ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິກິຕການ ການເມືອງ ໃນປາກີສຖານ

ການປະກາດວັນເລືອກຕັ້ງ ຈະເຮັດໃຫ້ ສຖານະການ ຜ່ອນຄາຍຫລືບໍ່?

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 11/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 11/11/2007 15:50 TU

ເຖິງມີການປະກາດກຳນົດວັນເລືອກຕັ້ງ
ສສ ແຕ່ທ່ານນາງບຸດໂຕ ຫົວໜ້າຝ່າຍຄ້ານກໍ
ຍັງເຄື່ອນໄຫວຕ້ານອຳນາດຜເດັດການຕໍ່ໄປ
(ພາບ: Reuters)

ເຖິງມີການປະກາດກຳນົດວັນເລືອກຕັ້ງ ສສ ແຕ່ທ່ານນາງບຸດໂຕ ຫົວໜ້າຝ່າຍຄ້ານກໍ ຍັງເຄື່ອນໄຫວຕ້ານອຳນາດຜເດັດການຕໍ່ໄປ (ພາບ: Reuters)

ການທີ່ປະທານາທິບໍດີ ແປຣ໌ແວສ ມຸສ
ຊາຣັຟ ຕັດສິນໃຈເປີດປະກາດກຳນົດ
ວັນເລືອກຕັ້ງ ສສ ກ່ອນວັນທີ 9 ມັງ
ກອນທີ່ຈະເຖິງ ຈະເຮັດໃຫ້ສຖານະການ
ຄວາມເຄັ່ງຕຶງທາງດ້ານການເມືອງໃນ
ປະເທດຜ່ອນຄາຍລົງຫລືບໍ່? ຍັງຄົງ
ເປັນເຄື່ອງໝາຍຄຳຖາມຂນາດໃຫຍ່ທີ່
ຍັງບໍ່ມີຄຳຕອບຄັກແນ່

ຄຳຖາມທີ່ຍັງບໍ່ມີຄຳຕອບ
ເຄື່ອງໝາຍຄຳຖາມຂ້າງເທິງນີ້ ຍັງຄົງບໍ່ມີຄຳຕອບຄັກແນ່ ທັງນີ້ໂດຍເຮົາສັງເກດໄດ້ຈາກ
ການເຄື່ອນໄຫວຢ່າງຂນານໃຫຍ່ຂອງ ທ່ານນາງເບນາເຊັຽຣ໌ ບຸດໂຕ ຫົວໜ້າ
"ພັກປະຊາຊົນປາກິສຖານ"  ຊຶ່ງກາຍມາເປັນຝ່າຍຄ້ານພຽງພັກດຽວໃນເວລາປັດຈຸບັນ
ທີ່ສາມາດທ້າທາຍແລະສ້າງຄວາມຫວັ່ນໄຫວໃຫ້ແກ່ອຳນາດຜເດັດການຂອງປະທານາ
ທິບໍດີ ທ່ານນາຍພົນແປຣ໌ແວສມຸສຊາຣັຟ ໄດ້

ຖ້າພິຈາຣະນາເບີ່ງຄັກໆແລ້ວ ການທີ່ທ່ານນາງເຄື່ອນໄຫວຂນານໃຫຍ່ຄືແນວນີ້ ແມ່ນຖືໄດ້
ວ່າເປັນການພິກປິ້ນທ່າທີ ທັງນີ້ການທີ່ທ່ານນາງສາມາດຫວນກັບຄືນສູ່ປະ ເທດໄດ້ເມື່ອວັນ
ທີ່ 18 ຕຸລາທີ່ຜ່ານມາ ຫລັງຈາກໄດ້ລີ້ໄພການເມືອງໃນຕ່າງປະເທດມາເປັນເວລາເຖິງ
8 ປີນັ້ນ ກໍແມ່ນຍ້ອນມີການຕົກລົງກັບ ທ່ານນາຍພົນແປຣ໌ແວສ ມຸສຊາຣັຟ ໃນການແບ່ງ
ອຳນາດກັນຫລັງການເລືອກຕັ້ງ ສສ ຊຸດໜ້າ

ອະເມຣິກັນໄກ່ເກັ່ຽ
ການອອມຊອມກັນດັ່ງກ່າວ ສາມາດເປັນໄປໄດ້ກໍແມ່ນຍ້ອນການຜັກດັນຂອງສຫະຣັດອະເມ
ຣິກາ ທີ່ມອງເຫັນວ່າໃນຣະຍະຫລັງໆຜ່ານມານີ້ ທ່ານປະທານາທິບໍດີແປຣ໌ແວສ ມຸສຊສຣັຟ
ໄດ້ຮັບການອ່ອນເພັຽລົງຫລາຍ ຍ້ອນການຫຶກເຫີມຂອງກຸ່ມມຸສລິມຫົວຮຸນແຮງນິຍົມ ອາລ
ໄກດາ
ປະການທີໜຶ່ງ ແລະ ປະການທີສອງຍ້ອນການລົນນະລົງຂົນຂວາຍຂອງຝ່າຍຄ້ານ
ຕ້ານອຳນາດຜເດັດການ

ສຫຣັດອະເມຣິການັ້ນຖືວ່າທ່ານນາຍພົນແປຣ໌ແວສ ມຸສຊາຣັຟ ເປັນພັນທະມິດທີ່ດີທີ່ສຸດ
ສຳລັບການເຮັດສົງຄາມຕ້ານການກໍ່ການຮ້າຍ ອາລ ໄກດາ ແລະການຫຶກເຫີມຂອງພວກ
ຕາລີບານໃນອັຟການິສຖານ

ເພື່ອທີ່ຈະຄ້ຳຊູອຳນາດຂອງທ່ານນປະທານາທິບໍດີໃຫ້ໝັ້ນຄົງ ສຫະຣັດຈຶ່ງມອງເຫັນວ່າມີ
ແຕ່ການຊຸກຍູ້ໃຫ້ທ່ານນາຍພົນມຸສຊາຣັຟ ແລະ ທ່ານນາງເບນາເຊັຽຣ໌ ບຸດໂຕ ແບ່ງປັນອໍາ
ນາດແລະເປັນພັນທະມິດກັນເທົ່ານັ້ນ ການເຮັດສົງຄາມຕ້ານການກໍ່ການຮ້າຍຈຶ່ງຈະສາ
ມາດມີປະສິດທິພາບໄດ້

ບຸດໂຕກໍແມ່ນພັນທະມິດຂອງສຫະຣັດ
ກ່ອນທີ່ສຫະຣັດອະເມຣິກາຈະຕັດສິນໃຈໄກ່ເກັ່ຽ ກໍເພາະ ທ່ານນາງເບນາເຊັຽຣ໌ ບຸດໂຕ
ໄດ້ກ່າວສແດງທ່າທີ່ກ່ອນໜ້ານີ້ວ່າ ຖ້າທ່ານນາງຫວນຄືນສູ່ອຳນາດອີກຄັ້ງໃໝ່ ທ່ານ
ນາງຈະອະນຸຍາດໃຫ້ກອງທັບອາກາດອະເມຣິກັນຖິ້ມລະເບີດໂຈມຕີຖານທີ່ໝັ້ນຂອງພວກ
ອາລ ໄກດາ ແລະ ພວກຕາລີບານ ໃນດິນແດນຂອງປາກີສຖານ ທີ່ຕິດຕໍ່ກັບຊາຍ
ແດນຂອງອັຟການິສຖານໄດ້

ບຸດໂຕປິ້ນທ່າທີຕ້ານມຸສຊາຣັຟ

ແຕ່ໃນເມື່ອທ່ານນາຍພົນປະທານາທິບໍດີໄດ້ປະກາດພາວະສຸກເສີນຄືແນວນີ້ ຈຶ່ງທຳໃຫ້
ທ່ານນາງເບນາ ເຊັຍຣ໌ ບຸດໂຕ ຫັນປ່ຽນທ່າທີມາຕໍ່ຕ້ານຢ່າງຮຸນແຮງໃນນາມຂອງການ
ຕ້ານອຳນາດຜເດັດການ

ທ່ານນາງມີຄວາມຈິງໃຈຕ້ານອຳນາດຜເດັດການແທ້ ຫລືວ່າແນໃສ່ຢາກຄອງອຳ
ນາດໂດຍບໍ່ແບ່ງປັນຫລັງການເລືອກຕັ້ງຄັ້ງຕໍ່ໄປ? ມີແຕ່ທ່ານນາງພຽງຜູ້ດຽວຮູ້ຄຳ
ຕອບທີ່ຖືກຕ້ອງຕໍ່ຄຳຖາມດັ່ງກ່າວນີ້

ຢ່າງໃດກໍຕາມ ການທີ່ທ່ານນາງ ເບນາເຊັຽຣ໌ ບຸດໂຕ ໄດ້ປິ້ນປ່ຽນທ່າທີຄືແນວນີ້ ກໍມີ
ແຕ່ເຮັດໃຫ້ຄວາມຫວັງຂອງສຫະຣັດທີ່ຢາກເຫັນ "ມຸສຊາຣັຟ - ບຸດໂຕ" ກາຍເປັນພັນ
ທະມິດເຮັດສົງຄາມຕ້ານການກໍ່ການຮ້າຍນຳກັນນັ້ນ ມີຄວາມສັບສົນແລະຫຍຸ້ງຍາກ
ຫລາຍຂື້ນກວ່າເກົ່າ

ທ່າທີສອງແງ່ສອງມຸມຂອງອະເມຣິກາ
ຕໍ່ໜ້າສຖານະການໜ້າສິ່ວໜ້າຂວານຄືແນວນີ້ ສຫະຣັດອະເມຣິກາສແດງທ່າທີຂ້ອນ
ຂ້າງໜັກມາທາງດ້ານທ່ານນາຍພົນມຸສຊາຣັຟ ໂດຍທ່ານປະທານາທິບໍດີ GWB ໄດ້
ກ່າວເມື່ອວານນີ້ວ່າ ໃຫ້ການສນັບສນຸນຕໍ່ຜູ້ນໍາປາກີສຖານຕໍ່ໄປ ເພາະເຫັນວ່າມີແຕ່
ມຸສຊາຣັຟເທົ່ານັ້ນທີ່ເປັນກຳລັງແຂງແຮງໃນການຕ້ານການກໍ່ການຮ້າຍ ໂດຍບໍ່ລືມ
ສແດງຄວາມຫວັງພໍເປັນພິທີວ່າປາກີສຖານຈະຫວນກັບ ຄືນສູ່ປະຊາທິປະໄຕໂດຍໄວ

ສຣຸບກໍຄື ລະຫວ່າງ ມຸສຊາຣັຟ ແລະ ບຸດໂຕ ສຫະຣັດອະເມຣິກາມີທ່າທີຂ້ອນຂ້າງໜັກ
ມາທາງບຸຣຸດເຫລັກຜູ້ກຳອຳນາດຂອງປະເທດ ຊຶ່ງກໍບໍ່ໄດ້ໝາຍເຖິງວ່າຈະປະຖິ້ມຫົວ
ໜ້າພັກຝ່າຍຄ້ານ "ປະຊາຊົນປາກີສຖານ" ແຕ່ປະການໃດ ທັງນີ້ເພາະເບນາເຊັຽຣ໌
ບຸດໂຕ ກໍເປັນພັນທະມິດທີ່ດີຂອງສຫະຣັດເຊັ່ນດຽວກັນ

ການປະກາດວັນເລືອກຕັ້ງຈະເຮັດໃຫ້ສຖານະການຜ່ອນຄາຍຫລືບໍ່?
ປະທານາທິບໍດີມຸສຊາຣັຟ ປະກາດວັນເລືອກຕັ້ງວ່າຈະມີຂື້ນກ່ອນວັນທີ 9 ເດືອນມັງ
ກອນໜ້າ ເປັນໄປຕາມຄວາມຕ້ອງການຂອງທ່ານນາງເບນາເຊັຽຣ໌ ບຸດໂຕ ການປະ
ກາດດັ່ງກ່າວ ຈະສາມາດເຮັດໃຫ້ສຖານະການຜ່ອນຄາຍລົງໄດ້ບໍ?

ຍັງບໍ່ແນ່ວ່າຈະຜ່ອນຄາຍລົງໄດ້ ເຮົາຕ້ອງຕິດຕາມເບີ່ງກັນອີກຕໍ່ໄປອີກ ທັງນີ້ເພາະ
ທ່ານປະທານາທິບໍດີ ຍັງບໍ່ໄດ້ບອກຄັກແນ່ວ່າພາວະສຸກເສີນນັ້ນຈະຍົກເລີກໃນມື້ໃດ
ນອກຈາກນີ້ອີກທ່ານກໍບໍ່ໄດ້ບອກວ່າທ່ານຈະລາອອກຈາກຕໍາແໜ່ງຫົວໜ້າເສນາທິ
ການກອງທັບກ່ອນການເລືອກຕັ້ງ ສສ ຫລື ບໍ່ ຊຶ່ງຍາມໃດທ່ານນາງບຸດໂຕແລະຝ່າຍ
ຄ້ານອື່ນໆກໍວາງເປັນເງື່ອນໄຂມາຕລອດ ຖ້າບໍ່ເຊັ່ນນັ້ນຈະຖືວ່າການເລືອກຕັ້ງໃດໆ
ກໍຈະບໍ່ມີຄຸນຄ່າ

ຣັຖປະຫານຕັດໜ້າ
ການທີ່ທ່ານປະທານາທິບໍດີຕັດສິນໃຈປະກາດພາວະສຸກເສີນເມື່ອວັນເສົາ (3 ພະ
ຈິກ) ຜ່ານມາ ກໍເພາະ ເກງວ່າສານສູງສຸດຂອງປະເທດຈະພິພາກສາບໍ່ຮັບຮູ້ຜົນ
ການເລືອກຕັ້ງຊິງຕຳແໜ່ງປະທານາທິບໍດິ ຊຶ່ງການລົງຄະແນນສຽງມີຂື້ນວັນທີ 6
ຕຸລາຜ່ານມາ ທີ່ທ່ານນາຍພົນເປັນຜູ້ໄດ້ຮັບໄຊຊະນະຖ້ວມລົ້ນ

ແຕ່ໄຊຊະນະດັ່ງກ່າວຕ້ອງໃຫ້ສານຕັດສິນອີກເທື່ອໜຶ່ງວ່າແມ່ນໄຊຊະນະທີ່ຖືກຕ້ອງ
ຕາມກົດໝາຍຫລືບໍ່ ທັງນີ້ເພາະກົດໝາຍຣັຖທັມມະນູນຫ້າມບຸກຄົນທີ່ມີຕຳແໜ່ງໃນ
ກອງທັງລົງສມັກຮັບເລືອກຕັ້ງ

ດັ່ງນັ້ນ ທ່ານນາຍພົນປະທານາທິບໍດີຈຶ່ງເຮັດການຣັຖປະຫານຍຶດອຳນາດເປັນການ
ຕັດໜ້າການພິພາກສາຂອງ ສານສູງສຸດຂອງປະເທດ ໂດຍທ່ານອ້າງເຫດຜົນວ່າ
ເພາະກຸ່ມມຸສລິມຫົວຮຸນແຮງນິຍົມ ອາລ ໄກດາ ຫຶກເຫີມຂນາດໜັກ ແລະຂບວນການ
ຍຸດຕິທັມກໍແຊກແຊງໃນກິຈການພາຍໃນຂອງອຳນາດບໍຣິຫານ

ເມື່ອສຣຸບຄວາມແລ້ວກໍຄື ເມື່ອອຳນາດຢູ່ໃນມື ໂດຍສເພາະເປັນຜູ້ກຳກອງທັບ ທ່ານ
ປະທານາທິບໍດີ ແປຣ໌ແວສ ມຸສຊາຣັຟ ຈະອ້າງເຫດຜົນໃດກໍໄດ້ ແມ່ນແຕ່ກະທັ້ງພາ
ວະສຸກເສີນ ທ່ານກໍວ່າຈະຮັກສາໄວ້ ຈົນກວ່າຈະເຖິງວັນເລືອກຕັ້ງ ຊຶ່ງເປັນສິ່ງທີ່ຍອມ
ຮັບບໍ່ໄດ້ສຳລັບຜູ້ນິຍົມຄວາມເປັນປະຊາທິປະໄຕໂດຍທົ່ວໆ ໄປ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU