ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກົດບັດອາຊຽນ: ຕົກລົງກັນບໍ່ໄດ້ ເຣື່ອງສິດທິມນຸດຊົນ

ເພາະການຄັດຄ້ານ ຂອງປະເທດ ສມາຊິກໃໝ່

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 29/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 29/07/2007 14:57 TU

ທ່ານໂຣແບຣ໌ໂຕ ໂຣມູໂລ ຣມຕ ຕ່າງປະ
ເທດຟີລິບປິນ ຜູ້ພຍາຍາມຜັກດັນໃຫ້ກົດ
ບັດອາຊຽນມີການວາງມາຕຣາການລົງໂທດ
ປະເທດສມາຊິກທີ່ນອກລູ່ນອກທາງ ແຕ່ບໍ່
ປະສົບຜົນສຳເຣັດ ເພາະບັນດາປະເທດ
ສມາຊິກໃໝ່ພາກັນສແດງການຄັດຄ້ານ
(ພາບ: Reuters)

ທ່ານໂຣແບຣ໌ໂຕ ໂຣມູໂລ ຣມຕ ຕ່າງປະ ເທດຟີລິບປິນ ຜູ້ພຍາຍາມຜັກດັນໃຫ້ກົດ ບັດອາຊຽນມີການວາງມາຕຣາການລົງໂທດ ປະເທດສມາຊິກທີ່ນອກລູ່ນອກທາງ ແຕ່ບໍ່ ປະສົບຜົນສຳເຣັດ ເພາະບັນດາປະເທດ ສມາຊິກໃໝ່ພາກັນສແດງການຄັດຄ້ານ (ພາບ: Reuters)

ມີການຕັ້ງຄຳຖາມກັນໄວ້ລ່ວງໜ້າແລ້ວ
ວ່າກົດບັດຂອງອາຊຽນນັ້ນຈະອອກມາ
ໃນຮູບລັກສນະໃດເພື່ອທີ່ຈະໃຫ້ຄ້າຍຄືກັນ
ກັບສຫະພາບເອີຣົບ ທັງນີ້ອັນເນື່ອງມາ
ຈາກຣະບອບການປົກຄອງຂອງ 10 ປະ
ເທດສມາຊິກ ມີຄວາມແຕກຕ່າງກັນ ຊຶ່ງ
ຖືໄດ້ວ່າເປັນການຕັ້ງເປົ້າໝາຍທີ່ສູງທີ່
ໃຜໆກໍເຫັນວ່າຈະບັນລຸໄດ້ຍາກ ຜົນການ
ປະຊຸມເຈົ້າໜ້າທີ່ຣະດັບສູງຂອງອາຊຽນ
ທີ່ກຸງມະນີລາ ກ່ອນເປີດປະຊຸມຣະດັບ
ຣມຕຕ່າງປະເທດ ໄດ້ຊີ້ໃຫ້ເຫັນວ່າການ
ຄາດຄະເນລ່ວງໜ້າເປັນການຄາດຄະເນທີ່ຖືກຕ້ອງ

ຈົນຮອດມື້ນີ້ (ວັນອາທິດ 29 ກໍຣະກົດ) ເຈົ້າໜ້າທີ່ຣະດັບສູງຂອງ 10 ປະເທດສມາຊິກ
ຂອງສມາຄົມປະຊາຊາດແຫ່ງເອເຊັຽຕະວັນອອກສຽງໃຕ້ ຫລື ອາຊຽນ ຍັງຕົກລົງ
ຫຍັງກັນ ບໍ່ໄດ້ເລີຍໃນຈຸດທີ່ຫລໍ່ແຫລມຈຸດໜຶ່ງ ນັ້ນກໍຄືປັນຫາເຣື່ອງສິດທິມນຸດຊົນ

ໝາຍຄວາມວ່າກ່ອນເປີດການປະຊຸມຣະດັບ ຣມຕ ຕ່າງປະເທດພຽງວັນດຽວ ບັນດາ
ເຈົ້າໜ້າທີ່ຣະດັງສູງຍັງບໍ່ທັນສາມາດຫາທາງອະລຸ້ມອະຫລ່ວຍກັນໄດ້ໃນການທີ່ຈະ
ໃຫ້ມີການຈັດຕັ້ງຄນະກັມມາທິການວ່າດ້ວຍເຣື່ອງສິດທິມນຸດຊົນນີ້

ອຸປສັກໃຫຍ່ກໍແມ່ນປະເທດພະມ້າຕາມເຄີຍ ຄນະຜູ້ແທນຂອງປະເທດນີ້ໄດ້ອອກມາ
ສແດງການຄັດຄ້ານໂດຍການໃຊ້ສິດວີໂຕ້ຂອງຕົນ ທັງໆທີ່ວ່າຟີລິບປິນເຈົ້າພາບ
ພຍາຍາມຜັກດັນຢ່າງເຕັມທີ່ເພື່ອໃຫ້ມີການຮັບຮອງ

ກ່ອນໜ້ານີ້ RFI ພາກພາສາລາວພວກເຮົາ ກໍເຄີຍໄດ້ວິເຄາະມາແລ້ວໃນລັກສນະ
ເປັນການຕັ້ງຄຳຖາມວ່າໂຄງການສ້າງກົດບັດຂອງອາຊຽນ ທີ່ວາງເປົ້າໝາຍເອົາ
ໄວ້ຢ່າງສູງວ່າຈະໃຫ້ຄ້າຍຄືກັນກັບກົດເກນຂອງສຫະພາບເອີຣົບນັ້ນ ຈະເປັນໄປໄດ້
ນ້ອຍຫລາຍຊ່ຳໃດ ໂດຍສເພາະໃນທາງດ້ານສິດທິມນຸດຊົນ?

ທີ່ຕັ້ງຂໍ້ສົງໃສເປັນເຄື່ອງໝາຍຄຳຖາມແນວນີ້ ກໍເພາະວ່າເມື່ອມາພິຈາຣະນາເບີ່ງ
ຣະບອບການປົກຄອງຂອງແຕ່ລະປະເທດສມາຊິກທັງ 10 ຂອງອາຊຽນແລ້ວ ເຮົາ
ກໍເຫັນໄດ້ວ່າແຕກຕ່າງກັນຫລາຍກັບສຫະພາບເອີຣົບ

ກ່າວຄື ໃນຂນະທີ່ 27 ປະເມດສມາຊິກສຫະພາບເອີຣົບປະກອບໄປດ້ວຍປະເທດທີ່ມີ
ຣະບົບການເມືອງແບບຫລາຍພັກແລ້ວ ກໍຍັງມີຫລັກການເຄົາຣົບສິດທິມນຸດຊົນຕາມ
ມາຕຖານຂອງສຫະປະຊາຊາດນຳດ້ວຍ ໃນຂນະທີ່ 10 ປະເທດສມາຊິກຂອງອາ
ຊຽນແຕ່ລະປະເທດນັ້ນບໍ່ໄດ້ຢູ່ໃນມາຕຖານດຽວກັນ

ກ່າວຄື ມີຕັ້ງແຕ່ລະບອບປະຊາທິປະໄຕໂດຍມີພຣະມະຫາກະສັດຊົງເປັນປະມຸກຣັດ
ພາຍໃຕ້ກົດໝາຍຣັຖທັມມະນູນຢ່າງຣາຊອານາຈັກໄທຍ ຊຶ່ງປັດຈຸບັນເປັນຣັຖບານ
ທີ່ມາຈາກການຣັຖປະ ຫານຍຶດອຳນາດ ຫລື ຣາຊອານາຈັກກັມພູເຈັຽທີ່ມີພະມະ
ຫາກະສັດຊົງເປັນປະມຸກຣັດເຊັ່ນດຽວກັນ ເປັນຕົ້ນ ໄປຈົນເຖິງລະບອບປະຊາທິປະ
ໄຕທີ່ມີຣາຊາທິບໍດີເປັນປະມຸກຣັດພາຍໃຕ້ກົດໝາຍຣັຖທັມມະນູນແບບມາເລເຊັຽ,
ລະບອບພັກໂທນໃນສຸລຕ່ານບຣູໄນ ທີ່ອົງສຸລຕ່ານຊົງເປັນທັງປະມຸກຣັດ, ນາຍົກ ຣມຕ,
ຣມຕ ຕ່າງປະເທດ ແລະປ້ອງກັນປະເທດ, ຣມຕ ກະຊວງການເງິນ ຕລອດເຖິງຕຳ
ແໜ່ງອະທິບໍດີກົມຕຳຣວດ ແລະອະທິການບໍດີມຫາວິທຍາໄລ, ປະຊາທິປະໄຕແບບ
ສາທາຣະນະຣັດໃນອິນໂດນີເຊັຽ ແລະ ຟີລິບປິນ, ລະບອບນາຍທຶນໃຫຍ່ຮັ່ງມີທີ່ປະຕິ
ບັດຫລັກການປະຊາທິປະໄຕແບບແຂງໆ ຫລືຜເດັດການແບບອ່ອນໆໃນສິງຄະໂປ,
ລະບອບພັກໂທນເປີດກວ້າງສູ່ເສຖກິດແບບຕລາດເສຣີສັງຄົມນິຍົມໃນ ສປປ ລາວ
ແລະ ສສ ວຽດນາມ ຕລອດຈົນຮອດລະບອບຜເດັດການທະຫານແບບແຂງກ້າວ
ໃນສະຫະພາບພະມ້າ

ເພາະສນັ້ນ ເມື່ອມີຂ່າວຕົກມາເຖິງພວກເຮົາທີ່ວ່າອາຊຽນຍັງບໍ່ທັນສາມາດຕົກລົງຫຍັງ
ກັນໄດ້ເລີຍກ່ຽວກັບການທີ່ຈະໃຫ້ມີການຈັດຕັ້ງຄນະກັມມາທິການວ່າດ້ວຍສິດທິມນຸດຊົນ
ນັ້ນ ຈຶ່ງບໍ່ແມ່ນເຣື່ອງແປກປລາດແຕ່ຢ່າງໃດເລີຍ ທັງນີ້ເພາະເປັນທີ່ຄາດຄະເນກັນມາ
ກ່ອນໜ້ານີ້ແລ້ວ

ອັນທີ່ຈິງມີການຕົກລົງກັນໄດ້ເຖິງກວ່າ 90% ແລ້ວໃນເຣື່ອງການຮ່າງກົດບັດໂດຍສ່ວນ
ຮວມ ແຕ່ຈຸດຄັ້ງຄາແມ່ນຢູ່ບ່ອນວ່າ ຖ້າປະເທດສມາຊິກປະເທດໃດປະເທດໜຶ່ງຫາກມີ
ການປະພຶດທີ່ນອກລູ່ນອກທາງ ຄືກັນກັບການປະພຶດຂອງປະເທດພະມ້າໃນເວລາປັດຈຸ
ບັນນີ້ແລ້ວ ຈະໃຫ້ມີການລົງໂທດກັນແບບໃດ?

ບາງປະເທດ ໂດຍສເພາະກໍແມ່ນບັນດາປະເທດສມາຊິກເກົ່າກໍ່ຕັ້ງ ເຄີຍສເນີໃຫ້ມີການ
ລົງຄະແນນສຽງແບບສຫະພາບເອີຣົບເພື່ອວາງມາຕຣາການລົງໂທດ ຊຶ່ງອາດຈະ
ເລີ້ມຈາກການຕັກເຕືອນເສັຽກ່ອນ ໄປຈົນເຖິງຂັ້ນຖືກເຊີນອອກຈາກການເປັນສມາຊິກ
ໄປເລີຍຖ້າຫາກຍັງດື້ດຶງ

ແຕ່ບາງປະເທດ ໂດຍສເພາະບັນດາປະເທດສມາຊິກໃໝ່ ຍັງຢາກຍຶດໝັ້ນໃນຫລັກການ
ດັ້ງເດີມຂອງອາຊຽນທີ່ວ່າ "ບໍ່ແຊກແຊງໃນກິຈການພາຍໃນຂອງກັນແລະກັນ"

ໃນເມື່ອເຫລືອພຽງແຕ່ວັນດຽວເທົ່ານັ້ນກ່ອນເຖິງວັນເປີດປະຊຸມຣະດັບ ຣມຕ ກໍຈະຖືໄດ້
ວ່າເປັນເຣື່ອງປາຕິຫານຖ້າຫາກວ່າຈະມີການຕົກລົງກັນໄດ້ໃນວິນາທີສຸດທ້າຍ

ກໍຍ້ອນເຫດຜົນຄືແນວນີ້  ບັນດາບາງອົງການຈັດຕັ້ງທາງດ້ານສິດທິມນຸດຊົນຈຶ່ງວິພາກ
ວິຈານວ່າ ອາຊຽນຈະຄົບຮອບ 40 ປີແຫ່ງການກໍ່ຕັ້ງໃນວັນທີ 8 ສິງຫາໜ້ານີ້ ໃນເມື່ອຍັງ
ຕົກລົງກັນບໍ່ໄດ້ໃນເຣື່ອງສິດທິມນຸດຊົນແລ້ວ ຈຶ່ງຍັງບໍ່ຮູ້ເລີຍວ່າໃນອີກ 40 ປີຂ້າງໜ້າ ຈະ
ມີການຕົກລົງກັນໄດ້ໃນປັນຫາທີ່ຫລໍ່ແຫລມນີ້ຫລືບໍ່

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU