ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເລືອກຕັ້ງ ທ້ອງຖິ່ນຝຣັ່ງ

ຝ່າຍຊ້າຍ ນຳໜ້າ ຄະແນນ ໃນຮອບ ທີ 1

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/03/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/03/2008 14:27 TU

ເລືອກຕັ້ງ ສະພາທ້ອງຖິ່ນຝຣັ່ງrfi

ເລືອກຕັ້ງ ສະພາທ້ອງຖິ່ນຝຣັ່ງ
rfi

ຝ່າຍຊ້າຍ ສາມາດພຸ່ງພົ້ນຂື້ນໜ້າ ຝ່າຍຂວາ ໃນການເລືອກຕັ້ງສະພາ ທ້ອງຖິ່ນ ໃນຮອບທີ 1, ມີປະຊາ ຊົນ ລົງບ່ອນບັດ ປະມານ 70% ຂອງ ຜູ່ມີສິດ ອອກສຽງ 44 ພັນ ລ້ານຄົນ.

ອີງຕາມ ການຍັ່ງສຽງ ສຳຫລັບ ຮອບ 2 ນັ້ນ, ຝ່າຍຂວາ ຖືວ່າ ຄະແນນ ຍັງສູສີກັນຢູ່ ພ້ອມທັງ ຮຽກຮ້ອງໃຫ້ ໂຄສະນາ ຂົນຂວາຍ ໃຫ້ທົ່ວເຖີງ ເພື່ອຕຽມ ເຂົ້າ ຮອບ 2 ໃນວັນ ອາທິດໜ້າ

ຖືວ່າເປັນການທົດລອງ ນ້ຳໜັກ ໃນຄວາມນິຍົມຂອງ ທ່ານ ສ໊າກໂກ່ຊີ່ ຫລັງຈາກ  ຖືກເລືອກ ຂື້ນເປັນ ປະທານາທິບໍດີ ມາໄດ້  10 ເດືອນ ນີ້ແລ້ວ.  ເປັນອັນວ່າ ສຽງນິຍົມ ຂອງຝ່າຍຂວານັ້ນ ໄດ້ ຖືກບັ່ນທອນ ແຕ່ກໍ ບໍ່ເຖີງຂັ້ນ ໜັກໜ່ວງເທື່ອ,  ຍັງ ຍັບຍັ້ງ ຄະແນນ ໃຫ້ສະເມີຕົ້ນ ສະເມີປາຍ ໄດ້ຢູ່  ຖ້າທຽບໄສ່ ຜົນການເລືອກຕັ້ງ ຄັ້ງແລ້ວນີ້ ໃນ ປີ 2001.

 

ສະເລັ່ຽຕາມຜົນຄະແນນ ລະດັບຊາດ ໃນຮອບທີ 1 ນີ້ເບີ່ງແລ້ວ ບັນຊີ ຂອງ ພັກສັງຄົມນິຍົມ ເຂົ້າກັບ ພັກ ຂຽວ ຫຼື ພັກ ອານຸຣັກທັມມະຊາດ ນັ້ນໄດ້ເຖີງ 47,94%, ພັກ ອູ່ຍ ແອ່ມ ເປ່ UMP ໄດ້ 45,49%, ພັກ ໂມ່ແດ່ມ (ຂະບວນການ ເພື່ອປະຊາທິປະຕັຍ)  ໄດ້ 3,22%  ພໍໃຈ ແລະ ຖືວ່າ ກ້າວຂື້ນຂັ້ນນຶ່ງ ແຕ່ຍັງບໍ່ພຽງພໍ, ສ່ວນ ພັກຂວາຈັດ Front national ໄດ້ແຕ່ 2% ເທົ່ານັ້ນ.

 

ບັນດາ ຜູ່ນຳສຳຄັນ ຝ່າຍຂວາ ທີ່ຖືກເລືອກ ໃນຮອບທີນຶ່ງ ມື້ວານນີ້ ມີທ່ານ ອ່າແລ່ງ ຊຸບເປ່ Alain Juppé ຖືກ ທີ່ເມືອງ Bordeaux 56,62%, ທ່ານ Jeau-Louis Borloo ທີ່ເມືອງ Valenciennes 55,5% , ຍານາງ Michèle-Aliot Marie ທີ່ເມືອງ St-Jean-De Luz 55,56%, ທ່ານ François Coppé  ທີ່ເມືອງ Meaux 67,74%,

 

ສ່ວນຫົວໜ້າຝ່າຍຄ້ານ ພັກສັງຄົມນິຍົມ ທ່ານ François Holland ກໍຊນະ ທີ່ເມືອງ ຕູນລ໌ ຢ່າງຂາດຮອຍ 72,29%,

 

ສຳຫລັບ ພັກ François Beyrou ຫົວໜ້າພັກ ໂມ່ແດ່ມ (ຂະບວນ ການ ເພື່ອປະຊາທິປະຕັຍ) ນັ້ນ ໄດ້ແຕ່ 32,61% ມາລະດັບ 2 ທີ່ ເມືອງ Pau, ຫລັງຈາກ ຍານາງ ມາກຕິ່ນ ລີຍີ່ແອຣ໌ ພັກສັງຄົມນິຍົມ  33,87% ແລະ ນຳໜ້າ ທ່ານ ອີວ ອູ່ຣິແອດຕາ ພັກ ອູ່ຍແອ່ມເປ່ 27,80%.

ທັງສາມທ່ານນີ້ ຈະຕ້ອງແຂ່ງຂັນກັນຕໍ່ໃນຮອບທີ 2 ໃນວັນອາທິດໜ້າ ທີ່ 16/03.

 

ສຳຫລັບ ຢູ່ນະຄອນຫລວງ ປາຣີ ແມ່ນຄະແນນ ຂອງຝ່າຍຊ້າຍ ນຳ ໂດຍ ທ່ານ ແບກຕຣັ່ງ ເດິລ່າໂນເອ່ ນຳໜ້າຝ່າຍຂວາ ພັກ ອູ່ຍແອ່ມ ເປ່ ນຳໂດຍ ຍານາງ ຝຣັ່ງຊົ່ວເຊິ ເດິ ປ່ານ່າຟີ່ເອີ 41,9% ຕໍ່ 27,7%.

ອີງຕາມ ຜົນຄະແນນ ໃນຮອບທີນຶ່ງ ນີ້, ເຖີງແມ່ນຝ່າຍຊ້າຍ ລ້ຳໜ້າ ຝ່າຍຂວາ 2,9 ແຕ້ມກໍດີ, ແຕ່ກໍເປັນຄະແນນ ທີ່ຍັງບໍ່ທັນເກີນກັນ ຢ່າງ ຂາດຮອຍເທື່ອ, ຖືວ່າຍັງສູສີກັນຢູ່. ສຳຫລັບເມືອງທີ່ ຍັງບໍ່ທັນມີ ບັນຊີ ໃດ ຊນະຂາດຮອຍເທື່ອນັ້ນ ຈະຕ້ອງໄປຍາດແຍ້ງ ກັນຕື່ມອີກໃນຮອບ ທີ ສອງ.

 

ຕໍ່ຜົນຄະແນນດັ່ງກ່າວນີ້, ອະທິບາຍໄດ້ຢ່າງໃດ ?

 

ຕໍ່ຜົນຄະແນນດັ່ງກ່າວນີ້, ຖືໄດ້ວ່າ ເປັນການຕັກເຕືອນ ຝ່າຍຂວາ ກໍໄດ້ ເພາະຫລັງຈາກ ທ່ານສ໊າກໂກ່ຊີ່ ຖືກເລືອກຕັ້ງ ເປັນປະທານາທິບໍດີ ໄດ້ 10 ເດືອນຜ່ານມານີ້, ມີຫລາຍຢ່າງ ທີ່ທ່ານໄດ້ ສັນຍາໃວ້ນັ້ນ ຍັງບໍ່ ສາມາດ ປະຕິບັດໄດ້ສຳເຣັດເທື່ອ.

 

ແຕ່ຝ່າຍ ລັຖະບານ ຖືວ່າ ການປະຕິຮູບ ພາຍໃນ 10 ເດືອນເທົ່ານັ້ນ ແມ່ນຍັງບໍ່ທັນພຽງພໍ ທີ່ຈະແຕກດອກ ອອກຜົນເທື່ອ, ແຕ່ການປະຕິຮູບ ກໍໄດ້ ເລີ້ມມາຫລາຍຢ່າງແລ້ວ, ທັງໝົດ ຈະຕ້ອງໃຊ້ເວລາ ປະຕິບັດ ກ່ອນຈະມີປະສິດທິຜົນ.

 

ສ່ວນ ຝ່ານຄ້ານນັ້ນ, ຖືເອົາ ເຣື້ອງຄ່າຄອງຊີບ ຖີບຕົວສູງຂື້ນ ຫຼືວ່າ ອຳນາດຊື້ ຂອງປະຊາຊົນ ລຸດນ້ອຍຖອຍລົງ ນັ້ນ ເປັນປະເດັນສຳຄັນ ໃນການໂຄສະນາຫາສຽງ ໂຈມຕີຝ່າຍ ກຳອຳນາດ.

 

ກົນໄກ ໃນຮອບທີ 2 ໃນອາທິດໜ້ານີ້ ແຕ່ລະຝ່າຍມີ ຍຸທະວິທີ ຢ່າງໃດ ເພື່ອຈະຍາດຄະແນນກັນ ?

 

ຜົນຄະແນນໃນຮອບທີ 1 ໃນຫລາຍຫົວເມືອງ ຍັງສູສີ ກັນຢູ່ ລະວ່າງ ຝ່າຍຊ້າຍ ແລະ ຂວາ, ບາງເມືອງ ມີ 2 ບັນຊີ, 3 ບັນຊີ ຫຼື 4 ບັນຊີ ຂອງພັກຕ່າງໆ ຍັງສາມາດຍາດຄະແນນກັນໄດ້.

 

ຍຸທະວິທີ ພື້ນຖານ ແມ່ນເໜັ້ນໜັກ ໃນການໂຄສະນາ ເຂົ້າຫາ ປະຊາ ຊົນ ຢ່າງໃກ້ຊິດ, ອະທິບາຍ ໂຄງການໃຫ້ເຂົ້າໃຈ ແຈ່ມແຈ້ງ ເພື່ອດຶງ ດູດ ຄະແນນສຽງ ສະມາຊິກຂອງບັນດາພັກ ທີ່ຕົກຮອບໄປ ແລ້ວນັ້ນ ແລະຍຸຍົງຊັກຊວນ ຜູ່ທີບໍ່ໄດ້ອອກສຽງ ໃນຮອບທີ 1 ນັ້ນ ໄປລົງ ຄະ ແນນ ໃນຮອບທີ 2.

 

ສ່ວນ ຍຸທະວິທີ ສຳຄັນ ນັ້ນແມ່ນ ການເຈຣະຈາກັບ ພັກອື່ນໆ ໂຮມບັນ ຊີລາຍຊື່ເຂົ້າກັນ ຫຼືບໍ່ ກໍຈັດໂຄງການເຂົ້າຮ່ວມກັນ ເພື່ອດັນກັບພັກຄູ່ແຂ່ງ.

 

ພັກສຳຄັນໄດ້ຄະແນນມາທີ 3 ຫລາຍກວ່າ ທຸກພັກນັ້ນ ແມ່ນພັກ ໂມ່ ແດ່ມ, ແຕ່ ທ່ານ ໄບ່ຣູ ຫົວໜ້າພັກ ດັ່ງກ່າວນີ້ ໄດ້ປະຕິເສດແລ້ວວ່າ ຈະບໍ່ເຂົ້າ ຮ່ວມກັບພັກໃດໝົດ.

 

ການຕັດສິນ ຂອງ ປະຊາຊົນ ຄັ້ງທີ 2 ຈະມີຂື້ນ ໃນວັນອາທິດ ທີ 16 ມິນາ.

  

ການເລືອກຕັ້ງ ສະມາຊິກສະພາປົກຄອງເມືອງ ໃນຝຣັ່ງນີ້ ດຳເນີນການ ຢ່າງໃດ ?

 

ການບ່ອນບັດ ໃນວັນທີ 09/032008 ເລີ້ມແຕ່ 8 ໂມງ ຫາ 20 ໂມງ ສຳຫລັບ ເລືອກເອົາ ຜູ່ປົກຄອງເມືອງ, ສະພາປົກຄອງເມືອງ ແລະ ສະ ພາເຂດທ້ອງຖິ່ນ ຕິ່ງແຂວງ. ທັງໝົດມີ 36.782 ເມືອງ ຮ່ວມທັງເຂດ ພົ້ນທະເລ,  ໃນນັ້ນ ມີ  33.922 ເມືອງ  ທີ່ມີປະຊາຊົນ ນ້ອຍກວ່າ 3.500 ຄົນ.

 

ທັງໝົດມີຜູ່ຮັບສະມັກ 278.582 ຄົນ, ສະເລັຽ ອອກເປັນ 8.735 ບັນຊີ ລາຍຊື່ຜູ່ສະມັກ ຈາກພັກຕ່າງໆ.

 

ບັນດາພັກການເມືອງສຳຄັນ ທີ່ກຳລັງມີຄວາມນິຍົມສູງ ມີ 3 ພັກ : ຄືພັກ ອູ່ຍ ແອ່ມ ເປ່  UMP ຝ່າຍຂວາກຳອຳນາດ ນຳໂດຍ ທ່ານ ປາຕຣິກ ເດ່ເວດຈ່ຽງ Patrick Devedjian,   ພັກສັງຄົມນິຍົມ ນຳໂດຍທ່ານ ຝຣັ່ງຊົ່ວ ໂຮ່ນລັ່ງ François Holland ແລະ ພັກ ໂມ່ແດ່ມ (ຂະບວນ ການ ເພື່ອປະຊາທິປະຕັຍ) ນຳໂດຍ ທ່ານ ຝຣັ່ງຊົ່ວ ໄບ່ຣູ François Beyrou.

ນອກນັ້ນກໍມີ ພັກອານຸຣັກ ນິຍົມທັມມະຊາດ, ພັກຄອມມູຍນິດ, ພັກຂວາ ຈັດ, ພັກຊ້າຍຈັດ ແລະພັກອື່ນໆ ອີກຫລາຍພັກ ຕລອດເຖີງຜູ່ທີ່ ບໍ່ສັງກັດ ຢູ່ໃນພັກໃດ ກໍມີ.

 

ການເລືອກຕັ້ງຄັ້ງນີ້ ຖືໄດ້ວ່າ ເປັນການເລືອກຕັ້ງ ເພື່ອທົດສອບ ທ່ານ ສ໊ານໂກ່ຊີ່ ຫລັງຈາກທ່ານ ໄດ້ຖືກເລືອກຕັ້ງເປັນປະທານາທິບໍດີ ມາໄດ້ 10 ເດືອນກວ່າ ນີ້ແລ້ວ ເພາະບາງຄົນກໍຜິດຫວັງໃນການນຳພາ ຂອງ ທ່ານ ຊຶ່ງນັກສັນທັດກໍຣະນີ ຄາດວ່າ ອາດກາຍເປັນ ການບ່ອນບັດ ລົງ ໂທດ ປະທານາທິບໍດີ ສ໊າກໂກ່ຊີ່ ກໍເປັນໄດ້ ໂດຍສະເພາະ ເຣື້ອງ ການ ຍົກລະດັບ ຄ່າຄອງຊີບ ຂອງປະຊາຊົນ ໃຫ້ສູງຂື້ນ ແລະບັນຫາອື່ນໆ ທີ່ກຳລັງບັ່ນທອນ ຄະແນນນິຍົມ ຂອງທ່ານ ກຳລັງຕົກຕ່ຳລົງ ນປັດຈຸ ບັນນີ້.

ສະນັ້ນການເລືອກຕັ້ງຄັ້ງນີ້, ບາງຫົວເມືອງໃຫຍ່ ອາດເສັຍໃຫ້ ຝ່າຍຄ້ານ ກໍເປັນໄດ້.

 

ວິທີ ການເລືອກຕັ້ງ ລະດັບທ້ອງຖີ່ນ ໃນຝຣັ່ງນີ້ ມີລະບົບ ຢ່າງໃດ ?

 

ການເລືອກຕັ້ງ ລະດັບທ້ອງຖີ່ນ ໃນຝຣັ່ງນີ້ ມີລະບົບສັບສົນ ພໍສົມຄວນ ແລະ ແຕກຕ່າງກັນໄປ ຕາມແຕ່ ຫົວເມືອງ ນ້ອຍ ຫຼື ໃຫຍ່  ຊຶ່ງ ຖືກ ຈັດອອກ ເປັນສອງລະບົບ ຄືລະບົບປະສົມ ສຳຫລັບ ເມືອງທີ່ມີ ປະຊາ ຊົນ ຫລາບກວ່າ 3.500 ຄົນ. ແລະ ລະບົບ ສຽງສ່ວນຫລາຍ ສຳຫລັບ ເມືອງ ທີ່ມີປະຊາຊົນ ນ້ອຍກວ່າ 3.500 ຄົນ.

 

ລະບົບປະສົມນັ້ນ ແມ່ນ ລະບົບ ຄະແນນສຽງສ່ວນຫລາຍ ກັບ ແບ່ງປັນ ຕາມອັດຕຣາສ່ວນຄະແນນ.

ຕົວຢ່າງ : ຖ້າບັນຊີ ຫລາຍຊື່ ຂອງພັກໃດ ໄດ້ສຽງສ່ວນຫລາຍ ໃນຮອບ ທຳອິດ, ພັກໄດ້ສຽງສ່ວນຫລາຍນັ້ນ ຈະໄດ້ ບ່ອນນັ່ງ ເຄິ່ງນຶ່ງ, ສ່ວນອີກ ເຄິ່ງນຶ່ງນັ້ນ ຖືກແບ່ງປັນ ຕາມຄະແນນ ອັດຕຣາສ່ວນ ຂອງບັນຊີ ທີ່ໄດ້ ສຽງຫລາຍ ຫຼື ໜ້ອຍ ສະເພາະແຕ່ ບັນຊີ ທີ່ຄະແນນແຕ່ 5% ຂື້ນໄປ.

ບັດນີ້ ຖ້າຫາກວ່າ, ບໍ່ມີ ບັນຊີໃດ ໄດ້ຄະແນນສຽງສ່ວນຫລາຍ ໃນຮອບ ທຳອິດ ຈະຕ້ອງໄປແຂ່ງກັນໃນຮອບ 2, ເອົາສະເພາະແຕ່ ບັນຊີ ທີ່ໄດ້ ຄະແນນແຕ່ 10% ຂື້ນໄປ.

ສ່ວນບັນຊີ ທີ່ໄດ້ ຄະແນນ ແຕ່ 5% ຫາ 9,99% ນັ້ນສາມາດ ໂຮມ ເຂົ້າກັນ ບັນຊີຂອງພັກອື່ນໆ ກໍໄດ້, ສຸດແລ້ວແຕ່ຈະຕົກລົງກັນ.

 

ໃນຮອບທີ 2,   ຖ້າບັນຊີໃດ ໄດ້ຄະແນນ ນຳໜ້າ ກໍຈະໄດ້ ບ່ອນນັ່ງ ເຄີ່ງນຶ່ງ, ແລະອີກເຄີ່ງນຶ່ງນັ້ນ ແບ່ງປັນ ຕາມອັດຕຣາສ່ວນ ຂອງທຸກໆ ບັນຊີ ທີ່ໄດ້ ຄະແນນ ແຕ່ 5% ຂື້ນມາ.

 

ກ່ຽວກັບ ຈຳນວນບ່ອນນັ່ງ ໃນສະພາປົກຄອງເມືອງນັ້ນ ແມ່ນແຕກຕ່າງ ກັນໄປ ແຕ່ລະເມືອງ ສຸດແລ້ວແຕ່ ເມືອງຈະນ້ອຍ ຫຼື ໃຫຍ່ ເຊັ່ນ : 27 ຫາ 69 ບ່ອນນັ່ງ ສຳຫລັບ ເມືອງທີ່ມີປະຊາຊົນ ຫລາຍກວ່າ 30.000 ຄົນຂື້ນໄປ.

 

ສ່ວນ ຫວົເມືອງໃຫຍ່ : ຄື ປາຣີ ນີ້ ມີ 163 ບ.ນ., ເມືອງ ມາກໄຊ່ຍ໌ 101 ບ.ນ. ແລະ ເມືອງ ລີ່ອົງ ນັ້ນ 73 ບ.ນ. ດັ່ງນີ້ເປັນຕົ້ນ. ນອກຈາກ ຈຳນວນ ມົນຕຣີ ຄນະສະພາ ປົກຄອງເມືອງ ຂອງ 3 ຫົວເມືອງໃຫຍ່ ທີ່ກ່າວມານີ້ແລ້ວ, ຍັງ ຄນະມົນຕຣີ ປະຈຳຄຸ້ມອີກ.

 

ບັດນີ້ ສະຫລັບ ເມືອງທີ່ ມີປະຊາຊົນ ນ້ອຍກວ່າ 3500 ຄົນ ລົງໄປ ນັ້ນ, ການເລືອກຕັ້ງ ມີພຽງຮອບດຽວ ບັນຊີ ທີ່ໄດ້ສຽງສ່ວນຫລາຍ ຊນະ ໄປເລີຍ, ແຕ່ຕ້ອງໃຫ້ມີ ຜູ່ມາ ອອກສຽງຢ່າງນ້ອຍ 25%.

 ຫລັງຈາກ ເລືອກຕັ້ງສະມາຊິກສະພາປົກຄອງເມືອງແລ້ວ, ຕໍ່ໄປ ສະມາ ຊິກ ດັ່ງກ່າວ ຈະຕ້ອງ ເລືອກເອົາ ເຈົ້າຄອງກຳແພງເມືອງ (ແມ່ຣ໌) ແລະ ຄນະຜູ່ຮອງ ພ້ອມໆກັນ.

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU