ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ: ວິກິດອະສັງຫາຣິມະຊັບ ອະເມຣິກັນ ກະທົບເຖິງ Northern Rock ໄດ້ແນວໃດ?

ມີຜົນກະທົບຕິດຕໍ່ໜໍ່ເນື່ອງເປັນທິສດີໂດມີໂນໄປທົ່ວໂລກໄດ້ແນວໃດ?

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/09/2007 17:54 TU

ວິກິຕການອະສັງຫາຣິມະຊັບໃນສຫະຣັດອະເມຣິກາ ແຜງຣິດອີກເທື່ອໜຶ່ງ ບັນດາລູກຄ້າຂອງທະນາ
ຄານອັງກິດ Northern Rockພາກັນເຮໂລໄປຖອນເງິນຝາກຂອງຕົນຢ່າງເປັນພັລວັນ ການທຸ້ມເຂົ້າ
ຊ່ວຍເຫລືອຂອງທະນາຄານກາງອັງກິດບໍ່ໄດ້ຊ່ວຍສ້າງຄວາມໄວ້ໃຈແຕ່ປະການໃດເລີຍ
(ພາບ:Reuters)

ວິກິຕການອະສັງຫາຣິມະຊັບໃນສຫະຣັດອະເມຣິກາ ແຜງຣິດອີກເທື່ອໜຶ່ງ ບັນດາລູກຄ້າຂອງທະນາ ຄານອັງກິດ Northern Rockພາກັນເຮໂລໄປຖອນເງິນຝາກຂອງຕົນຢ່າງເປັນພັລວັນ ການທຸ້ມເຂົ້າ ຊ່ວຍເຫລືອຂອງທະນາຄານກາງອັງກິດບໍ່ໄດ້ຊ່ວຍສ້າງຄວາມໄວ້ໃຈແຕ່ປະການໃດເລີຍ (ພາບ:Reuters)

ແນ່ນອນ ການທີ່ທະນາຄານ Northern Rock ຂອງປະເທດອັງກິດໄດ້ພົບ ກັບປັນຫາການຂາດເງິນໝຸນວຽນໃນຄັ້ງນີ້ເປັນຜົນສືບເນື່ອງມາຈາກການເກີດ ວິກິຕການຂອງຕລາດອະສັງຫາຣິມະຊັບໃນສຫະຣັດອະເມຣິກາ ບໍ່ທາງກົງກໍ ແມ່ນທາງອ້ອມ

ເພື່ອຕອບສນອງຕໍ່ທ່ານຜູ້ທີ່ຕ້ອງການເຂົ້າໃຈຢ່າງແຈ່ມແຈ້ງວ່າວິກິຕການທີ່ເກີດ ຂື້ນໄດ້ຕິດຕໍ່ໜໍ່ເນືອງໄປທົ່ວໂລກໄດ້ແນວໃດ ພວກເຮົາຈຶ່ງຂໍນຳສເນີເປັນບົດ ຄວາມອະທິບາຍທີ່ຂ້ອນຂ້າງຍືດຍາວເປັນແຕ່ລະຫົວຂໍ້ດັ່ງຕໍ່ລົງໄປນີ້:

ວິກິຕການຕລາດຮຸ້ນໂລກ
ສີ່ຄຳຖາມ ແລະ ສີ່ຄຳຕອບ ທີ່ຄວນຮູ້ ມີຄື:
1. ວິກິຕການທີ່ເກີດຂຶ້ນເມື່ອຣະດູຮ້ອນຜ່ານມາ ເອີ້ນໄດ້ວ່າເຖິງຂັ້ນ "Krach" ຫລືຍັງ?
2. ເກີດປາກົດການໂດມີໂນໄດ້ແນວໃດ?
3. ຣັຖບານແລະເຈົ້າໜ້າທີ່ການເງີນແກ້ໄຂໄດ້ແນວໃດ? ແລະ
4. ວິກິຕການມີຜົນກະທົບຕໍ່ເສຖກິດໂລກແນວໃດ?

"Krach" ໝາຍຄວາມວ່າແນວໃດ?
ຄຳວ່າ "Krach" (ອ່ານວ່າ "ກຣັ໊ກ") ໝາຍເຖິງການພັງທະລາຍຂັ້ນຮຸນແຮງໃນເວລາທີ່
ວ່ອງໄວຂອງຣາຄາຮຸ້ນ ທີ່ສແດງອອກໂດຍຕົວເລກທີ່ເອີ້ນກັນວ່າ "ດັສນີ" (Indice) ບາງ
ຄັ້ງເວົ້າກັນເປັນ "ເປີເຊັນ" ແຕ່ບາງຄັ້ງກໍເວົ້າກັນເປັນ "ແຕ້ມ" ຫລືທັງ "ເປີເຊັນ" ແລະ
"ແຕ້ມ" ຄວບຄູ່ກັນໄປ ໃນກໍຣະນີການຂາດທຶນຂນາດໜັກເຖິງຂັ້ນລົ້ມລະລາຍຂອງບໍຣິສັດ
ໂດຍສເພາະຂອງທະນາຄານ ເພີ່ນກໍໃຊ້ຄຳວ່າ "Krach" ນີ້ເຊັ່ນດຽວກັນເພື່ອເອີ້ນປາ
ກົດການທີ່ເກີດຂື້ນ

ມື້ໃດມີການຊື້ຂາຍຫລາຍແລະຣາຄາດີ ຕົວເລກດັສນີກໍຈະສູງຂື້ນ (+), ແຕ່ຖ້າມື້ໃດການ
ຊື້ຂາຍມີນ້ອຍຣາຄາຕົກຕ່ຳຕົວເລກດັສນີກໍຈະລົດລົງຕາມໄປນຳ (-)

ຢ່າງໃດກໍຕາມ ຈຳນວນການຊື້ການຂາຍມີຫລາຍບໍ່ໄດ້ໝາຍຄວາມວ່າຕົວເລກດັສນີຈະ
ສູງຂື້ນຫລືເປັນບວກສເມີໄປ ຖ້າຣາຄາຕົກຕ່ຳ ຕົວເລກດັສນີການຊື້ຂາຍ ເມື່ອຕອນປິດຕ
ລາດ ກໍອາດຕົກຕ່ຳຫລືເປັນ (-) ໄດ້

ເພາະສນັ້ນຈຶ່ງຄວນໃຈ້ແຍກຄວາມແຕກຕ່າງໃຫ້ດີລະຫວ່າງ "ຈຳນວນການຊື້ຂາຍ"
ແລະ "ຈຳນວນເງິນຂອງການຊື້ຂາຍ" (Nombre de transactions) et
(Montant de transactions)...

ຕົວຢ່າງ: ມື້ນີ້ມີບັນດານັກລົງທຶນຊື້ຂາຍຮຸ້ນກັນຈຳນວນ 5000 ລາຍ ເປັນຈຳນວນເງິນ
10 ພັນລ້ານເອີໂຣ ເມື່ອທຽບກັບມື້ວານທີ່ມີຈຳນວນການຊື້ ຂາຍຮຸ້ນເທົ່າກັນ ແຕ່ຈຳນວນ
ເງິນການຊື້ຂາຍນ້ອຍກວ່າເພາະຣາຄາຮຸ້ນຕ່ຳກວ່າ ດັ່ງນັ້ນຕົວເລກດັສນີມື້ນີ້ກໍຈະລົດຕ່ຳ
ລົງ

ສລຸບກໍຄື ຈຳນວນເງິນການຊື້ຂາຍໃນແຕ່ລະວັນນັ້ນເອງເປັນຕົວກຳໜົດການຂື້ນຫລືການ
ລົງຂອງດັສນີຕລາດຮຸ້ນໂດຍການປຽບທຽບກັບການຊື້ຂາຍວັນກ່ອນ

1. ຄຳຕອບຕໍ່ຄຳຖາມ "ເຖິງຂັ້ນ Krach ຫລືຍັງ?"
ຕາມຄວາມເຫັນຂອງບັນດາຊ່ຽວຊານວົງການຕລາດຮຸ້ນນັ້ນ ການປັ່ນປ່ວນຂອງຕລາດ
ຮຸ້ນເມື່ອຣະດູຮ້ອນຜ່ານມາທີ່ກະທົບເຖິງທະນາຄານ Northern Rock ຂອງອັງກິດ
ນັ້ນ
ຍັງບໍ່ເຖິງຂັ້ນທີ່ເອີ້ນໄດ້ວ່າ "Krach" ແຕ່ເປັນພຽງ "ການປັບຕົວຂັ້ນຮຸງແຮງ"
ເທົ່ານັ້ນ (Correction brutale)

ການທີ່ຈະເອີ້ນໄດ້ວ່າແມ່ນ "Krach"  ການຕົກຕ່ຳຂອງ "ດັສນີ" ຈະຕ້ອງຫລາຍກວ່າ
10% ຂື້ນໄປ ດັ່ງທີ່ເຄີຍເກີດມາແລ້ວເມື່ອ "ພະຫັດທະມິນ 28 ຕຸລາ 1929" ໂດຍ
ດັສນີ Dow Jones ຂອງຕລາດຮຸ້ນ Wall Street ຂອງກຸງນິວຢ໊ອຣ໌ກໄດ້ຕົກຕ່ຳ
ລົງເຖິງ 12.82% ແລະ ເມື່ອວັນທີ່ 19 ຕຸລາ 1987 ດັສນີດຽວກັນນີ້ໄດ້ຕົກຕ່ຳລົງເຖິງ
22.61%

2. ຄຳຕອບຕໍ່ຄຳຖາມ  "ເກີດການຕິດຕໍ່ແຜ່ລາມແບບໂດມີໂນໄດ້ແນວໃດ?"
ວິກິຕການຕລາດຮຸ້ນໃນປັດຈຸບັນມີຈຸດເລີ້ມຕົ້ນມາຈາກສຫະຣັດອະເມຣິກາ ອັນເກີດຈາກ
ຄວາມ ຫຍຸ້ງຍາກຂອງສຖາບັນການເງິນຊ່ຽວຊານດ້ານອະສັງຫາຣິມະຊັບທີ່ເອີ້ນກັນວ່າ
"Subprime mortgage" ທີ່ປ່ອຍເງິນກູ້ຢືມຈຳນວນມຫາສານແບບບໍ່ມີການວາງ
ເງື່ອນໄຂທີ່ຫຍຸ້ງຍາກໃຫ້ແກ່ ຊາວອະເມຣິກັນຜູ້ມີລາຍໄດ້ຕ່ຳ ໃຫ້ນຳໄປຊື້ທີ່ພັກອາໃສ
ເຊັ່ນດອກເບັ້ຽຕ່ຳໃນຂັ້ນເລີ້ມຕົ້ນ ແຕ່ຫາກສູງຂື້ນເລື້ອຍໆເທື່ອລະເລັກລະນ້ອຍໃນແຕ່ລະ
ປີທີ່ຜ່ານໄປ

ໃນຂັ້ນເລີ້ມຕົ້ນທຸກຢ່າງກໍໄປດີເພາະການຂາຍທີ່ດິນແລະບ້ານເຮືອນໄດ້ຣາຄາດີ ແຕ່ໃນ
ທີ່ສຸດ ເມື່ອອັຕຣາດອກເບັ້ຽສູງຂື້ນຊາວອະເມຣິກັນຜູ້ກູ້ຢືມກໍບໍ່ສາມາດຜ່ອນສົ່ງໄດ້ ໃນ
ຂນະທີ່ຜູ້ຕ້ອງການກູ້ຢືມໃໝ່ກໍບໍ່ມີເງື່ອນໄຂພຽງພໍອັນເນື່ອງມາຈາກອັຕຣາດອກເບັ້ຍ
ສູງຂຶ້ນ

ທັງໝົດນີ້ເຮັດໃຫ້ ຣາຄາບ້ານເຮືອນແລະທີ່ດິນຕົກຕ່ຳລົງ ໃນຂນະທີ່ບັນດາບໍຣິສັດ
"Subprime mortgage" ທັງຫລາຍຊ້ຳພັດຕ້ອງຈ່າຍໃຫ້ບັນດາຜູ້ມາຮ່ວມລົງ
ທຶນນຳດ້ວຍອັຕຣາທີ່ສູງຂື້ນຕາມອັຕຣາດອກ ເບັ້ຽ ເປັນສາເຫດເຮັດໃຫ້
"Subprime mortgage" ທັງຫລາຍເປັນໜີ້ເປັນສິນພອກພູນຂື້ນເລື້ອຍໆ

ຕົວເລກ "ການຍຶດເຮືອນແລະທີ່ດິນ" ໃນຣະຍະໜຶ່ງປີທີ່ຜ່ານມາເພີ້ມຂື້ນເປັນສອງ
ເທົ່າຕົວ ເວົ້າສເພາະ 6 ເດືອນທີຜ່ານມານີ້ອັຕຣາ "ການຍຶດ" ມີເຖິງ 1 ໃນ 136
ຄົວເຮືອນໃນທົ່ວສຫະຣັດອະເມຣິກາ ບັນດາຊ່ຽວຊານຄາດຄະເນວ່າຈາກນີ້ເຖິງທ້າຍ
ປີ 2007 ຕົວເລກ "ການຍຶດ" ຈະສູງຂື້ນເຖິງ 2 ລ້ານລາຍ

ໃນຂນະທີ່ສຖາບັນການເງິນ "Subprime mortgage" ນັ້ນກໍປິດປະຕູໄປແລ້ວ
ເຖິງ 80 ບໍຣິສັດ ເວົ້າສເພາະເດືອນສິງຫາຜ່ານມາພຽງເດືອນດຽວບັນດາພນັກ
ງານຂອງສຖາບັນການເງິນດັ່ງກ່າວກໍໄດ້ຖືກປົກອອກຈາກວຽກງານເຖິງ 20 000
ຄົນ

ຢ່າງໃດກໍຕາມ ການເປັນໜີ້ເປັນສິນແລະສຖານະການອັນຫຍຸ້ງຍາກທີ່ກ່າວມາ ກວ່າ
ຈະຖືກເຜີຍອອກໃຫ້ຮູ້ກັນຢ່າງໃນປັດຈຸບັນນີ້ ແມ່ນໄດ້ຖືກເຊື່ອງຊ້ອນເອົາໄວ້ເປັນເວລາ
ນານ ການປິດລັບດັ່ງກ່າວເອື້ອອຳນວຍໃຫ້ສາມາດດຶງການລົງທຶນໄດ້ອີກຕໍ່ໄປໃນ
ຕລາດຮຸ້ນ ໝາຍຄວາມວ່າຍັງມີບັນດານັກລົງທຶນຈາກທົ່ວໂລກພາກັນໂຫມຊື້ຮຸ້ນຂອງ
"Subprime mortgage" ນີ້ຢູ່

ນັກລົງທຶນຈາກຍີ່ປຸ່ນ ແລະ ສປ ຈີນ ຊື້ຫລາຍທີ່ສຸດ ແຕ່ເຖິງປານນັ້ນບັນດາ
"Subprime mortgage" ທັງຫລາຍກໍຍັງບໍ່ສາມາດກູ້ສຖານະການການລົ້ມລະ
ລາຍໃຫ້ຄືນດີມາໄດ້ ຈົນກະທັ້ງຄວາມຈິງໄດ້ຖືກເຜີຍອອກເມື່ອທ້າຍປີ 2006 ຈຶ່ງມີ
ການເລີ້ມເກີດຄວາມບໍ່ໄວ້ວາງໃຈຂອງບັນດານັກລົງທຶນຈາກທົ່ວໂລກທີ່ພາກັນເລີ້ມ
ເທຂາຍຮຸ້ນຂອງຕົນອອກໃນຣາຄາຖືກໆ ອັນເປັນສາເຫດເຮັດໃຫ້ດັສນີຕລາດຮຸ້ນ
ຕ່າງໆໃນໂລກຕົກຕ່ຳລົງຢ່າງຮວບຮາບແລະຢ່າງຕິດຕໍ່ໜໍ່ເນືອງ

2.1 ລາມສູ່ວົງການທະນາຄານໄດ້ແນວໃດ?
ວິກິຕການອະສັງຫາຣິມະຊັບໃນສຫະຣັດອະເມຣິກາບໍ່ໄດ້ເປັນທິສດີໂດມີໂນແຜ່ລາມໄປ
ເຖິງສເພາະແຕ່ຕລາດຮຸ້ນເທົ່ານັ້ນ ແຕ່ຍັງແຜ່ລາມໄປເຖິງລະບົບທະນາຄານນຳ
ດ້ວຍ

ຕົວຢ່າງ: ທະນາຄານການຄ້າທີ່ໃຫຍ່ທີ່ສຸດຂອງຝຣັ່ງເສດ ຄື BNP-PARIBAS
ໄດ້ປະກາດ ງົດບັນຊີ "SICAV" ເຖິງສາມບັນຊີເມື່ອວັນທີ 9 ສິງຫາຜ່ານມາ ງົດ
ເປັນເວລາເຖິງສາມອາທິດກ່ອນທີ່ຈະເປີດຄືນໃໝ່

ບັນຊີ "SICAV" ກໍຄືບັນຊີທີ່ເປີດໃຫ້ບັນດາລູກຄ້າຂອງທະນາຄານເຂົ້າຊື້ຮຸ້ນໄດ້ເພື່ອ
ນຳໄປລົງ ທຶນໃນຫລາຍປະເທດ ໃນນັ້ນລົງທຶນໃນ "Subprime mortgage" ໃນ
ອະເມຣິກາຫລາຍທີ່ສຸດ

ການປະກາດງົດບັນຊີ "SICAV" ຂອງ BNP-PARIBAS ເປັນສາເຫດເຮັດໃຫ້
ເກີດການແຕກຕື່ນໃນວົງການທະນາຄານ ໝາຍຄວາມວ່າທະນາຄານ "ກ" ກໍບໍ່ໄວ້
ໃຈທະນາຄານ "ຂ" ບໍ່ຢາກປອ່ຍເງິນກູ້ໃຫ້ທະນາຄານ "ຂ" ອັນເນືອງມາຈາກບໍ່ແນ່
ໃຈວ່າທະນາຄານ "ຂ" ໄດ້ນຳເງິນໄປລົງທຶນໃນ "Subprime mortgage" ທີ່
ອະເມຣິກາຫລາຍເທົ່າໃດ ແລະເປັນໜີ້ເປັນສິນຫລາຍເທົ່າໃດ

ຖ້າໃຫ້ທະນາຄານ "ຂ" ກູ້ຢືມເງີນໄປ ກໍເກີດຄວາມຫວັ່ນເກງວ່າຈະໃຊ້ຄືນບໍ່ໄດ້ ເວັ້ນ
ເສັຽແຕ່ວ່າຈະໃຫ້ກູ້ໃນອັຕຣາດອກເບັ້ຽສູງຕາມອັຕຣາຄວາມສ່ຽງ ອັນເປັນສາເຫດ
ເຮັດໃຫ້ອັຕຣາດອກ ເບັ້ຽພຸ່ງສູງຂື້ນໄປຕາມໆກັນ

ຈຶງສລຸບຄວາມວ່າດ້ວຍປະການເຊັ່ນນີ້ເອງທີ່ວິກິຕການອະສັງຫາຣິມະຊັບໃນສຫະຣັດ
ອະເມຣິ ກາໄດ້ແຜ່ລາມເຮັດໃຫ້ເກີດວິກິຕການທາງດ້ານທະນາຄານຕາມໄປນຳ

2.2 ແຜ່ລາມສູ່ຕລາດການແລກປ່ຽນເງິນຕຣາໄດ້ແນວໃດ?
ເມື່ອແຜ່ລາມສູ່ວົງການທະນາຄານແລ້ວ ກໍຍັງບໍ່ແລ້ວເທົ່ານັ້ນ ວິກິຕການອະສັງຫາ
ຣິມະຊັບອະເມຣິກັນຍັງເປັນເຊື້ອໂຣກຕິດຕໍ່ແຜ່ລາມໄປເຖິງວົງການຕລາດການແລກ
ປ່ຽນນຳດ້ວຍ

ຕົວຢ່າງ: ອັຕຣາດອກເບັ້ຽຕ່ຳໃນປະເທດຍີ່ປຸ່ນຊັກດຶງໃຫ້ບັນດານັກລົງທຶນກູ້ຢືມເປັນ
ຈຳນວນມາກ ແຕ່ເນື່ອງມາຈາກອັຕຣາດອກເບັ້ຽສູງໃນເອີຣົບແລະອະເມຣິກາ ບັນດາ
ນັກລົງທຶນຍີ່ປຸ່ນຈຶ່ງນຳເງິນທີ່ກູ້ຢືມໃນປະເທດຂອງຕົນນັ້ນໄປລົງທຶນໃນເອີຣົບສ່ວນໜຶ່ງ
ເພາະໄດ້ດອກເບັ້ຽງາມ ແລະອີກສ່ວນໜຶ່ງໃນອະເມຣິກາ ມີເປັນຈຳນວນມາກລົງທຶນ
ໃນ "Subprime mortgage"

ເມື່ອເກີດວິກິຕການ "ໃຜກໍບໍ່ໄວ້ວາງໃຈໃຜ" ເຊັ່ນນີ້ ເພາະບໍ່ຮູ້ວ່າບໍຣິສັດຫລືສຖາ
ບັນການເງິນທີ່ຕົນໄປລົງທຶນນຳນັ້ນ ນຳເງິນໄປລົງທຶນນຳ "Subprime mortga
ge"
ຈຳນວນເທົ່າໃດ ບັນ ດານັກລົງທຶນຍີ່ປຸ່ນຈຶ່ງຖອນເງິນທຶນຂອງຕົນກັບຄືນປະ
ເທດ

ການຈະນຳກັບຄືນເຂົ້າບັນຊີທະນາຄານໃນຍີ່ປຸ່ນໄດ້ ກໍຈະຕ້ອງໂອນເປັນເງິນສກຸນແຫ່ງ
ຊາດຂອງຍີ່ປຸ່ນເສັຽກ່ອນ ຊຶ່ງກໍຄືເງິນ "ເຢັນ" ອັນເປັນການເຮັດໃຫ້ຄວາມຕ້ອງການ
ເງິນເຢັນສູງຂື້ນ ເມື່ອມີຄວາມຕ້ອງການສູງ ຄ່າຂອງເງິນກໍດີດຕົວສູງຂື້ນຕາມໄປນຳ
ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສົ່ງອອກຂອງຍີ່ປຸ່ນ

ສລຸບກໍຄື ດ້ວຍປະການເຊັ່ນນີ້ເອງທີ່ວິກິຕການອະສັງຫາຣິມະຊັບໃນສຫະຣັດອະເມຣິກາ
ແກ່ດຶງ ໃຫ້ເກີດການປັ່ນປ່ວນໃນວົງການຕລາດການແລກປ່ຽນເງິນຕຣາ

3. ຈະມີຜົນກະທົບຕໍ່ເສຖກິດໂລກແນວໃດ?
ຕໍ່ຄຳຖາມຂ້າງເທິງນີ້ ຫລາຍໆຊ່ຽວຊານຮູ້ພຽງວ່າຈະກະທົບຕໍ່ເສຖກິດໂລກຢ່າງ
ຫລີກລ້ຽງບໍ່ໄດ້ ໂດຍສເພາະກະທົບຕໍ່ການບໍຣິໂພກອັນເນື່ອງມາຈາກລາຍໄດ້ລົດ
ນ້ອຍລົງ ແຕ່ການກະທົບນັ້ນ ຈະມີນ້ອຍຫລາຍຊ່ຳໃດ ຍັງເປັນການຍາກຢູ່ສຳລັບບັນດ
າຊ່ຽວຊານທີ່ຈະຄາດຄະເນໄດ້ຢ່າງຖືກຕ້ອງຄັກແນ່

ນອກຈາກຈະກະທົບຕໍ່ການບໍຣິໂພກແລ້ວ ຊ່ຽວຊານຍັງຄາດຄະເນວ່າຍັງຈະກະທົບ
ຕໍ່ທຸຣະກິດອະສັງຫາຣິມະຊັບໃນໂລກອີກດ້ວຍ ທັງນີ້ອັນເນື່ອງມາຈາກບັນດາທະນາ
ຄານແລະສຖາບັນການເງິນຕ່າງໆຈະມີມາຕຣາການຮັດກຸມຕື່ມຂື້ນໃນການປ່ອຍ
ເງິນກູ້ ໃນຂນະທີ່ບັນດານັກລົງທຶນກໍຣະມັດຣະວັງຫລາຍຂື້ນເຊັ່ນດຽວກັນ ອັນຈະເປັນ
ຜົນກະທົບໄປສູ່ການດຳເນີນກິຈການຂອງບັນດາບໍຣິສັດຕ່າງໆ

ຣມຕ ການເງິນອະເມຣິກັນ ທ່ານເຮັນຣີ ພອລຊັນ (Henry Paulson) ກໍໄດ້
ກ່າວຮັບຮູ້ຜ່ານລາຍວັນ "ວອລສຕຣີຕ໌ເຢີນອລ" (Wall Street Journal)
ວ່າ ວິກິຕການຕລາດຮຸ້ນຄັ້ງນີ້ ມີຜົນກະທົບຕໍ່ການຂຍາຍຕົວທາງເສຖກິດຂອງສຫະ
ຣັດອະເມຣິກາຢ່າງແນ່ນອນ ໃນຂນະທີ່ ຣມຕ ເສຖກິດແລະການເງິນຝຣັ່ງເສດ ທ່ານ
ນາງຄຣິສຕິນ ລາກ໊າກດ໌ (Christine Lagarde) ຍັງຄົງໝັ້ນໃຈວ່າວິກິຕການທີ່
ເກີດຂຶ້ນຈະບໍ່ກະທົບຕໍ່ການຂຍາຍຕົວທາງເສຖກິດຂອງປະເທດ ຊຶ່ງເປັນການສແດງ
ຄວາມເຫັນທີ່ແຕກຕ່າງຈາກບັນດາຊ່ຽວຊານໂດຍທົ່ວໆໄປ

4. ຣັຖບານແລະເຈົ້າໜ້າທີ່ການເງິນແກ້ໄຂແນວໃດໄດ້ແດ່?
ເຮົາໄດ້ເຫັນກັນເປັນທີ່ຈະແຈ້ງແລ້ວວ່າບັນດາທະນາຄານກາງ ຫລືທະນາຄານແຫ່ງ
ຊາດຂອງບັນດາປະເທດມຫາອຳນາດຕ່າງໆໄດ້ທຸ້ມເງິນເຂົ້າແຊກແຊງໃນຕລາດ
ການເງິນຢ່າງມະຫາສານ ທັງນີ້ເພື່ອເປັນການປ້ອງກັນການແຜ່ລາມຂຍາຍຂອບເຂດ
ໃຫຍ່ໂຕອອກໄປຂອງວິກິຕການທີ່ເກີດຂື້ນ

ນັ້ນກໍຄືທະນາຄານກາງປ່ອຍເງິນກູ້ໃຫ້ແກ່ບັນດາທະນາຄານການຄ້າຕ່າງໆທີ່ປະສົບ
ກັບການສູນເສັຽຢ່າງມຫາສານອັນເນື່ອງມາຈາກການລົງທຶນໃນ "Subprime
mortgage"
ແລະລົງທຶນໃນຂແນງອື່ນໆທີ່ໄດ້ຮັບຜົນກະທົບຈາກ "Subprime
mortgage"

ຕົວຢ່າງ: ເມື່ອກາງເດືອນສິງຫາຜ່ານມາ ທະນາຄານກາງເອີຣົບ (Banque
centrale européenne)
ໄດ້ທຸ້ມເຂົ້າແຊກແຊງເຖິງ 200 000 ລ້ານເອີໂຣ
ໝາຍຄວາມວ່າຫລາຍກວ່າການທຸ້ມຫລັງເກີດເຫດການກໍ່ການຮ້າຍຖລົ່ມຕຶກ World
Trade Center ທີ່ກຸງນິວ ຢ໊ອຣ໌ກ ເມື່ອ 11 ກັນຍາ 2001 ຊຶ່ງໃນຄັ້ງນັ້ນ "BCE"
ທຸ້ມພຽງແຕ່ 70 000 ລ້ານເອີໂຣ ເທົ່ານັ້ນ

ໃນຂນະທີ່ທະນາຄານກາງອະເມຣິກັນ "FED" ກໍທຸ້ມຄັ້ງນີ້ເຖິງ 90 000 ລ້ານດອລລາຣ໌
(67 000 ລ້ານເອີໂຣ) ຕລອດຮອດທະນາຄານກາງຂອງປະເທດອື່ນໆກໍດຳເນີນການ
ແບບດຽວກັນ ຫລັງຈາກນັ້ນກໍໄດ້ທຸ້ມແຊກແຊງຕື່ມອີກ ແຕ່ກໍຍັງບໍ່ສາມາດເຮັດໃຫ້ພາຍຸ
ໃຫຍ່ງຽບ ສງົບລົງໄດ້

ຈົນກະທັ້ງ "FED" ໄດ້ຕັດສິນໃຈລົດອັຕຣາດອກເບັ້ຽເມື່ອວັນທີ 24 ສິງຫາຜ່ານມາ
ຕລາດຮຸ້ນໃນໂລກຈຶ່ງວ່າໄດ້ດີດຕົວສູງຂື້ນເລັກນ້ອຍ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າເປັນ
ການງຽບສງົບລົງຢ່າງເປັນການຖາວອນ

ສ່ວນທາງດ້ານຣັຖບານຂອງບັນດາປະເທດມຫາອຳນາດທາງເສຖກິດຕ່າງໆນັ້ນເດ
ເຮັດຫຍັງໄດ້ແດ່ເພື່ອແກ້ໄຂປັນຫາ? ຕຳຕອບກໍຄືວ່າ "ເຮັດໄດ້ໃນຂອບເຂດທີ່ຈຳກັດ"

ຕົວຢ່າງ: ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ໄດ້ແຕ່ຂຽນຈົດໝາຍສົ່ງ
ເຖິງນາຍົກ ຣມຕ ເຍີຣະມັນ ທ່ານນາງອັງເຄີລາ ແມຣ໌ເຄລ ທີ່ເປັນປະທານກຸ່ມປະເທດ
G-8 ອີກຕຳແໜ່ງໜຶ່ງສຳລັບປີ 2007 ນີ້ ທັງນີ້ເພື່ອໃຫ້ມີການວາງກົດເກນໃຫ້ວົງການ
ຕລາດການເງິນຂອງໂລກມີຄວາມໂປ່ງໃສຫລາຍຂື້ນກວ່າເກົ່າ ໂດຍໃຫ້ບັນຈຸເຣື່ອງນີ້ເຂົ້າ
ໃນລາຍການປະຊຸມບັນດາຣັຖມັນຕຣີການເງິນຂອງກຸ່ມໃນເດືອນຕຸລາໜ້າ

ຄວາມຜິດພາດຂອງສຖາບັນໃຫ້ຄະແນນ
ໃນຂນະທີ່ຄນະກັມມາທິການເອີຣົບກໍໄດ້ຕັດສິນໃຈເປີດການສືບສວນຫາຂໍ້ເທັດຈິງກ່ຽວກັບ
ບົດບາດຂອງ "ສຳນັກງານໃຫ້ຄະແນນ" (Agences de notation) ຕ່າງໆ ທີ່ມີຢູ່
ປະມານ 9000 ສຖາບັນໃນທົ່ວໂລກ ວ່າມີບົດບາດໃຫ້ຄະແນນຕໍ່ສຖາບັນການເງິນຕາມ
ຄວາມເປັນຈິງຂອງຖານະຄວາມໝັ້ນຄົງທາງດ້ານການເງິນຂອງສຖາບັນນັ້ນໆຕາມ
ຄວາມເປັນຈິງຫລືບໍ່

ທັງນີ້ເພາະໃນຣະຍະທີ່ຜ່ານມາ ບັນດາ "ສຖາບັນໃຫ້ຄະແນນ" ມັກໃຫ້ໃຫ້ຄະແນນຄວາມ
ໜ້າເຊື່ອຖືສູງເກີນຄວາມຈິງ ຕໍ່ "Subprime mortgage" ອັນເປັນສາເຫດເຮັດໃຫ້
ບັນດານັກລົງທຶນພາກັນຫລັ່ງໄຫລສ່ຽງອັນຕຣາຍດ້ວຍການໂຫມການລົງທຶນກັບ "Sub-
prime mortgage"
ນີ້

ບັນດາ "ສຖາບັນໃຫ້ຄະແນນ" ບາງສຖາບັນທີ່ກ້າຫານພຽງພໍ ໄດ້ທຳການລົດຄະແນນ
ຄວາມໜ້າເຊື່ອຖືຂອງບັນດາ "Subprime mortgage" ລົງຕັ້ງແຕ່ປີ 2006 ພຸ້ນ
ແຕ່ບາງສຖາບັນທີ່ມີເຊື່ອສຽງທີ່ວົງການຕລາດການເງິນທົ່ວໂລກຮູ້ຈັກເຊັ່ນ "Stan-
dard and Poor's"
ຫລື"Moody's"  ໄດ້ຊັກຊ້າແລະຄອຍຖ້າມາຈົນເຖິງປາຍ
ໄຕຣມາດທີ່ໜຶ່ງຂອງປີ 2007 ນີ້ ຈຶ່ງໄດ້ເລີ້ມລົດຄະແນນຄວາມໜ້າເຊື່ອຖືຂອງບັນດາ
"Subprime mortgage" ລົງ ຕາມຂໍ້ມູນທີ່ເຜີຍອອກຂອງເຈົ້າໜ້າທີ່ຂອງຄນະ
ກັມມາທິການເອີຣົບທ່ານໜຶ່ງ ທີ່ຢ້ຳຕື່ມອີກວ່າ ການລົດຄະແນນດັ່ງກ່າວມີຂື້ນຫລັງຈາກ
ທີ່ຫລາຍໆສຖາບັນ "Subprime mortgage" ນີ້ໄດ້ສະສົມໜີ້ສິນມາແລ້ວຢ່າງ
ຖ້ວມລົ້ນເຊັ່ນ "People's Choice Home Loan", "Ownit Mortgage
Solutions", "ResMae Mortgage"
ແລະ "New Century" ເປັນຕົ້ນ

ຄນະກັມມາທິການເອີຣົບຕ້ອງການວາງກົດເກນອອກເພື່ອໃຫ້ບັນດາ "ສຖາບັນໃຫ້ຄະ
ແນນ"ປະຕິບັດວຽກງານຂອງຕົນຢ່າງເປັນອິສຣະ ບໍ່ຂຶ້ນກັບເງິນທີ່ບັນດາສຖາບັນການ
ເງິນຕ່າງໆໃຫ້ມາເປັນຄ່າຈ້າງ

ກັມມາທິການເອີຣົບຝ່າຍຕລາດພາຍໃນ ຊາຣ໌ລີ ແມັກຄຣີວີ (Charlie
McCreevy)
ໄດ້ພົບປະຫາລືກັບປະທານ "ຄນະກັມມະການຄວບຄຸມຕລາດອະ
ສັງຫາຣິມະຊັບແຫ່ງທວີບເອີຣົບ"ທ່ານເອັດດີ້ ວີມຽກສ໌ (Eddy
Wymeersch)
ແລ້ວປາຍເດືອນກັນຍາຝ່າຍຫລັງນີ້ຈະນຳສເນີລາຍງານກ່ຽວກັບ
ການດຳເນີນງານຂອງສຖາບັນໃຫ້ຄະແນນຕໍ່ຄນະກັມມາທິການເອີຣົບໃນກາງປີ
2008

ຫລັງຈາກນັ້ນອາດເປັນໄປໄດ້ທີ່ຄນະກັມມາທິການເອີຣົບຈະອອກກົດໃໝ່ທີ່ຮັດກຸມຂື້ນ
ກວ່າເກົ່າເພື່ອຄວບຄຸມໃຫ້ສຖາບັນໃຫ້ຄະແນນມີຄວາມໂປ່ງໃສໃນການດຳເນີນງານ
ຫລາຍຂື້ນກວ່າເກົ່າ ຊຶ່ງຈົນຮອດດຽວນີ້ກົດດັ່ງກ່າວຍັງຫລະຫລວມຫລາຍຢູ່ໃນນາມ
ຂອງຄວາມເປັນເສຣີຂອງວົງການຕລາດການເງິນ

ຢ່າງໃດກໍຕາມ ຕໍ່ກໍຣະນີທີ່ເກີດວິກິຕການຂື້ນນີ້ ຖ້າຈະມີແຕ່ພຽງສຖາບັນໃຫ້ຄະແນນ
ເປັນຜູ້ຖືກຊີ້ໜ້າຜູ້ດຽວກໍເຫັນວ່າຄົງບໍ່ຍຸດຕິທມັເທົ່າໃດ ແຕ່ບັນດາທະນາຄານຕ່າງໆ
ກໍຄວນໄດ້ຮັບການຕຳນິຕິຕຽນບໍ່ນ້ອຍໄປກວ່າສຖາບັນການໃຫ້ຄະແນນ ທັງນີ້ກໍເພາະ
ທະນາຄານກໍປ່ອຍເງິນກູ້ແບບບໍ່ມີຫລັກປະກັນໂດຍບໍ່ເລືອກວ່າໃຜຈະໃຊ້ຄືນໄດ້ຫລືບໍ່ໄດ້
ເວົ້າອີກຢ່າງໜຶ່ງກໍຄື "ປ່ອຍເງິນກູ້ ແບບຮະຮາມ" ນັ້ນເອງ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU