ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກອງປະຊຸມສຸດຍອດ ຝຣັ່ງ-ເຍັຽຣະມັນ

ວ່າດ້ວຍການຈັດສັນປະທານບໍຣິສັດ EADS ໄໝ່

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/07/2007 17:18 TU

ຍ.ນ. ເມ໊ກເກີ່ນ - ທ. ສ໊າກໂກຊີ່

ຍ.ນ. ເມ໊ກເກີ່ນ - ທ. ສ໊າກໂກຊີ່

ບັນຫາ ບໍຣິສັດ ຜລິດຍົນ (ເອ.ອາ.ເດ່.ແອສ : EADS/European Aeronotic Defence and Space Company) ແລະ ບໍຣິສັດ ສາຂາ (ແອຣ໌ ບຸສ : Air Bus)  ເປັນຫົວຂໍ້ ສຳຄັນ ຂອງ ກອງປະຊຸມ ສຸດຍອດ ຝຣັ່ງ-ເຍັຽຣະມັນ ຄັ້ງທີ່ ໒໘ ໃນມື້ນີ້ ເລີ້ມແຕ່ ເວລາ ໑໑ ໂມງ ໑໕.

ປະທານາທິບໍດີ ນິກໂກລາ  ສ໊າກໂກຊີ່ Nicolas Sarkozy ແລະ ນາຍົກຣັຖມົນຕຣີ ເຍັຽຣະມັນ ຍານາງ ອັງເກ່ນລາ ແມ໊ກເກີນ Angela Merkel ນັດພົບປະ ສົນທະນາກັນ ທີ່ສຳນັກງານ ບໍຣິສັດ (ແອຣ໌ ບຸສ : Air Bus) ທີ່ເມືອງ ຕູ່ລູ່ເສິ Toulouse. ບໍຣິສັດ (ແອຣ໌ ບຸສ : Air Bus) ນີ້ ເປັນ ນຶ່ງຂອງສາຂາ ຂອງບໍຣິສັດ (ເອ.ອາ.ເດ່.ແອສ : EADS).

 

ບໍຣິສັດ (ເອ.ອາ.ເດ່.ແອສ : EADS) ນີ້ ເປັນບໍຣິສັດ ຜລິດຍົນ ໂດຍສານ, ຍົນທະຫານ, ຍານອາວະກາດ, ດາວທຽມ, ລະບົບ ຈະລວດ, ເຄຶ່ອງສັນຍານ ຣາດ່າຣ໌ ແລະ ອື່ນຯອີກ.

 

ບັນຫາທີ່ເຈຣະຈາກັນໃນມື້ນີ້ ແມ່ນເຣື້ອງ ການຈັດສັນ ໂຄງຮ່າງການບໍ ຣິຫານບໍຣິສັດໄໝ່.

ທັງນີ້ ແມ່ນຫລັງຈາກ ມີບັນຫາຊັກຊ້າໃນການຜລິດຍົນ ແອກບຸສ ໓໘໐ Airbus 380 ຊຶ່ງທາງບໍຣິສັດ ບໍ່ສາມາດ ຈັດສົ່ງຍົນ ດັ່ງກ່າວນີ້ ໃຫ້ ລູກຄ້າໄດ້ທັນກັບເວລາ ຕາມກຳນົດສັນຍາ.  ສນັ້ນ ຄວາມເສັຍຫາຍ ຈຶ່ງໜັກໜ່ວງທະວີຂື້ນ ເຊັ່ນ ການຖືກປັບໄໝ່ເສັຍຄ່າປ່ວຍການ ແລະ ຄ່າຜລິດຍົນ ກໍຖີບຕົວສູງຂື້ນ. 

 

ຫວົຂໍ້ປະຊຸມສຳຄັນ ແມ່ນ ກ່ຽວກັບການ ສະເນີໃຫ້ ມີປະທານ ແຕ່ ລະດັບ ຂັ້ນນັ້ນ ມີພຽງຄົນດຽວ, ເພາະມາເຖິງປັຈຸບັນນີ້ ປະທານ ແຕ່ ລະດັບຂັ້ນນັ້ນ ມີ ສອງຄົນ ຫຼືວ່າ ປະທານຮ່ວມ.

ນອກນັ້ນ ຍັງມີຂໍ້ສເນີ ກ່ຽວກັບ ການຂຍາຍຮຸ້ນສ່ວນອອກຕື່ມອີກ.

 

ສ່ວນບັນຫາທີ່ ຕ້ອງແກ້ໄຂນັ້ນ ກໍຄື ນັບຕັ້ງແຕ່ ມີບັນຫາໃນການ

ຜລິດຍົນ ແອກບຸສ ໓໘໐ Airbus 380 ສົ່ງອອກໃຫ້ ລູກຄ້າ ບໍ່ທັນ ກຳນົດເວລາ ແລ້ວ ຕໍ່ມາ ຝ່າຍ ຝຣັ່ງ ທ່ານ ລູ່ຍ ການລົ່ວ Louis Gallois ໄດ້ ແຕ່ງຕັ້ງ ເປັນປະທານ ບໍຣິຫານ ເອ.ອາ.ເດ່.ແອສ

EADS ແລະ ເປັນປະທານ ບໍຣິສັດ ແອຣ໌ ບຸສ Air Bus ແທນ

ທ່ານ ໂນແອ່ນ ຟ໊ອກຊ່າ Noël Forgeard.

ຫລັງຈາກນັ້ນ ແຜນຟື້ນຟູບໍຣິສັດໄໝ່ ກໍຖືກສ້າງຂື້ນ ຄືແຜນໂພເວີ້ ໘ (Power 8). ແຕ່ແຜນ ໂພເວີ້ ໘ ນີ້ມີບັນຫາ ຖືກຂັດຄ້ານ ດ້ວຍການ ປະທ້ວງ ຈາກຄົນງານ ໃນສາຂາຜລິດຕ່າງຯ, ເພາະວ່າ ຖ້າປະຕິບັດ ແຜນ ໂພເວີ້ ໘ ນີ້, ທາງບໍຣີສັດຈຳຕ້ອງເອົາ ຄົນອອກງານ ປະມານ

໑໐ ພັນຄົນ ແລະ ສາຂາໂຮງງານຜລິດບາງເຂດ ກໍຈະຖືກ ຂາຍອອກ ຫຼື ຖືກປິດ, ທັງໝົດນີ້ ແມ່ນເພື່ອ ລົດຜ່ອນ ລາຍຈ່າຍຂອງບໍຣິສັດລົງ.

 

ສ່ວນກ່ຽວກັບ ການໃຫ້ມີ ປະທານຄົນດຽວນັ້ນ, ຄຳຖາມນັ້ນມີຢູ່ວ່າ :

ແມ່ນໃຜ ຈະເປັນປະທານ ສະພາປົກຄອງ ? ແມ່ນໃຜ ຈະເປັນ ປະທ່ານບໍຣິຫານ ? ແລະ ແມ່ນໃຜຈະເປັນຜູ່ ຟື້ນຟູ ບໍຣິສັດ ແອຣ໌

ບຸສ Air Bus.

 

ອັນນີ້ລະ ເປັນບັນຫາທີ່ ທ່ານ ສ໊າກໂກຊີ ແລະ ຍານາງ ເມ໊ກເກີ່ນ ຈະສົນທະນາກັນ ໃນມື້ນີ້.    ເຖິງແມ່ນວ່າ ສອງທ່ານ ທັງກ່າວນີ້ ເຫັນພ້ອມກັນບາງຂໍ້ ແຕ່ກໍຍັງມີ ຄວາມຄັດແຍ້ງກັນຫລາຍຢ່າງຢູ່.

 

ເພາະໃຜກໍຕ້ອງການ ຢາກ ໃຫ້ຄົນຂອງປະເທດຕົນ ເປັນປະທານບໍ

ຣິສັດ ສ່ວນກ່ຽວກັບ ການຂຍາຍ ຮຸ້ນສ່ວນນັ້ນ ຍານາງ ເມ໊ກເກີ່ນ ບໍ່ເຫັນພ້ອມ ນຳທ່ານ ສ໊າກໂກຊີ່ ໃນການໃຫ້ ລັຖ ເຂົ້າມາຍຸ້ງກ່ຽວ

ໃນ ບໍຣິສັດ ເອກຊົນຫລາຍເກີນໄປ.

 

ຈະຕົກລົງກັນໄດ້ ຫຼື ບໍ່ຢ່າງໃດນັ້ນ ຄາດວ່າຜົນການເຈຣະຈາ ຈະຖືກ ເຜີຍອອກ ໃນຕອນແລງມື້ນີ້.

 

ຜູ່ນຳ ສຳຄັນ ການຈັດຕັ້ງ ຂອງ ບໍຣິສັດ (ເອ.ອາ.ເດ່.ແອສ : EADS/European Aeronotic Defence and Space Company) ມີດັ່ງນີ້.

ການຈັດຕັ້ງ ບໍຣິສັດ ເອ.ອາ.ເດ່.ແອສ EADS ນີ້ ແມ່ນແນ່ໄສ່ ການ ນຳພາ ສອງຫົວໜ້າ ເພື່ອຮັກສາຄວາມກ້ຳເກິ່ງ ລະວ່າງ ຝຣັ່ງ ແລະ ເຍັຽຣະມັນ ຊຶ່ງມີຮຸ້ນສ່ວນ ຫລາຍກວ່າໝູ່.

 

ປະທານ ສະພາບໍຣິຫານ ຫຼື ສະພາປົກຄອງ : Présidents du Directoire.

ທ່ານ ມ່ານຟເຣດ (ເຍັຽ) Manfred Mischoff ຜູ່ຮັບຜິດຊອບບໍຣິສັດ ແດ່ມເລີ້ Daimler Chrysler ສາຂາ ອາວະກາດ ເປັນ ປະທານ ສະພາບໍຣິຫານ ຂອງ EADS

ທ່ານ ອ໊າກໂນ່  ລາກ໊າກແດຣ໌ (ຝຣັ່ງ) Arnaud Lagardère ເປັນຜູ່ບໍຣິຫານ ແລະ ຮຸ້ນສ່ວນ ຂອງບໍຣິສັດ ລາກ໊າກແດຣ໌ Groupe Lagardère ເປັນ ປະທານ ສະພາບໍຣິຫານ ຂອງ EADS

 

ປະທານ ບໍຣິຫານ : Présidents Exécutifs

ທ່ານ  ລູ່ຍ ກ່ານລົ່ວ (ຝຣັ່ງ) Louis Gallois ເປັນ ປະທານ ບໍຣິຫານຮ່ວມ ຂອງ EADS : Co-Président d'EADS

ທ່ານ ໂທ່ມ່າ ເອ່ນເດີ໊ກສ໌ (ເຍັຽ)  Thomas Enders ເປັນ ປະທານບໍຣິຫານຮ່ວມ ຂອງ EADS : Co-Président d'EADS

ແຕ່ ທ່ານ  ລູ່ຍ ກ່ານລົ່ວ (ຝຣັ່ງ) Louis Gallois ຍັງຖືກແຕ່ງຕັ້ງ ໃຫ້ເປັນ ປະທານ ບໍຣິສັດ ແອ່ບຸສ ນຳອີກ.

 

ປະທານ ເອກອະທິບໍດີ : Président général.

ທ່ານ ຝຣັ່ງຊົ່ວ ດາວີດ  François DAVID.

 

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU