ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສະຫະພາບເອີຣົບອອກ ສົນທິສັນຍາສະບັບໃໝ່

ຫລັງຢຸດຊະງັກ ມາຢ່າງຍາວນານ

ໂດຍ  ພອນແກ້ວ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 23/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 23/06/2007 12:44 TU

ສະຫະພາບເອີລົບ ຮັບເອົາສົນທິສັນຍາ ສະບັບໄໝ່ໄຊຊະນະອີກອັນໄໝ່ ຂອງ ນາຍົກເຢີລະມັນ
ການທີ່ ກອງປັດຊຸມສຸດຍອດ ຂອງເອີລົບ ໄດ້ຮັບເອົາ ສົນທິສັນຍາ ດັດແປງ ການປະຕິບັດງານ ຂອງ ສະຫະພາບ ເອົາເຂົ້າມາແທນ ທັມນູນ ທີ່ ປະຊາຊົນຝຣັ່ງ ແລະ Hollande ໄດ້ປະຕິເສດ ບໍ່ຮັບເອົາ ໃນປີ 2005 ໃນຕອນເຊົ້າວັນເສົາ ວັນທີ່ 23 ມິຖຸນາ ທີ່ກຸງ Bruxelles ຫລັງຈາກໄດ້ມີ ການເຈລະຈາ ຕໍ່ລອງກັບ ນາຍຍົກ Pologne ທາງ ໂທລະສັບ ເປັນເວລາ ອັນຍືດຍາວທີ່ສຸດ ນັ້ນ ກ່ແມ່ນ ໄຊຊະນະ ອັນສະງ່າງາມ ຂອງທ່ານນາງ Angela Merkel ນາຍຍົກ ເຢີລະມັນ ແລະ ປະທານ ສະຫະພາບ ໃນປັດຈຸບັນ

ແລະ ເພື່ອຊີ້ບອກ ເຖີງ ການບັນລຸ ກິດຈະການ ອັນຫຍຸ້ງຍາກລຳບາກ ດັ່ງກ່າວ ໄດ້ໂດຍດີ ພອ້ມທັງເປັນການ ສະແດງ ຄວາມຂອບໃຈ ຮູ້ບຸນຄຸນ ຂອງ ສະຫະພາບ ທັງໝົດ ທ່ານ José Manuel Baroso ປະທານ ຄະນະກັມມາທິການ ເອີລົບ ກໍໄດ້ເອົາ ພວງດອກໄມ້ ອັນງາມ ມອບໃຫ້ແກ່ ທ່ານຍີງ "ເພື່ອ ຊົມເຊີຍ ຜູ່ທີ່ໄດ້ຮັບ ໄຊຊະນະ ທີ່ບໍ່ຄາດຝັນ ແລະ ຂ້າພະເຈົ້າ ກໍຢາກຂອບໃຈ ທ່ານຍີງ ທີ່ໄດ້ປະຕິບັດງານ ອັນດີ ສຳລັບ ເອີລົບ"

ແລະ ແມ້ກະທັ້ງ ປະນາທາທິບໍດີ Pologne ເອງ ກໍຍັງ ໄດ້ ຊົມເຊີຍ "ທ່າທີ ທີ່ເປັນມີດ ອັນດີພິເສດ ຂອງນາຍຍົກ ເຢີລະມັນ ທີ່ ໄດ້ຊີ້ບອກ ເຖີງ ຄວາມສາມັກຄີ ຮັກແພງອັນດີ ທີ່ມີຕໍ່ ປະເທດ ຂອງພວກເຮົາ"

ການຄູ່ຂັນກາຍເປັນອາວຸດ
ເພື່ອບັນລຸກິດຈະການ ທີ່ທ່ານຍີງເອງ ໄດ້ເອົາເປັນ ພາລະກິດ ຕົ້ນຕໍ ນ້ຳເບີນື່ງ ຂອງການກຳຕຳແໜ່ງ ປະທານວຽນ ຂອງ ສະຫະພາບ ຂອງເຢີລະມັນ ນັບຕັ້ງແຕ່ວັນທີ່ ນື່ງ ມັງກອນ ແລ້ວນີ້ມາ ເປັນເວລາ ຫົກເດືອນ ທ່ານ ຍີງ Angela Merkel ກໍ ໄດ້ນຳເອົາ ຄວາມຮູ້ຈັກຮັກແພງ ກັບ ຊາວ Pologne ແລະ ຜູ່ນຳ ຂອງ ປະເທດ ດັ່ງກ່າວ ໃນສະໄໝ ທີ່ທ່ານຍີງ ຍັງຢູ່ໃນ ອະດິດ ເຢີລະມັນ ຕາວັນອອກ ໃກ້ໆ ກັບຊາຍແດນ Pologne ໄດ້ໄປສນັບສນູນ ກັມບານ Solidarnosc ຂອງທ່ານ Lech Walesa ເຂົ້າມາໝູນໃຊ້

ທ່ານຍີງ ໄດ້ໄປພົບປະ ສົນທະນາ ຫລາຍໆຄັ້ງ ກັບທ່ານ Lech Kaczynski ປະທານາທິບໍດີ Pologne ແລະ ທ່ານ Jaroslaw Kaczynski ນາຍຍົກ ແລະ ອ້າຍນອ້ງຝາແຝດ ຂອງ ປະທານປະເທດ ເພື່ອ ອະທິບາຍ ເຖີງເຫດ ແລະ ຜົນ ຂອງ ການປ່ຽນແປງ ຕ່າງໆ ພອ້ມທັງ ສ້າງຄວາມ ໃວ້ເໜື້ອເຊື່ອໃຈ ກັບຜູ່ນຳ ທັງສອງ ໄປໃນຕົວ

ແຕ່ເມື່ອ ໄດ້ເຫັນວ່າ ຜູ່ນຳຂອງ Pologne ຍັງປະຕິເສດ ບໍ່ຍອມຮັບເອົາ ສົນທິສັນຍາ ຂອງກຸງ Bruxelles ທ່ານນາງ Merkel ກໍໄດ້ນຳເອົາ ການນາບຄູ່ ອອກມາ ເປັນຢຸດທະສາດ ການທູດ ໂດຍທ່ານນາງ ໄດ້ແຈ້ງບອກວ່າ ຈະ ຂໍໃຫ້ ພາຄີ 26 ປະເທດ ທີ່ເຫັນພອ້ມ ໃຫ້ພາກັນຕົກລົງ ຮັບເອົາ ກອງປັດຊຸມ ຜູ່ຕາງໜ້າ ລັຖບານ ຮ່ວມຂຽນ ເນື້ອໃນໃຈຄວາມ ອັນແທ້ຈີງ ຂອງສົນທິສັນຍາ ໂດຍ ບໍ່ມີ Pologne ເຂົ້າຮ່ວມນຳ

ສຳລັບ ທ່ານນາງ Merkel ແລ້ວ ການຮັບເອົາສົນທິສັນຍາ ກຸງ Bruxelles ກໍມີຄວາມ ສຳຄັນຫລາຍທີ່ສຸດ ສຳລັບການສ້າງ ເອີລົບ ໃຫ້ກາຍເປັນ ເຂດ ຂອງການພັຖນາ ເຂດ ຂອງປະຊາທິປະໄຕ ແລະ ອິສາລະພາບ ເນື່ອງ ຈາກວ່າ ທ່ານນາງ ໄດ້ຮູ້ ໄດ້ຮັບເຄາະ ຈາກການຢູ່ພາຍໃຕ້ ລະບອບປົກຄອງ ຄອມມູຍນິດ ຜະເດັດການ

ເນື່ອງຈາກວ່າ ມີແຕ່ ເຢີລະມັນ ມະຫາອຳນາດ ເສດຖາກິດ ທີ່ສາມ ຂອງໂລກ ລອງລົງມາ ຈາກ ສະຫະລັດ ອາເມລິກາ ແລະ ຢີ່ປຸ່ນ ເທົ່ານັ້ນ ທີ່ມີນ້ຳໜັກ ການເມືອງ ພຽງພໍ ເພືອແກ້ໃຂ ບັນຫາທັມນູນ ຂອງ ສະຫະພາບ ເພາະວ່າ ນັບຕັ້ງແຕ່ ວັນທີ່ ນື່ງ ກໍລະກົດ ຈົນຮອດ ທ້າຍປີ ກໍ ຈະແມ່ນ Portugal ກຳຕຳແໜ່ງ ປະທານວຽນ ກອ່ນ ຈະແມ່ນ Slovénie ແປວ່າ ແມ່ນ ສອງປະເທດທີ່ ບໍ່ມີປະສົບການ ບໍ່ມີນ້ຳໜັກ ການເມືອງພຽງພໍ ເພື່ອ ແກ້ໃຂບັນຫາ ຫຍຸ້ງຍາກ ອັນສຳຄັນດັ່ງກ່າວ

ຖ້າບໍ່ດັ່ງນັ້ນແລ້ວ ສະຫະພາບກໍຈະຕອ້ງ ຈຳເປັນຄອຍຖ້າ ການກຳຕຳແໜ່ງ ປະທານວຽນ ຂອງຝຣັ່ງ ໃນ ວັນທີ່ ນື່ງ ກໍລະກົດ 2008 ກໍແປວ່າ ຈະບໍ່ມີເວລາ ພຽງພໍ ສຳລັບການນຳ ສົນທິສັນຍາ ທີ່ ຈະຂື້ນມາແທນ ທັມນູນ ສະເນີຕໍ່ສະພາ ຫລື ປະຊາຊົນ ກອ່ນ ຈະຖືກ ນຳເຂົ້າ ໄປປະຕິບັດໄຊ້ ໃນປີ 2009

ບົດບາດສຳຄັນ ຂອງທ່ານ Sarkozy
ສຳລັບທ່ານນາງ Angela Merkel ແລ້ວ ກໍແມ່ນໄຊຊະນະ ອັນຫວານຊື່ນ ທາງດ້ານພາຍນອກ ເທື່ອທີ່ສີ່ແລ້ວ ຫລັງຈາກທີ່ ທ່ານນາງ ໄດ້ສາມາດ ເຮັດໃຫ້ ປະຊາຄົມສາກົນ ຮັບເອົາ ການຕົກລົງ ກ່ຽວກັບ ມາດຕະການ ຕ້ານຢັນ ອາກາດ ອົບເອົ້າ ທີ່ ກຸງ Bruxelles ໃນເດືອນ ມິນາ ຕິດຕາມ ໂດຍການ ສເລີມສະຫລອງ ວັນຄົບຮອບ 50 ປີ ຂອງການ ສ້າງຕັ້ງ ສະຫະພາບ ເອີລົບ ແລະ ກອງປັດຊູມ ຂອງກູ່ມ ແປດປະເທດ ອຸດສາຫະກັມໃຫຍ່ G8 ທີ່ໄດ້ພົບກັບ ຜົນສຳເລດ ອັນດີ

ນອກຈາກ ນາຍຍົກ ເຢີລະມັນ ແລ້ວ ກໍຍັງມີ ທ່ານ Nicolas Sarkozy ປະທານາທິບໍດີ ຄົນໄໝ່ ຂອງ ຝຣັ່ງ ໄດ້ເປັນຜູ່ມີບົດບາດ ສຳຄັນ ອີກ ໃນກອງປັດຊຸມ ສຸດຍອດ ທີ່ ກຸງ Bruxelles ແລະ ກໍໄດ້ກາຍມາເປັນ ບຸກຄົນສຳຄັນ ຂອງການສ້າງ ເອີລົບອັນດຽວ ໄປແລ້ວ

ເພາະວ່າ ສົນທິສັນຍາ ທີ່ ພາຄີທັງ 27 ປະເທດ ໄດ້ພາກັນຮັບເອົາ ໃນນາທີສຸດທ້າຍ ກໍໄດ້ນຳເອົາ ທິດສະດີ ຕ່າງໆ ທີ່ທ່ານ ຊາກໂກສີ ເອງ ໄດ້ເຄີຍສະເນີມາ ຄືວ່າ ຫັດແໜັ້ນການພົວພັນ ລະຫວ່າງປະເທດ ສະມາສີກ ໃຫ້ ສະຫະພາບມີ ປະທານ ອັນຖາວອນ ໂດຍມີປີການ ສອງປີເຄີ່ງ ພອ້ມ ທັງຈະສາມາດ ກຳຕຳແໜ່ງ ດັ່ງກ່າວໄດ້ ແຕ່ພຽງ ສອງສະໄໝ ສອ້ນກັນ ເທົ່ານັ້ນ ໃຫ້ສະຫະພາບມີ ຜູ່ຕາງໜ້າພິເສດ ທາງດ້ານການທູດ ທີ່ມີປະສິດທິຜົນ ແລະ ໃຫ້ ມີການຮັບເອົາການຕົກລົງ ໃນຫລາຍໆ ຄະແໜງ ໂດຍໃຊ້ສຽງ ສ່ວນຫລາຍ

ແລະທ່ານ ຊາກໂກສີກໍໄດ້ ສົນທະນາ ກັບປະທານປະເທດ Pologne ຢ່າງຢືດຍາວ ທີ່ກຸງ Bruxelles ກອ່ນຈະໄດ້ເຈລະຈາ ທາງໂທລະສັບ ກັບນາຍຍົກ ຂອງ Pologne ຮ່ວມກັນກັບ ນາຍຍົກ ອັງກິດ Espagne ແລະ ນາຍຍົກ ຂອງ Luxembourg ເປັນເວລາ ສາມຊົ່ວໂມງປາຍ

ໄຊຊະນະຂອງການທູດ
ແລະ ຜູ່ທີ່ໄດ້ຮັບໄຊຊະນະ ອັນດີ ໃນການຕົກລົງຮັບເອົາ ສົນທິສັນຍາ ກຸງ Bruxelles ໃນເທື່ອນີ້ ອີກຜູ່ນື່ງ ກໍແມ່ນ ຜູ່ຕາງໜ້າ ພາຍນອກ ຂອງສະຫະພາບ ນັ້ນເອງ ເຖີງ ແມ່ນວ່າ ຈະບໍ່ໄດ້ຖືກຮອ້ງວ່າ ແມ່ນ ຣັຖມົນຕຣີ ຕ່າງປະເທດ ເພື່ອເປັນການເອົາໃຈ ອັງກິດ ແລະ ທ່ານ Tony Blair ທີ່ ໄດ້ເຂົ້າຮວ່ມກອງປັດຊຸມ ສຸດຍອດ ຂອງ ສະຫະພາບ ເອີລົບ ເປັນເທື່ອ ສຸດທ້າຍ ຫລັງຈາກ ໄດ້ກຳຕຳແໜ່ງ ບໍລິຫານປະເທດ ມາເປັນ ເວລາ ສີບປີ ລຽນຕິດກັນ

ອ້າງອີງ ຕາມສົນທິສັນຍາ ຂອງກຸງ Bruxelles ຜູ່ຕາງໜ້າ ສຸງສຸດ ທາງດ້ານການທູດ ແລະ ຄວາມປອດໄພ ຈະເປັນປະທານ ກອງປັດຊຸມ ຣັຖມົນຕຣີ ຕ່າງປະເທດ ຂອງ ສະຫະພາບ ພອ້ມທັງຈະກາຍເປັນ ຮອງ ປະທານ ຄະນະກັມມາທິການ ເອີລົບ ນຳອີກດ້ວຍ ກໍແປວ່າ ຜູ່ຕາງໜ້າ ສຸງສຸດ ດັ່ງກ່າວ ຈະກາຍເປັນ ຄູ່ຕຳແໜ່ງ ຂອງ ຣັຖມົນຕຣີ ຕ່າງປະເທດ ອາເມລິກາ ລັດເຊັຽ ຈີນ ຢີ່ປຸ່ນ ແລະ ອື່ນໆ ໂດຍ ຈະແມ່ນທ່ານ ແຕ່ພຽງຜູ່ດຽວ ຈະເປັນຕົວແທນ ຂອງ ສະຫະພາບ ພອ້ມທັງເປັນ ຜູ່ຮັບຜິດຊອບ ກິດຈະການທັງໝົດ ແທນທີ່ ຈະມີ ກັມະການ ເອີລົບ ກ່ຽວຂ້ອງ ເປັນຜຸ່ກຳງົບປະມານ ຄື ໃນປັດຈຸບັນ ນີ້

ແລະ ຖ້າຫາກວ່າ ທຸກສີ່ງຢ່າງ ເດີນດີ ດັ່ງຄາດໝາຍເອົາໄວ້ ສົນທິສັນຍາ ວ່າດ້ວຍການເດັດແປງ ການປະຕິບັດງານ ທັງໝົດ ຂອງ ສະຫະພາບ ເອີລົບ ກໍ ຈະຖືກນຳເຂົ້າມາໃຊ້ ໃນກາງປີ 2009 ໂດຍ ຈະມີ ການຮັບເອົາ ການຕັດສີນໃຈຕ່າງໆ ຂອງ ສະຫະພາບ ພາຍໃຕ້ ລະບົບ ສຽງສ່ວນຫລາຍ ສອງລະບົບ ຄື ຕອ້ງມີ 55% ຂອງບັນດາ ປະເທດພາຄີ ແລະ 67% ຂອງຈຳນວນ ປະຊາຊົນທັງໝົດ ຂອງ ສະຫະພາບ ຈະຖືກ ນຳເຂົ້າມາປະຕິບັດ ແຕ່ໃນປີ 2014 ເທົ່ານັ້ນ ເພື່ອ ເປັນການ ຕອບສະໜອງ ຄວາມຮຽກຮອ້ງຕອ້ງການ ຂອງ ປະເທດ Pologne

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU