ຄົ້ນຫາຂໍ້ມູນ

/ languages

Choisir langue
 

ແຜນປະຕິຮູບ ລະບົບບຳນານ ຝຣັ່ງເສດ ການທົດສອບ ຄັ້ງໃຫຍ່ຂອງ ຊາຣ໌ໂກຊີ

ບົດວິເຄາະ du 11/9/2007

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 11/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 11/09/2007 12:26 TU

ກັມມະບານກ່າວຫາຣັຖບານວ່າມີແຜນປະຕິ
ຮູບລະບົບເບັ້ຽບຳນານໂດຍບໍ່ມີການປຶກສາ
ຫາລື ແຕ່ຣັຖບານວ່າຈະປຶກສາຢ່າງກວ້າງ
ຂວາງກ່ອນການປະຕິຮູບໃດໆ
(ພາບ: Fotolia)

ກັມມະບານກ່າວຫາຣັຖບານວ່າມີແຜນປະຕິ ຮູບລະບົບເບັ້ຽບຳນານໂດຍບໍ່ມີການປຶກສາ ຫາລື ແຕ່ຣັຖບານວ່າຈະປຶກສາຢ່າງກວ້າງ ຂວາງກ່ອນການປະຕິຮູບໃດໆ (ພາບ: Fotolia)

ແຜນປະຕິຮູບ "ລະບົບເບັ້ຽບຳນານພິ ເສດ" ເປັນສາເຫດແຫ່ງການຂັດແຍ່ງ ແລະຖົກຖຽງລະຫວ່າງຣັຖບານຝ່າຍໜຶ່ງ ແລະ ບັນດາອົງການຈັດຕັ້ງກັມມະບານ ແລະຝ່າຍຄ້ານອີກຝ່າຍໜຶ່ງ ຂໍ້ຂັດແຍ່ງ ກໍມີຢູ່ວ່າຝ່າຍຣັຖບານຕ້ອງການປະຕິຮູບ "ຣະບົບບຳນານແບບພິເສດ" ໃຫ້ຄືກັນ ຫລືໃກ້ຄຽງກັບລະບົບທັມມະດາ ທັງນີ້ ເພື່ອຊ່ວຍຊູລະບົບບຳນານໃຫ້ຄົງຢູ່ ບໍ່ເຊັ່ນ ນັ້ນກໍຈະລົ້ມລະລາຍໃນຣະຍະ 30 – 50 ປີຂ້າງໜ້າ
ລະບົບບຳນານພິເສດເປັນແນວໃດ?

"ລະບົບບຳນານພິເສດ" ກໍຄື ຜູ້ເຮັດການກິນເງິນເດືອນສາມາດອອກກິນເບັ້ຽບຳນານ
ໄດ້ໄວກວ່າລະບົບທັມມະດາ ກ່າວຄື ອາຍຸ 55 ປີກໍໄປກິນເບັ້ຽບຳນານໄດ້ແລ້ວ ຖ້າໄດ້
ເຮັດວຽມາແລ້ວເປັນເວລາ 37 ປີເຄີ່ງ
ຫລືບາງກໍຣະນີອາຍຸ 50 ປີກໍມີຖ້າຫາກເປັນ
ອາຊີບທີ່ຖືວ່າ "ລຳບາກ" ເຊັ່ນພະນັກງານຂັບຣົດໄຟໃຕ້ດິນເປັນF ຊາວປະມົງ ຫລື
ຄົນງານບໍ່ແຮ່ຫລືຄົນງານຂຸດເໝືອງຖ່ານຫິນເປັນຕົ້ນ

ໃນຂນະທີ່ລະບົບບຳນານທັມມະດານັ້ນ ຕ້ອງອາຍຸ 60 ປີ ແລະຕ້ອງເຮັດວຽກມາແລ້ວ
ເປັນເວລາ 40 ປີ.....ນັບຕັ້ງແຕ່ປີ 2008 ເປັນຕົ້ນໄປໃຫ້ເພີ້ມເປັນ 41 ປີ ແລະ
ຕັ້ງແຕ່ປີ 2012 ເປັນຕົ້ນໄປເພີ້ມເປັນ 42 ປີ.....
ແຕ່ໃນກໍຣະນີທີ່ປີການບໍ່ພໍພຽງ
ເພາະເລີ້ມຕົ້ນການປະກອບອາຊີບຊ້າ ກໍສາມາດຕໍ່ການເຮັດວຽກອອກໄປໄດ້ຈົນ
ເຖິງອາຍຸ 65 ປີ

ປັດຈຸບັນນີ້ ມີບັນດາພະນັກງານຜູ້ກ່ຽວຂ້ອງກັບ "ລະບົບບຳນານພິເສດ" ນີ້ 1 ລ້ານ
6 ແສນຄົນ ໃນນັ້ນ 5 ແສນຄົນຍັງເຮັດວຽກຢູ່ ສ່ວນອີກ 1 ລ້ານ 1 ແສນຄົນ ອອກກິນ
ເບັ້ຽບຳນານແລ້ວ ໝາຍຄວາມວ່າຄົນ 5 ແສນຄົນຜູ້ເຮັດວຽກ ຈ່າຍເງິນເຂົ້າກອງ
ເງິນທຶນເບັ້ຽບຳນານລ້ຽງຄົນທີ່ອອກກິນເບັ້ຽບຳນານແລ້ວ 1 ລ້ານ 1 ແສນຄົນ

ທັງໝົດນີ້ແມ່ນເປັນພະນັກງານຂອງຣັຖວິສາຫະກິດເປັນສ່ວນໃຫຍ່ເຊັ່ນ ບໍຣິສັດຣົດໄຟ
ແຫ່ງຊາດ (SNCF), ບໍຣິສັດຂົນສົ່ງມວນຊົນຣົດເມປະຈຳທາງ (RATP), ບໍຣິສັດໄຟ
ຟ້າແລະກ໊າສ (EDF-GDF), ແລະນອກຈາກນີ້ອີກກໍຍັງມີເອກຊົນເຊັ່ນ ອາຊີບປະມົງ,
ອາຊີບຂຸດບໍ່ແຮ່ ຫລືເຫມືອງແຮ່ ທີ່ຖືວ່າເປັນອາຊີບລຳບາກ

ແຕ່ອາຊີບທີ່ບໍ່ລຳບາກກໍມີເຊັ່ນດຽວກັນຄື ນັກກົດໝາຍກ່ຽວກັບອະສັງຫາຣິມະຊັບ ທີ່
ພາສາຝຣັ່ງເສດເພີ່ນເອີ້ນວ່າ "Clercs de notaire" ຕລອດຈົນຮອດອາຊີບການ
ສແດງຕ່າງໆເຊັ່ນ Opéra de Paris ແລະນັກສແດງອື່ນໆ ທີ່ອາຊີບບໍ່ແນ່ນອນ

ປັນຫາເກີດຂື້ນແນວໃດ?
ປັນຫາທີ່ເກີດຂື້ນກໍມີຢູ່ວ່າ ລະບົບບຳນານທັງໝົດຂອງປະເທດຝຣັ່ງເສດນີ້ ທັງລະບົບ
ພິເສດແລະລະບົບທັມມະດາ ໄດ້ຖືກຳເນີດມາໄດ້ໄດ້ຊ້ານານແລ້ວ ໃນສມັຍຕົ້ນໆກໍ
ດຳເນີນໄປດ້ວຍດີ

ແຕ່ຕົກມາເຖິງສມັຍນີ້ ອະນາໄມຂອງພົລເມືອງດີຂື້ນ ເປັນປັດຈັຍໃຫ້ອາຍຸຍືນຍາວ
ກວ່າເກົ່າ ຈຶ່ງເຮັດໃຫ້ຜູ້ອອກກິນເບັ້ຽບຳນານເພີ້ມຈຳນວນຕາມໄປນຳ ໃນຂນະທີ່ຄົນ
ຮຸ່ນໃໝ່ທີ່ອອກສູ່ຕລາດແຮງງານ ທີ່ເປັນຜູ້ຈ່າຍເງິນເຂົ້າລະ ບົບນັ້ນ ຍັງຄົງເທົ່າ
ເດີມ ທັງນີ້ອັນເນື່ອງມາຈາກພົລເມືອງບໍ່ເພີ້ມ ອັນໝາຍເຖິງວ່າລາຍຮັບຂອງກອງ
ເງິນທຶນເບັ້ຽບຳນານເທົ່າເດິມ ໃນຂນະທີ່ລາຍຈ່າຍເພີ້ມຂື້ນເລື້ອຍໆຕາມຈຳນວນ
ການເພີ້ມຂອງຜູ້ອອກກິນເບັ້ຽບຳນານ

ໃນເມື່ອສຖານະການເປັນແນວນີ້ ຣັຖບານຈຶ່ງຫລິງເຫັນຄວາມຈຳເປັນຕ້ອງທຳ
ການປະຕິຮູບເພື່ອໃຫ້ລະບົບຄົງຢູ່ ຖ້າບໍ່ເຊັ່ນນັ້ນລະບົບກໍຈະລົ້ມລະລາຍໃນອີກ 30 ປີ
ເຖິງ
50 ປີຂ້າງໜ້າ ບັນດາລູກຫລານຂອງພວກເຮົາຈະບໍ່ມີເງີນເບັ້ຽບຳນານກິນ
ອີກຕໍ່ໄປ

ປັດຈຸບັນນີ້ກອງເງິນທຶນເບັ້ຽບຳນານຂາດດຸນເປັນຈຳນວນມາກ ເຖິງແມ່ນວ່າຣັຖ

ບານດຶງເອົາເງີນຈາກທາງອື່ນມາຖົມກໍຍັງສູ້ບໍ່ໄຫວ ແລະກໍໄດ້ຮັບການຕິຕຽນຈາກ
ຄນະມົນຕຣີຄວບຄຸມການໃຊ້ຈ່າຍຂອງຣັດ La Cour des Comptes ມາແລ້ວ

ຣັຖບານສເນີແຜນປະຕິຮູບແນວໃດ?
ຖ້າເວົ້າໃຫ້ຖືກຈຸດບາດດຽວໂລດກໍຈະໄດ້ຄວາມວ່າ ຣັຖບານຢາກໃຫ້ລະບົບບຳນານ
ເປັນອັນໜຶ່ງອັນດຽວກັນ ກ່າວຄືຢາກໃຫ້ຣະບົບພິເສດກາຍມາເປັນລະບົບທັມມະດາ
ໝາຍຄວາມວ່າທຸກຄົນທີ່ເຮັດການກິນເງິນເດືອນ ຕ້ອງມີປີການເທົ່າກັນຫລືໃກ້ຄຽງກັນ
ຈຶ່ງໃຫ້ອອກກິນເບັ້ຽບຳນານໄດ້ ຄືໃຫ້ເຮັດການຍາວນານກວ່າເກົ່າ ຈ່າຍເງິນເຂົ້າຫລາຍ
ກວ່າເກົ່າ ເມື່ອອອກກິນເບັ້ຽບຳນານອາດໄດ້ເງິນນ້ອຍກວ່າເກົ່າ

ເມື່ອປີ 1995 ຣັຖບານທີ່ມີທ່ານ Alain Juppé ເປັນນາຍົກ ຣມຕ ໄດ້ປະສົບກັບຄວາມ
ລົ້ມແຫລວມາແລ້ວໃນການພຍາຍາມປະຕິຮູບລະບົບເບັ້ຽບຳນານນີ້ ທັງນີ້ເພາະໄດ້ຮັບ
ການຕໍ່ຕ້ານໜັກດ້ວຍການນັດຢຸດງານຢ່າງລຽນຕິດເປັນເວລາຫລາຍສັປດາ

ຄັ້ງນັ້ນເປັນການພຍາຍາມປະຕິຮູບລະບົບບຳນານລະຫວ່າງຣັຖກອນຫລືຂ້າຣາຊການ
ດ້ານໜຶ່ງ ແລະພະ ນັກງານເອກຊົນອີກດ້ານໜຶ່ງ ໃຫ້ເທົ່າທຽມກັນ ແທນທີ່ຈະແມ່ນຂ້າ
ຣາຊການອອກກິນບຳນານໄວກວ່າພະນັກງານຂອງບໍຣິສັດເອກຊົນ

ຕໍ່ມາເມື່ອປີ 2003 ຣັຖບານຈຶ່ງສາມາດຜ່ານການປະຕິຮູບນີ້ໄດ້ ກ່າວຄືທັງຂ້າຣາຊ
ການແລະພະນັກງານເອກຊົນຕ້ອງເຮັດວຽກແລະຈ່າຍເງິນເຂົ້າເປັນເວລາ 40 ປີ
ແທນທີ່ຈະແມ່ນ 37 ປີເຄີ່ງຄືແຕ່ກ່ອນ (ສຳລັບຂ້າຣາຊການ) ນັບຕັ້ງແຕ່ປີ 2008
ເປັນຕົ້ນໄປໃຫ້ເພີ້ມເປັນ 41 ປີ ແລະຕັ້ງແຕ່ປີ 2012 ເປັນຕົ້ນໄປເພີ້ມເປັນ 42
ປີ.....

ຢ່າງໃດກໍຕາມ ການປະຕິຮູບເມື່ອປີ 2003 ນັ້ນ ບໍ່ໄດ້ແຕະຕ້ອງເຖິງ "ລະບົບບຳນານ
ພິເສດ" ແຕ່ຢ່າງໃດ ຈົນເຖິງເວລານີ້ຣັຖບານຈຶ່ງໄດ້ຢິບຍົກຂື້ນມາ ແລະກໍປະຕິເສດ
ວ່າບໍ່ມີແຜນເຮັດອອກມາໂດຍລຳພັງຝ່າຍດຽວ ແຕ່ຈະປຶກສາຫາລືກັບການຈັດຕັ້ງ
ກັມມະບານຢ່າງກວ້າງຂວາງເສັຽກ່ອນ

ໃນວັນທີ່ 19 ແລະ 20 ເດືອນນີ້ ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ຈະອອກ
ມາກ່າວເຜີຍຄັກແນ່ວ່າ ເພີ່ນມີແຜນປະຕິຮູບແນວໃດ ໃນນັ້ນຮວມທັງແຜນບໍ່ທົດ
ແທນຂ້າຣາຊການ 22 700 ຄົນ ທີ່ຈະອອກກິນເບັ້ຽບຳນານໃນປີ 2008 ນຳດ້ວຍ

ທັງໝົດນີ້ຈະຖືໄດ້ວ່າເປັນການທົດສອບກຳລັງຄັ້ງໃຫຍ່ທີ່ສຸດລະຫວ່າງບັນດາອົງການ
ຈັດຕັ້ງກັມມະບານແລະທ່ານປະທານາທິບໍດີ ນັບຕັ້ງແຕ່ເພີ່ນເຂົ້າຮັບຕຳແໜ່ງເມື່ອ
ເກືອບ 4 ເດືອນຜ່ານມາ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU