ຄົ້ນຫາຂໍ້ມູນ

/ languages

Choisir langue
 

ພິທີຮັບ ໂຄມໄຟ ໂອ່ແລ່ມປິກ ທີ່ປັກກິງ

ປະທານປະເທດ ຫູ ຈິນທ່າວ ມອບໂຄມໄຟໃຫ້ ຫລີວຊຽງ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 31/03/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 31/03/2008 16:02 TU

ປະທານປະເທດ ຫູ ຈິນທ່າວ ມອບໂຄມໄຟໃຫ້ ຫລີວຊຽງ ຜູ່ໄດ້ຫລຽນ ຄຳ ໂອ່ແລ່ມປິກ ແລະ ເປັນ ແຊ່ມປ່ຽນໂລກ ປະເພດແລ່ນເຕັ້ນຂ້າມຮົ້ວ 110 ແມດ, ເປັນຜູ່ເລີ້ມຖືແລ່ນ ຜູ່ທຳອິດໃນ ສປປ ຈີນ.

 

ປະທານປະເທດ ຫູ ຈິນທ່າວ ມອບໂຄມໄຟໃຫ້ ຫລີວຊຽງ ຜູ່ໄດ້ຫລຽນ ຄຳ ໂອ່ແລ່ມປິກ ແລະ ເປັນ ແຊ່ມປ່ຽນໂລກ ປະເພດແລ່ນເຕັ້ນຂ້າມຮົ້ວ 110 ແມດ, ເປັນຜູ່ເລີ້ມຖືແລ່ນ ຜູ່ທຳອິດໃນ ສປປ ຈີນ.

 

ພິທີຮັບ ໂຄມໄຟ ໂອ່ແລ່ມປິກ ທີ່ປັກກິງReuters

ພິທີຮັບ ໂຄມໄຟ ໂອ່ແລ່ມປິກ ທີ່ປັກກິງ
Reuters

ທາງການຈີນຕູ່ກ່າວຫາ ອົງດາໄລ ລາມະ ແລະ ຄນະ ຕິເບດ ພັດຖິ່ນ ອີກໃໝ່ວ່າ ສວຍໃຊ້ສາສນາ ແລະ ເປັນຜູ່ຍຸຍົງບົ່ງການ ຢູ່ເບື້ອງຫລັງ ຂອງການປະທ້ວງ ຢູ່ໃນເຂດຕິເບດ.

 

ໂຄມໄຟ ໂອ່ແລ່ມປິກ ໄປເຖີງ ນະຄອນຫລວງ ປັກກິງ ມື້ນີ້, ໂດຍຈັດ ພິທີ ຕ້ອນຮັບ ດ້ວຍການຮັກສາ ຄວາມປອດພັຍ ຢ່າງເຂັ້ມງວດກວດ

ຂັນ ທີ່ສຸດ ທີ່ສະນາມ ຈຽນອັ່ນເມີນ.

 

ປະທານປະເທດ ຫູ ຈິນທ່າວ ເປັນຜູ່ກ່າວ ເປີດພິທີ ເປັນທາງການ ແລະ ເປັນຜູ່ມອບໂຄມໄຟໃຫ້ ນັກແລ່ນ ຫລີວ ຊ່ຽງ ຜູ່ໄດ້ຫລຽນຄຳ ໂອ່ແລ່ມປິກ ແລະ ເປັນ ແຊ່ມປ່ຽນໂລກ ປະເພດແລ່ນເຕັ້ນ ຂ້າມຮົ້ວ 110 ແມດ, ເປັນຜູ່ເລີ້ມຖືແລ່ນ ຜູ່ທຳອິດໃນ ສປປ ຈີນ ກ່ອນຈະນຳ ຕໍ່ໆກັນໄປ ໃນຕ່າງ ປະເທດ.

 

ໂຄມໄຟ ດັ່ງກ່າວນີ້ ຈະຖືກນຳອອກຈາກ ຈີນ ຜ່ານໄປ ປະເທດຕ່າງໆ ໃນໂລກ ມື້ວັນທີ 2 ເມສາ ແລະ ຈະ ກັບຄືນມາ ຈີນຄືນ ໃນເດືອນ ພຶສຈິກາ ແລະ ກໍຈະຜ່ານເຂົ້າໄປ ໃນເຂດຕິເບດຕາມທີ່ ໄດ້ຄາດເອົາ ໃວ້.  ລະຍະທາງ ທັງໝົດ 137.000 ກິໂລແມດ.

 

ໂຄມໄຟ ໂອ່ແລ່ມປິກ ໄດ້ເລີ້ມທຳພິທີຈູດ ມາແຕ່ວັນຈັນ ແລ້ວນີ້ ທີ 24 ມິນາ, ທີ່ຫົວພູ ໂອ່ແລ່ມປີ່ ໃນນະຄອນຫລວງ ອ່າແຕ່ນ, ຫລັງຈາກນັ້ນ, ໂຄມໄຟ ໄດ້ຖືກ ຖືແລ່ນໃນ ປະເທດ ກະແຣສ໌ 1500 ກລມ.

 

ຫລັງຈາກນັ້ນ, ໂຄມໄຟ ກໍໄດ້ຖືກມອບໃຫ້ ຜູ່ຕາງໜ້າ ຈີນ ມື້ວານນີ້ ເພື່ອນຳມາ ນະຄອນ ຫລວງ ປັກກິງ ທາງຍົນ.  ມື້ວານນີ້ມີຊາວຕິເບດ ແລະ ອົງການຕ່າງໆ ພາກັນໄປ ປະທ້ວງຢູ່ ຕໍ່ໜ້າສະນາມກິລາ ຂອງ ນະຄອນຫລວງ ອ່າແຕ່ນ ໃນຕອນທຳພິທີມອບ ໂຄມໄຟ ໂອ່ແລ່ມປິກ.

 

ໂຄມໄຟ ໂອ່ແລ່ມປິກ ນີ້ມີສັນຍາລັກ ໝາຍເຖີງ ແສງສະວ່າງແຫ່ງ ສັນຕິພາບ, ມິຕະພາບ ແລະ ພາຣະດອນພາບ, ດ້ວຍການສະແດງອອກ ເຖີງນ້ຳໃຈນັກກິລາ, ໃຫ້ຮູ້ຈັກໄດ້ ຈັກເສັຍ, ແລະໃຫ້ ຜ່ອນສັ້ນຜ່ອນ ຍາວ ເຂົ້າຫາກັນ ໂດຍໃຫ້ ປະປ່ອຍ ເຣື້ອງຄວາມຄຽດແຄ້ນບາດໝາງ ແລະ ເຣື້ອງຂ້າຟັນລັນແທງກັນ ເພື່ອຫັນເຂົ້າຫາກັນ ໂດຍສັນຕິວິທີ.

 

 

ມາເຖີງປັດຈຸບັນນີ້, ງານແຂ່ງຂັນກິລາ ໂອ່ແລ່ມປິກສາກົນ ທີ່ຈະຈັດຂື້ນ ໃນປະເທດຈີນຄັ້ງນີ້ ມີບັນຫາຟົດເດືອດກັນທົ່ວໂລກ ເພາະບັນຫາ ການປາບຊາວ ຕິເບດ ປະທ້ວງ ຢ່າງນອງເລືອດ ໂດຍທະຫານ ແລະ ຕຳລວດ ຈີນ ເປັນຕົ້ນເຫດ ຍ້ອນເຂົາເຈົ້າ ຮຽກຮ້ອງຕ້ອງການ ຢາກມີ ອິສຣະພາບ ແລະ ເອກະລາດ ໃນເຂດ ຕິເບດ.

 

ນອກນັ້ນ ພວກປະທ້ວງ ຍັງກໍ່ການຈາຣະຈົນ ດ້ວຍ ການຈູດເລົາ ເຜົາໃໝ້ ສະຖານທີ່ຕ່າງໆ ຈົນເຖີງຂັ້ນ ມີຜູ່ເສັຍຊີວິດຫລາຍຄົນ ແລະ ພວກປະທ້ວງຍັງ ທຸມຕີ ຄົນຈີນ ນຳອີກ.

 

ທັງໝົດນີ້ແມ່ນ ສະແດງເຖີງການ ຕ້ານການລຸກລາມ ຂອງຄົນຈີນ ທີ່ລຸ ລັ່ງທັ່ງເທເຂົ້າມາ ປະກອບອາຊີບຢູ່ໃນ ຕິເບດ ຢ່າງຄັບຄັ້ງ ອັນເປັນ ຕົ້ນເຫດ ຂອງການ ກຽດຊັງຄົນຈີນ ຂອງຊາວຕິເບດ ຊຶ່ງເຂົາເຈົ້າ ຖືວ່າ ການເປັນການທຳລາຍ ວັທະນະທັມຂອງເຂົາເຈົ້າ ນຳອີກດ້ວຍ.

 

ສ່ວນເຫດການຕ່າງໆ ທີ່ເກີດຂື້ນໃນມື້ນີ້, ເລີ້ມຢູ່ເມືອງ ຊິດເນ່ ປະເທດ ອົສຕຣາລີ່, ມີຊາວຕິເບດ ແລະອື່ນໆ ປະມານ  150 ຄົນ ພາກັນ ປະທ້ວງ ເພື່ອຮຽກຮ້ອງບໍ່ຢາກໃຫ້ ໂຄມໄຟ ໂອ່ແລ່ມປິກ ຜ່ານເຂົ້າໄປ ໃນ ເຂດ ຕິເບດ.

 

ສຳຫລັບຢູ່ ເນປານ ນັ້ນ ເຈົ້າໜ້າທີ່ ປະກາດວ່າ ໄດ້ ຈັບພວກປະທ້ວງ ຊາວຕິເບດ ມານຮ້ອຍກວ່າຄົນ ທີ່ມາປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ຈີນ ໃນນະຄອນຫລວງ ກັດມັງດູ່.

 

ນອກຈາກນັ້ນ ອຳນາດຈີນ ຍັງໄດ້ ສະແດງຄວາມບໍ່ພໍໃຈ ຕໍ່ຄຳເຫັນ ຂອງກອງປະຊຸມ ລະດັບ ລັຖະມົນຕຣີ ການຕ່າງປະເທດ ຂອງ ສະຫະ ພາບ ເອີຣົບ ທີ່ ຖະແລງວ່າມີ ຄວາມເປັນຫ່ວງ ທີ່ສຸດ ຕໍ່ບັນຫາ ຂອງຕິເບດ ແລະຮຽກຮ້ອງໃຫ້ ອຳນາດຈີນ ຫາທາງ ເຈ ຣະຈາ ແກ້ໄຂບັນຫາ ຕິເບດ ກັບ ອົງດາໄລ ລາມະ ໂດຍສັນຕິວິທີ. ແຕ່ ຈີນຖືວ່າ ບັນຫາຕິເບດ ນີ້ ເປັນບັນຫາພາຍໃນ ຂອງຈີນ ທີ່ຈະຕ້ອງ ແກ້ໄຂ ກັນເອງ.

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU