ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເສຖກິດແລະການເງິນ

(ອາຊຽນ+3) ຕົກລົງ ສ້າງກອງເງິນທຶນຮ່ວມ

ໂດຍ  ພອນແກ້ວ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/04/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/04/2007 à 16:20 TU

ຣັຖມົນຕຣີການຄັງຂອງກຸມ່ ASEAN
ໄດ້ຕົກລົງເຫັນພອ້ມ ທີ່ຊຽງໃຫມ່ໃນມື້ນີ້
(ພະຫັດ 5 ເມສາ) ສ້າງຕັ້ງລະບົບຄວບ
ຄຸມແລະຈໍາໜ່າຍພັນທະບັດໃນພູມີພາກbr />ກ່ອນໜ້ານີ້ "ອາຊຽນ + 3" (ອາຊຽນ +
ສ.ປ. ຈີນ, ຍີ່ປຸ່ນ ແລະ ເກົາຫລີໃຕ້) ໄດ້ຕົກລົງສ້າງກອງທືນຮວ່ມ ແນໃສ່
ປອ້ງກັນການການເກງກໍາໄລການຄ້າແລະປ້ອງກັນຜົນກະທົບທີ່ອາດມາຈາກການ
ຕົກຕ່ຳຂອງເງີນດອນລລາຣ໌ອະເມຣິກັນ

ການຕົກລົງກັນດັ່ງກ່າວ ເປັນສັນຍານຊີ້ໃຫ້ວົງການເສຖກິດແລະການເງິນເຫັນວ່າອາຊຽນ
ຈະກາຍໄປເປັນປະຊາຄົມເສດຖກິດດັ່ງເປົ້າໝາຍທີ່ຕັ້ງເອົາໄວ້ ຢ່າງຊ້າທີ່ສຸດໃນປີ 2015
ໂດຍແມ່ນ ຣາຊອານາຈັກໄທຍ ແລະ ສີງກະໂປ ຈະເປັນຜູ່ເລີ້ມປະຕິບັດງານໃນການຈໍາ
ໜ່າຍພັນທະບັດກ່ອນບັນດາປະເທດອື່ນໆພາຍໃນກຸ່ມ

ຕາມການຕົກລົງ ສອງປະເທດຈະມີການຮວ່ມມືລຽນຕິດເພື່ອໃຫ້ເປັນຫົວຣົດໄຟແກ່ດຶງປະ
ຊາຄົມອາຊຽນ ໃຫ້ກາຍເປັນໜຶ່ງດຽວໃນອະນາຄົດຂ້າງໜ້າ ທັງນີ້ໂດຍການນຳໃຊ້ເຄື່ອ
ຂ່າຍສື່ສານ Internet ໃນການ ບໍຣິຫານການຈຳໜ່າຍພັນທະບັດດັ່ງກ່າວ ທັງນີ້ເພື່ອ
ຄວາມສດວກແລະວ່ອງໄວ

ເປັນທີ່ໜ້າສັງເກດວ່າການຕັດສີນໃຈສ້າງຕັ້ງລະບົບຄວບຄຸມແລະຈໍາໜ່າຍພັນທະບັດໃນ
ພູມີພາກດັ່ງກ່າວ ພໍດີຈວບກັນກັບຣະຍະເວລາ 10 ພໍດີບພໍດີ ຫລັງຈາກວິກິຕການເສຖ
ກິດແລະການເງີນໃນທວີບເອເຊັຽປີ 1997 ຊຶ່ງຈຸດເລີ້ມຕົ້ນກໍແມ່ນທີ່ປະເທດໄທຍນີ້ເອງ

ນອກຈາກລະບົບພັນທະບັດຮ່ວມແລ້ວ ເພື່ອຮັດແຫນ້ນການຮວ່ມມືແລະແນໃສ່ການສະກັດ
ກັ້ນ ບໍ່ໃຫ້ໄພທາງເສຖກິດການເງີນເກີດຂື້ນອີກເທື່ອໃໝ່ ກຸ່ມອາຊຽນຍັງໄດ້ສ້າງຕັ້ງກອງ
ທືນຮວ່ມຂື້ນມາ ກັບ ສ.ປ.ຈີນ ຢີ່ປຸ່ນ ແລະເກົາຫລີໃຕ້ ໂດຍຈະມີບົດບາດໃນການປອ້ງກັນ
ການເກງກໍາໄລການຄ້າເງີນ ແລະປອ້ງກັນຜົນກະທົບທາງລົບທີ່ອາດມາຈາກການຕົກຕໍ່າ
ຂອງເງີນສກຸນດອລລາຣ໌ອະເມຣິກັນ

ຂໍ້ຕົກລົງຊຽງໃຫມ່ປີ 2000

ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ພາຄີໃດພາຄີໜຶ່ງທີ່ມີບັນຫາທາງດ້ານເສຖກິດການເງີນ ຈະສາ
ມາດກູ້ຢືມເງີນຕຣາຕ່າງປະເທດຈາກອີກພາຄີໜຶ່ງໄດ້ ເປັນເງິນສກຸນດອລລາຣ໌ ເພື່ອນຳ
ໄປຄໍ້າປະກັນເງີນທືນສໍາຮອງຂອງຕົນເພື່ອສ້າງຄວາມເຊື່ອຖືໃຫ້ແກ່ສຖາບັນການເງິນໂລກ
ໂດຍສເພາະກໍແມ່ນທະນາຄານໂລກ ຫລືອົງການເງິນທຶນສາກົນ FMI

ຈຸດເລີ້ມຕົ້ນວິກິຕການ 1997

ເມື່ອປີ 1997 ທະນາຄານແຫ່ງປະເທດໄທຍ ຈໍາເປັນຂາຍເງີນທຶນສຳລອງສກຸນດອລລາຣ໌
ຈຳນວນຫລາຍຕື້ເພື່ອຄໍ້າປະກັນຄ່າຂອງເງິນບາດຂອງຕົນ ທີ່ໄດ້ຖືກໂຈມຕີຢ່າງຫນັກຫນ່ວງ
ຈາກນັກປັ່ນກຳໄລຕ່າງຊາດ ໃນນັ້ນກໍມີມະຫາເສດຖີອະເມຣິກັນ George Soros ເປັນຕົວ
ຕັ້ງຕົວຕີສຳຄັນ ຈົນບຸກຄົນຜູ້ນີ້ໄດ້ກາຍເປັນຜູ້ບໍ່ເພີງປາຖນາຂອງປະເທດໄທແລະມາເລເຊັຽ
ຕັ້ງແຕ່ນັ້ນເປັນຕົ້ນມາ

ໃນເມື່ອເງິນທຶນສຳຮອງຕ່າງປະເທດຫລ້ອຍຫລໍລົງ ທະນາຄານແຫ່ງປະເທດໄທຍຈຶ່ງຈຳ
ເປັນຕັດສິນໃຈປະກາດໃຫ້ຄ່າເງິນບາດລອຍຕົວຕາມຄວາມຕ້ອງການຂອງຕລາດ ອັນເປັນ
ຈຸດເລີ້ມຕົ້ນເຮັດໃຫ້ເກີດວິກິຕການເສຖກິດແລະການເງິນເມື່ອປີ 1997 ກ່ອນທີ່ຈະລຸກລາມ
ໄປທົ່ວທວີບເອເຊັຽ ແລະຂ້າມນ້ຳຂ້າມທະເລໄປເຖິງສຫະຣັດອະເມຣິກາແລະອະເມຣິກາ
ລາຕິນ
ເງິນສກຸນເອີໂຣ ກຳແພງກັ້ນວິກິຕການ

ເປັນທີ່ໜ້າສັງເກດວ່າສະຫະພາບເອີຣົບເປັນພຽງຂົງເຂດດຽວທີ່ລອດພົ້ນຈາກວິກິຕການ
ໂດມີໂນໃນຄັ້ງນັ້ນ ທັງນີ້ເພາະຫາກໍໄດ້ພາກັນຮັບຮອງເອົາເງິນສກຸນດຽວເອີໂຣ ທີ່ມີຄ່າເປັນ
ໜຶ່ງດຽວພາຍໃນສຫະພາບ ອັນເປັນກຳແພງຂວາງກັ້ນບໍ່ໃຫ້ນັກເກງກຳໄລຈາກການຄ້າ
ເງິນ ສາມາດປັ່ນຄ່າຂອງເງີນໃຫ້ຂຶ້ນຫລືລົງໄດ້ຢ່າງງ່າຍໆ

ຈາກເຫດການປາຕິຫານ ເງິນສກຸນເອີໂຣສ້າງກຳແພງຂວາງກັ້ນວິກິຕການໃນຄັ້ງນັ້ນທຳ
ໃຫ້ກຸ່ມປະເທດອາຊຽນຖອດຖອນເປັນບົດຮຽນ ແລະການຖອດຖອນບົດຮຽນດັ່ງກ່າວກໍໄດ້
ເລີ້ມຕົ້ນສແດງອອກເປັນຮູປທັມແລ້ວ ໂດຍເຫັນໄດ້ຈາກການຕັ້ງເປົ້າໝາຍສ້າງຕັ້ງກອງ
ເງິນທຶນຮ່ວມຂອງກຸ່ມ "ອາຊຽນ+3" ຕາມທີ່ຕົກລົງກັນທີ່ຊຽງໃໝ່ໃນຄັ້ງນີ້ ແຕ່ຈະກ້າວໄປ
ໄກເຖິງຂັ້ນສ້າງຕັ້ງເງິນສກຸລດຽວຂອງອາຊຽນໄດ້ຫລືບໍ່ ນັ້ນ ຍັງຄົງເປັນເຄື່ອງໝາຍຄຳ
ຖາມຂນາດໃຫຍ່ທີ່ຍັງບໍ່ມີຄຳຕອບໃນຂນະນີ້

ເງິນທຶນຫລາຍພັນລ້ານຈາກຍີ່ປຸ່ນ

ອ້າງອີງຕາມຂໍ້ຕົກລົງຊຽງໃໝ່ (5 ເມສາ) ຢີ່ປຸ່ນ ມະຫາອໍານາດອັນດັບສອງຂອງໂລກ
ທາງດ້ານເສຖກິດ ຮອງລົງມາຈາກສະຫະຣັດອະເມຣິກາ ຕົກລົງຮ່ວມມືກັບຫລາຍໆປະ
ເທດພາຄີຂອງອາຊຽນໃນວົງເງິນ ລະຫວ່າງ 1000 – 3000 ລ້ານດອລລາຣ໌ ໂດຍມີ
ເກົາຫລີໃຕ້ສນັບສນູນໂຄງການດັ່ງກ່າວ ໃນຂນະທີ່ ສ.ປ.ຈີນ ນັ້ນຍັງບໍ່ໄດ້ແຈ້ງບອກວ່າ
ຈະໃຫ້ການຮວ່ມມືໃນຣະດັບໃດແລະກັບປະເທດໃດ

ອາວຸດການເງິນຂອງຈີນ

ເປັນທີ່ຮູ້ກັນດີແລ້ວວ່າ ສ.ປ.ຈີນ ມີເງີນທືນສໍາຮອງຄໍ້າປະກັນສກຸນດອລລາຣ໌ຫລາຍທີ່ສຸດ
ໃນໂລກ ຄືມີຫລາຍກວ່າ 1000 ຕື້ດອລລາຣ໌ ນັ້ນກໍໝາຍຄວາມວ່າເມື່ອໃດຣັຖບານປັກກິ່ງ
ຫາກຕັດສີນໃຈ ນຳເງິນທຶນສຳຮອງສກຸນດອລລາຣ໌ຂອງຕົນອອກຂາຍໃນທ້ອງຕລາດແລ້ວ
ຫລືປ່ຽນໄປເອົາເງີນສກຸນເອີໂຣເຂົ້າມາແທນທີ່ ກໍອາດສາມາດເປັນເງື່ອນໄຂເຮັດໃຫ້ເງິນ
ສກຸນດອລລາຣ໌ອະເມຣີກັນຕົກຕ່ຳລົງໄປອີກໄດ້

 

ຈຶ່ງຖືໄດ້ວ່າ ສ.ປ. ຈີນ ມີອາວຸດການເງີນໃນກຳມືຂອງຕົນ ສາມາດນຳເປັນຂໍ້ຕໍ່ລອງທາງ
ດ້ານເສຖກິດແລະການຄ້າ ຫລືແມ່ນກະທັ້ງການທູດແລະການເມືອງກັບກັບສຫະຣັດອະເມຣິ
ກາໄດ້ ໂດຍສະເພາະກໍແມ່ນໃນການຕໍ່ລອງກ່ຽວກັບອະນາຄົດຂອງເກາະໃຕ້ຫວັນ

 

ເປົ້າໝາຍເສຖກິດອາຊຽນ

ການທີ່ອາຊຽນສ້າງຕັ້ງກອງເງິນທຶນຮ່ວມ ແລະເປີດເຂດການຄ້າເສຣີໃນປີ 2015 ແມ່ນ
ການຕັ້ງເປົ້າໝາຍທີ່ຍາວໄກ ເພື່ອກ້າວໄປສູ່ການສ້າງຕັ້ງເງິນສກຸນດຽວຄືກັນກັບສຫະ
ພາບເອີຣົບ ຖ້າຫາກໄປເຖິງເປົ້າໝາຍທີ່ຍາວໄກນີ້ໄດ້ ກໍຈະມີຜົນຕໍ່ອາຊຽນດັ່ງນີ້:

 

1. ກາຍໄປເປັນມະຫາອໍານາດເສດຖາກິດ ຄຽງຄູ່ກັນກັບສະຫະພາບເອີຣົບ ເອື້ອອຳນວຍ
ໃຫ້ປະເທດພາຄີສາມາດສ້າງສາພັທນາໄດ້ຢ່າງວ່ອງໄວ ພົລເມືອງອາຊຽນ 500 ລ້ານ
ຄົນ ຈະກາຍໄປເປັນພົລເມືອງທີ່ມີອຳນາດຊື້ສູງ ອາຊຽນຈະກາຍໄປເປັນຕລາດທີ່ກວ້າງ
ໃຫຍ່ ສາມາດທຽບຣັສມີໄດ້ກັບ ສ.ປ. ຈີນ ແລະ ອິນເດັຽ

2. ເຖິງຫົນທາງຈະຍາວໄກ ແຕ່ອາຊຽນກໍອາດກ້າວໄປເຖິງການສ້າງເງິນສກຸນດຽວໄດ້
ອັນຈະເປັນກຳແພງມະຫຶມາປ້ອງກັນອາຊຽນໃຫ້ລອດພົ້ນຈາກວິກິຕການດັ່ງທີ່ເຄີຍເກີດມາ
ແລ້ວເມື່ອປີ 1997 ແລະ

3. ການສ້າງປະຊາຄົມເສຖກິດອາຊຽນ ຈະພາໃຫ້ເງີນສກຸນແຫ່ງຊາດຂອງປະເທດພາຄີ
ບໍ່ປະສົບກັບຄວາມປັ່ນປ່ວນຂື້ນລົງແບບບໍ່ເປັນລະບຽບເມື່ອປຽບທຽບໃສ່ເງີນສກຸນດອລລາຣ໌
ອະ ເມຣິກັນ

 

ແຕ່ກ່ອນໄປເຖິງຈຸດນັ້ນ ເມື່ອໃດເງີນສກຸນຊາດໜຶ່ງຫາກມີຣາຄາດີຂື້ນ ປະເທດພາຄີທີ່ມີ
ເງີນຣາຄາຕ່ຳກວ່າກໍຈະສາມາດສົ່ງສີນຄ້າຂອງຕົນໄປຂາຍໃນປະເທດທີ່ຄ່າເງິນແຂງກວ່າ
ໄດ້ຫລາຍຂື້ນ ແລະການແຂ່ງຂັນທັງຄຸນນະພາບແລະຣາຄາຂອງສິນຄ້າ ຈະເປັນຜົນດີຕໍ່ຜູ້
ຍໍຣິໂພກ

 

ເພື່ອທີ່ຈະກ້າວໄປເຖິງຈຸດໝາຍປາຍທາງນີ້ໄດ້ ກ່ອນອື່ນອາຊຽນຈະຕ້ອງມີການຮັດແໜ້ນ
ສາຍພົວພັນໃຫ້ຫລາຍຂຶ້ນເພື່ອບັນລຸເປົ້າໝາຍ 2015 ໃຫ້ໄດ້ ກ່ອນທີ່ຈະສ້າງຕລາດຮ່ວມ
ກັບ ສ.ປ. ຈີນ ມຫາອຳນາດເສຖກິດອັນດັບທີ 4 ຂອງໂລກ, ເກົາຫລີໃຕ້ ແລະ ຍີ່ປຸ່ນ

ໃນທາງດ້ານເສຖກິດການຄ້າ ກໍຄືກັນກັບທາງດ້ານອື່ນໆ ພາສິດໂບຮານເພິ່ນຍັງກ່າວໄວ້
ວ່າ "ໂຮມກັນເຮົາຢູ່ ແຕກໝູ່ເຮົາຕາຍ"

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU