ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ : ທ່ານສໂຕຣສການຫ໌ ມີຫວັງໄດ້ຮັບການເລືອກ ໃຫ້ເປັນຜູ່ນໍາ ອົງການເງີນທືນສາກົນ FMI

ທ່ານໂດມີນີກ ສໂຕຣສການຫ໌ (Dominique Strauss-Kahn) ເປັນອດີດຣັຖມົນຕຣີເສຖກິດແລະການເງີນຝຣັ່ງເສດຈາກພັກສັງຄົມນິຍົມ ແຕ່ໄດ້ຣັ້ບການສນັບສນຸນຈາກສຫະຣັດອະເມຣິກາ

ໂດຍ  ພອນແກ້ວ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 28/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 28/09/2007 18:39 TU

ທ່ານໂຢເຊັຟ ໂຕຊອ໊ບສກີ (ຊ້າຍ) ອດີດຜູ້ອຳນວຍການທະນາຄານກາງແລະອດີດນາຍົກ ຣມຕ
ຂອງສາທາຣະນະຣັດເຊັກສ໌ ຜູ້ໄດ້ຮັບການສເນີຊື່ໂດຍປະເທດຣັດເຊັຽ ແຕ່ກໍຕ້ອງປລາໄຊຢ່າງຫ່າງ
ໄກທີ່ສຸດໃຫ້ແກ່ ທ່ານໂດມີນິກ ສໂຕຣສການຫ໌ ອດີດ ຣມຕ ເສຖກິດແລະການເງິນຝຣັ່ງເສດທີ່
ກາຍມາເປັນຜູ້ອຳນວຍການອົງການເງິນທຶນສາກົນ FMI ຄົນໃໝ່ (ພາບ: AFP ແລະ Reuters)

ທ່ານໂຢເຊັຟ ໂຕຊອ໊ບສກີ (ຊ້າຍ) ອດີດຜູ້ອຳນວຍການທະນາຄານກາງແລະອດີດນາຍົກ ຣມຕ ຂອງສາທາຣະນະຣັດເຊັກສ໌ ຜູ້ໄດ້ຮັບການສເນີຊື່ໂດຍປະເທດຣັດເຊັຽ ແຕ່ກໍຕ້ອງປລາໄຊຢ່າງຫ່າງ ໄກທີ່ສຸດໃຫ້ແກ່ ທ່ານໂດມີນິກ ສໂຕຣສການຫ໌ ອດີດ ຣມຕ ເສຖກິດແລະການເງິນຝຣັ່ງເສດທີ່ ກາຍມາເປັນຜູ້ອຳນວຍການອົງການເງິນທຶນສາກົນ FMI ຄົນໃໝ່ (ພາບ: AFP ແລະ Reuters)

ຂ້ອນຂ້າງແນ່ນອນແລ້ວວ່າ ທ່ານໂດມີນີກ ສໂຕຣສການຫ໌ ອດີດ ຣັຖມົນຕຣີ ເສຖກິດແລະການເງີນຝຣັ່ງເສດ ຈາກພັກສັງຄົມນິຍົມ ຈະໄດ້ຖືກເລືອກ ໃຫ້ຂື້ນ ມາກໍາຕໍາແໜ່ງຜູ້ອຳນວຍການໃຫຍ່ອົງການເງີນທືນສາກົນ FMI ຄົນໃໝ່ໃນມື້ນີ້ (ສຸກ 28 ກັນຍາ) ທີ່ກຸງວໍຊີງຕັນ ໂດຍການລົງຄະແນນສຽງຂອງຄນະກັມມະ ການບໍຣິຫານ ເພື່ອໃຫ້ຂື້ນມາແທນທີ່ ທ່ານໂຣດຣີໂກ ຣາໂຕ (Rodrigo Rato) ຈາກປະເທດເອັສປາຍ (ສເປນ) ທີ່ໄດ້ລາອອກຈາກຕໍາແໜ່ງກອ່ນໝົດປີການ

ທ່ານສຕໂຣສການ ອາຍຸ 58 ປີ ໄດ້ຮັບການສນັບສນູນຈາກປະທານາທິບໍດີຝຣັ່ງ ນິໂກ
ລາສ໌ ຊາຣ໌ໂກຊີ ທີ່ສັງກັດພັກການເມືອງທີ່ແຕກຕ່າງ ຄືພັກຂວາ UMP ທີ່ເປັນຜູ້ສເນີ
ໃຫ້ອດີດຜູ້ນໍາພັກສັງຄົມນິຍົມສມັກກໍາຕໍາແໜ່ງອັນສຳຄັນດັ່ງກ່າວ ໃນນາມຂອງທີສດີເປີດ
ກວ້າງເອົານັກການເມືອງທີ່ມີຄວາມສາມາດ ມີປະສົບການຈາກທຸກພັກເຂົ້າມາຮ່ວມງານ
ກັບຣັຖບານ

ຫລັງຈາກໄດ້ຮັບການສນັບສນູນເປັນເອກສັນຈາກສຫະພາບເອີຣົບແລ້ວ ທ່ານ ສໂຕຣສ
ການຫ໌ກໍໄດ້ຮັບການສນັບສນູນຕື່ມອີກຈາກສຫະຣັດອະເມຣິກາ ຊຶ່ງເປັນປະເທດທີ່ມີນ້ຳໜັກ
ແລະມີສຽງຫລາຍກວ່າໝູ່ ພອ້ມທັງໄດ້ຮັບການຊົມເຊີຍຈາກບັນດາປະເທດທີ່ກໍາລັງພັທນາ
ແລະກ້າວສູ່ຍຸກອຸດສາຫະກັມທີ່ສໍາຄັນໆ ຄື ເບຣຊິລ, ອາຣ໌ຊັງຕິນ, ຊິລີ, ແລະ ອິນເດັຽ
ເປັນຕົ້ນ

ຕາມທັມນຽມແລ້ວ ຜູ້ນຳອົງການເງີນທືນສາກົນ FMI ຈະແມ່ນມາຈາກສຫະພາບເອີຣົບ
ໃນຂນະທີ່ປະທານທະນາຄານໂລກນັ້ນ ຕອ້ງແມ່ນຄົນອະເມຣິກັນ

ການເບັ່ງກ້າມຂອງຣັດເຊັຽ
ກໍແປວ່າ ທ່ານໂດມີນິກ ສໂຕຣສການຫ໌ ຈະ
ໄດ້ຮັບສຽງຫລາຍກົ່ວ 50% ຂື້ນໄປໃນການ
ເລືອກຮອບທີໜຶ່ງ ຊຶ່ງມາຍເຖິງວ່າຄູ່ແຂ່ງຄື
ທ່ານໂຢເຊັຟ ໂຕຊອ໊ບສກີ (Josef  Tosov-
sky) ຊາວເຊັກສ໌ (Tchèque) ແຕ່ບໍ່ໄດ້ຮັບ
ການສນັບສນຸນຈາກສາທາຣະນະຣັດເຊັກສ໌
ບໍ່ມີຫວັງຈະໄດ້ຮັບກຽດອັນສູງສົ່ງຂື້ນກໍາຕໍາ
ແໜ່ງຜູ້ອຳນວຍການອົງການເງີນທືນສາກົນ FMI ເລີຍ ເມື່ອເປັນເຊັ່ນນັ້ນ ໃນຮອບທີ່ສອງ
ຄນະກັມມະການບໍຣິຫານທຸກທ່ານ ໃນນັ້ນຮວມທັງກັມມະການບໍຣິຫານຈາກປະເທດຣັດ
ເຊັຽທີ່ສນັບສນຸນ
ທ່ານໂຕຊ໊ອບສກີກໍຈະລົງຄະແນນຢ່າງເປັນເອກສັນໃຫ້ແກ່ທ່ານສໂຕຣສ
ການຫ໌

ເປັນທີ່ໜ້າສັງເກດວ່າແມ່ນຣັດເຊັຽ ເປັນຜູ້ນໍາສເນີຊື່ຂອງ ທ່ານໂຕຊ໊ອບສກີ້ ໃຫ້ ເປັນຜູ້
ສມັກທັງນີ້ເພື່ອໃຫ້ເປັນການທ້າທາຍຕໍ່ໂລກຕະວັນຕົກ ແລະເປັນການຊີ້ບອກໃຫ້ເຫັນເຖີງ
ຄວາມເປັນມຫາອຳນາດຄືນໃໝ່ຂອງຣັດເຊັຽ ຄຽງຄູ່ກັບສຫະຣັດອະເມຣິກາໃນເວທີໂລກ
ດັ່ງທີ່ເຄີຍເປັນມາແລ້ວໃນຍຸກກ່ອນການພັງທະລາຍຂອງສຫະພາບໂຊວຽດແລະຄ້າຍ
ຄອມມຸຍນິດໃນເອີຣົບຕະວັນອອກ ທັງນີ້ອັນເນື່ອງມາຈາກຣັດເຊັຽໄດ້ໃຊ້ໜີ້ສີນອັນມະຫາ
ສານຂອງຕົນກອ່ນກໍາໜົດ ໂດຍອາສັຍລາຍໄດ້ຈາກການຜລິດນ້ຳມັນດິບແລະກ໊າສທັມມະ
ຊາດ ແລະທ່າແຮງທາງດ້ານພລັງງານຂອງຣັດເຊັຽທີ່ກ່າວມານີ້ ໄດ້ກາຍມາເປັນປັດ
ຈັຍທີ່ສຳຄັນຍິ່ງທີ່ ທ່ານປະທານາທິບໍດີ ວລາດິເມັຽ ປຸດຕິນ (Vladimir Putin) ໄດ້ນຳ
ໃຊ້ເປັນເຄື່ອງມືໃນການເດີນແຕ້ມການເມືອງຂອງຕົນໃນເວທີໂລກ

ວຽກສໍາຄັນຮີບດ່ວນຂອງຜູ້ອຳນວຍການ FMI ຄົນໃໝ່
ເມື່ອໄດ້ຖືກເລືອກໃຫ້ຂື້ນກຳຕໍ່າແໜ່ງຜູ້ອຳນວຍການຂອງອົງການເງີນທືນສາກົນແລ້ວ ທ່ານ
ສໂຕຣສການຫ໌ ກໍຈະມີພາຣະກິດຮີບດ່ວນຫລາຍປະການເພື່ອດັດແປງປະຕິຮູບອົງການເງິນ
ຂອງໂລກແຫ່ງນີ້ ໃຫ້ມີປະສິດທິພາບ ສອດຄອ່ງກັບຍຸກສມັຍ ສອດຄ່ອງກັບສພາບຕົວຈີງ
ຂອງໂລກທີ່ປ່ຽນແປງເມື່ອປຽບທຽບກັບຍຸກສມັຍທີ່ FMI ໄດ້ຮັບການສ້າງຕັ້ງຂື້ນມາໃນປີ
1944 ຕາມຂໍ້ຕົກລົງ Bretton Woods ພອ້ມໆກັນກັບການກໍ່ຕັ້ງທະນາຄານໂລກ

ມາຮອດດຽວນີ້ ອົງການເງີນທືນສາກົນ FMI ມີໜ້າທີ່ສຳຄັນຕົ້ນຕໍໃນການກະຕຸ້ນໃຫ້ມີການ
ຮວ່ມມືປະສານງານເພື່ອເຮັດໃຫ້ສຖານະການການເງິນແລະການຄ້າຂອງໂລກມີສເຖັຽ
ຣະພາບ ພອ້ມກັບໃຫ້ຄວາມຊວ່ຍເຫລືອຕໍ່ບັນດາປະເທດທີ່ກຳລັງພົບກັບບັນຫາທາງດ້ານ
ການເງີນ

ໃນປັດຈຸບັນ FMI ບໍ່ສາມາດເປັນຜູ້ກຳໜົດກົດເກນຕລາດການເງິນແຕ່ພຽງຜູ້ດຽວໄດ້
ແຕ່ວົງການຕລາດຮຸ້ນ ພ້ອມທັງບັນດາມຫາເສດຖີທັງຫລາຍໃນໂລກ ຫລື ສປ ຈີນ ທີ່ມີ
ເງິນທຶນສຳຮອງຕ່າງປະເທດອະພິມຫາສານເຖິງ 1 200 000 ລ້ານດອລລາຣ໌ ກໍສາ
ມາດເປັນຜູ້ກຳໜົດກົດເກນຕລາດການຄ້າແລະການເງິນໄດ້ຄືກັນ ຕົວຢ່າງ ການກຳໜົດ
ຄ່າຂອງເງິນດອລລາຣ໌ ອະເມຣິກັນ, ເງິນຢູໂຣຂອງສຫະພາບເອີຣົບແລະ ເງິນເຢັນຂອງ
ຍີ່ປຸ່ນເປັນຕົ້ນ

ໃຫ້ນ້ຳໜັກຕື່ມຕໍ່ມະຫາອໍານາດໃໝ່
ວຽກງານສຳຄັນຮີບດ່ວນຂອງຜູ່ນຳ FMI ຜູ້ໃໝ່ກໍຈະແມ່ນການປະຕິຮູບກົດລະບຽບພາຍ
ໃນຂອງສຖາບັນເພື່ອໃຫ້ບັນດາປະເທດມະຫາອຳນາດເສຖກິດໃໝ່ ຄື ສ.ປ. ຈີນ, ອີນ
ເດັຽ, ເບຣຊິລ ຫລື ເມັກຊິກ (ເມັກຊິໂກ) ໃຫ້ມາມີນ້ຳໜັກຫລາຍຂື້ນ ພອ້ມທັງຈະຕອ້ງນຳ
ກິຈການອັນໃໝ່ເຂົ້າປະຕິບັດຄື ຊ່ວຍເຫລືອປະເທດທີ່ທຸກຈົນ ຫາຊ່ອງທາງແກ້ໄຂການ
ພັທນາທີ່ບໍ່ເທົ່າທຽມກັນໃນໂລກ

ສ່ວນສຫະຣັດອະເມລິການັ້ນ ກໍຕ້ອງການໃຫ້ຜູ້ອຳນວຍການຄົນໃໝ່ຂອງ FMI ຮຽກຮ້ອງ
ໃຫ້ ສ.ປ. ຈີນ ຂື້ນຄ່າເງິນຢວນຂອງຕົນ ທີ່ກຸງວໍຊີງຕັນເຫັນວ່າອ່ອນຕົວກວ່າທີ່ຄວນ ເຮັດ
ໃຫ້ສິນຄ້າຂາອອກຂອງຈີນຖ້ວມລົ້ນຕລາດອະເມຣິກັນ ເຮັດໃຫ້ສຫະຣັດອະເມຣິກາຂາດ
ດຸນການຄ້າກັບຈີນຈຳນວນມຫາສານມາຕລອດ

ທ່ານໂດມີນີກ ສໂຕຣສການຫ໌ ໄດ້ຮັບຮູ້ເຖິງຄວາມຈິງຂໍ້ນີ້ ແລະໄດ້ສແດງທ່າທີໄປແລ້ວວ່າ
ທ່ານຈະເປັນຜູ້ອຳນວຍການ FMI ຂອງທັງໝົດ 185 ປະເທດສມາຊິກ ຈະເປັນຕົວແທນ
ຂອງບັນດາປະເທດອຸດສາຫະກັມໃຫ່ຍຮັ່ງມີ ຄືກັນກັບເປັນຕົວແທນຂອງບັນດາປະເທດດ້ອຍ
ພັທນາທີ່ຍັງທຸກຈົນ ຄືດັ່ງປະເທດ Palau ທີ່ປະກອບສ່ວນເຂົ້າໃນເງິນທຶນຂອງ FMI ພຽງ
ແຕ່ 0,001% ເທົ່ານັ້ນ ໃນຂນະທີ່ສຫະຣັດອະເມຣິກາ ມີເຖີງ 17.09% ຫລາຍກວ່າທຸກ
ປະເທດສມາຊິກອື່ນໆ (ທ່ານທີ່ຕ້ອງການຟັງບົດວິເຄາະໂດຍສຽງຂອງນັກຂ່າວ ກະ
ຣຸນນາຄລິກລຸ່ມນີ້)

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU