ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິຈັຍ

ທ່ານ ສ໊າກໂກຊີ່ ຍ້ຽມຍາມ ຣັດເຊັຍ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/10/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/10/2007 16:34 TU

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ 
(ຊ້າຍ) ພົບປະຫາລືລະດັບສຸດຍອດກັບຜູ້ນຳຣັດ
ເຊັຽ ທ່ານປະທານາທິບໍດີ ວລາດິເມັຽ ປຸດຕິນ
(ຂວາ) (ພາບ:Reuters)

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ (ຊ້າຍ) ພົບປະຫາລືລະດັບສຸດຍອດກັບຜູ້ນຳຣັດ ເຊັຽ ທ່ານປະທານາທິບໍດີ ວລາດິເມັຽ ປຸດຕິນ (ຂວາ) (ພາບ:Reuters)

ບັນຫາ ໂກ່ໂສ່ໂວ່, ບັນຫາ ພາກຕາເວັນອອກກາງ ແລະອື່ນໆນັ້ນ ອາດຖືກນຳມາ ສົນທະນາ ໃນການພົບພໍ້ຂັ້ນ ຜູ່ນໍາສຸດຍອດ ສອງປະເທດ ຄັ້ງນີ້

1./- ການພົບຂັ້ນສຸດຍອດ ລະວ່າງ ລັດເຊັຍ ແລະ ຝຣັ່ງ ມີຫົວຂໍ້ສຳຄັນ ຫຍັງແດ່ ?

ກອງປະຊຸມສຸດຍອດ ປະຈຳປີ ທີ່ເຄີຍປະຕິບັດມາ ລະວ່າງຣັດເຊັຍ ແລະ

ຝຣັ່ງ ຊຶ່ງເປັນປີທຳອິດ ຂອງສະມັຍ ປະທານາທິບໍດີ ສ໊າກໂກຊີ່  ຫລັງ

ຈາກ ໄດ້ຖືກເລືອກຕັ້ງມາແຕ່ ເດືອນ ພຶສະພາຜ່ານມານີ້.

 

ເຖິງແມ່ນວ່າ ຫົວຂໍ້ປະຊຸມ  ບໍ່ໄດ້ຖືກເປີດເຜີຍ ເປັນທາງການກໍດີ ແຕ່

ບັນຫາ ສາກົນສຳຄັນ ຮອບດ້ານ ຈະຖືກນຳມາສົນທະນາ, ເພາະຍັງມີ

ຫລາຍບັນຫາ ທີ່ຝຣັ່ງ ແລະ ຣັດເຊັຍ ບໍ່ມີຄວາມເຫັນ ສອດຄ້ອງກັນ. 

 

ການສົນທະນາ ຄັ້ງນີ້ອາດສາມາດ ເຮັດໃຫ້ ທ່າທີ ຂອງສອງປະເທດນີ້

ແຈ່ມແຈ້ງ ດີຂື້ນ ກວ່າເກົ່າ.

ໂດຍສະເພາະ ບັນຫານິວຄະເລັຍອີຣານນັ້ນ ຝຣັ່ງຕ້ອງການ ລົງໂທດ

ອິຣານ ຢ່າງເຂັ້ມງວດ ແຕ່ຣັດເຊັຍ ບໍ່ເຫັນພ້ອມນຳ.

ສ່ວນບັນຫາ ໂກ່ໂສ່ໂວ່ນັ້ນ ຝຣັ່ງຕ້ອງການຢາກໃຫ້ ມີເອກະລາດ ພາຍໃຕ້ການຄຸ້ມຄອງ ຂອງ ສະຫະປະຊາຊາດ ແຕ່ຣັດເຊັບ ຊ້ຳພັດ

ອູ້ມຊູ ປະເທດ ແຊ່ກບີ່ ທີ່ຢາກໃຫ້ ໂກ່ໂສ່ໂວ່ ພຽງແຕ່ ມີເອກະເທດ ຢ່າງກ້ວາງຂວາງ ເທົ່ານັ້ນ ແລະໃຫ້ຢູ່ໃນສະຫະພັນ ແຊ່ກບີ່ ໝາຍ

ຄວາມວ່າ ບໍ່ຢາກໃຫ້ ກ່ໂສ່ໂວ່ ນີ້ ແຍກຕົວອອກເປັນເອກະລາດ.

 

ນອກຈາກນັ້ນແລ້ວ ການຂະຍາຍພັນທະມິຕ ຂອງອົງການປ້ອງກັນ

ອັຕລັ່ງຕິກເໜືອ ຫຼືວ່າ ໂອ່ຕັ່ງ ທີ່ອຳນວຍການຮັບເອົາ ບັນດາອະດີດ

ປະເທດ ທີ່ເຄີຍຢູ່ໃນເຄືອ ອະດີດສະພາບໂຊວຽດ  ເຂົ້າມາເປັນ

ສະມາຊິກໃໝ່ນັ້ນ ແມ່ນສ້າງຄວາມບໍ່ພໍໃຈ ໃຫ້ແກ່ຣັດເຊັຍເປັນ

ຢ່າງມາກ ເເຖິງແມ່ນວ່າ ບັນດາປະເທດເລົ່າ ສະມັກຕົວເຂົ້າມາ

ເປັນສະມາຊິກຂອງ ໂອ່ຕັ່ງເອງກໍດີ ແຕ່ຣັດເຊັຍ ຖືວ່າເປັນການ

ບຸກລຸກເຂດ ອິດທິພົນເກົ່າ.

 

ສຳຫລັບ ບັນຫາ ຄວາມປອດພັຍໃນການຈຳໜ່າຍສິນຄ້າ ປະເພດ

ແຮງງານ ເຊັ່ນນ້ຳມັນດິບ ແລະ ແກ໊ສ ຂອງຣັດເຊັຍ  ເຂົ້າມາ ປະເທດທີ່ຢູ່ໃນພາກຢຸໂຣບຕາເວັນຕົກ ແລະເຂດອື່ນໆນັ້ນ ກໍສຳຄັນ ເພາະບັນດາປະເທດທີ່ເປັນລູກຄ້າ ຂອງຣັດເຊັຍນັ້ນ ບໍ່ພໍໃຈທີ່ວ່າ

ຣັດເຊັຍ ຖືເອົາສິນຄ້າຈຳເປັນດັ່ງກ່າວນີ້ເປັນວິທີການ ກົດດັນ ຕໍ່ລອງ ທາງດ້ານການເມືອງ ຕໍ່ປະເທດທີ່ ເຄີຍຢູ່ໃນເຄືອສະຫະພາບໂຊວຽດ ທີ່ຂາດຄວາມນິຍົມຕົນນັ້ນ ດ້ວຍການ ຕັດການລຳລຽງແກ໊ສ ຫຼືບໍ່ ກໍຂື້ນຣາຄາສິນຄ້າສູງເກີນກຳນົດ ໃນທັນໃດໂລດ. ບັນຫານີ້ ປະເທດ

ອຸ໊ກແຣ່ນ ແລະ ອື່ນໆເຄີຍພົບພໍ້ມາແລ້ວ.

 

ສ່ວນບັນຫາ ອື່ນໆ ເຊັ່ນ ໂຄງການຕິດຕັ້ງຈະລວດ ຕໍ່ຕ້ານຈະລວດ

ອາເມຣິກັນ ໃນປະເທດ ໂປໂລຍ ແລະ ປະເທດ ເຊັ໊ກ  ແລະບັນຫາ ໃນພາກຕາເວັນອອກກາງ ກໍຈະຖືກນຳມາສົນທະນາ ຄືກັນ.

 

2./- ຝຣັ່ງ ແລະ ຣັດເຊັຍ ສາມາດ ເປັນຄູ່ຮ່ວມຍຸທະສາດ ໄດ້ ຫຼືບໍ່ ?   

 

ຖ້າຢູ່ໃນວົງການສາກົນ ສ່ວນຮ່ວມນັ້ນ ຄົງຈະເປັນໄປໄດ້ຍາກ ແຕ່ໃນລະວ່າງສອງປະເທດນັ້ນ ສາມາດເປັນໄປໄດ້ ເພາະວ່າ ມາເຖິງ

ປັຈຸບັນນີ້ ບໍຣິສັດເອກະຊົນ ຂອງຝຣັ່ງແລະ ຣັດເຊັຍ ຕ່າງກໍເຂົ້າໄປ

ລົງທຶນ ໃນປະເທດຊຶ່ງກັນແລະກັນ ນັບຫລາຍຂື້ນເລື້ອຍໆແລ້ວ.

 

ກ່ອນໜ້າ ທ່ານ ສ໊າກໂກຊີ່ ຈະໄປຍ້ຽມຍາມ ຣັດເຊັຍນັ້ນ ໂຄສົກຂອງ

ວັງ ເອ່ລີເຊ່ ປະກາດວ່າ ຝຣັ່ງ ຖື ຣັດເຊັຍ ເປັນຄູ່ຮ່ວມຍຸທະສາດ ແຕ່ ສອງປະເທດນີ້ຈະຕ້ອງສົນທະນາ ໃຫ້ເຂົ້າໃຈກັນຢ່າງເລິກແລບລະອຽດດີ ຕໍ່ບັນຫາສາກົນ ທຸກຮອບດ້ານ ເສັຍກ່ອນ, ສະນັ້ນການຍ້ຽມຍາມຄັ້ງນີ້ ທັງສອງຜູ່ນຳຈະຕ້ອງເປີດເຜີຍ ທ່າທີຢ່າງກະຈ່າງແຈ້ງ ແລະ ຈິງໃຈ ກ່ອນຈະໄປໄກກວ່ານີ້.

 

ປະທານາທິບໍດີ ສ໊າກໂກຊີ່ ເປັນຄົນມັກເວົ້າ ກົງໄປກົງມາ, ແຈ່ມແຈ້ງ

ແລະ ຈິງໃຈ ບໍ່ອ້ອມຄ້ອມໃນລັກຊນະການທູດ ເໝືອນດັ່ງອະດີດ

ປະທານາທິບໍດີ ຊີ່ຣັກ ແລະເຂົ້າຂ້າງອົງການ ໂອ່ຕັ່ງຫລາຍກວ່າ

ທ່ານ ຊີ່ຣັກ, ແລະກ່ຽວກັບ ເຣື້ອງເສຣີພາບ, ສິດທິມະນຸດແລະບັນຫາ

ເຊັ໊ດເຊ່ນີ່ນັ້ນ ທ່ານ ສ໊ານໂກຊີ່ ຍັງກ້າກ່າວຕຳນິ ຣັດເຊັຍ ຢ່າງເປີດແປນ ຫລາຍກວ່າທ່ານ ຊີ່ຣັກ.

 

ສຳຫລັບທ່າທີ ຂອງຣັດເຊັຍນັ້ນ ນັກສັນທັດກໍຣະນີ ການເມືອງສາກົນ

ຂອງຣັດເຊັຍ  ຖືວ່າການຍ້ຽມຍາມ ຣັດເຊັຍຄັ້ງທຳອິດຂອງ ທ່ານ

ສ໊າກໂກຊີ່ນີ້ ເປັນການຢັ່ງເຊີງເທົ່ານັ້ນ ໃນສາຍຕາ ເຣັດເຊັຍ ແລະ

ຍັງຖືວ່າ ທ່ານສ໊າກໂກຊີ່ນີ້ ບໍ່ມີປະສົບການ ທາງດ້ານການພົວພັນ ໃນເວທີສາກົນເທື່ອ.

 

ສະລຸບແລ້ວ ຣັດເຊັຍ ຈະເບິ່ງຜູ່ນຳຝຣັ່ງ ໄປໃນທຳນອງໃດກໍຕາມ

ແຕ່ທີ່ແນ່ນອນນັ້ນ ທ່າທີຂອງສອງປະເທດນີ້ ມີຄວາມແຕກຕ່າງກັນ

ຫລາຍດ້ານ ແຕ່ທັງສອງປະເທດ ຕ່າງກໍເປັນສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງນຳກັນ ເພະສນັ້ນ ການແກ້ໄຂບັນຫາ

ສາກົນຕ່າງໆ ຈຶ່ງມີຄວາມຢຸ້ງຍາກ ຖ້າບໍ່ດັ່ງນັ້ນກໍຕ້ອງມີການຜ່ອນ

ສັ້ນຜ່ອນຍາວ ເຂົ້າຫາກັນ.

 

 

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU