ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ: ຣາຄາເຂົ້າແພງໃນເອເຊັຽ ກະທົບທາງການເມືອງ ແລະ ສົງຄົມ ຄືແນວໃດ?

ປະເທດທີ່ເດືອດຮ້ອນ ມີທັງຜູ້ຜລິດຫລາຍທີ່ສຸດ ໃນໂລກ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 08/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/04/2008 15:40 TU

ຄົນງານທີ່ທ່າເຮືອກຸງມະນີລາ ກຳລັງຂົນເປົາເຂົ້າທີ່ສັ່ງຊື້ຈາດວຽດນາມ ອອກຈາກເຮືອຂື້ນໃສ່ຣົດ
ບັນທຸກ...ຟີລິບປິນຂາດແຄນເຂົ້າ ຕ້ອງສັ່ງຊື້ຈາກວຽດນາມເຖິງ 1 500 000 ໂຕນ ທັງໆທີ່ວ່າ
ຣາຄາໃນວຽດນາມເອງກໍສູງຂື້ນຄືກັນ (ພາບ: Reuters)

ຄົນງານທີ່ທ່າເຮືອກຸງມະນີລາ ກຳລັງຂົນເປົາເຂົ້າທີ່ສັ່ງຊື້ຈາດວຽດນາມ ອອກຈາກເຮືອຂື້ນໃສ່ຣົດ ບັນທຸກ...ຟີລິບປິນຂາດແຄນເຂົ້າ ຕ້ອງສັ່ງຊື້ຈາກວຽດນາມເຖິງ 1 500 000 ໂຕນ ທັງໆທີ່ວ່າ ຣາຄາໃນວຽດນາມເອງກໍສູງຂື້ນຄືກັນ (ພາບ: Reuters)

ນັບໄດ້ວ່າເປັນເຫດການທີ່ສ້າງຄວາມແປກປລາດໃຈ ແລະໜ້າງຶດງໍ້ອັສຈັນທີ່ສຸດ
ທັງນີ້ກໍເພາະບັນດາປະເທດທີ່ເດືອດຮ້ອນມີປະເທດຜູ້ຜລິດເຂົ້າອັນດັບທີໜຶ່ງ ທີ
ສອງ ແລະ ທີ່ສີ່ ຂອງໂລກ ຄືໄທຍ ວຽດ ນາມ ແລະ ອິນເດັຽ ຮ່ວມນຳດ້ວຍ

ເປັນໄປໄດ້ຢ່າງໃດທີ່ບັນດາປະເທດເຫລົ່ານີ້ຕ້ອງຕົກມາຢູ່ໃນສະພາບທີ່ເຖົ້າແກ່
ໂບຮານເພີ່ນເຄີຍເວົ້າກັນວ່າ "ເຂົ້າຍາກໝາກແພງ" ເຊີນທ່ານອ່ານຄຳຕອບລຸ່ມ
ນີ້

ສາເຫດຕົ້ນຕໍ
ຕົ້ນຕໍແມ່ນມາຈາກໄພພິບັດທັມມະຊາດ ນ້ຳຖ້ວມໃຫຍ່ໃນບັງຄລາເທດ ການລະບາດຂອງ
ສັຕຣູພືດທີ່ວຽດນາມ ແລະ ສະພາບອາກາດປັ່ນປ່ວນໃນປະເທດຈີນ ເຮັດໃຫ້ຜົນຜລິດຕົກ
ຕ່ຳ ໃນຂນະທີ່ຄວາມຕ້ອງການຍັງຄົງຄືເກົ່າ ຈຶ່ງໄດ້ກາຍເປັນສາເຫດເຮັດໃຫ້ຣາຄາສູງ
ຂື້ນ ໂດຍສະເພາະໃນຈີນແລະບັງຄລາເທດ ດຶງດູດໃຫ້ປະເທດອື່ນຢາກສົ່ງເຂົ້າໄປຂາຍ
ໃຫ້ເພາະໄດ້ຣາຄາດີ ຈົນເກີດການຂາດແຄນແລະຣາຄາສູງຂື້ນໃນບັນດາປະເທດຜູ້ຢາກ
ສົ່ງໄປຂາຍໃຫ້ນີ້

ການຈຳໜ່າຍເຂົ້າທີ່ຕລາດກຸງມະນີລາ.....ໃນຣະຍະໜຶ່ງປີທີ່ຜ່ານມາຣາຄາເຂົ້າໃນຟີລິບປິນສູງຂື້ນ
10,9% ໃນຂນະທີ່ອັຕຣາເງິນເຟີ້ກໍຂື້ນເຖິງ 6.4% ຊຶງເປັນອັຕຣາທີ່ສູງທີ່ສຸດໃນຮອບ 21 ປີທີ່
ຜ່ານມາ (ພາບ: Reuters)

ການຈຳໜ່າຍເຂົ້າທີ່ຕລາດກຸງມະນີລາ.....ໃນຣະຍະໜຶ່ງປີທີ່ຜ່ານມາຣາຄາເຂົ້າໃນຟີລິບປິນສູງຂື້ນ 10,9% ໃນຂນະທີ່ອັຕຣາເງິນເຟີ້ກໍຂື້ນເຖິງ 6.4% ຊຶງເປັນອັຕຣາທີ່ສູງທີ່ສຸດໃນຮອບ 21 ປີທີ່ ຜ່ານມາ (ພາບ: Reuters)

ສາເຫດກັກຕຸນ
ເພື່ອເປັນການແກ້ປັນຫາ ທາງການຂອງບາງປະເທດເຊັ່ນ ກັມພູເຈັຽ ວຽດນາມ ອິນເດັຽ
ເປັນຕົ້ນ ຕ້ອງອອກຄຳສັ່ງ "ຫ້າມ" ຫລືວ່າ "ຈຳກັດ" ປຣິມານການສົ່ງອອກ ກໍເລີຍຍິ່ງ
ເຮັດໃຫ້ບັນດາປະເທດທີ່ຂາດແຄນເພີ້ມຄວາມຕ້ອງການສູງຂື້ນອີກ ແກ່ດຶງໃຫ້ຣາຄາສູງ
ຕາມໄປນຳ ເປັນແຮງຜັກດັນເຮັດໃຫ້ເກີດມີການກັກຕຸນໃນບາງປະເທດທີ່ບໍ່ມີການຫ້າມ
ການສົ່ງອອກ ເຊັ່ນປະເທດໄທຍເປັນຕົ້ນ

 ປະຊາຊົນເຮໂລກັນໂຫມຊື້ຂນານໃຫຍ່ເພື່ອຕຸນເອົາໄວ້ ທັງນີ້ເພາະເກີດການຫວັ່ນເກງວ່າ
ຣາຄາຈະສູງຂື້ນຕື່ມປະການໜຶ່ງ ແລະປະການສອງເພາະພາກັນແຕກຕື່ນວ່າຢ້ານເກີດ
ຄວາມອົດຫິວ ເຂົ້າຈະຂາດຕລາດ

ຜົນກະທົບດ້ານສັງຄົມແລະການເມືອງ
ຜົນສະທ້ອນທາງດ້ານສັງຄົມເຫັນໄດ້ຢ່າງຊັດເຈນແລ້ວ ຕົວຢ່າງໃນປະເທດໄທຍ ການປຸ້ນ
ຈີ້ ການລັກເລັກຂໂມຍນ້ອຍ ເກີດຂື້ນປານດອກເຫັດ ໃນຂນະທີ່ການຂໂມຍໃຫຍ່ທີ່ບໍ່ມີໃຜ
ຄາດຄິດມາກ່ອນ ກໍເກີດຂື້ນຄືກັນ

ເມື່ອບໍ່ນານມານີ້ເກີດມີການລັກກ່ຽວເຂົ້າກັນຈົນໝົດທົ່ງນາ ໂດຍໃຊ້ຣົດ Tractors ເປັນ
ເຄື່ອງມືລັກກ່ຽວຍາມກາງຄືນ ຕື່ນເຊົ້າມາຊາວນາຜູ້ທຸ້ມເຮື່ອເທແຮງ ເອົາຫລັງສູ້ຟ້າໜ້າສູ້
ດິນ ທັງໄຖທັງດຳນັ້ນ ກັບມາພົບທົ່ງນາຂອງຕົນແປນເອີດເຕີດໃນຕອນເຊົ້າ ກໍແບບວ່າ
ຊ໊ອກເຖິງຂັ້ນເປັນລົມໄປເລີຍ ດຽວນີ້ຊາວນາໄທຍຕ້ອງໃຊ້ຄວາມຣະມັດຣະວັງຢ່າງສຸດຂີດ
ໝາເຫົ່າຍາມກາງຄືນຕ້ອງໄດ້ລຸກຂື້ນມາຈອບເບີ່ງໂລດ

ສ່ວນຢູ່ຟີລິບປິນ ເຈົ້າໜ້າທີ່ທະຫານແລະຕຳຣວດຕ້ອງໄດ້ອອກມາຮັກສາຄວາມສງົບໃນ
ຈຸດຕ່າງໆທີ່ມີການຂາຍເຂົ້າໃຫ້ແກ່ປະຊາຊົນ ໂດຍສະເພາະໃນຄຸ້ມທີ່ຍາກຈົນຂອງນະ
ຄອນຫລວງມະນີລາ ທັງນີ້ເພື່ອປ້ອງກັນການຍາດແຍ່ງກັນເຖິງຂັ້ນຈະລາຈົນ ທີ່ອາດສາ
ມາດເກີດຂື້ນໄດ້

ຢູ່ບັງຄລາເທດ ຣາຄາເຂົ້າດີດຕົວສູງຂື້ນ ຈົນວ່າຣັຖບານຕ້ອງແນະນຳປະຊາຊົນໃຫ້ແບ່ງ
ໄປກິນເຜືອກນຳເພື່ອລົດຜ່ອນຄວາມຕ້ອງການເຂົ້າ ນັກວິເຄາະຫລາຍທ່ານເຫັນວ່າວິກິຕ
ການຣາຄາເຂົ້າແພງ ອາດແກ່ດຶງໃຫ້ເກີດຄວາມວຸ້ນວາຍແລະກະທົບຕໍ່ສເຖັຽຣະພາບ
ຂອງຣັຖບານຊົ່ວຄາວໄດ້

ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງບັງຄລາເທດ ກຳລັງເອົານ້ຳໃຫ້ຍິງຄົນໜຶ່ງດື່ມ ຫລັງຈາກທີ່
ອິດເມື່ອຍ້ອນເຂົ້າແຖວຍາວຢຽດເພື່ອຊື້ເຂົ້າຣາຄາຖືກ ທີ່ຣັຖບານອອກເງິນອຸດໜຸນ ຣາຄາເຂົ້າໃນ
ບັງຄລາເທດສູງຂື້ນເຖິງ 100% ໃນຣະຍະໜຶ່ງປີທີ່ຜ່ານມາ ຈົນວ່າຣັຖບານຕ້ອງແນະນຳໃຫ້ປະ
ຊາຊົນຫັນໄປກິນເຜືອກແດ່ (ພາບ: Reuters)

ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງບັງຄລາເທດ ກຳລັງເອົານ້ຳໃຫ້ຍິງຄົນໜຶ່ງດື່ມ ຫລັງຈາກທີ່ ອິດເມື່ອຍ້ອນເຂົ້າແຖວຍາວຢຽດເພື່ອຊື້ເຂົ້າຣາຄາຖືກ ທີ່ຣັຖບານອອກເງິນອຸດໜຸນ ຣາຄາເຂົ້າໃນ ບັງຄລາເທດສູງຂື້ນເຖິງ 100% ໃນຣະຍະໜຶ່ງປີທີ່ຜ່ານມາ ຈົນວ່າຣັຖບານຕ້ອງແນະນຳໃຫ້ປະ ຊາຊົນຫັນໄປກິນເຜືອກແດ່ (ພາບ: Reuters)

ໃນຂນະທີ່ອິນເດັຽ ກໍມີການສັ່ງຫ້າມການສົ່ງອອກ ແຕ່ກໍບໍ່ແນ່ວ່າຈະສາມາດຢຸດການສູງຂື້ນ
ຂອງຣາຄາໄດ້ຫລືບໍ່ ອາດກາຍໄປເງື່ອນໄຂລົບໃຫ້ແກ່ຣັຖບານ "ກາງຊ້າຍ" ທີ່ນຳພາໂດຍ
ພັກ Congrès ກໍໄດ້ສຳລັບການເລືອກຕັ້ງໃນປີໜ້າ

ພວກເຮົາຍັງຈື່ໄດ້ວ່າຣັຖບານກາງຊ້າຍນີ້ໄດ້ຮັບການເລືອກຕັ້ງມາໃນປີ 2004 ກໍແມ່ນຍ້ອນ
ປະຊາຊົນຜູ້ທຸກຍາກຫາເຊົ້າກິນຄ່ຳຈຳນວນຫລາຍຮ້ອຍລ້ານຄົນເປັນຜູ້ທຸ້ມຄະແນນສຽງໃຫ້
ແລະກໍແມ່ນປະຊາຊົນເຫລົ່ານີ້ທີ່ໄດ້ຮັບຄວາມເດືອດຮ້ອນໜັກຈາກສິນຄ້າຣາຄາແພງຄັ້ງນີ້

ສ່ວນຢູ່ມາເລເຊັຽ ການທີ່ພັກ UMNO ຂອງຣັຖບານ ບໍ່ສາມາດຄອງສຽງສ່ວນຫລາຍເຖິງ
2/3 ໄດ້ໃນການເລືອກຕັ້ງເມື່ອຕົ້ນເດືອນມີນາຜ່ານມາ ກໍແມ່ນມີສາເຫດໃຫຍ່ມາຈາກການ
ດີດຕົວສູງຂື້ນຂອງຣາຄາສິນຄ້າ ນັບເປັນຄວາມລົ້ມແຫລວຄັ້ງທຳອິດຂອງຣັຖບານທີ່ຄອງ
ອຳນາດຢ່າງລຽນຕິດໄດ້ 38 ປີຜ່ານມາ ແລ້ວ

ແມ່ນແຕ່ກະທັ້ງໃນສິງຄະໂປ ຊຶ່ງເປັນປະເທດທີ່ອຸດົມຮັ່ງມີ ກໍບໍ່ໄດ້ຮັບການຍົກເວັ້ນ ມີກະແສ
ຂ່າວເລັດລອດອອກມາຢ່າງໝິດແໝວວ່າ ມີກວ່າ 10 ຄົນ ໄດ້ພາກັນລົງຖນົນປະທ້ວງ
ສແດງຄວາມບໍ່ພໍໃຈຕໍ່ຄ່າຄອງຊີບທີ່ສູງຂື້ນ ຊຶ່ງນັບວ່າເປັນການຕັດສິນໃຈທີ່ສ່ຽງທີ່ສຸດ ທັງ
ນີ້ເພາະສິງຄະໂປມີກົດໝາຍ "ຫ້າມການຊຸມນຸມປະທ້ວງເດັດຂາດ"

ຢູ່ປະເທດຈີນ ຣາຄາຊີ້ນສູງຂື້ນເຖິງ 60% ໃນຣະຍະໜຶ່ງປີ ຈົນວ່າຣັຖບານຕ້ອງປະກາດ
ມາຕຣາການ "ແຊ່ເຢັນຣາຄາ" ໝາຍຄວາມວ່າຫ້າມຂື້ນຣາຄາສິນຄ້າປະເພດອາຫານແລະ
ພລັງງານ ຊຶ່ງເປັນມາຕຣາການທີ່ນອນຢູ່ໃນນະໂຍບາຍຕ້ານເງີນເຟີ້ ຊຶ່ງເປັນນະໂຍບາຍ
ຣີບດ່ວນຂອງຣັຖບານປັກກິ່ງ ແຕ່ເຖິງປານນັ້ນການຊຸມນຸມປະທ້ວງຂອງປະຊາຊົນຜູ້ເດືອດ
ຮ້ອນກໍຍັງມີຢ່າງລຽນຕິດ ໂດຍສະເພາະໃນຊົນນະບົດ

ຢູ່ວຽດນາມ ຈິງຢູ່ທີ່ເສຖກິດມີການຂຍາຍຕົວເຖິງ 8% ແຕ່ກໍເປັນສາເຫດແກ່ດຶງໃຫ້ເກີດ
ອັຕຣາເງິນເຟີ້ທີ່ສູງເຖິງ 16% ເມື່ອປີ 2007 ຜ່ານມາ ສ້າງຜົນກະທົບໜັກຕໍ່ປະຊາຊົນຊຶ່ງ
ໃນຣະຍະຫລັງໆຫລາຍເດືອນທີ່ຜ່ານມາໄດ້ເພີ້ມທະວີການສແດງຄວາມບໍ່ພໍໃຈດ້ວຍການ
ປະທ້ວງ

ຊາວນາຍັງຄົງທຸກຍາກຄືເກົ່າ
ໃນເມື່ອຣາຄາເຂົ້າສູງຂື້ນຄືແນວນີ້ແລ້ວ ຊາວນາໄດ້ຮັບຜົນປໂຍດຫລືບໍ່? ຄໍາຕອບກໍຄື "ບໍ່"
ຍັງຄົງທຸກຍາກຄືເກົ່າ ຕົວຢ່າງຊາວນາໃນປະເທດໄທຍທີ່ລາຍໄດ້ຕ້ອງໝົດໄປກັບການໃຊ້
ໜີ້ ທັງນີ້ເພາະປຸ໋ຍຣາຄາແພງ ນ້ຳມັນກໍແພງພໍປານຄຳແທ່ງ ອັນເປັນສາເຫດເຮັດໃຫ້ພວກ
ເຂົາເຈົ້າບໍ່ສາມາດກັກຕຸນເຂົ້າເພື່ອຂາຍຂື້ນຣາຄາໄດ້ ແຕ່ມີຄວາມຈຳເປັນຕ້ອງຂາຍອອກ
ເພື່ອຫາເງິນມາໃຊ້ໜີ້

ສລຸບກໍຄື ມີແຕ່ພໍ່ຄ້າຄົນກາງ ຜູ້ສົ່ງອອກ ແລະໂຮງສີເທົ່ານັ້ນ ເປັນຜູ້ກອບໂກຍເງິນເຂົ້າກະ
ເປົ໋າກັນເປັນການໃຫຍ່ ແຕ່ເຖິງປານນັ້ນ ຄົນກຸ່ມນີ້ກໍຍັງໂຍນຄວາມຜິດກັນໄປກັນມາ ວ່າເປັນ
ຜູ້ກັກຕຸນ ອັນເປັນສາເຫດເຮັດໃຫ້ເກີດການຂາດແຄນ ແລະເຮັດໃຫ້ຣາຄາພຸ່ງຂື້ນປານລູກ
ສອນໄຟ ດັ່ງທີ່ເປັນຢູ່ໃນປັດຈຸບັນ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU