ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກອງປະຊຸມສພາ ແຫ່ງຊາດລາວ

ບາດກ້າວໃໝ່ ສູ່ຄວາມໂປ່ງໃສ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 04/07/2007 à 14:05 TU

ກອງປະຊຸມສມັຍສາມັນຄັ້ງທີ 3 ສພາແຫ່ງຊາດລາວຊຸດທີ 6
ຈາກວັນທີ 18 ມິຖຸນາ ເຖິງ 3 ກໍຣະກົດ 2007 (ພາບຈາກ
ການເອື້ອເຟື້ອຈາກ ນສພ Vientiane Times)

ກອງປະຊຸມສມັຍສາມັນຄັ້ງທີ 3 ສພາແຫ່ງຊາດລາວຊຸດທີ 6 ຈາກວັນທີ 18 ມິຖຸນາ ເຖິງ 3 ກໍຣະກົດ 2007 (ພາບຈາກ ການເອື້ອເຟື້ອຈາກ ນສພ Vientiane Times)

ກອງປະຊຸມຄັ້ງທີ 3 ຂອງສະພາແຫ່ງຊາດລາວຊຸດທີ 6 ປິດເມື່ອວານນີ້ ( 3
ກໍຣະກົດ) ພໍສລຸບເປັນຈຸດໃຫຍ່ໃຈຄວາມໄດ້ວ່າ ຕລອດເວລາຂອງການປະຊຸມ
ມີການອະພິປາຍຂອງບັນດາ ສສ ຢ່າງເປີດເຜີຍທີ່ສຸດເພື່ອສແດງຄວາມຂ້ອງ
ໃຈຫລາຍປະການຕໍ່ການບໍຣິຫານງານຂອງຣັຖບານໃນຣະຍະທີ່ຜ່ານມາ ໂດຍ
ສເພາະແມ່ນການຕັ້ງກະທູ້ຂອງບັນດາ ສສ ກ່ຽວກັບປັນຫາການສູ້ຣາດບັງ
ຫລວງແລະການຂາດຕົກບົກຜ່ອງອື່ນໆໃນການປະຕິບັດພາຣະກິດຂອງເຈົ້າໜ້າ
ທີ່ຂອງຣັດ ບໍ່ເຄີຍມີມາກ່ອນຈັກເທື່ອໃນລະບອບ ສປປ ລາວ ທີ່ກອງປະຊຸມສພາ
ແຫ່ງຊາດມີການຕັ້ງກະທູ້ທີ່ເຖິງຮາກເຫງົ້າແລະໂປ່ງໃສຄືກັນກັບຄັ້ງນີ້

ການປ່ຽນແປງຊັບຊ້ອນໃໝ່ທີ່ສຳຄັນ
ຂໍ້ສັງເກດປະການທີ່ໜຶ່ງກໍແມ່ນການປ່ຽນແປງຊັບຊ້ອນໃໝ່ໃນຄນະຣັຖບານ ທີ່ສຳຄັນກວ່າ
ໝູ່ແມ່ນການປ່ຽນແປງໃນຕຳແໜ່ງ ຣມຕ ກະຊວງການເງິນ ໂດຍ ທ່ານຈັນສີ ໂພສີຄຳ
ໄດ້ພົ້ນຈາກຕຳແໜ່ງ ຣມຕ ເພື່ອໄປຮັບຕຳແໜ່ງເປັນເຈົ້າແຂວງວຽງຈັນ ທົດແທນທ່ານ
ສົມເພັດ ທິບມາລາ ທີ່ກາຍໄປເປັນຮອງ ຣມຕ ປ້ອງກັນປະເທດ

ໃນຂນະທີ່ ທ່ານສົມດີ ດວງດີ ຮອງ ຣມຕ ກະຊວງການເງິນໃນເມື່ອກ່ອນ ໄດ້ກ້າວຂື້ນ
ມາເປັນ ຣມຕ ເຈົ້າກະຊວງທົດແທນທ່ານ ຈັນສີ ໂພສີຄຳ

ສ່ວນທ່ານ  ດຣ. ພູທອງ ແສງອາຄົມ ນອກຈາກຍັງຄົງຮັກສາຕຳແໜ່ງປະທານ
ຄນະກັມມະການກິລາແຫ່ງຊາດລາວແລ້ວ ກໍຍັງໄດ້ຮັບຕຳແໜ່ງໃໝ່ຕື່ມອີກ ຄືຕຳແໜ່ງ
ຣມຕປະຈຳສຳນັກນາຍົກ ຣມຕ ເຊັ່ນດຽວກັນກັບທ່ານ ດຣ. ດວງສວັດ ສຸພານຸວົງ ທີ່
ມາຈາກຕຳແໜ່ງຮອງຫົວໜ້າຄນະເລຂາທິການ ຣັຖບານ ແລະ ທ່ານນາງເຂັມແພງ
ພົນເສນາ
ທີ່ມາຈາກຕຳແໜ່ງ ຮອງ ຣມຕ ຕ່າງປະເທດ

ນອກຈາກກ້າວຂື້ນກຳຕຳແໜ່ງ ຣມຕ ປະຈຳສຳນັກນາຍົກ ຣມຕ ແລ້ວ ທ່ານນາງເຂັມ
ແພງພົນເສນາ ຍັງຮັບຜິດຊອບເປັນຫົວໜ້າອົງການນ້ຳແລະສິ່ງແວດລ້ອມຕື່ມອີກ

ການປ່ຽນແປງທີ່ໜ້າສັງເກດ
ໃນຈຳນວນການປ່ຽນແປງຊັບຊ້ອນໃໝ່ນີ້ ເຮົາສັງເກດເຫັນວ່າທຸກການປ່ຽນແປງເປັນ
ໄປໃນທາງກ້າວຂື້ນສູ່ຕຳແໜ່ງທີ່ສຳຄັນກວ່າ ຍົກເວັ້ນ ທ່ານຈັນສີ ໂພສີຄຳ ທີ່ພົ້ນ
ຈາກຕຳແໜ່ງ ຣມຕ ກະຊວງ ການເງິນ ລົງສູ່ຕຳແຫ່ງເຈົ້າແຂວງ ແຂວງວຽງຈັນ

ເປັນທີ່ໜ້າສັງເກດວ່າ ໃນໂອກາດກອງປະຊຸມສະພາແຫ່ງຊາດ ໃນມື້ສຸດທ້າຍ ຄືເມື່ອ
ວານນີ້ (3 ກໍຣະກົດ) ບັນດາສມາຊິກສພາແຫ່ງຊາດກໍໄດ້ພາກັນໃຫ້ຄວາມສົນໃຈແລະ
ກໍພາກັນຕັ້ງກະທູ້ຖາມເປັນການໃຫຍ່ຕໍ່ນາຍົກ ຣມຕ ທ່ານບົວສອນ ບຸບຜາວັນ ເພື່ອ
ຂໍຊາບເຫດຜົນອັນຄັກແນ່ກ່ຽວກັບການຊັບຊ້ອນໃໝ່ໃນຄັ້ງນີ້

ແຕ່ທ່ານນາຍົກກໍຊີ້ແຈງພຽງແຕ່ວ່າ ບໍ່ມີຄວາມຈຳເປັນອະທິບາຍເພີ້ມຕື່ມອີກ ທັງນີ້
ເພາະໄດ້ຮັບການອະນຸມັດຈາກກົມການເມືອງຂອງພັກແລ້ວ

ແຕ່ຢ່າງໃດກໍຕາມ ໃນການກ່າວຕໍ່ກອງປະຊຸມສະພາແຫ່ງຊາດຄັ້ງນີ້ ນາຍົກ ຣມຕ
ທ່ານບົວ ສອນ ບຸບຜາວັນ ໄດ້ຕັກເຕືອນແລະ ຕຳນິຕິຕຽນຢ່າງເປີດແປນທີ່ສຸດຕໍ່
ການສໍ້ຣາດບັງຫລວງແລະຣົສນິຍົມຂອງນັກງານພັກແລະຣັດ ທີ່ມີຕໍ່ຄວາມຫລູຫລາ
ຟູມເຟືອຍ

 "ເຖິງເວລາແລ້ວທີ່ຄວນຈະມີການກຳຈັດປັດເປົ່າປັນຫາການສໍ້ຣາດບັງ
ຫລວງນີ້ ເພາະບໍ່ມີຜູ້ໃດຈະສາມາດມາແກ້ໄຂໃຫ້ໄດ້ ນອກຈາກພວກເຮົາ
ຕ້ອງແກ້ໄຂເອົາເອງ"
ນາຍົກ ຣມຕ ລາວ ໄດ້ກ່າວ

ເພື່ອເປັນການຕອກຢ້ຳຕໍ່ຄຳກ່າວຂອງທ່ານນາຍົກ ຣມຕ ໃນກອງປະຊຸມວັນສຸດທ້າຍເ
ມື່ອວານນີ້ ສພາແຫ່ງຊາດລາວຍັງໄດ້ລົງມະຕິຮັບຮອງເອົາກົດໝາຍໃໝ່ 3 ສບັບຕື່ມ
ອີກ ໃນນັ້ນສອງສບັບແມ່ນກ່ຽວຂ້ອງກັບການປາບປາມການສໍ້ຣາດບັງຫລວງໂດຍກົງ

ນັ້ນກໍຄືກົດໝາຍທີ່ວົງການສື່ສານມວນຊົນລາວເອີ້ນວ່າ "ກົດໝາຍວ່າດ້ວຍການ
ກວດສອບແຫ່ງຣັດ"
ແລະ "ກົດໝາຍວ່າດ້ວຍການກວດກາແຫ່ງຣັດ"

ເມື່ອສລຸບຄວາມແລ້ວ ເຮົາເຫັນໄດ້ວ່ານັບຕັ້ງແຕ່ ທ່ານບົວສອນ ບຸບຜາວັນ ນັກ
ການເມືອງຮຸ່ນໃໝ່ອ່ຽມ ອາຍຸພຽງ 52 ປີ ໄດ້ກ້າວເຂົ້າມາຮັບຕຳແໜ່ງ ນາຍົກ ຣມຕ
ຕັ້ງແຕ່ເດືອນມີນາ ປີກາຍນີ້ເປັນຕົ້ນມາ ມີເຄື່ອງໝາຍຫລາຍສິ່ງຫລາຍຢ່າງທີ່ຊີ້ໃຫ້
ເຫັນວ່າມີການເອົາຈິງຕໍ່ການກຳຈັດປັນຫາການສໍ້ຣາດບັງຫລວງນີ້ ຢ່າງນ້ອຍທີ່ສຸດກໍ
ແມ່ນໃນພາກທິສດີເສັຽກ່ອນ ຊຶ່ງກໍຄືການກ່າວຕຳນິຕິຕຽນຢ່າງເປີດແປນ ແລະການ
ເສີມຂຍາຍດ້ວຍການອອກກົດໝາຍໃໝ່ຮອງຮັບ

ຍັງເຫລືອແຕ່ວ່າໃນພາກປະຕິບັດຕົວຈິງນັ້ນຈະໄດ້ຣະດັບທີ່ສອດຄ່ອງກັນຂນາດໃດກັບ
ຄວາມຈິງຈັງໃນພາກທິສດີ ເປັນສິ່ງທີ່ຕ້ອງມີການຕິດຕາມເບີ່ງກັນຕໍ່ໄປ

   ກ້າວະໂດດ
  ສູ່ຄວາມໂປ່ງໃສ

ຈາກກອງປະຊຸມສພາແຫ່ງ
ຊາດລາວຊຸດນີ້ ເຮົາຍັງສັງ
ເກດເຫັນອີກວ່າມີການເປີດ
ໃຫ້ປະຊາຊົນ ທົ່ວໄປໄດ້
ສແດງຄວາມຄິດຄວາມເຫັນ
ນຳດ້ວຍ ຖືໄດ້ວ່າເປັນການ
ກ້າວກະໂດດອີກໜຶ່ງກ້າວສູ່
ຄວາມໂປ່ງໃສ ບໍ່ເຄີຍມີມາກ່ອນຈັກເທື່ອ ໂດຍທາງການໄດ້ປະກາດໃຫ້ປະຊາຊົນ
ທຸກຄົນສແດງຄວາມຄິດຄວາມເຫັນຕໍ່ກອງປະຊຸມສພຄັ້ງນີ້ໄດ້

ປາກົດວ່າມີຜູ້ສແດງຄວາມຄິດເຫັນເປັນຈຳນວນມາກດ້ວຍການຂຽນ Email ສົ່ງເຂົ້າໄປ
ຍັງເຈົ້າໜ້າທີ່ຂອງສພາແຫ່ງຊາດ ໃນນັ້ນທີ່ມີຫລາຍທີ່ສຸດແມ່ນການຮ້ອງທຸກກ່ຽວກັບ
ຄວາມບໍ່ຍຸດຕິທັມທີ່ປະຊາຊົນໄດ້ຮັບຈາກການທີ່ຣັດໄດ້ຊື້ເອົາທີ່ດິນຂອງປະຊາຊົນດ້ວຍຣາ
ຄາຖືກໆ ເພື່ອນຳໄປໃຫ້ບັນດາບໍຣິສັດຕ່າງປະເທດເຊົ່າໃຊ້ໃນການດຳເນີນການທຸຣະກິດ
ເງິນທີ່ປະຊາຊົນໄດ້ຮັບບໍ່ເປັນການພຽງພໍທີ່ຈະໄປຊື້ທີ່ດິນແຫ່ງອື່ນ ຈຶ່ງຂໍໃຫ້ທາງການຮັບພິ
ຈາຣະນາໃນປັນຫານີ້

 

ນອກຈາກນີ້ ບັນດາ ສສ ກໍຍັງມີການຕັ້ງກະທູ້ຖາມຣັຖບານຢ່າງເປີດແປນກ່ຽວກັບຫລາຍ
ປັນຫາດ້ວຍກັນ ໃນນັ້ນກໍມີທັງປັນຫາການຝາກຂັງຜູ້ຕ້ອງຫາໂດຍໃຊ້ເວລາຝາກຂັງຍາວ
ນານເກີນກວ່າທີ່ກົດໝາຍອະນຸຍາດ ອັນເປັນການຊີ້ໃຫ້ເຫັນວ່າເຈົ້າໜ້າທີ່ຈຳນວນໜຶ່ງບໍ່
ໄດ້ປະຕິບັດຕາມກົດໝາຍ ຫລືວ່າບໍ່ເຂົ້າໃຈກົດໝາຍຢ່າງພຽງພໍ

 

ນອກຈາກນີ້ ກໍມີກະທູ້ກ່ຽວກັບປັນຫາການຕັດໄມ້ທຳລາຍປ່າ ແລະປັນຫາການສໍ້ຣາດບັງ
ຫລວງນຳດ້ວຍ ຊຶ່ງທາງສະພາແຫ່ງຊາດລາວກໍຖືເອົາປັນຫາທັງໝົດນີ້ເປັນບຸຣິມະສິດອັນ
ດັບທີ່ໜຶ່ງທີ່ຈະຕ້ອງດຳເນີນການແກ້ໄຂໃຫ້ມີປະສິດທິພາບໃນປີ 2007 – 2008 ນີ້  ຊຶ່ງກໍ
ເປັນເຣື່ອງທີ່ຈະຕ້ອງຕິດຕາມກັນຕໍ່ໄປສຳລັບທ່ານທີ່ມີຄວາມສົນໃຈການເມືອງຂອງ ສປປ
ລາວ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU