ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ: ປັນຫານິວເຄລັຽອີຫຣ່ານ ເປັນຫຍັງຝຣັ່ງເສດຈຶ່ງມີທ່າທີແຂງກ້າວ?

ຫັນປ່ຽນທ່າທີດັ້ງເດີມຢ່າງສິ້ນເຊີງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/09/2007 16:35 TU

ກອງປະຊຸມສມາຊິກຖາວອນຂອງຄນະມົນຕຣີ
ຄວາມໝັ້ນຄົງແຫ່ງອົງການສຫະປະຊາຊາດ
(ພາບ: AFP)

ກອງປະຊຸມສມາຊິກຖາວອນຂອງຄນະມົນຕຣີ ຄວາມໝັ້ນຄົງແຫ່ງອົງການສຫະປະຊາຊາດ (ພາບ: AFP)

"ຍາກ" ທີ່ ຣມຕ ຕ່າງປະເທດຝຣັ່ງເສດ
ທ່ານແບຣ໌ນາຣດ໌ ກຸສແນຣ໌ (Bernard
Kouchner) ຈະໂນ້ມນ້າວໃຫ້ຣັດເຊັຽ
ເຫັນດີເຫັນງາມນຳມາຕຣາການທາງທະ
ຫານຕໍ່ປະເທດອີຫຣ່ານ?

ຄຳອະທິບາຍງ່າຍໆກໍຄືກໍຄື ຣັດເຊັຽມີຜົນ
ປໂຍດໃນປະເທດອີຫຣ່ານ ແລະສູນພລັງ
ງານນິວເຄລັຽແຫ່ງໜຶ່ງຂອງອີຫຣ່ານທີ
ເມືອງ Bouchehr ໃນພາກໃຕ້ຂອງປະເທດ ກໍແມ່ນຣັດເຊັຽເປັນຜູ້ດຳເນີນການ
ຕິດຕັ້ງ

 

ສນັ້ນເຖິງທັງຣັດເຊັຽແລະ ສປ ຈີນ ເຄີຍໄດ້ລົງມະຕິໃນຄນະມົນຕຣີຄວາມໝັ້ນ
ຄົງແຫ່ງອົງການສຫະປະຊາຊາດມາກ່ອນເພື່ອລົງໂທດປະເທດອີຫຣ່ານກໍຕາມ
ແຕ່ກໍແມ່ນມາຕຣາການລົງໂທດທາງເສຖກິດເທົ່ານັ້ນ ບໍ່ເຄີຍເຫັນພ້ອມນຳມາ
ຕຣາການລົງໂທດທາງທະຫານຈັກເທື່ອ ໃນການລົງມະຕິຄັ້ງຕໍ່ ໄປກໍຄາດຄະ
ເນວ່າຣັດເຊັຽແລະ ສປ ຈີນ ຈະຄົງຢືນຢູ່ໃນທ່າທີ່ເດີມ

ແມ່ນຫຍັງຄືເຫດຜົນທີ່ຜັກດັນໃຫ້ຝຣັ່ງເສດເອົາທ່າທີແຂງກ້າວກັບປະເທດອີຫຣ່ານຄືແນວ
ນີ້? ເວົ້າໃຫ້ຖືກບາດດຽວໂລດກໍຄື  ປະເທດຝຣັ່ງເສດພາຍໃຕ້ການນຳຂອງທ່ານປະທາ
ນາທິບໍດີນິໂກລາສ໌ ຊາຣ໌ໂກຊີ ໄດ້ປ່ຽນແປງທ່າທີດັ້ງເດີມຢ່າງສິ້ນເຊີງ

ກ່າວຄືປ່ຽນຈາກປະເພນີຄັດຄ້ານສຫະຣັດອະເມຣິກາ ທີ່ເປັນປະເພນີດັ້ງເດີມທີ່ປະຕິບັດມາ
ຕັ້ງແຕ່ຊຸມປີ 60 ສມັຍທີ່ທ່ານນາຍພົນ Charles de Gaulle ເປັນປະທານາທິບໍດີພຸ້ນ
ມາເປັນທ່າທີທີ່ສອດຄ່ອງກັບສຫະຣັດອະເມຣິກາ

ເວົ້າງ່າຍໆກໍຄື ປ່ຽນຈາກໜ້າມືເປັນຫລັງມືເລີຍ ອັນເປັນການສແດງໃຫ້ເຫັນເຖິງຄວາມ
ນິຍົມຊົມຊອບຂອງທ່ານປະທານາທິບໍດິຊາຣ໌ໂກຊີທີ່ມີຕໍ່ສຫຣັດອະເມຣິກາ

ພວກເຮົາຍັງຈື່ໄດ້ວ່າ ເມື່ອວັນທີ່ 27 ສິງຫາທີ່ຜ່ານມາ ເນື່ອງໃນໂອກາດກອງປະຊຸມບັນ
ດາເອກອັກຣັຖທູດຝຣັ່ງເສດທີ່ທຳນຽບປະທານາທິບໍດີ ວັງ Elysée ທ່ານປະທານາທິບໍ
ດີ ໄດ້ກ່າວກ່ຽວກັບປະເທດອີຫຣ່ານແບບກຳປັ້ນທຸບໂຕ໊ະເລີຍ ໃນທຳນອງທີ່ວ່າ "ຖ້າອີ
ຫຣ່ານມີອາວຸດນິວເຄລັຽຍາມໃດແລ້ວ ກໍຈະຖືກໂຈມຕີຖິ້ມລະເບີດທາງອາກາດໂລດ"

ເພາະສນັ້ນ ການຖແລງຂອງ ຣມຕ ຕ່າງປະເທດ ແບຣ໌ນາຣດ໌ ກຸສແນຣ໌ ເມື່ອວັນອາທິດ
ທີ່ຜ່ານມາຈຶ່ງ ບໍ່ແມ່ນການຖແລງຜິດພາດເປັນການສ່ວນຕົວຂອງທ່ານເອງແຕ່ຢ່າງ
ໃດເລີຍ ຫາກແຕ່ວ່າເປັນການຕອກຢ້ຳໃຫ້ທ່າທີຂອງທ່ານປະທານາທິບໍດີ ມີຄວາມຊັດ
ເຈນຕື່ມຂື້ນ

ນອກຈາກນີ້ກໍຍັງເປັນທີ່ໜ້າສັງເກດອີກວ່າ ກ່ອນທີ່ຈະຖແລງແບບກຳປັ້ນທຸບດິນໃນກອງ
ປະຊຸມບັນດາເອກອັຄຣັຖທູດນັ້ນ ຜູ້ນຳຝຣັ່ງເສດຫາກໍເດີນທາງກັບຄືນມາຈາກການພັກ
ຮ້ອນໃນສຫະຣັດອະເມຣິກາ ໃນໂອກາດດັ່ງກ່າວເພີ່ນກໍໄດ້ມີການພົບປະປຶກສາຫາລືກ່ຽວ
ກັບປັນຫາໂລກກັບ GWB ມາດ້ວຍ

ຍັງມີເຄື່ອງໝາຍອີກຫລາຍຢ່າງທີ່ຊີ້ໃຫ້ເຫັນເຖິງການນິຍົມອະເມຣິກັນຂອງທ່ານຊາຣ໌
ໂກຊີ ກ່າວຄື ເມື່ອບໍ່ນານມານີ້ເພີ່ນກໍໄດ້ຖແລງວ່າປະເທດຝຣັ່ງເສດຕຽມພ້ອມແລ້ວທີ່
ຈະຫວນກັບຄືນເຂົ້າຮ່ວມຢ່າງເຕັມຮູບແບບໃນກອງເສນາທິການຮ່ວມຂອງສົນທິສັນຍາ
ປ້ອງກັນອັຕລັງຕິກເໜືອ OTAN ຫລື NATO ຫລັງຈາກທີ່ທ່ານປະທານາທິບໍດີ
Charles de Gaulle ໄດ້ປະກາດຖອນອອກເມື່ອ 41 ປີກ່ອນ

ການຖອນຕົວອອກຈາກກອງເສນາທິການຮ່ວມຂອງ NATO ຄັ້ງນັ້ນ ບໍ່ໄດ້ໝາຍຄວາມ
ວ່າຝຣັ່ງເສດອອກຈາກການເປັນສມາຊິກ ຫາກແຕ່ຖອນອອກເພື່ອຮັກສາຄວາມເປັນ
ເອກຣາດຂອງກອງທັບ ໂດຍສເພາະກຳລັງທາງດ້ານນິວເຄລັຽ ບໍ່ໃຫ້ໄປຂື້ນກັບການຕັດ
ສິນໃຈຂອງກອງເສນາທິການຮ່ວມຂອງ NATO

ນັບແຕ່ນັ້ນເປັນຕົ້ນມາ ຝຣັ່ງເສດກໍພຍາຍາມຜັກດັນໃຫ້ມີການສ້າງລະບົບປ້ອງກັນຂອງ
ສຫະພາບເອີຣົບມາຕລອດໃນທຳນອງໃຫ້ເປັນຄູ່ແຂ່ງກັບລະບົບປ້ອງກັນຂອງ NATO
ແຕ່ໃຜໆກໍເບີ່ງເຫັນວ່າກຳລັງປ້ອງກັນຂອງເອີຣົບນັ້ນບໍ່ເຄີຍສແດງນ້ຳຢາຫຍັງອອກມາ
ຈັກເທື່ອ

ເວົ້າງ່າຍໆກໍຄືຫ້າມເສິກຢູ່ໃສກໍບໍ່ໄດ້ຖ້າປາສຈາກການເຂົ້າຮ່ວມຂອງກຳລັງ NATO
ສົງຄາມໃນປະເທດ Bosnie ເປັນຕົວຢ່າງທີ່ຊີ້ໃຫ້ເຫັນຢ່າງຊັດແຈ້ງ

ເມື່ອເວົ້າເຖິງກຳລັງ NATO ແລ້ວ ເຖິງແມ່ນວ່າມີສມາຊິກໃນປັດຈຸບັນເຖິງ 26 ປະ
ເທດກໍຕາມ (ໃນນັ້ນ 21 ປະເທດເປັນສມາຊິກຂອງສຫະພາບເອີຣົບ) ແຕ່ໃຜໆກໍ
ປະຕິເສດບໍ່ໄດ້ຕໍ່ບົດບາດຊີ້ນຳຂອງສຫະຣັດອະເມຣິກາ

ສລຸບ.....ທີ່ວິເຄາະມາທັງໝົດນີ້ເອງຄືຄຳອະທິບາຍທີ່ວ່າເປັນຫຍັງປະເທດຝຣັ່ງ
ເສດຈຶ່ງສແດງທ່າທີແຂງກ້າວເອົາແທ້ເອົາວ່າຕໍ່ປະເດອີຫຣ່ານ

ແຕ່ຢ່າງໃດກໍຕາມ ຫລາຍນັກສັງເກດການກໍຍັງເຊື່ອວ່າການຖແລງແບບແຂງກ້າວ
ຂອງທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ກໍດີ ຫລືຂອງ ທ່ານແບຣ໌ນາຣດ໌ ກຸສ
ແນຣ໌
ກໍດີ ອາດເປັນພຽງແຕ່ການນາບຂູ່ທາງດ້ານຈິຕວິທຍາຊື່ໆເພື່ອໂນ້ມນ້າວ
ໃຫ້ອີຫຣ່ານອ່ອນທ່າທີລົງແລະຍອມຮັບທີ່ຈະຢຸດເຊົາໂຄງການກັ່ນທາດ Uranium
ແລະຫລາຍໆນັກສັງເກດການກໍຍັງເຫັນອີກວ່າ ຖ້າເຮັດສົງຄາມຢ່າງແທ້ຈິງກັບ
ປະເທດອີຫຣ່ານນັ້ນ ກໍຈະແມ່ນການຕັດສິນໃຈທີ່ຜິດພາດຢ່າງໃຫຍ່ຫລວງທີ່ສຸດ
ແບບດຽວກັນກັບການຕັດສິໃຈເຮັດສົງຄາມ ໃນປະເທດອີຣັກຢ່າງບໍ່ມີຜິດພ້ຽນ

ອີກປະການໜຶ່ງ ຫລັງຈາກທີ່ ຣມຕ ຕ່າງປະເທດຝຣັ່ງເສດຖແລງແນວນັ້ນແລ້ວ ຫາງ
ສຽງຕຳນິຕິຕຽນກໍ ໄດ້ພາກັນຫລັ່ງໄຫລມາຈາກທຸສາຣະທິດ ກ່ອນອື່ນກໍແມ່ນມາຈາກ
ທ່ານໂມຮັມມັດ ເອລບາຣາດາຍ ຜູ້ອຳນວຍການສຳນັກງານສາກົນວ່າດ້ວຍພລັງ
ງານນິວເຄລັຽ (AIEA) ທີ່ອອກມາກ່າວເຕືອນວ່າໃນທຳ ນອງທີ່ວ່າ "ຢ່າໃຊ້ອາຣົມ
ເປັນໃຫຍ່"

ໃນຂນະທີ່ພາຍໃນສຫະພາບເອີຣົບກໍມີທ່າທີທີ່ບໍ່ສອດຄ່ອງກັນ ເຍີຣະມັນແລະເນເທີ
ແລນດ໌ເບີ່ງຄືວ່າເຫັນດີນຳທ່າທີຝຣັ່ງເສດ ນັ້ນກໍຄືລົງໂທດປະເທດອີຫຣ່ານໂດຍບໍ່
ຜ່ານການອະນຸມັດຂອງຄນະມົນຕຣີຄວາມໝັ້ນຄົງແຫ່ງອົງການສຫະປະຊາຊາດ ຊຶ່ງ
ເປັນການຂັດແຍ່ງກັບທ່າທີຂອງອິຕາລີແລະແອສປາຍ (ສເປນ)

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU