ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຟີລິບປິນ//ອາຊຽນ//ARF

ປະຊຸມອາຊຽນ ແລະພາຄີ

ໂດຍ ສີທູຍ ສຸວັນນະສີ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 31/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 31/07/2007 12:59 TU

ປະທານາທິອາໂຣໂຍແຫ່ງຟີລິບປິນ
ເປັນປະທານກອງປະຊຸມອາຊຽນ
ຮູບ: AFP

ປະທານາທິອາໂຣໂຍແຫ່ງຟີລິບປິນ ເປັນປະທານກອງປະຊຸມອາຊຽນ
ຮູບ: AFP

ມື້ນີ້ວັນທີ່ 31/07/07 ອາຊຽນ ກັບ ພາຄີສາມ ຄື ຈີນ ຍີ່ປຸ່ນ ແລະ ເກົາຫຼີໃຕ້ເຂົ້າຮ່ວມປະຊຸມກັນຢູ່ ມະນີລາ ເພື່ອເວົ້າເຖິງການຄ້າ ພ້ອມດຽວກັນ ກໍມີປະຊຸມນຶ່ງອີກ ລວມສິບຫົກປະເທດດ້ານການຄ້າ ເສຣີໃຫ້ໄດ້ໃນປີ 2015
>>ເພື່ອ ຄວາມເຂົ້າໃຈງ່າຍ ຂອງທ່ານ ຜູ້ ຟັງ ປະຊຸມ ອາຊຽນ ARF /ASEAN REGIONAL FORUM ນີ້ ແມ່ນປະຊຸມ ກ່ຽມກັບປັນຫາ ຄວາມ ປອດພັຍ / ເປັນການປະຊຸມ ຣະດັບຣັຖມົນຕຣີ ກະຊວງປ້ອງກັນປະເທດ ໃນຂົງເຂດ ອາຊີ ປາຊີຟຶກ ແປກຕ່າງກັນ ກັບ ປະຊຸມ ປະຈຳປີ ກຸ່ມ ອາຊຽນ ມື້ວັນຈັນ ວານນີ້ ຊຶ່ງໂຮມເອົາ ຣັຖມົນຕຣີ ຕ່າງປະເທດ ຂອງ ພາຄີ ໑໐ ປະເທດ ຂອງອາຊຽນ ເທົ່ານັ້ນ.

>>ປະຊຸມ ARF /ASEAN REGIONAL FORUM ບໍ່ແມ່ນແຕ່ ປະຊຸມ ຣັຖມົນຕຣີ ປ້ອງກັນປະເທດ ກຸ່ມອາຊຽນ ແຕ່ ຍັງມີ ອີກ ຫລາຍປະເທດ ແລະ ກຸ່ມ ປະເທດ ສຳຄັນໆ ໃນຂົງເຂດ ເຂົ້າຮ່ວມນຳດ້ວຍ.

>>ນອກໄປຈາກ ກຸ່ມປະເທດ ອາຊຽນແລ້ວ ຍັງມີ ປະເທດ ການາດາ /ສຫະພາບ
ເອີຣົບ/ ຣັດເຊັຽ/ສຫະຣັດອະເມຣິກາ/ ປີນີ້ ຍັງມີ ພາຄີທີ ໒໗ ຄື ປະເທດ ສີລັງກາເຂົ້າ
ຮ່ວມ ໂຮມທັງ ເກົາຫລີເຫນືອ ນຳດ້ວຍ.

>>ARF /ASEAN REGIONAL FORUM ຖືກສ້າງຂຶ້ນ ໃນປີ ໑໙໙໔ ຜ່ານມາ
ແລະ ຈັດປະຊຸມ ປະຈຳປີ ທຸກປີ ໃນປະເທດ ທີ່ກຳຫນ້າທີ່ປະທານວຽນ ອາຊຽນ ຫລັງ ປະຊຸມ ຣະດັບຣັຖມັນຕຣີ ຕ່າງປະເທດ ອາຊຽນ. ປີນີ້ ແມ່ນ ປະເທດ ຟິລີປປີນ ເປັນ
ປະທານ ອາຊຽນ ຈຶ່ງຈັດຂຶ້ນ ຢູ່ ນະຄອນຫລວງ ມານີລາ.

>>ພວກຣັຖມົນຕຣີ ຕ່າງປະເທດ ປະເທດ ພາຄີ ARF /ASEAN REGIONAL FORUM ປະຊມ ກັນ ເວລາ ສອງມື້ ແລະ ນອກນີ້ ຍັງມີ ປະຊຸມ ສອງຕໍ່ສອງ ນຳອີກ
ແຕ່ ທີແທ້ ແລ້ວ ຕາມທຳມະດາ ກໍປະຊຸມ ປະມານ ສອງຊົ່ວໂມງ ກໍ ຣາຍງານ ກັນ ຮຽບຮ້ອຍ ກ່ຽວກັບ ປັນຫາສຳຄັນແລ້ວ. ແລະຕໍ່ຈາກນັ້ນ ກໍມີ ການ ຮ່ວມຮັປທານອາ
ຫານ ໃນງານລ້ຽງຕ້ອນຮັບ ຂນານໃຫຍ່ ໃນ ອັນດັບຕໍ່ມາ.

>>ໃນງານຕ້ອນຮັບປີກ່ອນໆນີ້ ຜູ້ຕ່າງຫນ້າ ອະເມຣິກາ ທ່ານນາງ CONDOLEEZA
RICE ກໍໄດ້ຮ້ອງເພງ ເຫລັ້ນ PIANO ແລະທ່ານ COLIN POWELL ໄດ້ຮ້ອງເພງ YMCA ເພື່ອສ້າງບັນຍາກາດ ໃນງານລ້ຽງຕ້ອນຮັບ ປະຊຸມ ARF /ASEAN REGIONAL FORUM ແຕ່ສຳລັບເທື່ອນີ້ ຍັງບໍ່ຮູ້ຄັກແນ່ວ່າ ຈະດຳເນີນ ທ່າມກາງ ບັນຍາກາດ ແນວໃດ ຄັກແນ່ເທື່ອ.

>>ແຕ່ສຳລັບ ເທື່ອນີ້ ແລະໃນມື້ນີ້ ທ່ານນາງ C RICE ຣັງມົນຕຣີ ການຕ່າງປະເທດ ອະເມຣິກາ ແລະ ທ່ານ ROBERT GATES ຣັຖມົນຕຣີ ປ້ອງກັນປະເທດ ອະເມຣິກາ ກຳລັງ ເດີນທາງ ຢ້ຽມຢາມ ພາກພື້ນຕາເວັນອອກກາງຢູ່ ອາດຈະບໍ່ໄປເຖິງ ປະຊຸມ ປະຈຳປີ ARF /ASEAN REGIONAL FORUM ໄດ້ ທ່ວງທັນ ເພາະວ່າ ປັນຫາ ດ້ານສະເຖັຽຣະພາບໃນ ພາກພື້ນຕາເວັນ ອອກກາງ ຫນັກຫນ່ວງຢູ່ ເພື່ອ ສະກັດກັ້ນ
ກຳລັງ ຂອງ ປະເທດ ອີຣ່ານ ທາງອະເມຣິກາມີນະໂຍບາຍ ຊ່ວຍທາງອາວຸດ ແກ
ປະເທດ ເອຊິບ ໑໓ຕື້/ອິສຣາແອລ ໓໐ ຕື້ ແລະ ອາຣາບີ ຊາອຸ ໒໐ ຕື້.

>>ໃນປະຊຸມ ARF /ASEAN REGIONAL FORUM ເທື່ອນີ້ ຫາກແມ່ນບໍ່ມີຫຍັງ ສຳຄັນ ຢ່າງຫນ້ອຍ ກໍຊິເປັນໂອກາດ ໃຫ້ມີການພົບພໍ້ ສອງຕໍ່ສອງ ຣະຫວ່າງ ຜູ້ຕາງ
ຫນ້າ ປະເທດ ເກົາຫລີເຫນືອ ແລະ ສຫະຣັດ ອະເມ ຣິກາ ຂຶ້ນໄດ້ເພາະ ເທື່ອນີ້ເກົາຫລີ
ເຫນືອ ຊິເຂົ້າ ຮ່ວມ ປະຊຸມນຳ. ການປະຊຸມ ARF ແທ້ໆນັ້ນ ແມ່ານ ສອງມື້ ຄື ມື້ອື່ນ
ແລະ ມື້ຮື.

>>ກ່ຽວກັບ ປະຊຸມ ຣະດັບຣັຖມົນຕີ ຕ່າງປະເທດ ກຸ່ມ ອາຊຽນ ໑໐ ປະເທດ ນັ້ນ ເປັນການປະຊຸມ ຄົບຮອບ ໔໐ ປີ ກໍວ່າໄດ້ ເພາະ ຕັ້ງມາ ໄດ້ ໔໐ ປີ ນີ້ແລ້ວ ສ່ວນ
ARF ແມ່ນຄົບຮອບ ໑໓ ປີ ເພາະ ສ້າງມາ ໃນປີ ໑໙໙໔ ເທົ່ານັ້ນ.

>>ປະຊຸມຣະດັບ ຣັຖມົນຕຣີຕ່າງປະເທດ ກຸ່ມອາຊຽນເທື່ອນີ້ ມີຈຸດສຳຄັນ ນຶ່ງ ຄື ການ ສາງທັມມະນູນ ຫລື ວ່າ CHARTES ຫລື ຊິແປວ່າ ກົດບັດ ອາຊຽນກໍວ່າໄດ້ ຄ້າຍໆ
ກັບ ໃນສຫະພາບເອີຣົບ ທີ່ກຳລັງ ຂຽນ MINI TRAITES ນັ້ນເອງ.

>>ຂາປະຊຸມ ພາຄີ ອາຊຽນ ສາມາດ ລົງລອຍກັນໄດ້ ໃຫ້ມີ ກົດບັດນັ້ນອອກ ເປັນກົດ
ບັດ ແບບຫລວມໆ ຮວມທັງມີການ ຈັດຕັ້ງໃຫ້ ມີກັມມາທິການ ວ່າດ້ວຍສິດ ທິມະນຸດ ອາຊຽນ ນຳດ້ວຍ ແມ່ນວ່າ ຈະມີການຂັດຂ້ອງ ຂນານໃຫຍ່ ຈາກ ພາຄື ຫລາຍປະເທດ ໂດຍສະເພາະ ກໍແມ່ນ ປະເທດ ມຽນມ່າ ແລະ ພາຄີ ອື່ນໆເຊັນ ວຽດນາມ ແລະ ສປປ
ລາວ ເປັນຕົ້ນ.

>>ການທີ່ ສາມາດ ຮັບຮອງເອົາກົດບັດ ໂຮມທັງ ການ ຕັ້ງ ກັມມາ ທິການ ໃນກົດບັດ ອາຊຽນນັ້ນ ຖືວ່າ ເປັນ ບາດກ້າວສຳຄັນ ຂນານ ໃຫຍ່ ໃນການປະຊຸມ ຊຸດ ນີ້ ແຕ່ເຖິງຢ່າງໃດກໍຕາມ ປັນຫາ ທີ່ຄ້າງຄາ ເຊັ່ນປັນຫາ ການອອກສຽງ ແລະ ພາຣະຫນ້າທີ່ກັມ ມາທິການ ສິດທິມະນຸດ ນັ້ນ ຍັງຈະ ນຳ ສຶກສາກັນໃຫມ່ ໃນປະຊຸມ
ຣະດັບ ປະມຸກຣັດ ຢູ່ ສິງກະໂປ ເດືອນ ພຶສຈິກາຫນ້ານີ້ ພຸ້ນ.

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU