ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອດີດ ຣມຕ ການເງິນຝຣັ່ງເສດ ມາແຮງ ເໜືອຄູ່ແຂ່ງ ຊາວເຊັກສ໌ ໃນໂຄ້ງສຸດທ້າຍ ການຊ່ວງຊິງ ຕຳແໜ່ງ ຜູ້ອຳນວຍການ IMF

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/09/2007 14:56 TU

ທ່ານໂຢເຊັຟ ໂຕຊອ໊ບສກີ (ຊ້າຍ) ອດີດຜູ້ອຳນວຍການທະນາຄານກາງແລະອດີດນາຍົກ ຣມຕ ຂອງສາທາຣະນະຣັດເຊັກສ໌ ແລະ ທ່ານໂດມີນິກ ສໂຕຣສການຫ໌ ອດີດ ຣມຕ ເສຖກິດແລະການ
ເງິນຝຣັ່ງເສດ ສອງຜູ້ສມັກຊິງຕຳແໜ່ງອູ້ອຳນວຍການອົງການເງິນທຶນສາກົນ FMI (ພາບ: AFP
ແລະ Reuters)

ທ່ານໂຢເຊັຟ ໂຕຊອ໊ບສກີ (ຊ້າຍ) ອດີດຜູ້ອຳນວຍການທະນາຄານກາງແລະອດີດນາຍົກ ຣມຕ ຂອງສາທາຣະນະຣັດເຊັກສ໌ ແລະ ທ່ານໂດມີນິກ ສໂຕຣສການຫ໌ ອດີດ ຣມຕ ເສຖກິດແລະການ ເງິນຝຣັ່ງເສດ ສອງຜູ້ສມັກຊິງຕຳແໜ່ງອູ້ອຳນວຍການອົງການເງິນທຶນສາກົນ FMI (ພາບ: AFP ແລະ Reuters)

ອົງການເງິນທຶນສາກົນ FMI ໄດ້ປິດການຍື່ນໃບສມັກເພື່ອຊິງຕຳແໜ່ງຜູ້ອຳ ນວຍການຄົນໃໝ່ແລ້ວຕັ້ງແຕ່ເວລາ 04.00 ໂມງຂອງວັນເສົານີ້ ຕາມເວລາ ມາຕຖານສາກົນ GMT ປາກົດມີຜູ້ສມັກພຽງແຕ່ສອງທ່ານຄື ທ່ານໂດມີນິກ ສໂຕຣສການຫ໌ (Dominique Strauss-Kahn) ຈາກປະເທດຝຣັ່ງເສດ ແລະ ທ່ານໂຢເຊັຟ ໂຕຊ໊ອບສກີ (Josef Tosovsky) ຈາກສາທາຣະນະຣັດ ເຊັກສ໌

ທ່ານໂດມີນິກ ສໂຣສການຫ໌ ເປັນອດີດ ຣມຕ ກະຊວງເສຖກິດແລະການເງິນຂອງປະເທດ
ຝຣັ່ງເສດ ສັງກັດພັກສັງຄົມນິຍົມ ບັນດາຄູ່ຕຳແໜ່ງໃນສຫະພາບເອີຣົບທີ່ເຄີຍໄດ້ຮູ້ຈັກກັບ
ທ່ານສໂຕຣສການຫ໌ໃນຕອນທ້າຍຂອງຊຸມປີ 90 ຕ່າງກໍຮັບຮູ້ເປັນສຽງດຽວກັນວ່າອດີດ
ຣມຕ ເສຖກິດແລະການເງິນຝຣັ່ງເສດ ເປັນຜູ້ມີຄຸນສົມບັດພຽບພ້ອມ ທັງທາງດ້ານປະ
ສົບການແລະ ພື້ນຖານການສຶກສາ ສຳລັບການຄອງຕຳແໜ່ງຜູ້ອຳນວຍການຄົນໃໝ່ຂອງ
IMF

ທັງນີ້ໂດຍຍັງບໍ່ທັນໄດ້ກ່າວເຖິງຄວາມສາມາດຂອງທ່ານທາງດ້ານພາສາຕ່າງປະເທດ
ຄືພາສາອັງກິດແລະເຍີຣະມັນທີ່ທ່ານສໂຕຣສການຫ໌ ສາມາດປາກເວົ້າແລະຂີດຂຽນໄດ້
ຢ່າງຄ່ອງແຄ້ວ

ທ່ານໂດມີນິກ ສໂຣສການຫ໌ ໄດ້ຮັບການສເນີຊື່ໂດຍທ່ານປະທານາທິບໍດີ ນິໂກລາສ໌
ຊາຣ໌ໂກຊີ (Nicolas Sarkozy) ໃນນາມຂອງນະໂຍບາຍເປີດສູ່ຝ່າຍຄ້ານ ໃຫ້ເປັນຜູ້
ສມັກຊິງຕຳແໜ່ງອັນຊົງກຽດດັ່ງກ່າວ ຊຶ່ງອດີດ ຣມຕ ເສຖກິດແລະການເງິນກໍໄດ້ຕອບ
ຮັບຢ່າງບໍ່ລັງເລໃຈ

ຫລັງຈາກນັ້ນ ທ່ານຜູ້ນຳຝຣັ່ງເສດກໍໄດ້ສເນີຊື່ ທ່ານໂດມີນິກ ສໂຕຣສ໌ສການ ຕໍ່ກອງ
ປະຊຸມບັນດາ ຣມຕ ການເງິນຂອງສຫະພາບເອີຣົບ (Eurogroup) ຊຶ່ງກໍໄດ້ລົງມະຕິ
ໃຫ້ການສນັບສນຸນທີ່ເວົ້າໄດ້ວ່າ "ຢ່າງເປັນເອກສັນ"

ຍົກເວັ້ນອັງກິດເທົ່ານັ້ນທີ່ສແດງຄວາມຂ້ອງໃຈກ່ຽວກັບວິທີການຄັດເລືອກຜູ້ອຳນວຍການ
ຂອງ IMF ຊຶ່ງຜູ້ທີ່ໄດ້ຮັບການແຕ່ງຕັ້ງຕ້ອງເປັນຊາວເອີຣົບທຸກຄັ້ງນັບຕັ້ງແຕ່ມີການກໍ່ຕັ້ງ
IMF ແລະທະນາຄານໂລກຕາມສົນທິສັນຍາ Bretton Woods ຕັ້ງແຕ່ປີ 1944 ເປັນ
ຕົ້ນມາ ໃນຂນະທີ່ປະທານທະນາຄານໂລກນັ້ນກໍຕ້ອງແມ່ນຊາວອະເມຣິກັນທຸກຄັ້ງ

ເຖິງແມ່ນວ່າອັງກິດສແດງຄວາມຂ້ອງໃຈຕໍ່ຫລັກການຄັດເລືອກທີ່ວ່ານີ້ກໍຕາມ ແຕ່ກໍບໍ່ໄດ້
ຄັດຄ້ານຢ່າງອອກໜ້າໃນກອງປະຊຸມ "Eurogroup" ຕໍ່ການສມັກຂອງ ທ່ານໂດມີນິກ
ສໂຕຣສການຫ໌ ແຕ່ຢ່າງໃດ ໃນຂນະທີ່ສຫະຣັດອະເມຣິກາເຖິງບໍ່ໄດ້ສແດງການສນັບສນຸນ
ຢ່າງໂຈ່ງແຈ້ງ ແຕ່ກໍເຫັນວ່າອດີດ ຣມຕ ເສຖກິດແລະການເງິນຝຣັ່ງເສດເປັນຜູ້ທີ່ມີ
ຄວາມເໝາະສົມຕໍ່ຕຳແໜ່ງຜູ້ອຳນວຍການຄົນ ໃໝ່ຂອງ IMF

ເມື່ອສລຸບແລ້ວກໍຈະໄດ້ຄວາມວ່າທ່າທີຂອງອັງກິດໂນ້ມອຽງມາທາງດ້ານກຸ່ມປະເທດທີ່
ເອີ້ນກັນແບບຫຍໍ້ໆວ່າ "BRIC" (ບຣາຊິລ, ຣັດເຊັຽ, ອິນເດັຽ ແລະ ຈີນ) ທີ່ເຫັນວ່າວິທີ
ການຄັດເລືອກຜູ້ອຳນວຍການ IMF ແລະປະທານທະນາຄານໂລກ ບໍ່ຖືກຕ້ອງຕາມຄວາມ
ເປັນຈິງຂອງສພາບການຂອງໂລກປັດຈຸບັນ ແລະຕ້ອງການໃຫ້ມີການປະຕິຮູບ ຊຶ່ງກໍເປັນ
ທ່າທີທີ່ສອດຄ່ອງກັບອີກຫລາຍປະເທດທີ່ກຳລັງພັທນາ

ຢ່າງໃດກໍຕາມ ກໍເປັນທີ່ໜ້າສັງເກດວ່າເມື່ອມີການປ່ຽນປະທານທະນາຄານໂລກເມື່ອ
ເດືອນພຶສພາທີ່ຜ່ານມາກໍເປັນການປ່ຽນຈາກຊາວອະເມຣິກັນ ທ່ານພອລ ວອລໂຟວິຕ໌ຊ
(Paul Wolfowitz) ໄປເປັນຊາວອະເມຣິກັນອີກຜູ້ໜຶ່ງຄື ທ່ານໂຣເບີຣ໌ຕ ໂຊແອລລິກ
(Robert Zoellick)

ຣັຖບານແຫ່ງນະຄອນຫລວງປາຣີສ໌ ປະຈັກແກ່ໃຈເປັນຢ່າງດີເຖິງຄວາມຈຳເປັນທີ່ຈະ
ຕ້ອງໃຫ້ມີການປະ ຕິຮູບວິທີການເລືອກຜູ້ອຳນວຍ IMF ແລະຕຳແໜ່ງປະທານທະນາ
ຄານໂລກ ແຕ່ການປະຕິຮູບດັ່ງກ່າວຕ້ອງຄຽງຄູ່ກັນໄປກັບການປະຕິຮູບທະນາຄານໂລກ
ນັ້ນກໍໝາຍຄວາມວ່າຝຣັ່ງເສດພ້ອມທີ່ຈະຮັບການປະຕິຮູບວິທີການເລືອກຜູ້ອຳນວຍການ
IMF ໃນຄັ້ງ ຕໍ່ໄປ ແຕ່ບໍ່ແກມ່ນໃນຄັ້ງນີ້ ທັງນີ້ກໍເພາະເມື່ອມີການຄັດເລືອກປະທານທະນາ
ຄານໂລກເມື່ອເດືອນພຶສພາທີ່ຜ່ານມາ ກໍບໍ່ໄດ້ມີປະເທດໃດສແດງຄວາມຂ້ອງໃຈຕໍ່ວິທີ
ການເລືອກ

ຄູ່ແຂ່ງຈາກສາທາຣະນະຣັດເຊັກສ໌
ອດີດ ຣມຕ ເສຖກິດແລະການເງິນຝັຣ່ງເສດ
ເປັນຜູ້ສມັກພຽງຜູ້ດຽວມາຕລອດ ຈົນກະທັ້ງ
ເຖິງວັນທີ 22 ຂອງເດືອນສິງຫາທີ່ຜ່ານມາ
ຣັດເຊັຽຈຶ່ງໄດ້ສ້າງຄວາມແປກປລາດໃຈ
ດ້ວຍການປະກາດສນັບສນຸນອດີດຜູ້ວ່າການ
ທະນາຄານກາງ ແລະອດີດນາຍົກ ຣມຕ
ຂອງສາທາຣະນະຣັດ ເຊັກສ໌ (La Républi-
que tchèque) ທ່ານໂຢເຊັຟໂຕຊ໊ອບສກີ້
(Josef Tosovsky) ໃຫ້ເຂົ້າເປັນຄູ່ແຂ່ງຂອງອດີດຣມຕ ເສຖກິດແລະການເງິນຝຣັ່ງເສດ
ທັງໆທີ່ວ່າຣັຖບານແຫ່ງກຸງປຣ໊າກເອງໄດ້ປະກາດປະຕິເສດການໃຫ້ການສນັບສນຸນຕໍ່ທ່ານ
ໂຕຊ໊ອບສກີ້ ແຕ່ໃຫ້ການສນັບສນຸນຢ່າງເຕັມທີ່ຕໍ່ ທ່ານໂດ ມີນິກ ສໂຕຣສການຫ໌

ເຊື່ອກັນວ່າທີ່ຣັຖບານເຊັກສ໌ມີທ່າທີເຊັ່ນນີ້ເພາະ ທ່ານໂຕຊ໊ອບສກີ້ ໄດ້ຮັບການສນັບສນຸນ
ອູ້ມຊູຈາກຣັດເຊັຽປະການໜຶ່ງ ຊຶ່ງຣັຖບານແຫ່ງກຣຸງປຣ໊າກພຍາຍາມເຫີນຫ່າງອອກນັບຕັ້ງ
ແຕ່ການພັງທະລາຍຂອງກຳແພງເບີລິນແລະຫັນໜ້າມາທາງໂລກຕະວັນຕົກເລື້ອຍໆ

ແລະປະການທີສອງ ທ່ານໂຕຊ໊ອບສກີ້ກໍຖືກສົງໃສວ່າເຄີຍເຮັດວຽກຮ່ວມໄມ້ຮ່ວມມືກັບຕຳ
ຣວດລັບການເມືອງໃນສມັຍທີ່ລັດທິຄອມມິວນິສມ໌ເຮືອງອຳນາດໃນອດີດເຊັກໂກສໂລວາ
ເກັຽນຳດ້ວຍ

ຣັດເຊັຽໂຈມຕີສໂຕຣສການຫ໌
ເພື່ອເປັນການຢ້ຳເຖິງທ່າທີສນັບສນຸນຂອງຕົນຕໍ່ອດີດຜູ້ວ່າການທະນາຄານກາງແລະອດີດ
ນາຍົກ ຣມຕ ຂອງສາທາຣະນະຣັດເຊັກສ໌ ຝ່າຍຣັດເຊັຽໄດ້ເລືອກວິທີການໂຈມຕີອດີດ
ຣມຕ ການເງິນຝຣັ່ງເສດຢ່າງໜັກໜ່ວງ

ໃນການໃຫ້ສັມພາດຕໍ່ລາຍວັນ Financial Time ເມື່ອວັນທີ 25 ສິງຫາຜ່ານມາ ທ່ານ
ອາເລັກໄຊ ໂມຈີນ (Alexeï Mojine)
ຜູ້ອຳນວຍການ IMF ສາຂາຣັດເຊັຽ ໄດ້
ກ່າວວ່າ "ເມື່ອພິຈາຣະນາເບີ່ງຊີວະປວັດຂອງ ທ່ານໂດມີນິກ ສໂຕຣສການຫ໌
ແລ້ວ ຂ້າພະເຈົ້າບໍ່ເຫັນຫຍັງເລີຍທີ່ຊີ້ໃຫ້ເຫັນຢ່າງຈະ ແຈ້ງວ່າເພີ່ນເປັນຜູ້ມີຄຸນ
ສົມບັດທາງດ້ານເຕັກນິກເພື່ອປະຕິບັດງານໃຫ້ຫລ້ອນໜ້າທີ່ຂອງຜູ້ອຳນວຍການ
IMF"

ຕໍ່ມາອີກເມື່ອວັນອັງຄານທີ່ແລ້ວ (28 ສິງຫາ) ກໍແມ່ນລາຍວັນສບັບດຽວກັນນີ້ ຄື
Financial Time ເອງ ໄດ້ຂຽນໃນບົດ ບ.ກ. ອັດ ອດີດ ຣມຕ ການເງິນຝຣັ່ງເສດ
ຢ່າງໜັກຕື່ມເຂົ້າໄປອີກ ໂດຍຂຽນວ່າ "FMI ຕ້ອງການບຸກຄົນທີ່ໜ້າເຊື່ອຖືທາງ
ດ້ານຄວາມສາມາດ"
ກ່ອນທີ່ລາຍວັນອັງກິດຊ່ຽວຊານທາງດ້ານເສຖກິດແລະການ
ເງິນສບັບນີ້ ຈະໂຍນບາດຄ້ອນລົງຕື່ມອີກວ່າ "ໂດມີນິກ ສໂຕຣສການຫ໌ແມ່ນຜູ້ສມັກ
ທີ່ຂາດຄຸນສົມບັດ ແລະໄດ້ຮັບການສເນີຊື່ເຂົ້າມາໂດຍວິທີທີ່ບໍ່ຖືກຕ້ອງ"

ປະທານ "Eurogroup" ຕອບໂຕ້
ເພື່ອເປັນການຕອບໂຕ້ ນາຍົກ ຣມຕ ຂອງປະເທດລຸກຊັມບວກສ໌ ທ່ານຢັງ-ໂກລດ ຈຸງ
ເກີ (Jean-Claude Juncker)
ກໍໄດ້ໃຫ້ສັມພາດຕໍ່ Fanancial Time ພາສາເຍີ
ຣະມັນວ່າ "ພວກເພີ່ນທີ່ບໍ່ໄດ້ ສແດງການຄັດຄ້ານຕໍ່ການສມັກຂອງ ໂດມີນິກ
ສໂຕຣສການຫ໌ ນັ້ນ ກໍຂໍໃຫ້ພວກເພີ່ນຮັບຮູ້ໄວ້ດ້ວຍວ່າຊາວເອີຣົບບໍ່ມີແຕ່ພວກ
ເພີ່ນເທົ່ານັ້ນທີ່ຕ້ອງການປະຕິຮູບກົດການຄັດເລືອກຜູ້ອຳນວຍການ IMF ແຕ່
ຊາວເອີຣົບອື່ນໆກໍຕ້ອງການປະຕິຮູບເຊັ່ນດຽວກັນ ໃນນັ້ນຮວມທັງ ທ່ານໂດມີນິກ
ສໂຕຣສການຫ໌ ນຳດ້ວຍ "

"ພວກເຮົາຮູ້ແກ່ໃຈເປັນຢ່າງດີວ່າທ່ານໂດມີນິກ ສໂຕຣສ໌ການຫ໌ ຈະເປັນຊາວ
ເອີຣົບຄົນສຸດທ້າຍທີ່ຈະຄອງຕຳແໜ່ງຜູ້ອຳນວຍການ IMF"
ທ່ານ Jean-Claude
Junker ໄດ້ກ່າວ ຊຶ່ງໃຜໆກໍພາກັນຕີຄວາມວ່າ ປະທານ "Eurogroup" ໄດ້ປະນາມ
ຄວາມໜ້າໄຫວ້ຫລັງຫລອກຂອງອັງກິດໄປໃນຕົວ ທີ່ອ້ອມຄ້ອມ ບໍ່ຍອມຄັດຄ້ານຢ່າງເປີດ
ເຜີຍຕໍ່ການສມັກຂອງ ທ່ານໂດມີນິກ ສໂຕຣສການຫ໌ ຫາກແຕ່ວ່າໄປໂຄສນາໂຈມຕີລັບ
ຫລັງ

ໃນເວລາປັດຈຸບັນນີ້ ອດີດ ຣມຕ ເສຖກິດແລະການເງິນຝຣັ່ງເສດ ກຳລັງສາລະເວຂົງ
ເຂດອະເມຣິກາລາຕິນ ແລະຫລ້າສຸດກໍໄດ້ຮັບການສນັບສນຸນຈາກປະເທດໂບລີເວັຽ ຊຶ່ງ
ເປັນໜຶ່ງໃນຈຳນວນປະເທດທີ່ໄດ້ຮັບຄວາມຂົມຂື່ນຍ້ອນມາຕຣາການທີ່ວາງອອກໂດຍ
IMF ຊຶ່ງທ່ານສໂຕຣສການຫ໌ ກໍໄດ້ໃຫ້ສັນຍາວ່າຈະແກ້ໄຂປ່ຽນແປງຖ້າທ່ານໄດ້ຮັບການ
ຄັດເລືອກ

ຕັດສິນຊີ້ຂາດ 19 ຕຸລາ
ໃນທ້ອງເດືອນກັນຍານີ້ ທັງ
ທ່ານໂດມີນິກ ສໂຕຣສການຫ໌
ແລະ ທ່ານໂຢເຊັຟ ໂຕຊ໊ອບ
ສກີ ກໍຈະເດີນທາງສູ່ກຸງວໍຊິງ
ຕັນ ເພື່ອກ່າວສແດງນະໂຍ
ບາຍຂອງຕົນຕໍ່ໜ້າຄນະກັມ
ມະການບໍຣິຫານຂອງ IMF ທີ່
ຈະມີການປະຊຸມໃຫຍ່ໃນວັນທີ
19 ຕຸລາໜ້າ ເພື່ອຕັດສິນຊີ້
ຂາດບົ່ງຊື່ຜູ້ອຳນວຍການຄົນ
ໃໝ່ ຊຶ່ງບັນດານັກສັງເກດ
ການທັງຫລາຍຕ່າງກໍມີຄວາມ
ເຫັນວ່າອດີດ ຣມຕ ເສຖກິດ
ແລະການເງິນຝຣັ່ງເສດ
ມີພາສີເໜືອກວ່າແລະເປັນຜູ້ມີໂອກາດຈະໄດ້ທົດແທນ ທ່ານໂຣດຣິ
ໂກຣາໂຕ (Rodrigo Rato) ຜູ້ອຳນວຍການຄົນປັດຈຸບັນທີ່ຈະພົ້ນຕຳແໜ່ງກ່ອນກຳໜົດໃນ
ປາຍເດືອນຕຸລາໜ້າທັງນີ້ເພາະທ່ານໄດ້
ປະກາດລາອອກດ້ວຍເຫດຜົນສ່ວນຕົວ

 

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU