ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ : ອະເມຣິກາ - ຣັດເຊັຽ ຄວາມໄວ້ໃຈ ຊຶ່ງກັນແລະກັນ ເປັນໄປບໍ່ໄດ້

ປະສົບຄວາມລົ້ມແຫລວ ໃນການເຈຣະຈາ ເຣື່ອງການຕິດຕັ້ງ ຂີປະນາວຸດຕ້ານຂີປະນາວຸດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/10/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/10/2007 13:58 TU

ຣມຕ ປ້ອງກັນປະເທດ ແລະ ຕ່າງປະເທດ
ອະເມຣິກັນ ທ່ານໂຣແບຣ໌ຕ ເກຕສ໌(ຊ້າຍ)
ແລະ ທ່ານນາງຄອນໂດລີຊາ ໄຣຊ໌(ຂວາ)
ເນື່ອງໃນໂອກາດເຂົ້າພົບປະທານາທິບໍດີ
ຣັດເຊັຽ ວລາດິເມັຽຣ໌ ປຸດຕິນ
(ພາບ: Reuters)

ຣມຕ ປ້ອງກັນປະເທດ ແລະ ຕ່າງປະເທດ ອະເມຣິກັນ ທ່ານໂຣແບຣ໌ຕ ເກຕສ໌(ຊ້າຍ) ແລະ ທ່ານນາງຄອນໂດລີຊາ ໄຣຊ໌(ຂວາ) ເນື່ອງໃນໂອກາດເຂົ້າພົບປະທານາທິບໍດີ ຣັດເຊັຽ ວລາດິເມັຽຣ໌ ປຸດຕິນ (ພາບ: Reuters)

ການຂາດຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ
ແລະກັນສແດງອອກໃຫ້ເຫັນໃນການປະ
ສົບຄວາມລົ້ມແຫລວຂອງການເຈຣະຈາ
ເຣື່ອງແຜນຕິດຕັ້ງຂີປະນາວຸດຕ້ານຂີປະ
ນາວຸດຂອງສຫະຣັດອະເມຣິກາໃນສາ
ທາຣະນະຣັດເຊັກສ໌ແລະປະເທດໂປໂລຍ
ຊຶ່ງຝ່າຍອະເມຣິກັນໄດ້ຕອບປະຕິເສດຕໍ່
ຂໍ້ສເນີຂອງຝ່າຍຣັດເຊັຽ ໃຫ້ນຳໃຊ້ຖານ
ຕິດຕັ້ງຣາດາຣ໌ຂອງຣັດເຊັຽທີ່ "ກາບາ
ລາ" (Gabala) ໃນປະເທດ "ອາແຊກ
ໄບຈັງ" (Azerbaïdjan) ຊຶ່ງປະເທດນີ້
ເຄີຍຮ່ວມເປັນຣັດໜຶ່ງຢູ່ໃນອດີດສຫະ
ພາບໂຊວຽດມາກ່ອນ ກໍໃນທຳນອງທີ່ວ່າ "ຢ່າໃຊ້ສາທາຣະນະຣັດເຊັກສ໌ແລະ
ປະເທດໂປໂລຍເລີຍ ເປັນຖານທີ່ຕັ້ງ ມາໃຊ້ຖານທີ່ຕັ້ງຂອງຣັດເຊັຽໃນປະ
ເທດອາແຊກໄບຈັງນີ້ດີກວ່າ"

ໃນເມື່ອສຫະຣັດປະຕິເສດ ກໍໝາຍຄວາມວ່າ "ລຸງແຊມ" ບໍ່ຢາກໃຫ້ "ໝີຂາວ"
ມີສ່ວນຮ່ວມໃນລະບົບຂີປະນາວຸດຕ້ານຂີປະນາວຸດນີ້

ບໍ່ໄວ້ໃຈຊຶ່ງກັນແລະກັນ
ສາເຫດເລິກໆຂອງການປະຕິເສດຂອງສຫະຣັດອະເມຣິກາກໍແມ່ນເຣື່ອງທີ່ເຂົ້າໃຈງ່າຍໆ
ກ່າວຄື ຣັດເຊັຽນັ້ນເຄີຍເປັນຄູ່ແຂ່ງຂອງສຫະຣັດອະເມຣິກາມາຕັ້ງແຕ່ສມັຍສົງຄາມເຢັນ
ຕັ້ງແຕ່ສມັຍທີ່ສຫະພາບໂຊ ວຽດຍັງເຮືອງອຳນາດຢູ່

ເມື່ອສົງຄາມເຢັນສິ້ນສຸດລົງ ເຖິງແມ່ນວ່າໃນຕອນຕົ້ນໆຣັດເຊັຽໄດ້ອ່ອນເພັຽລົງຍ້ອນ
ການເປັນໜີ້ສິນອົງການເງິນທຶນສາກົນ FMI ແລະເປັນໜີ້ບັນດາປະເທດໃນໂລກຕະວັນຕົກ
ຢ່າງມຫາສານ ຣັດເຊັຽຈຶ່ງບໍ່ສາມາດຢືນຢູ່ໃນທ່າທີທີ່ແຂງໄດ້ກໍຕາມ ແຕ່ໃນປັດຈຸບັນຣັດ
ເຊັຽໄດ້ໃຊ້ໜີ້ສິນໝົດສິ້ນແລ້ວຍ້ອນມີລາຍໄດ້ມຫາສານຈາກການຂາຍກ໊າສໃຫ້ຫລາຍປະ
ເທດໃນສຫະພາບເອີຣົບ

ດັ່ງນັ້ນເຮົາຈຶ່ງສາມາດເວົ້າໄດ້ວ່າຣັດເຊັຽໄດ້ຫວນກັບຄືນມາເປັນຄູ່ແຂ່ງໃນເວທີໂລກ
ເທົ່າທຽມກັບສຫະຣັດອະເມຣິກາແລ້ວ

ກໍແມ່ນຍ້ອນເຫດຜົນອັນນີ້ສຫະຣັດອະເມຣິກາຈຶ່ງບໍ່ຮັບຂໍ້ສເນີຂອງຣັດເຊັຽ ທັງນີ້ກໍເພາະ
ຖ້າຮັບ ກໍຈະບໍ່ສາມາດນຳໃຊ້ຂີປະນາວຸດຕ້ານຂີປະນາວຸດໄດ້ຕາມແຜນຂອງຕົນທຸກຢ່າງ
ຖ້າປາສຈາກການເຫັນດີເຫັນພ້ອມຈາກປະເທດຣັດເຊັຽ

ສລຸບງ່າຍໆກໍຄືວ່າ ໃນເມື່ອຣັດເຊັຽສາມາດຫວນກັບຄືນສູ່ຖານະທີ່ຕໍ່ລອງກັບສຫະ
ຣັດອະເມຣິກາໄດ້ຄືຢ່າງທຸກວັນນີ້ແລ້ວ ການທີ່ສອງມຫາອຳນາດທີ່ເຄີຍ
ຂັບຂ້ຽວກັນ
ມາແລ້ວໃນສມັຍສົງຄາມເຢັນ ຈະໄວ້ໃຈຊຶ່ງກັນແລະກັນນັ້ນຍ່ອມເປັນສິ່ງທີ່ເປັນໄປ
ບໍ່ໄດ້

 

ຂັດແຍ່ງໃນປັນຫານິວເຄລັຽອີຫຣ່ານ

ອີກປະການໜຶ່ງ ຣັດເຊັຽເຫັນວ່າ ຂໍ້ອ້າງຂອງສຫະຣັດອະເມຣິກາທີ່ວ່າຣະບົບຂີປະນາ
ວຸດຕ້ານຂີປະນາວຸດ "Patriot" ແມ່ນແນໃສ່ສກັດກັ້ນການໂຈມຕີຈາກປະເທດອີ
ຫຣ່ານທີ່ອາດມີຂື້ນໄດ້ຕໍ່ບັນດາປະເທດພັນທະມິດຂອງສຫະຣັດອະເມຣິກາໃນທວີບ
ເອີຣົບນັ້ນ ກໍເປັນຂໍ້ອ້າງທີ່ຟັງບໍ່ຂື້ນ ຣັດເຊັຽເຫັນວ່າອີຫຣ່ານບໍ່ມີຂີດຄວາມສາມາດ
ພັທນາຂີປະນາວຸດຍິງໄກໄປເຖິງທວີບເອີຣົບໄດ້

 

ໃນສ່ວນທີ່ກ່ຽວກັບຂໍ້ສົງໃສຂອງສຫະຣັດອະເມຣິກາທີ່ວ່າອີຫຣ່ານມີແຜນສ້າງອາ
ວຸດນິວເຄລັຽນັ້ນ ຝ່າຍຣັດ ເຊັຽກໍຢືນຢັນວ່າບໍ່ມີຫລັກຖານໃດຊີ້ໃຫ້ເຫັນວ່າເປັນ
ແນວນັ້ນ

 

ເມື່ອສລຸບຄວາມແລ້ວ ເຮົາເຫັນໄດ້ແຈ້ງວ່າ ໃນຂນະທີ່ວໍຊິງຕັນພຍາຍາມປັກປຳ
ອີຫຣ່ານໂດຍຖືວ່າປະ ເທດນີ້ເປັນ "ປະເທດພຍາມານ" ນັ້ນ ທາງກຸງມົສກູຊ້ຳ
ພັດພຍາຍາມປ້ອງກັນອີຫຣ່ານມາຕລອດ ຈຸດນີ້ກໍເປັນຄຳອະທິບາຍໄດ້ເປັນຢ່າງ
ດີຕໍ່ຄວາມລົ້ມແຫລວຂອງການເຈຣະຈາລະຫວ່າງສຫະຣັດແລະຣັດເຊັຽທີ່ກຸງ
ມົສກູເມື່ອວານນີ້ (ສຸກ 12 ຕຸລາ)

 

ຣັດເຊັຽວ່າເປັນການນາບຂູ່ຕໍ່ຕົນ
ອີກປະການໜຶ່ງ ການທີ່ສຫະຣັດເລືອກເອົາສາທາຣະນະຣັດເຊັກສ໌ແລະປະເທດ
ໂປໂລຍເປັນຖານທີ່ຕັ້ງຂອງລະບົບຂີປະນາວຸດຕ້ານຂີປະນາວຸດ "Patriot" ນັ້ນ
ຣັດເຊັຽກໍເບີ່ງວ່າເປັນການປິດລ້ອມແລະນາບຂູ່ຕໍ່ຕົນໄປໃນຕົວ

ສາທາຣະນະຣັດເຊັກສ໌ແລະໂປໂລຍ ເຄີຍເປັນປະເທດບໍຣິວານຂອງມື້ລາງສຫະ
ພາບໂຊວຽດມາກ່ອນໃນຂອບຂອງມື້ລາງສົນທິສັນຍາ Varsovie ແຕ່ສອງ
ປະເທດນີ້
ໄດ້ຫັນປ່ຽນໄປເຂົ້າເປັນສມາຊິກຂອງ "ສົນທິສັນຍາຮ່ວມປ້ອງກັນ
ອັຕລັງຕິກເໜືອ" (OTAN ຫລື NATO)
ອັນມີສຫະຣັດອະເມຣິກາເປັນແກນ
ນຳ ແຕ່ນັ້ນເປັນຕົ້ນມາສອງປະເທດນີ້ກໍບໍ່ເຄີຍໄວ້ໃຈຣັດເຊັຽຈັກເທື່ອ

ອີກປະການໜຶ່ງ ໂປໂລຍກໍມີຊາຍແດນຕິດຕໍ່ກັບຣັດເຊັຽ ດັ່ງນັ້ນການທີ່ສຫະຣັດນຳ
ເອົາລະບົບຂີປະນາວຸດຕ້ານຂີປະນາວຸດມາຕິດຕັ້ງໃນປາກປະຕູບ້ານຂອງຣັດ
ເຊັຽແລະປະຕິເສດຂໍ້ສເນີຂອງຣັດເຊັຽແລ້ວ ຈະໃຫ້ໝີຂາວເບີ່ງເປັນຢ່າງອື່ນ
ໄປບໍ່ໄດ້ ນອກຈາກການພຍາຍາມປິດລ້ອມແລະນາບຂູ່ຕໍ່ຕົນໄປໃນຕົວໂດຍຍົກ
ເອົາໄພນາບຂູ່ຈາກປະເທດອີຫຣ່ານມາເປັນຂໍ້ອ້າງ ທີ່ຣັດເຊັຽວ່າເປັນຂໍ້ອ້າງ
ທີ່ຟັງບໍ່ຂື້ນ

ຣັດເຊັຽນາບຂູ່ຕອບໂຕ້
ກໍແມ່ນຍ້ອນເຫດຜົນທີ່ກ່າວມາທັງໝົດນີ້ເອງ ການເຈຣະຈາລະຫວ່າງສຫະຣັດ
ອະເມຣິກາແລະຣັດເຊັຽ ຈຶ່ງປະສົບກັບຄວາມລົ້ມແຫລວ ເປັນເຫດໃຫ້ຣັດເຊັຽ
ນາບຂູ່ກັບຄືນໄປວ່າ ຈະທຳທຸກວິຖີທາງເພື່ອຂວາງກັ້ນແຜນຕິດຕັ້ງຂີປະນາວຸດ
ຕ້ານຂີປະນາວຸດຂອງສຫະຣັດໃນສາທາຣນະຣັດເຊັກສ໌ແລະໂປໂລຍ ໂດຍຣັດເຊັຽ
ກໍຈະຕິດຕັ້ງລະບົບ "ຂີປະນາວຸດ "RS-24" ຂອງຕົນ ທີ່ຈະສາມາດທຳລາຍ
"ຂີປະນາວຸດຕ້ານຂີ ປະນາວຸດ Patriot " ຂອງສຫະຣັດອະເມຣິກາໄດ້

ນອກຈາກນີ້ ຣັດເຊັຽຍັງຂູ່ອີກວ່າຈະຖອນຕົວອອກຈາກສົນທິສັນຍາ "TFN" ທີ່
ຫ້າມການຕິດຕັ້ງຂີປະນາວຸດຣະຍະຍິງປານກາງ 500 – 5000 ກ.ມ. ໃນທວີບ
ເອີຣົບ

ສົນທິສັນຍາດັ່ງກ່າວໄດ້ຮັບການລົງນາມກັນຕັ້ງແຕ່ສມັຍສົງຄາມເຢັນເມື່ອປີ
1987 ໂດຍປະທານາທິບໍດີອະເມຣິກັນໃນສມັຍນັ້ນ ທ່ານໂຣແນລດ໌ ເຣແກນ
ແລະປະທານາທິບໍດີຂອງສຫະພາບໂຊວຽດ ທ່ານມິຄາອິລ ກ໊ອກບັຕຊ໊ອຟ

ຢ່າງໃດກໍຕາມ ທັງຣັດເຊັຽແລະສຫະຣັດອະເມຣິກາຕ່າງກໍເປັນອະພິມຫາອຳ
ນາດຂອງໂລກດ້ວຍກັນ ຈະປະເຊີນໜ້າກັນເຖິງຂັ້ນແຕກຫັກນັ້ນ ບໍ່ແມ່ນເຈຕນາ
ຂອງແຕ່ລະຝ່າຍ ດັງນັ້ນທັງສອງປະເທດຈຶ່ງໄດ້ສແດງເຈຕນາວ່າຈະພຍາ
ຍາມໃຫ້ມີການສືບຕໍ່ການເຈຣະຈາກັນຕໍ່ໄປຕື່ມອີກເພື່ອໃຫ້ບັນລຸເຖິງຂໍ້ຕົກລົງກັນ
ໃຫ້ໄດ້ ແຕ່ກໍບໍ່ເປັນທີ່ຈະແຈ້ງວ່າຈະມີຂື້ນໃນເວລາໃດ

ອີກປະການໜຶ່ງ ຣັດເຊັຽຈະມີການເລືອກຕັ້ງໃນມໍ່ໆນີ້ ໃນຂນະທີ່ສຫະຣັດອະເມຣິ
ກາກໍຈະມີການເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີໃນທ້າຍປີໜ້າ ຕ່າງຝ່າຍ
ຕ່າງກໍຢາກນຳໃຊ້ເຣື່ອງ "ລະບົບປ້ອງກັນ" ນີ້ ເປັນເຄື່ອງມືໃນການຫາສຽງ
ເລືອກຕັ້ງ ເພາະສນັ້ນການເຈຣະຈາກັນຄືນໃໝ່ບໍ່ໜ້າຈະມີຂື້ນກ່ອນປີ 2009

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU