ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ: ປັນຫາຂບົດ ແຍກດິນແດນກວ໊ຽກ ໃນປະເທດຕວ໊ຽກກີ

ອັງກາຣາກົດດັນ ໃຫ້ອະເມຣິກາ ຊ່ວຍປາບ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 02/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/11/2007 17:23 TU

ຖ້າກອງທັບຕວ໊ຽກກີບຸກເຂົ້າກວາດລ້າງ ກຳລັງຂອງຝ່າຍຂບົດແຍກດິນແດນຊົນ ເຜົ່າກວ໊ຽກແຫ່ງພັກ PKK ທີ່ໜີຂ້າມ ຊາຍແດນເຂົ້າໄປຫລົບຊ້ອນໃນພາກ ເໜືອຂອງປະເທດອີຣັກ ຈະທຳໃຫ້ສຖາ ນະການທີ່ສັບສົນອົລມ່ານຢູ່ແລ້ວ ຍິ່ງຈະ ສັບສົນຫຍຸ້ງຍາກໜັກໜ້າແລະເພີ້ມພາຣະອັນໜັກໜ່ວງໃຫ້ແກ່ກອງທັບອະເມຣິ ກັນຕື່ມອີກ

ສົງຄາມອີຣັກກໍສັບສົນຢູ່ແລ້ວ
ເວົ້າສເພາະແຕ່ສົງຄາມໃນປະເທດອີຣັກເອງກໍສັບສົນພໍແຮງຢູ່ແລ້ວ ທະຫານອະເມຣິກັນ
ແລະທະຫານຂອງກອງທັບແຫ່ງຊາດອີຣັກເອງ ກໍລົ້ມຕາຍບໍ່ເວັ້ນແຕ່ລະວັນອັນເນື່ອງມາ
ຈາກການກໍ່ການຮ້າຍແບບຖວາຍຊີວິດຂອງກຸ່ມການຈັດຕັ້ງມຸສລິມຫົວຮຸນແຮງປະກອບອາ
ວຸດຕ່າງໆ ທີ່ບໍ່ມີຕົວຕົນ ບໍ່ຮູ້ວ່າອົງການໃດຕໍ່ອົງການໃດ

ທ່ານປະທານາທິບໍດີອະເມຣິກັນ ຢອຣ໌ຊ ດັບເບີ້ລຢູ ບຸສ ກໍຖືກກົດດັນໜັກທັງພາຍໃນ
ປະເທດແລະໃນເວທີໂລກຍ້ອນປັນຫາສົງຄາມໃນປະເທດອີຣັກນີ້

ນັ້ນກໍຄື ເມື່ອບໍ່ສາມາດປາບກຸ່ມຫົວຮຸນແຮງມຸສລິມໃນປະເທດອີຣັກໃຫ້ຮາບຄາບໄດ້ແລ້ວ
ກອງທັບອະເມຣິກັນແລະອີຣັກຍັງຈະຕ້ອງທຸ້ມເທມາທາງດ້ານຫ້າມເສິກທີ່ຊາຍແດນຕິດ
ກັບຕວ໊ຽກກີຕື່ມອີກ ໃຜໆກໍພໍເບີ່ງເຫັນຈະແຈ້ງວ່າພາຣະຈະໜັກໜ່ວງເພີ້ມຂື້ນຂນາດໃດ

ກຳລັງຣົດເກາະຣົດຖັງຂອງກອງທັບຕວ໊ຽກກີ ສນັບສນຸນດ້ວຍກຳລັງພົນ 10 ພັນ ຄົນໄດ້ຮັບຄຳສັ່ງ
ໃຫ້ເດີນທາງໄປຕຶງກຳລັງໄວ້ທີ່ຊາຍແດນຕິດກັບປະເທດອີຣັກ ເພື່ອຕຽມພ້ອມບຸກກວາດລ້າງຊົນ
ເຜົ່າກວ໊ຽກແຍກດິນແດນ ທີ່ຂ້າມເຂດແດນເຂົ້າໄປຫລົບຊ້ອນໃນປະເທດອີຣັກ (ພາບ: AFP)

ກອງທັບຕວ໊ຽກທີ່ມີກຳລັງພົນເຖິງ 10 ພັນຄົນ ທີ່ສນັບສນຸນຣົດຣົດເກາະຣົດຖັງ ເຄື່ອນທີ່ສູ່ຊາຍແດນຕິດ
ກັບດ້ານເໜືອຂອງອີຣັກ ຕຽມພ້ອມຮັບຄຳສັ່ງເພື່ອບຸກຂ້າມຊາຍແດນເຂົ້າປາບ
ປາມກຸ່ມຂບົດແຍກດິນແດນ
ຊົນເຜົ່າກວ໊ຽກ (ພາບ:
Reuters)

ກອງທັບອະເມຣິກັນບໍ່ເຄີຍຊ່ວຍຕວ໊ຽກກີມາກ່ອນບໍ່?
ທີ່ຜ່ານມາຈະວ່າກອງທັບອະເມຣິກັນບໍ່ໄດ້ເຮັດຫຍັງເລີຍກໍບໍ່ຖືກ ທັງນີ້ເພາະໃຜໆກໍຮູ້ແລ້ວ
ວ່າສຫະຣັດອະເມຣິກາແລະຕວ໊ຽກກີນັ້ນເປັນພັນທະມິດທີ່ຈົ່ງຮັກພັກດີຕໍ່ກັນມາເປັນເວລາ
ຊ້ານານ ທີ່ຜ່ານມາກອງທັບອະເມຣິກັນປ້ອນຂໍ້ມູນຂ່າວສານໃຫ້ກອງທັບຕວ໊ຽກເປັນປະຈຳ
ກ່ຽວກັບທີ່ຕັ້ງຂອງກອງກຳລັງຂອງຊົນເຜົ່າກວ໊ຽກແຍກດິນແດນ ແຕ່ເຖິງປານນັ້ນຣັຖ
ບານແຫ່ງກຸງອັງກາຣາກໍຍັງບໍ່ພໍໃຈ ເພາະເຫັນວ່າບໍ່ເປັນການພຽງພໍ ແລະຕ້ອງການ
ຢາກໃຫ້ກອງທັບອະເມຣິກັນແລະອີຣັກຮ່ວມປາບ ປາມນຳດ້ວຍ

ແຕ່ຄວາມຕ້ອງການຂອງຣັຖບານຕວ໊ຽກກີນີ້ ກໍບໍ່ແມ່ນຈະສາມາດຕອບສນອງໄດ້ງ່າຍໆ
ທັງນີ້ອັນເນື່ອງມາຈາກຣັຖບານອີຣັກເອງຈະປະຕິບັດຄວາມຮຸນແຮງຕໍ່ຊາວກວ໊ຽກກໍຍາກ
ເພາະເຂດກວ໊ຽກດິສຖານໃນພາກເໜືອຂອງປະເທດອີຣັກນັ້ນ ກໍມີແນວຄິດຢາກແຍກດິນ
ແດນຄືກັນ ການປະຕິບັດຄວາມຮຸນແຮງອາດທຳໃຫ້ແນວຄວາມຄິດແຍກດິນແດນເພີ້ມ
ຄວາມເຂັ້ມຂຸ້ນໜັກໜ້າກວ່າເກົ່າ

ຕວ໊ຽກກີສົງໃສອີຣັກໃຫ້ທີ່ຫລົບຊ້ອນ
ປັດຈຸບັນເຂດກວ໊ຽກດິສຖານອີຣັກເປັນເຂດປົກຄອງເອກເທດ (Autonome) ມີປະທານ
ເຂດເປັນຊົນເຜົ່າກວ໊ຽກຄື ທ່ານມາສຸດ ບາກຊານີ (Masoud Barzani) ຫົວໜ້າ
ພັກ "ປະຊາທິປະໄຕກວ໊ຽກດິສຖານ" (PDK)

ນອກຈາກນີ້ອີກປະທານາທິບໍດີຂອງປະເທດອີຣັກຄົນປັດຈຸບັນ ທ່ານຈາລາລ ຕາລາ
ບານີ (Jalal Talabani)
ກໍແມ່ນຊົນເຜົ່າກວ໊ຽກຄືກັນ ແລະເປັນຫົວໜ້າພັກ "ສຫະ
ພັນຮັກຊາດກວ໊ຽກດິສຖານ" (UPK)

ເປັນເຫດຜົນເຮັດໃຫ້ຣັຖບານແຫ່ງກຸງອັງກາຣາສົງໃສວ່າຊາວກວ໊ຽກໃນປະເທດອີຣັກ
ອາດສົມຮູ້ຮ່ວມຄິດໃຫ້ທີ່ຫລົບຊ້ອນແກ່ຊົນຊາດດຽວກັນກໍອາດເປັນໄປໄດ້

ເພື່ອເປັນການແກ້ຂໍ້ສົງໃສດັ່ງກ່າວ ປະທານາທິບໍດີອີຣັກ ໄດ້ອະທິບາຍຊີ້ແຈງວ່າ
"ພວກເຮົາໄດ້ຊີ້ແຈງ ອະທິບາຍມາຫລາຍເທື່ອແລ້ວວ່າບັນດາຫົວໜ້າພັກ
PKK ໄດ້ພາກັນໄປລີ້ໄພໃນຖ້ຳເທິງພູເຂົາທີ່ກັນດານແລະຍາກຕໍ່ການຂົ້າເ
ຖິງໄດ້ ພວກເຂົາເຈົ້າບໍ່ໄດ້ຫລົບຊ່ອນໃນຕົວເມືອງ ເພາະສນັ້ນພວກເຮົາຈຶ່ງ
ບໍ່ສາມາດຈັບສົ່ງໃຫ້ແກ່ປະເທດຕວ໊ຽກກີໄດ້"

ສຫະຣັດແລະອີຣັກຕົກທີ່ນິ່ງລຳບາກ

ເມື່ອສລຸບຄວາມແລ້ວ ທັງກອງທັບອະເມຣິກັນແລະອີຣັກຈຶ່ງຕົກຢູ່ໃນສຖານະການເປັນ
ຊີ້ນກາງຫີບເພາະປັນຫາກຸ່ມແຍກດິນແດນຊົນເຜົ່າກວ໊ຽກໃນປະເທດຕວ໊ຽກກີນີ້

ເວົ້າງ່າຍໆກໍຄືບໍ່ແມ່ນເຣື່ອງງ່າຍຈັກດີ້ສຳລັບວໍຊິງຕັນແລະບາກດ໊າດທີ່ຈະໃຊ້ກຳລັງ
ເຂົ້າແຊກແຊງເພື່ອແກ້ໄຂປັນຫາໄດ້ ໂດຍສເພາະສຳລັບຣັຖບານອີຣັກທີ່ຈະຕ້ອງຄຳ
ນຶງເຖິງຄວາມເປັນເອກພາບຂອງຊາດ

ຢ່າງໃດກໍຕາມ ເຮົາກໍຕ້ອງຕິດຕາມເບີ່ງຜົນຂອງກອງປະຊຸມນາໆຊາດວ່າດ້ວຍປະ
ເທດອີຣັກທີ່ກຸງອິສຕັງບຸລຕໍ່ໄປ ທີ່ຈະສິ້ນສຸດລົງໃນມື້ອື່ນນີ້ (ເສົາ 3 ພະຈິກ) ວ່າຈະ
ຫາທາງແກ້ໄຂປັນຫານີ້ໄດ້ຄືແນວໃດ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU