ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/07/2007 15:31 TU
ສາເຫດທີ່ທຳໃຫ້ທະນາຄານແຫ່ງຊາດລາວຕັດສິນໃຈເຂົ້າແຊກແຊງໃນເທື່ອນີ້ ແມ່ນເນື່ອງ
ມາຈາກໃນຣະຍະຫລັງໆທີ່ຜ່ານມານີ້ ເງິນສກຸນແຫ່ງຊາດຂອງໄທຍ ຄືເງິນບາດ ມີຄ່າດີດ
ຕົວສູງຂື້ນ ທັງນີ້ມີສາເຫດສຳຄັນຢູ່ສອງປະການຄື :
1. ເງິນທຶນຕ່າງປະເທດໄດ້ຫລັ່ງໄຫລເຂົ້າສູ່ຕລາດຮຸ້ນຂອງໄທຍຢ່າງຫລວງຫລາຍເຖິງລະ
ຫວ່າງ 5– 6 ພັນລ້ານດອລລາຣ໌ໃນຊ່ວງ 6 ເດືອນທີ່ຜ່ານມາ
2. ບັນຊີເງິນແຜ່ສະພັດຂອງປະເທດໄທຍ (Compte courant) ກໍເກີນດຸນເຖິງປະມານ
10 ພັນລ້ານດອລລາຣ໌ໃນຊ່ວງດຽວກັນ
ເມື່ອເຂົ້າໄປໃນໄທຍແລ້ວ ເງິນຕຣາຕ່າງປະເທດກໍຕ້ອງໄປແລກປ່ຽນເປັນເງິນບາດ ເຮັດ
ໃຫ້ຄວາມຕ້ອງການເງິນບາດໃນຕລາດສູງຂື້ນ ເມື່ອຄວາມຕ້ອງການສູງຂື້ນຄ່າຂອງເງິນ
ບາດກໍສູງຕາມໄປນຳ
ເມື່ອປີ 2006 ທີ່ຜ່ານມາ ເງິນບາດມີຄ່າສູງຂຶ້ນເຖິງ 12% ເມື່ອທຽບກັບດອລລາຣ໌ອະ
ເມຣິກັນ ອັຕຣາການແລກປ່ຽນທີ່ບາງກອກໃນມື້ນີ້ (13 ກໍຣະກົດ) 1 ດອລລາຣ໌ອະເມຣິ
ກັນແລກໄດ້ລະຫວ່າງ 33 ບາດ 23 ສະຕາງ ເຖິງ 33 ບາດ 30 ສະຕາງ ຊຶ່ງຖືໄດ້
ວ່າເງິນບາດໄທຍແຂງຕົວຢ່າງບໍ່ເຄີຍມີມາກ່ອນນັບຕັ້ງແຕ່ເກິດວິກິຕການເມື່ອປີ 1997
ເປັນຕົ້ນມາ
ກ່ອນໜ້ານີ້ແມ່ນລະຫວ່າງ 281 ເຖິງ 283 ກີບເທົ່ານັ້ນ ເປັນການອ່ອນຕົວລົງຂອງ
ເງິນກີບຂອງລາວເມື່ອທຽບກັບເງິນສກຸນແຫ່ງຊາດຂອງໄທຍ
ເປັນເຫດຜົນເຮັດໃຫ້ທະນາຄານແຫ່ງຊາດລາວຕ້ອງຕັດສິນໃຈເຂົ້າແຊກແຊງໂດຍການ
ທຸ້ມເງິນບາດຈຳນວນ 30 ລ້ານບາດອອກສູ່ທ້ອງຕລາດ ທັງນີ້ເພື່ອກວາດຊື້ເອົາເງິນກີບ
ແລະເພື່ອເຮັດໃຫ້ຄ່າເງິນກີບສູງຂື້ນ
ທ່ານພູເພັດ ຄຳພູນວົງ ຜູ້ອຳນວຍການທະນາຄານແຫ່ງຊາດລາວເຜີຍວ່າທະນາ ເຮົາກໍຕ້ອງຕິດຕາມເບີ່ງກັນຕໍ່ໄປວ່າ ທະນາຄານແຫ່ງຊາດລາວຈະມີເງິນສຳຮອງ ສາເຫດຈາກພາຍນອກ ແຕ່ຢ່າງໃດກໍຕາມ ອັນທີ່ຈິງແລ້ວການທີ່ຄ່າຂອງເງິນກີບຕົກລົງເມື່ອທຽບກັບເງິນບາດ
ຄານຈະເຂົ້າແຊກແຊງເລື້ອຍໆ ຈົນກວ່າວ່າຄ່າຂອງເງິນກີບຈະມີສເຖັຽຣະພາບເມື່ອ
ທຽບກັບເງິນສກຸນແຫ່ງຊາດຂອງໄທຍ
ຕ່າງປະເທດຫລາຍພຽງພໍທີ່ຈະສາມາດເຂົ້າແຊກແຊງໄດ້ໃນທຸກຄັ້ງທີ່ມີຄວາມຈຳ
ເປັນຫລືບໍ່
ໃນຄັ້ງນີ້ບໍ່ແມ່ນມີສາເຫດມາຈາກສຖານະການເສຖກິດພາຍໃນຂອງລາວ ຫາກແຕ່ວ່າ
ມີສາເຫດມາຈາກພາຍນອກ ກ່າວຄືການດີດຕົວສູງຂື້ນຂອງເງິນບາດນັ້ນເອງ ເວົ້າອີກ
ຢ່າງໜຶ່ງກໍຄືເງິນກີບຂອງລາວມີຄ່າຄົງຕົວ ໃນຂນະທີ່ເງິນບາດຂອງໄທຍມີຄ່າສູງຂື້ນ
ນັ້ນເອງ
ເຮົາສັງເກດເຫັນວ່າ ທາງຣັຖບານໄທຍ ກໍຄືກັນກັບທະນາຄານແຫ່ງປະເທດໄທຍ ມີຄວາມ
ກັງວົນໃຈທີ່ຄ່າຂອງເງີນບາດດີດຕົວສູງຂື້ນ ແລະພຍາຍາມທີ່ຈະເຮັດໃຫ້ອ່ອນຕົວລົງ ໃນ
ຂນະທີ່ທະນາຄານແຫ່ງຊາດລາວຊ້ຳພັດພຍາຍາມຈະເຮັດໃຫ້ຄ່າເງິນກີບສູງຂື້ນ ເປັນຫຍັງ
ແຕກຕ່າງກັນແນວນີ້?
ຄຳຕອບກໍຄື ເພາະຖານະທາງດ້ານເສຖກິດຂອງສອງປະເທດບໍ່ຄືກັນ ໄທຍເປັນປະ ເທດ
ສົ່ງອອກ ການທີ່ເງິນບາດແຂງຕົວຂື້ນທຳໃຫ້ມີຜົນກະທົບ ທັງນີ້ເພາະທຳໃຫ້ສິນຄ້າຂອງ
ໄທຍມີຣາຄາແພງຂື້ນໃນຕລາດໂລກ ເປັນເງື່ອນໄຂເຮັດໃຫ້ການສົ່ງອອກລົດນ້ອຍຖອຍລົງ
ຕາມໄປນຳ ຖ້າເງີນບາດຍັງຄົງແຂງຕົວຕໍ່ໄປຈະມີຜົນກະທົບໄປເຖິງອັຕຣາການຂຍາຍ
ຕົວຂອງເສຖກິດໄດ້
ໃນຂນະທີ່ລາວນັ້ນເປັນປະເທດສັ່ງເຂົ້າ ການທີ່ເງິນສກຸນແຫ່ງຊາດອ່ອນຕົວລົງ ບໍ່ເປັນຜົນ
ດີຕໍ່ປະຊາຊົນຜູ້ບໍຣິໂພກ ທັງນີ້ເພາະທຳໃຫ້ສິນຄ້າມີຣາຄາແພງຂື້ນ ອີກປະການໜຶ່ງ ສິນຄ້າ
ທີ່ລາວສັ່ງເຂົ້າສ່ວນໃຫຍ່ກໍມາຈາກປະເທດໄທຍ ແລະນອກຈາກນີ້ອີກໄທຍກໍຍັງເປັນຕ່າງ
ປະເທດທີ່ລົງທຶນເປັນອັນດັບທີໜຶ່ງໃນປະເທດລາວຕື່ມອີກ
ເພາະສນັ້ນເມື່ອເງິນບາດມີການເໜັງຕີງ ບໍ່ວ່າຈະເປັນໄປໃນທາງຂື້ນຫລືທາງລົງກໍຕາມ
ຍ່ອມມີຜົນສະ ທ້ອນໄປເຖິງເສຖກິດຂອງລາວຢ່າງຫລີກລ້ຽງບໍ່ໄດ້
ເມື່ອສລຸບຄວາມແລ້ວ ບໍ່ວ່າປະເທດໃດກໍຕາມ ການທີ່ເງິນສກຸນແຫ່ງຊາດມີຄ່າປ່ຽນແປງ
ຂື້ນລົງເລື້ອຍໆ ບໍ່ເປັນຜົນດີຈັກດີ້ຕໍ່ເສຖກິດຂອງປະເທດ ໝາຍຄວາມວ່າແຂງຫລາຍກໍບໍ່ດີ
ອ່ອນຫລາຍກໍບໍ່ດີຄືກັນ ເພາະກະທົບຕໍ່ການດຳເນີນທຸຣະກິດແລະຕໍ່ລະບົບເສຖກິດໂດຍ
ສ່ວນຮວມ
ຊຶ່ງກໍຄືເຫດຜົນທີ່ອະທິບາຍວ່າ ເປັນຫຍັງທັງລາວທັງໄທຍຕ່າງກໍພຍາຍາມທີ່ຈະເຮັດໃຫ້
ຄ່າຂອງເງີນສກຸນແຫ່ງຊາດຂອງຕົນມີສເຖັຽຣະພາບ ແຕ່ຈະໃຫ້ມີສເຖັຽຣພາບທີ່ຣະດັບໃດ
ຈຶ່ງຈະພໍດີພໍງາມນັ້ນ ແມ່ນທະນາຄານແຫ່ງຊາດ ຂອງແຕ່ລະປະເທດເປັນຜູ້ຄອຍຕິດຕາມ
ເບີ່ງການເຄື່ອນໄຫວຂອງຕລາດການເງິນ
ບົດວິເຄາະ
27/11/2009 13:31 TU
26/11/2009 12:44 TU
24/11/2009 11:39 TU
23/11/2009 14:51 TU
20/11/2009 12:22 TU
19/11/2009 13:43 TU
17/11/2009 14:42 TU
10/11/2009 12:22 TU
09/11/2009 12:11 TU
04/11/2009 12:07 TU
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008