ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ:: ການຢ້ຽມຢາມຣັດເຊັຽ ຂອງຜູ້ນຳຝຣັ່ງເສດ ເປັນຫຍັງຊາຣ໌ໂກຊີ ຈຶ່ງປ່ຽນທ່າທີ ຢ່າງໜ້າມືເປັນຫັລງມື?

ຜິດກັນໄກ ເມື່ອທຽບກັບທີ່ເຄີຍ ໃຊ້ຄຳເວົ້າແຂງກ້າວ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/10/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/10/2007 15:28 TU

ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ 
ຊາຣ໌ໂກຊີ (ຊ້າຍ) ສັມຜັດມືດ້ວຍຄວາມ
ເບີກບານມ່ວນຊື່ນກັບຜູ້ນຳຣັດເຊັຽ ທ່ານ
ປະທານາທິບໍດີ ວລາດິເມັຽຣ໌ ປຸດຕິນ
ຫລັງເສັດສິ້ນກອງປະຊຸມໃຫ້ສັມພາດຂ່າວ
ຮ່ວມກັນທີ່ກຸງມົສກູ (ພາບ:Reuters)

ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ (ຊ້າຍ) ສັມຜັດມືດ້ວຍຄວາມ ເບີກບານມ່ວນຊື່ນກັບຜູ້ນຳຣັດເຊັຽ ທ່ານ ປະທານາທິບໍດີ ວລາດິເມັຽຣ໌ ປຸດຕິນ ຫລັງເສັດສິ້ນກອງປະຊຸມໃຫ້ສັມພາດຂ່າວ ຮ່ວມກັນທີ່ກຸງມົສກູ (ພາບ:Reuters)

ການພົບປະສຸດຍອດລະຫວ່າງຜູ້ນຳຝຣັ່ງ ເສດແລະຣັດເຊັຽເມື່ອຄ່ຳວານນີ້ (ອັງຄານ 9 ຕຸລາ) ມີບັນຍາກາດຜ່ອນຄາຍ ເວົ້າ ງ່າຍໆກໍຄື ຜິດກັນໄກເມື່ອປຽບທຽບກັບທ່າ ທີຂອງທ່ານປະທານາທິບໍດີຊາຣ໌ໂກຊີ ທີ່ ເຄີຍໃຊ້ຄຳເວົ້າທີ່ແຂງໃນການຕຳນິຕິຕຽນ ຕໍ່ທ່າທີໂດຍສ່ວນຮວມຂອງປະເທດຣັດ ເຊັຽໃນເວທີການເມືອງໂລກ ເປັນຫຍັງມີ ການປ່ຽນແປງແບບໜ້າມືເປັນຫລັງມືຄື ແນວນີ້ ?

ມຫາອຳນາດທີ່ເທົ່າທຽມກັນ
ຄຳຕອບງ່າຍໆກໍຄື ການປ່ຽນແປງທ່າທີດັ່ງກ່າວເປັນການ ຊີ້ໃຫ້ເຫັນເຖິງການເດີນແຕ້ມ
ທາງດ້ານການທູດແບບສອງແງ່ສອງມຸມຂອງຜູ້ນຳຝຣັ່ງເສດ ທັງນີ້ເພາະທັງສອງປະເທດ
ຝຣັ່ງເສດແລະ ຣັດເຊັຽ ຕ່າງກໍເປັນປະເທດໃຫຍ່ ເປັນມຫາອຳນາດນິວເຄລັຽ ແລະເປັນ
ສມາຊິກຖາວອນຂອງຄນະມົນຕຣີຄວາມໝັ້ນຄົງແຫ່ງອົງການສຫະປະຊາຊາດດ້ວຍກັນ

ດັງນັ້ນການແກ້ໄຂປັນຫາຄວາມຫຍຸ້ງຍາກໃດໆໃນເວທີການເມືອງໂລກຍ່ອມເປັນໄປບໍ່ໄດ້ຖ້າ
ປາສຈາກການຮ່ວມໄມ້ຮ່ວມມືຊຶ່ງກັນແລະກັນ ແລະ ການສືບຕໍ່ການປະເຊີນໜ້າກໍເປັນສິ່ງທີ່
ເປັນໄປບໍ່ໄດ້

ດັ່ງນັ້ນບໍ່ວ່າສອງປະເທດຈະມີການຂັດແຍ່ງກັນໃນປັນຫາຕ່າງໆຂອງໂລກຫລາຍປານໃດກໍ
ຕາມ ທັງສອງປະເທດກໍຈຳເປັນຈະຕ້ອງຊອກຫາທາງອອກທີ່ອະລຸ້ມອະຫລ່ວຍທີ່ທັງສອງ
ຝ່າຍພໍຮັບໄດ້

"ທ່ານປຸດຕິນເປັນບຸກຄົນທີ່ສລາດຫລັກແຫລມ ເປັນບຸກຄົນທີ່ຮູ້ແຈ້ງໃນທຸກປັນຫາຂອງໂລກ
ເປັນບຸກຄົນທີ່ມີເຈຕນາດີໃນການແລກປ່ຽນຄວາມຄິດເຫັນ ບໍ່ແມ່ນບຸກຄົນທີ່ຖືກແຕ້ມສີທີ່ພວກ
ເຮົາເຄີນເຫັນໃນຂ່າວຕ່າງໆທີ່ບັນດາສື່ນຳເຜີຍແຜ່ແຕ່ຢ່າງໃດ" ທ່ານຊາຣ໌ໂກຊີໄດ້ກ່າວຕໍ່
ຜູ້ສື່ຂ່າວ

  ທ່າທີໃກ້ຄຽງກັນກ່ຽວກັບ
  ປັນຫານິວເຄລັຽອີຫຣ່ານ
ກ່ຽວກັບປັນຫານິວເຄລັຽອີຫຣ່ານ
ຜູ້ນຳຝຣັ່ງເສດກໍກ່າວວ່າທັງ
ສອງຝ່າຍມີທ່າທີທີ່ໃກ້ຄຽງກັນ
ແຕ່ທ່ານກໍບໍໄດ້ໃຫ້ລາຍລະອຽດ
ຫຍັງຕື່ມຫລາຍກວ່ານີ້

ທີ່ຜ່ານມາຝ່າຍຝັຣ່ງເສດກໍຄືກັນ
ກັບສຫະພາບເອີຣົບແລະສຫະ
ຣັດອະເມຣິກາ
ເຫັນດີໃຫ້ມີການເພີ້ມມາຕຣາການລົງໂທດຕໍ່ອີຫຣ່ານໃຫ້ໜັກໜ້າເພື່ອກົດ
ດັນໃຫ້ປະເທດນີ້ລົ້ມເລີກໂຄງການນິວເຄລັຽຂອງຕົນ

ໃນຂນະທີ່ຝ່າຍຣັດເຊັຽນັ້ນມີແຕ່ເຄີຍຮ່ວມສນັບສນຸນມະຕິປະນາມອີຫຣ່ານຊື່ໆ ແຕ່ບໍ່ເຫັນ
ພ້ອມໃຫ້ມີການເພີ້ມມາຕຣາການລົງໂທດ ໃນເມື່ອທ່ານປະທານາທິບໍດີຝຣັ່ງເສດບໍ່ໄດ້ໃຫ້
ລາຍລະອຽດກ່ຽວກັບທີ່ວ່າ "ສອງປະເທດມີທ່າທີໃກ້ຄຽງກັນ" ກ່ຽວກັບປັນຫານິວເຄລັຽອີ
ຫຣ່ານແລ້ວ ໃນຂັ້ນຕໍ່ໄປຈຶ່ງມີຄວາມ
ເປັນໄປໄດ້ຢ່າງສູງທີ່ຣັດເຊັຽຈະສືບຕໍ່ທ່າທີເດີມ ກ່າວ
ຄືຄັດຄ້ານການວາງມາຕຣາການລົງໂທດເພີ້ມເຕີມ
ຕໍ່ອີຫຣ່ານຕໍ່ໄປ

ກ່ຽວກັບແຂວງໂກໂຊໂວ
ສ່ວນທີ່ກ່ຽວກັບແຂວງ "ໂກໂຊໂວ" ນັ້ນ ຝ່າຍຝຣັ່ງເສດກໍຄືກັນກັບສຫະພາບເອີຣົບ ເຫັນ
ວ່າການແຍກອອກຈາກປະເທດແຊກບີເພື່ອປະກາດຕົວເປັນປະເທດເອກຣາດ ເປັນສິ່ງທີ່
ຫລີກລ້ຽງບໍ່ໄດ້ ໃນຂນະທີ່ຝ່າຍຣັດເຊັຽຄັດຄ້ານການເປັນເອກຣາດຂອງແຂວງນີ້ທີ່ມີພົລ
ເມືອງເຖິງກວ່າ90% ເປັນຄົນເຊື້ອຊາດອາລບານີແລະນັບຖືສາສນາອິສລາມ

ທັງນີ້ເພາະໃນແງ່ວັທນະທັມແລະການເມືອງແລ້ວ ຣັດເຊັຽມີຄວາມຜູກພັນຕິດແໜ້ນກັບ
ປະເທດແຊກບີມາຕລອດ ຄົນແຊກບີແລະຄົນຣັດເຊັຽມີເຊື້ອຊາດເຜົ່າພັນແລະພາສາ
ປາກເວົ້າອັນດຽວກັນ ຄືເຊື້ອຊາດແລະພາສາ Slave ນັ້ນເອງ

ຫລັງການພົບປະຫາລືລະຫວ່າງສອງຜູ້ນຳ ຝຣັ່ງເສດ-ຣັດເຊັຽ ແລ້ວ ທ່ານຊາຣ໌ໂກຊີໄດ້
ເຜີຍຕໍ່ຜູ້ສື່ຂ່າວວ່າສອງປະເທດຫຍັບເຂົ້າໃກ້ກັນຫລາຍທີ່ສຸດ ແລະມີທາງເປັນໄປໄດ້ທີ່
ຈະມີທາງອອກຮ່ວມກັນ

ແຕ່ທີ່ໜ້າສັງເກດແມ່ນຢູ່ບ່ອນວ່າ ທາງອອກຮ່ວມກັນທີ່ທ່ານປະທານາທິບໍດີຝຣັ່ງເສດຍົກຂື້ນ
ມາເວົ້ານັ້ນແມ່ນ "ທາງອອກຮ່ວມກັນທີ່ປະເທດແຊກບີພໍຮັບໄດ້" ຊຶ່ງກໍໝາຍຄວາມວ່າ
"ຄວາມເປັນເອກເທດຢ່າງກວ້າງຂວາງໃນການປົກຄອງຕົນເອງ" ຂອງແຂວງໂກໂຊໂວ
ນັ້ນເອງ ບໍ່ແມ່ນການແຍກຕົວອອກເປັນປະເທດເອກຣາດ ຊຶ່ງກໍແມ່ນທ່າທີດັ້ງເດີມຂອງ
ຣັດເຊັຽຢູ່ແລ້ວ

ເພາະສນັ້ນຈຶ່ງເຫັນໄດ້ວ່າໃນເຣື່ອງຂອງແຂວງໂກໂຊໂວນີ້ ຝຣັ່ງເສດຈຶ່ງໜ້າຈະເປັນຝ່າຍ
ປ່ຽນທ່າທີຫຍັບເຂົ້າໃກ້ຣັດເຊັຽ ຫລາຍກວ່າທີ່ຝ່າຍຣັດເຊັຽຈະເປັນຜູ້ປ່ຽນທ່າທີ

ປັນຫາຂີປະນາວຸດຕ້ານຂີປະນາວຸດ
ເປັນທີ່ຊາບກັນດີແລ້ວວ່າສຫະຣັດອະເມຣິກາກຳລັງດຳເນີນການຕິດຕັ້ງຂີປະນາວຸດຕ້ານ
ຂີປະນາວຸດໃນສາທາຣະນະຣັດເຊັກສ໌ແລະໃນປະເທດໂປໂລຍ ສອງປະເທດອດີດບໍຣິວານ
ຂອງສຫະພາບໂຊວຽດທີ່ພັງທະລາຍໄປແລ້ວ

ວໍຊິງຕັນອ້າງວ່າເພື່ອປ້ອງກັນການຍິງຈຣວດຈາກອີຫຣ່ານ ແຕ່ຣັດເຊັຽຖືວ່າເປັນການ
ປິດລ້ອມແລະເປັນພັຍນາບຂູ່ຕໍ່ຕົນດ້ວຍ ທັງນີ້ເພາະນຳມາຕິດຕັ້ງໃນປາກປະຕູບ້ານຂອງ
ຣັດເຊັຽໂດຍບໍ່ໃຫ້ຣັດເຊັຽໄດ້ມີສ່ວນນຳໃນການວາງແຜນ

ກ່ຽວກັບປັນຫານີ້ ທ່ານປະທານາທິບໍດີຝຣັ່ງເສດກໍພຽງແຕ່ໄດ້ແນະນຳໃຫ້ກຳລັງໃຈແກ່
ຣັດເຊັຽການການສືບຕໍ່ເຈຣະຈາກັບສຫະຣັດອະເມຣິກາກ່ຽວກັບຂໍ້ສເນີຂອງຣັດເຊັຽທີ່ຈະ
ໃຫ້ມີການນຳໃຊ້ສຖານີຣາດາຣ໌ໃນປະເທດອາແຊກໄບຢັງ (Azerbaïdjan) ຊຶ່ງກໍເຄີຍ
ເປັນຣັດໜຶ່ງຂອງອດີດສຫະພາບໂຊວຽດ
ຊຶ່ງຈະທຳໃຫ້ຣັດເຊັຽມີສ່ວນຮ່ວມໃນໂຄງ
ການຂີປະນາວຸດຕ້ານຂີປະນາວຸດດັ່ງກ່າວ

ໃຜຍິງຈຣວດໃສ່ປະເທດເຊອ໊ອກຊີ (Géorgie)
ນອກຈາກປັນຫາຂີປະນາວຸດຕ້ານຂີປະນາວຸດແລ້ວ ທ່ານປະທານາທິບໍດີຝຣັ່ງເສດຍັງ
ເຜີຍຕໍ່ຜູ້ສື່ຂ່າວອີກວ່າເພີ່ນໄດ້ຢິຍົກປັນຫາການຍິງຈຣວດໄປຕົກໃນປະເທດເຊອ໊ອກຊີ
(Géorgie) ເມື່ອວັນທີ 6 ສິງຫາທີ່ຜ່ານມາຂຶ້ນມາເວົ້າກັບຜູ້ນຳຣັດເຊັຽດ້ວຍ ແຕ່ກໍບໍ່
ໄດ້ເຜີຍວ່າ ວລາດິເມັຽຣ໌ ປຸດຕິນ ໄດ້ໃຫ້ຄຳຕອບແລະຊີ້ແຈງແນວໃດກ່ຽວກັບປັນຫານີ້

ສຳລັບຜູ້ນຳຂອງປະເທດເຊອ໊ອກຊີແລ້ວ ແມ່ນເປັນທີ່ຈະແຈ້ງທີ່ສຸດວ່າລູກຈຣວດທີ່
ໄປຕົກໃນປະ ເທດຂອງຕົນເມື່ອວັນທີ 6 ສິງຫານັ້ນ ແມ່ນກອງທັບຣັດເຊັຽເປັນຜູ້ຍິງ
ນາບຂູ່

ນອກຈາກນີ້ ການຄາຕກັມນັກຂ່າວຣັດເຊັຽ ຄືທ່ານນາງ ອານນາ ໂປລິດໂກ໊ຟສໄກຢາ
(Anna Politkovskaïa) ເມື່ອໜຶ່ງປີທີ່ຜ່ານມາ, ປັນຫາສົງຄາມໃນເຊັດເຊນີ
(Tchetchénie) ແລະປັນຫາການລະເມີດສິດທິມນຸດຊົນອື່ນໆ ກໍໄດ້ຮັບການຢິບຍົກ
ໂດຍຜູ້ນຳຝຣັ່ງເສດຕໍ່ໜ້າຜູ້ນຳຣັດເຊັຽເຊັ່ນດຽວກັນ ແລະທັງໝົດນີ້ທ່ານຜູ້ນຳຝຣັ່ງ
ເສດກໍບໍ່ໄດ້ໃຫ້ລາຍລະອຽດວ່າຄຳຕອບຂອງຝ່າຍຣັດເຊັຽນັ້ນ ເປັນທີ່ພໍໃຈຫລືບໍ່ ຈຶ່ງ
ທຳມີການສັນນິດຖານກັນວ່າໜ້າຈະເປັນການຢິບຍົກຂື້ນມາສົນທະນາກັນ "ພໍເປັນພິທີ"
ເທົ່ານັ້ນ

ປັນຫາຣັດເຊັຽໃຊ້ພລັງງານເປັນອາວຸດການເມືອງ
ໃນຂນະທີ່ປັນຫາກ່ຽວກັບການທີ່ຣັດເຊັຽນຳໃຊ້ພລັງງານເປັນອາວຸດທາງດ້ານການ
ເມືອງເພື່ອກົດດັນບັນດາປະເທດທີ່ເຄີຍຢູ່ໃນອດີດສຫະພາບໂຊວຽດມາກ່ອນ ຕົວ
ຢ່າງປະເທດອຸຍແກຣນ ທີ່ມີທ່າທີເອນອຽງມາທາງດ້ານຕະວັນຕົກ ດ້ວຍການປະ
ກາດຂຶ້ນຣາຄາພວດພາດບາດດຽວຢ່າງກະທັນຫັນ ແລະບາງຄັ້ງກໍເຖິງຂນາດຕັດ
ການລຳລຽງສົ່ງກ໊າສ ຈົນກະທົບມາເຖິງຫລາຍປະເທດໃນສຫະພາບເອີຣົບທີ່ຊື້ກ໊າສ
ຈາກຣັດເຊັຽຢ່າງຫລວງຫລາຍນັ້ນ ກໍບໍ່ໄດ້ມີການຢິບຍົກຂື້ນມາສົນທະນາກັນຊ້ຳ

ມີການອ້າງເຫດຜົນວ່າ "ເວລາບໍ່ພຽງພໍ" ທັງໆທີ່ເມື່ອບໍ່ນານມານີ້ ທ່ານນິໂກລາສ໌
ຊາຣ໌ໂກຊີ ເຄີຍກ່າວຕຳນິຕິຕຽນຣັດເຊັຽໃນປັນຫານີ້ວ່າ "ຮຸນແຮງ" ດ້ວຍການນຳໃຊ້
ພລັງງານເປັນອາວຸດທາງດ້ານການເມືອງ

ເປັນຫຍັງຝຣັ່ງເສດຈຶ່ງປ່ຽນທ່າທີ?
ຄຳອະທິບາຍທີ່ດີທີ່ສຸດຕໍ່ການປ່ຽນແປງທ່າທີຂອງທ່ານປະທານາທິບໍດີຊາຣ໌ໂກຊີ
ໃນຄັ້ງນີ້ ແມ່ນຜົນປໂຍດທາງດ້ານການຄ້າ ເມື່ອເດືອນກໍຣະກົດທີ່ຜ່ານມາບໍຣິສັດ
Total ຂອງຝຣັ່ງເສດກໍໄດ້ຮັບໄຟຂຽວຈາກຣັຖບານຣັດເຊັຽແລ້ວ ໃຫ້ດຳເນີນການ
ຂຸດເຈາະກ໊າສທັມມະຊາດໃນທະເລ Barents ຂອງຣັດເຊັຽໄດ້ ນອກຈາກນີ້ອີກທັງ
ສອງປະເທດກໍຍັງມີການລົງທຶນຮ່ວມກັນອີກໃນທາງດ້ານການບິນ

ອີກປະການໜຶ່ງ ປະເທດຣັດເຊັຽດຽວນີ້ບໍ່ແມ່ນປະເທດຣັດເຊັຽໃນສມັຍຊຸມປີ 1990
ຕໍ່ໄປອີກແລ້ວ ທັງນີ້ເພາະມີລາຍໄດ້ມຫາສານຈາກການຂາຍກ໊າສໃຫ້ໂລກຕະວັນຕົກ
ຈົນສາມາດໃຊ້ໜີ້ສິນຄືນໃຫ້ແກ່ FMI ແລະປະເທດມຫາອຳນາດຕະວັນຕົກອື່ນໆໄດ້
ຈົນໝົດສິ້ນແລ້ວ

ໝາຍຄວາມວ່າຣັດເຊັຽໄດ້ຫວນກັບຄືນມາຢູ່ໃນຖານະເປັນຄູ່ແຂ່ງກັບສຫະຣັດອະເມ
ຣິກາແລະໂລກຕະວັນຕົກໄດ້ຄືເກົ່າແລ້ວ ບໍ່ໄດ້ກົ້ມໜ້າໃຊ້ໜີ້ຄືກັນກັບໃນຊຸມປີ 1990
ຫລັງການພັງທະລາຍຂອງສຫະພາບໂຊວຽດຕໍ່ໄປອີກ

ກໍຢ່າງທີ່ໄດ້ກ່າວມາແຕ່ຕົ້ນນັ້ນເອງວ່າ ລະຫວ່າງຍັກໃຫຍ່ຕໍ່ຍັກໃຫຍ່ ຍ່ອມເປັນໄປ
ບໍ່ໄດ້ທີ່ຈະປະເຊີນໜ້າກັນເຖິງຂັ້ນແຕກຫັກ ການຫາທາງອອກຕໍ່ຄວາມຂັດແຍ່ງຍ່ອມ
ເປັນທາງສາຍກາງຢູ່ສເມີ ກໍເຂົ້າທຳນອງທີ່ວ່າ "ຊິ້ນໄປ ປາມາ" ນັ້ນເອງ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU