN) ບໍ່ເຄີຍມີກົດເກນໃດໆ
ທີ່ມີລັກສນະເປັນກົດໝາຍບັງຄັບໃຊ້ຈັກເທື່ອ ການຕົກລົງໃດໆໃນຣະຍະ 40 ປີທີ່ຜ່ານມາ
ຈຶ່ງເປັນໄປໃນແບບການລົງນາມກັນໃນຖແລງການຮ່ວມສບັບຕ່າງໆ ຊຶ່ງທຸກວັນນີ້ເອີ້ນ
ກັນຕາມສັບສມັຍໃໝ່ວ່າ "ປະທິນຍາ" ເຊັ່ນ "ປະທິນຍາບາງກອກ" "ປະທິນຍາຮາໂໜ້ຍ"
ຫລື "ປະທິນຍາວຽງຈັນ" ເປັນຕົ້ນ
ຈົນຮອດດຽວນີ້ ເມື່ອມີບັນຫາຂໍ້ຂັດແຍ່ງແນວໃດກຸ່ມອາຊຽນກໍແກ້ໄຂກັນໂດຍວິທີທີ່ອະລຸ້ມ
ອະຫລ່ວຍຊຶ່ງເພີ່ນເອີ້ນຕາມພາສາສາກົນວ່າ "Consensus" ນັ້ນເອງ ແລະເທິງພື້ນຖານ
ຂອງຫລັກການທີ່ວ່າ "ບໍ່ແຊກແຊງຕໍ່ກິຈການພາຍໃນຂອງປະເທດສມາຊິກອື່ນ" ອະທິບາຍ
ອີກຢ່າງໜຶ່ງກໍຄືຈະຕົກລົງກັນໄດ້ແຕ່ລະເທື່ອຈະຕ້ອງບໍ່ມີປະເທດສມາຊິກໃດສແດງການຄັດ
ຄ້ານເລີຍ
ແຕ່ຍາມໃດຕົກລົງແບບ Consensus ກັນບໍ່ໄດ້ຍາມນັ້ນກຸ່ມອາຊຽນທັງກຸ່ມກໍຈະກາຍເປັນອັມ
ມະພາດໄປເລີຍ ບໍ່ສາມາດອອກມະຕິໃດໆເພື່ອແກ້ໄຂປັນຫາທີ່ຂັດແຍ່ງກັນໄດ້ ຈຶ່ງມີສຽງວິ
ພາກວິຈານໃນເວທີສາກົນວ່າອາຊຽນເປັນພຽງແຕ່ສພາກາເຟຂອງບັນດານັກການທູດເທົ່າ
ນັ້ນ ສົນທະນາພາທີກັນພໍຫອມປາກຫອມຄໍແລ້ວກໍເລີກລາກັນໄປ
ເພື່ອເປັນການລົບລ້າງພາບພົດໃນທາງລົບດັ່ງກ່າວອາຊຽນຈື່ງຈະຕ້ອງມີການແກ້ໄຂປັນຫາ
ທີ່ເກີດຂື້ນໃນປະເທດສມາຊິກໜຶ່ງທີ່ກະທົບໄປເຖິງປະເທດສມາຊິກອື່ນ ໝາຍຄວາມວ່າຫລັກ
ການເກົ່າແກ່ທີ່ວ່າ "ບໍ່ແຊກແຊງກິຈການພາຍໃນຂອງປະເທດສມາຊິກອື່ນ" ນັ້ນ ຈະຕ້ອງ
ໄດ້ຮັບການທົບທວນແລະເບີ່ງຄືນໃໝ່ກັນທັງໝົດ
ກໍຍ້ອນເຫດຜົນຄືແນວນີ້ ກຸ່ມປະເທດອາຊຽນຈຶ່ງໄດ້ມີການຄຳນຶງເຖິງການສ້າງຕັ້ງກົດບັດ
ຂອງຕົນຂື້ນມາ ທັງນີ້ເພື່ອໃຫ້ເປັນຫລັກການທາງດ້ານກົດໝາຍຄ້າຍທັມມະນູນທີ່ອາດສາ
ມາດລົງໂທດປະເທດສມາຊິກໃດໜຶ່ງທີ່ມີຄວາມປະພຶດຂັດແຍ່ງຕໍ່ກົດບັດໄດ້ ເຊັ່ນອາດອອກ
ມະຕິໂຈ໊ະການເປັນສມາຊິກຂອງປະເທດທີ່ກະທຳຄວາມຜິດ ຫລືໃນກໍຣະນີທີ່ຮ້າຍແຮງກໍ
ໃຫ້ປົດອອກຈາກການເປັນສມາຊິກໄປເລີຍ
ລະບອບການເມືອງທີ່ແຕກຕ່າງ
ກຸ່ມປະເທດອາຊຽນທັງ 10 ປະເທດ ມີລະບອບການເມືອງແລະການປົກຄອງທີ່ ແຕກຕ່າງ
ກັນ ຕັ້ງແຕ່ລະບອບປະຊາທິປະໄຕໂດຍມີພຣະມະຫາກະສັດຊົງເປັນປະມຸກຣັດພາຍໃຕ້ກົດ
ໝາຍຣັຖທັມມະນູນຢ່າງຣາຊອານາຈັກໄທຍ (ປັດຈຸບັນເປັນຣັຖບານທີ່ມາຈາກການຣັຖປະ
ຫານຍຶດອຳນາດ) ແລະຣາຊອານາຈັກກັມພູເຈັຽ ໄປຈົນເຖິງລະບອບປະຊາທິປະໄຕທີ່ມີຣາ
ຊາທິບໍດີເປັນປະມຸກຣັດພາຍໃຕ້ກົດໝາຍຣັຖທັມມະນູນແບບມາເລເຊັຽ, ລະບອບພັກໂທນ
ໃນສຸລຕ່ານບຣູໄນທີ່ອົງສຸລຕ່ານຊົງເປັນທັງປະມຸກຣັດ, ນາຍົກ ຣມຕ, ຣມຕ ຕ່າງປະເທດ
ແລະປ້ອງກັນປະເທດ, ຣມຕ ກະຊວງການເງິນ ຕລອດເຖິງຕຳແໜ່ງອະທິບໍດີກົມຕຳຣວດ
ແລະອະທິການບໍດີມຫາວິທຍາໄລ, ປະຊາທິປະໄຕແບບສາທາຣະນະຣັດໃນອິນໂດນີເຊັຽ
ແລະ ຟີລິບປິນ, ລະບອບນາຍທຶນໃຫຍ່ຮັ່ງມີແລະປະຊາທິປະໄຕແບບແຂງໆຫລືຜເດັດ
ການແບບອ່ອນໆໃນສິງຄະໂປ, ລະບອບພັກໂທນເປີດກວ້າງສູ່ເສຖກິດແບບຕລາດເສຣີສັງ
ຄົມນິຍົມໃນ ສປປ ລາວ ແລະ ສສ ວຽດນາມ ຕລອດຈົນຮອດລະບອບຜເດັດການທະ
ຫານແບບແຂງກ້າວໃນສະຫະພາບພະມ້າ
ໂຄງການກົດບັດກ່ຽວຂ້ອງຢ່າງໃດກັບພະມ້າ?
ກໍຍ້ອນເຫດຜົນຄວາມແຕກຕ່າງຂອງລະບອບການປົກຄອງແລະການຂາດກົດບັດເປັນ
ຫລັກການອ້າງອີງໃນທາງກົດໝາຍຄືແນວນີ້ ກຸ່ມປະເທດອາຊຽນຈຶ່ງແບ່ງກັນອອກເປັນ
ສອງກຸ່ມກ່ຽວກັບບັນຫາສິດທິມນຸດຊົນໃນປະເທດພະມ້າແລະບໍ່ສາມາດແກ້ໄຂປັນຫາໃນ
ປະເທດນີ້ຮ່ວມກັນໄດ້
ກຸ່ມປະເທດສມາຊິກເກົ່າເຊັ່ນ ມາເລເຊັຽ ຟີລິບປິນ ແລະ ສິງຄະໂປມີແນວໂນ້ມຢາກໃຫ້
ວາງມາຕຣາການຕໍ່ພະມ້າ ແຕ່ກຸ່ມປະເທດສມາຊິກໃໝ່ເຊັ່ນ ສປປ ລາວ ແລະ ສສ
ວຽດນາມຊ້ຳພັດບໍ່ເຫັນດີນຳ ຈຶ່ງທຳໃຫ້ອາຊຽນໂດຍຮວມໄດ້ຮັບການຕຳນິຕິຕຽນທັງຈ
າກສຫະພາບເອີຣົບແລະສຫະຣັດອະເມຣິກາ ເຊື່ອກັນວ່າການຕຳນິຕິຕຽນ ດັ່ງກ່າວມີ
ສ່ວນເຮັດໃຫ້ເກີດແນວຄວາມຄິດສ້າງກົດບັດຂຶ້ນເພື່ອບັງຄັບໃຊ້ໃນອາຊຽນຢ່າງທີ່ສຫະ
ພາບເອີຣົບໄດ້ນຳໃຊ້ເປັນຕົວຢ່າງມາແລ້ວ
ຫວງແຫນອະທິປະໄຕ
ແຕ່ໃດໆມາກຸ່ມປະເທດອາຊຽນຫວງແຫນອະທິປະໄຕແຫ່ງຊາດຂອງຕົນມາຕລອດ ໃນຂນະ
ທີ່ການສ້າງກົດບັດເພື່ອບັງຄັບໃຊ້ພາຍໃນກຸ່ມນັ້ນຊ້ຳພັດມີຄວາມຈຳເປັນຕ້ອງຍອມຮັບການ
ສູນເສັຽອະທິປະໄຕບາງສ່ວນໃຫ້ໄປຂື້ນກັບການຕັດສິນໃຈໂດຍສ່ວນຮວມຂອງກຸ່ມ ດັ່ງທີ່ທະ
ນາຄານແຫ່ງຊາດຂອງກຸ່ມປະເທດສມາຊິກເຂດເງິນສກຸນດຽວເອີໂຣຂອງສຫະພາບເອີຣົບ
ຍອມສູນເສັຽອະທິປະໄຕໃຫ້ແກ່ທະນາຄານກາງເອີຣົບ (BCE) ພຽງຜູ້ດຽວເປັນຜູ້ມີອຳນາດ
ໃນການວາງນໂຍບາຍທາງດ້ານການເງິນແລະຕັດສິນໃຈຂື້ນຫລືລົດອັຕຣາດອກເບັ້ຽ
ອີກຕົວຢ່າງໜຶ່ງທີ່ຊີ້ໃຫ້ເຫັນເຖິງເຣື່ອງການຫວງແຫນອະທິປະໄຕກໍຄື ເມື່ອອາຊຽນໂດຍສ່ວນ
ຮວມມີທ່າທີຢາກຍື່ນມືເຂົ້າໄປໄກ່ເກັ່ຽປັນຫາທາງດ້ານການເມືອງແລະຜັກດັນການສ້າງປະ
ຊາທິປະໄຕໃນພະມ້າ ຣັຖບານທະຫານທີ່ກຸງຢ້າງກຸ້ງກໍສແດງທ່າທີເສີຍເມີຍ ບໍ່ເອົາຫົວຊາ
ບໍ່ຍິນດີຕ້ອນຮັບ ແລະຫາທາງຫລີກ
ສຳລັບປະເທດໄທຍທີ່ເຄີຍຮ່ວມເປັນຄນະ Troïka ຂອງອາຊຽນເຂົ້າໄປໄກ່ເກັ່ຽບັນຫາຄວາມ
ຂັດແຍ່ງທາງດ້ານການເມືອງໃນກັມພູເຈັຽມາແລ້ວເມື່ອຫລາຍປີທີ່ຜ່ານມາ ແຕ່ພໍຕົກເຖິງ
ຮອບຂອງຕົນເອງກໍສແດງການຫວງແຫນອະທິປະໄຕອອກມາບໍ່ແມ່ນຂອງຄ່ອຍຄືກັນ ດັ່ງຈະ
ເຫັນໄດ້ຈາກການທີ່ ທ່ານທັກສິນ ຊິນນະວັດ ເມື່ອຕອນຍັງເປັນນາຍົກ ຣມຕ ຢູ່ ໄດ້ປະ
ກາດຂູ່ໄວ້ລ່ວງໜ້າໄປເລີຍໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 10 ທີ່ນະຄອນວຽງຈັນເມື່ອ
ເດືອນພະຈິກປິ 2005 ວ່າຖ້າມີການຢິບຍົກບັນຫາເຣື່ອງພາກໃຕ້ຂອງໄທຍຂື້ນສູ່ການພິຈາ
ຣະນາເພີ່ນຈະຍ່າງອອກຈາກກອງປະຊຸມໂລດ
ເຊື່ອວ່າຖ້າມີປະເທດໃດປະເທດໜຶ່ງພຍາຍາມທີ່ຈະຢິບຍົກບັນຫາພາກໃຕ້ຂອງໄທຍສູ່ການພິ
ຈາຣະນາໃນເວທີສາກົນອີກ ບໍ່ວ່າຈະເປັນໃນຣະດັບພາກພື້ນຫລືໃນລະດັບໂລກກໍຕາມ ຣັຖ
ບານຊຸດໃຫມ່ຂອງໄທຍທີ່ມາຈາກການຣັຖປະຫານຍຶດອຳນາດຄັ້ງວັນທີ 19 ກັນຍາທີ່ຜ່ານ
ມາກໍຄົງຈະມີທ່າທີໃນທຳນອງດຽວກັນ ທັງນີ້ເພາະຖືວ່າປັນຫາພາກໃຕ້ແມ່ນກິຈການພາຍ
ໃນຂອງໄທຍແລະໄທຍເອງຈະເປັນຜູ້ດຳເນີນການແກ້ໄຂໂດຍຕ່າງຊາດບໍ່ຕ້ອງຍື່ນມືເຂົ້າມາ
ກ່ຽວຂ້ອງ
ໃນທຳນອງດຽວກັນເມື່ອໄທຍພຍາຍາມຍົກບັນຫາທີ່ວ່າກຸ່ມຜູ້ນຳຂອງຂບວນການແຍກດິນ
ແດນພາກໃຕ້ມີທີ່ຫລົບຊ້ອນແລະມີການເຄື່ອນໄຫວໃນມາເລເຊັຽ ຣັຖບານແຫ່ງກຸງກວາລາ
ລັມເປີກໍສແດງຄວາມບໍ່ພໍໃຈອອກມາເຊັ່ນດຽວກັນ
ໃນເມື່ອສມາຊິກອາຊຽນແຕ່ລະປະເທດມີລະບອບການປົກຄອງທີ່ແຕກຕ່າງແລະມີການຫວງ
ແຫນອະທິປະໄຕຂອງຊາດຢ່າງສຸດກຳລັງຕາມທີ່ໄດ້ກ່າວມາ ບັນດານັກສັງເກດການຈຶ່ງຍັງ
ຄາດຄະເນບໍ່ໄດ້ເລີຍວ່າກົດບັດຂອງກຸ່ມປະເທດອາຊຽນນັ້ນຈະຄອດອອກມາໃນຍາມໃດແລະ
ໃນຮູບແບບໃດຈຶ່ງຈະເປັນທີ່ຍອມຮັບຂອງ 10 ປະເທດສມາຊິກ
ບັນດານັກສັງເກດການໃຫ້ຂໍ້ສລຸບວ່າເສັ້ນທາງເດີນຂອງກຸ່ມປະເທດອາຊຽນຄົງຍັງອີກຍາວ
ໄກກວ່າຈະມີກົດບັດອອກມາບັງຄັບໃຊ້ກັນໄດ້ ຄ້າຍຄືກັນຫລືວ່າໃກ້ຄຽງກັນກັບທີ່ໄດ້ນຳໃຊ້
ມາແລ້ວໃນສຫະພາບເອີຣົບ
ແບບສບັບຂອງສຫະພາບເອີຣົບ
ສຫະພາບເອີຣົບມີການວາງກົດເກນແລະຫລັກການເປັນເງື່ອນໄຂຄັກແນ່ໃຫ້ມີການປະຕິຮູບ
ລ່ວງໜ້າກ່ອນທີ່ປະເທດໃດປະເທດໜຶ່ງຈະຖືກຮັບເຂົ້າເປັນສມາຊິກ ເຊັ່ນຕ້ອງປະຕິຮູບໃຫ້ມີ
ຫລັກປະກັນສິດເສຣີພາບທາງດ້ານການເມືອງ, ໃຫ້ມີລະບົບເສຖກິດການຄ້າແບບຕລາດ
ເສຣີ,ໃຫ້ມີການປະຕິຮູບທາງດ້ານສັງຄົມ ເຊັ່ນຮັດກຸມໃນການປ້ອງກັນແລະປາມປາມການ
ສໍ້ຣາດບັງຫລວງ ຕລອດຈົນຮອດການເຄົາຣົບສິດທິມນຸດຊົນ ການເຄົາຣົບສິດທິຂອງສຕຣີ
ແລະຊົນກຸ່ມນ້ອຍເປັນຕົ້ນ ໂດຍປະເທດທີ່ປະສົງຈະເຂົ້າເປັນສມາຊິກຕ້ອງເຈຣະຈາກັບ
ຄນະກັມມາທິການເອີຣົບ (Commission européenne) ຢ່າງຍາວນານຕັ້ງແຕ່ 7 ປີໄປຈົນ
ເຖິງ 10 ປີ ຫລືອາດຍາວນານກວ່ານັ້ນກວ່າທີ່ຈະບັນລຸເຖິງການຮັບຮອງເຂົ້າເປັນສມາຊິກ
ໄດ້
ນອກຈາກນີ້ ໃນກໍຣະນີທີ່ມີຊໍ້ຂັດແຍ່ງແລະຫາສຽງທີ່ເປັນເອກພາບກັນບໍ່ໄດ້ ສຫະພາບເອີ
ຣົບກໍຍັງມີກົດເກນການລົງຄະແນນສຽງໂດຍໃຫ້ສຽງສ່ວນຫລາຍເປັນຜູ້ຕັດສິນຊີ້ຂາດ ໃນ
ບາງກໍຣະນີທີ່ບໍ່ຂັດແຍ່ງກັນຫລາຍກໍໃຫ້ສຽງສ່ວນຫລາຍທັມມະດາ ( 50 + 1) ເປັນຜູ້ຕັດ
ສິນຫລືວ່າບັນຫາໃດທີ່ຫລໍ່ແຫລມມີການຂັດແຍ່ງກັນໜັກໆກໍໃຫ້ສຽງສ່ວນຫລາຍແບບ
"Majorité qualifiée" (73.91%) ເປັນຜູ້ຕັດສິນ ທັງນີ້ໂດຍຈະຕ້ອງບໍ່ມີປະເທດສມາຊິກ
ໃດເລີຍຮຽກຮ້ອງໃຫ້ມີການນັບຈຳນວນພົລເມືອງເຂົ້າມາເປັນສິ່ງຕັດສິນຊີ້ຂາດຕື່ມ
ໃນທາງກົງກັນຂ້າມຖ້າປະເທດສມາຊິກໃດໜຶ່ງຮຽກຮ້ອງໃຫ້ມີການນັບຈຳນວນພົລເມືອງ
ຕື່ມເຂົ້າໄປ ສຽງສ່ວນຫລາຍແບບ "Majorité qualifiée" ກໍຍັງບໍ່ເປັນການພຽງພໍ
ຢ່າງໃດກໍຕາມຈຳນວນພົລເມືອງຂອງບັນດາປະເທດສມາຊິກທີ່ສນັບສນຸນຮ່າງມະຕິນັ້ນໆ
ຈະຕ້ອງມີເຖິງ 62% ຂອງພົລເມືອງທັງໝົດຂອງສຫະພາບຮ່າງມະຕິຈຶ່ງຈະສາມາດຜ່ານ
ເປັນມະຕິແລະມີຜົນບັງຄັບໃຊ້ໄດ້ ບັນຫາໃດຕ້ອງໄດ້ຮັບການລົງມະຕິໂດຍວິທີໃດມີກ່າວ
ເອົາໄວ້ຊັດເຈນໃນສົນທິສັນຍາ
ໃນຂນະທີ່ທັມມະນູນຂອງສຫະພາບຍັງບໍ່ທັນສາມາດຄອດອອກມາໄດ້ອັນເນື່ອງມາຈາກ
ຍັງບໍ່ໄດ້ຮັບການໃຫ້ສັຕຍາບັນຢ່າງສົມບູນແລະຄົບຖ້ວນຈາກທຸກປະເທດສມາຊິກນີ້ ສົນທິ
ສັນຍານິຊ (Traité de Nice) ຈຶ່ງໄດ້ຮັບການນຳມາປະຕິບັດໄປພາງໆກ່ອນ
ຕາມລະບົບການແບ່ງສຽງຂອງສຫະພາບເອີຣົບນັ້ນ ແຕ່ລະປະເທດສມາຊິກບໍ່ໄດ້ມີສຽງ
ດຽວຄືກັນກັບໃນສພາຜູ້ແທນຣາສດອນທີ່ ສສ ໜຶ່ງຄົນມີພຽງ 1 ສຽງ ແຕ່ມີລະບົບການ
ແບ່ງສຽງທີ່ກຳໜົດໂດຍສົນທິສັນຍານິຊ ອັນເປັນການແບ່ງບົນພື້ນຖານຂອງຫລັກການ
ທີ່ວ່າບໍ່ໃຫ້ປະເທດທີ່ມີພົລເມືອງນ້ອຍເສັຽປຽບຫລາຍຈົນເກີນໄປແກ່ປະເທດໃຫຍ່ທີ່ມີພົລ
ເມືອງຫລາຍ
ຕົວຢ່າງ ປະເທດເຍີຣະມັນ, ຝຣັ່ງເສດ, ສຫະຣາຊອານາຈັກ ແລະ ອິຕາລີ ທີ່ມີພົລເມືອງ
82, 60, 59 ແລະ 58 ລ້ານຄົນຕາມລຳດັບນັ້ນ ມີສຽງປະເທດລະ 29 ສຽງ ໃນຂນະທີ່
ປະເທດລຸກຊັມບວກທີ່ມີພົລເມືອງພຽງແຕ່ 4 ແສນຄົນມີ 4 ສຽງ
ເມື່ອຄິດໄລ່ເປັນອັຕຣາສ່ວນຕາມຈຳນວນພົລເມືອງແລ້ວກໍຈະເຫັນໄດ້ວ່າຊາວເຍີຣະມັນ
1 ລ້ານຄົນມີພຽງແຕ່ 0.4 ສຽງເທ່ານັ້ນ ໃນຂນະທີ່ຊາວລຸກຊັມບວກຖ້າມີລ້ານຄົນກໍຈະໄດ້
ຮັບເຖິງ 8 ສຽງ ຊຶ່ງຫລາຍກວ່າຊາວເຍີຣະມັນເຖິງ 20 ເທົ່າຕົວ ແຕ່ກວ່າທີສົນທິສັນຍາ
ນິຊຈະຄອດອອກມາໂດຍມີການຄຳນຶງເຖິງສມາຊິກປະເທດເລັກປະເທດນ້ອຍຄືແນວນີ້ບັນ
ດາປະເທດເຫລົ່ານີ້ຕ້ອງໄດ້ຮວມກຸ່ມກັນຕໍ່ສູ້ຢ່າງເຖິງພິກເຖິງຂີງແລະຖົກຖຽງໜ້າດຳຕາ
ແດງເຖິງຂນາດຂູ່ຈະຍ່າງອອກຈາກກອງປະຊຸມຕ່າງໆນາໆກວ່າທີ່ສມາຊິກປະເທດໃຫຍ່ໆ
ຈະຍິນຍອມໃຫ້ (ກຣຸນາເບີ່ງຕາລາງການແບ່ງສຽງຂອງປະເທດສມາຊິກສຫະພາບເອີຣົບ
ທ້າຍບົດຄວາມນີ້)
ບົດສລຸບ
ຢ່າງໃດກໍຕາມ ເຮົາກໍບໍ່ຄວນລືມວ່າເຖິງສຫະພາບເອີຣົບມີການພັທນາທາງດ້ານປະ ຊາທິ
ປະໄຕແລະການເຄົາຣົບສິດທິມນຸດຊົນໄປໄກກວ່າກຸ່ມປະເທດອາຊຽນຫລາຍແລ້ວກໍຕາມ
ແຕ່ໃນບາງບັນຫາທີ່ຫລໍ່ແຫລມເຊັ່ນ ນະໂຍບາຍຕ່າງປະເທດ ນະໂຍບາຍການທະຫານ
ນະໂຍບາຍທາງດ້ານຍຸດຕິທັມ ຕລອດນະໂຍບາຍພາສີອາກອນ ສຫະພາບເອີຣົບກໍຍັງມີ
ຄວາມຈຳເປັນຕ້ອງໄດ້ຮັບຄະແນນສຽງທີ່ເປັນເອກສັນກັນຢູ່ ຈຶ່ງຈະສາມາດຜ່ານເປັນມະ
ຕິມີຜົນບັງຄັບໃຊ້ເປັນອັນໜຶ່ງອັນດຽວກັນໄດ້ພາຍໃນສຫະພາບ ຊຶ່ງເປັນເຣື່ອງທີ່ຫຍຸ້ງຍາກ
ແລະໃຊ້ເວລາຖົກຖຽງກັນຢ່າງໜ້າດຳຕາແດງແລະຢ່າງຍາວນານ ກວ່າຈະບັນລຸເຖິງຂໍ້
ຕົກລົງກັນໄດ້ ຫລືບາງຄັ້ງກໍຕົກລົງກັນບໍ່ໄດ້ເລີຍ ເຊັ່ນປັນຫາການໃຫ້ສັຕຍາບັນແກ່ທັມມະ
ນູນຂອງສຫະພາບເປັນຕົ້ນ
ສຫະພາບເອີຣົບຈະຄົບຮອບ 50 ປີຂອງການກໍ່ຕັ້ງໃນວັນທີ່ 25 ມີນາທີ່ຈະເຖິງນີ້ ໃນຂນະ
ທີ່ອາຊຽນກໍຈະຄົບຮອບ 40 ປີໃນວັນທີ 8 ເດືອນສິງຫາໜ້າເຊັ່ນດຽວກັນ ຈາກການສຶກສາ
ເບີ່ງປວັດການກໍ່ຕັ້ງຂອງແຕ່ລະກຸ່ມເຮົາຈະເຫັນໄດ້ວ່າມີປວັດຄວາມເປັນມາທີ່ຄ້າຍຄືກັນບາງ
ປະການ
ເມື່ອສຫະພາບເອີຣົບກໍ່ຕັ້ງຂື້ນມາໃໝ່ໆໃນນາມຂອງ "ປະຊາຄົມເສຖກິດເອີຣົບ"
(Communauté économique européenne) ນັ້ນແມ່ນມີເປົ້າໝາຍແນໃສ່ການລົບລ້າງ
ຄວາມເປັນສັຕຣູຊຶ່ງກັນແລະກັນ ລົບລ້າງຄວາມຫິວໂຫຍອົດຢາກແລະຄວາມທຸກທໍຣະມານ
ອັນເກີດຈາກການທີ່ປະຊາຊົນຊາວເອີຣົບຕ້ອງເຂັ່ນຂ້າປະຫັດປະຫານຊຶ່ງກັນແລະກັນໃນສົງ
ຄາມໂລກຄັ້ງທີ 1 ແລະຄັ້ງທີ 2 ແລະໃນເວລາກໍ່ຕັ້ງນັ້ນກໍບໍ່ໄດ້ມີໃຜຄາດຄິດເລີຍວ່າຈະ
ຮວມເອົາກຸ່ມປະເທດໃນເອີຣົບພາກກາງແລະເອີຣົບພາກຕະວັນອອກທີ່ເຄີຍເປັນບໍຣິວານ
ຂອງມື້ລາງສຫະພາບໂຊວຽດເຂົ້າຮ່ວມເປັນວົງສາຄະນາຍາດຄອບຄົວດຽວກັນເໝືອນຢ່າງ
ທຸກວັນນີ້
ໃນທຳນອງດຽວກັນ ເມື່ອອາຊຽນກໍ່ຕັ້ງຂື້ນມາເມື່ອ 40 ປີທີ່ແລ້ວ ກໍແມ່ນແນໃສ່ຕ້ານການ
ແຜ່ຂຍາຍຂອງລັດທິຄອມມຸຍນິດໃນເອເຊັຽຕະວັນອອກສຽງໃຕ້ ບໍ່ມີໃຜຄາດຄິດເລີຍວ່າຈະ
ມີຄວາມເປັນໄປໄດ້ທີ່ບັນດາປະເທດຄອມມຸຍນິດເຫລົ່ານັ້ນຈະເຂົ້າຮ່ວມເປັນວົງສາຄະນາ
ຍາດໃນຄອບຄົວດຽວກັນກັບອາຊຽນດັ່ງທີ່ພວກເຮົາໄດ້ເຫັນເປັນປະຈັກຕາໃນທຸກວັນນີ້ ເຖິງ
ແມ່ນວ່າ "ປະທິນຍາບາງກອກ" ໄດ້ກ່າວແບບລວມໆເຖິງເປົ້າໝາຍການຮ່ວມໄມ້ຮ່ວມມືທາງ
ເສຖກິດແລະສັງຄົມຂອງບັນດາປະເທດ "ໃນຂົງເຂດ" ອັນໝາຍເຖິງກັມພູເຈັຽ ລາວ ແລະ
ວຽດນາມກໍຕາມ ຈຸດນີ້ເອງທີ່ອາຊຽນແລະສຫະພາບເອີຣົບມີສ່ວນຄ້າຍຄືກັນນອກຈາກເຣື່ອງ
ການຫວງແຫນອະທິປະໄຕດັ່ງທີກ່າວມາແລ້ວ ນັ້ນກໍເປັນການຊີ້ໃຫ້ເຫັນວ່າມີຄວາມເປັນໄປ
ໄດ້ທີ່ອາຊຽນຈະມີກົດບັດອອກມາໃຊ້ຄ້າຍຄືກັນກັບຂອງສຫະພາບເອີຣົບ
ປວັດຄວາມເປັນມາທັງຂອງສຫະພາບເອີຣົບແລະຂອງອາຊຽນກໍໄດ້ຊີ້ໃຫ້ເຫັນແລ້ວວ່າທຸກສິ່ງ
ທຸກຢ່າງມີວິວັທນາການໄປຕາມກາລເວລາແລະກົດເກນທັມມະຊາດ ບໍ່ມີສິ່ງໃດຢຸດນິ້ງຢູ່ກັບ
ທີ່ໄດ້ຢ່າງຈີຣັງຍັ້ງຍືນ ຫລັກການດັ້ງເດີມຂອງອາຊຽນທີ່ວ່າ "ບໍ່ແຊກແຊງກິຈການພາຍໃນ
ຂອງປະເທດສມາຊິກອື່ນ" ກໍເຊັ່ນດຽວກັນ ຫົນທາງທີ່ຈະກ້າວເດີນຍັງໄກແສນໄກນັ້ນອາດມີ
ສ່ວນຖືກແດ່ແຕ່ກໍບໍ່ແມ່ນວ່າຈະໄກເກີນກວ່າທີ່ອາຊຽນຈະກ້າວເດີນໄປເຖິງໄດ້....
ແນມເບີ່ງທວີບອາຊີ
29/10/2009 11:41 TU
07/10/2009 12:28 TU
16/01/2009 13:36 TU
06/01/2009 12:53 TU
05/01/2009 11:56 TU
25/11/2007 15:33 TU
20/03/2007 11:39 TU
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008