ຄົ້ນຫາຂໍ້ມູນ

/ languages

Choisir langue
 

ງານເປີດ ກິລາ ໂອລິມປິກ

ຫລາຍປະເທດ ໃນເອີຣົບ ແລະອະເມຣິກາ ອາດບໍ່ຮ່ວມ ງານໄຂ ກິລາໂອລິມປິກ

ໂດຍ ສີທູຍ ສຸວັນນະສີ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 11/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 11/04/2008 12:50 TU

ທ່ານ ບານກິມູນ ເລຂາທີການເອກ ສຫະປະຊາຊາດ
ອາດຈະບໍ່ໄປຣ່ວມພິທີໄຂ ງານໂອລິມປິກ (ພາບ ຣອຍເຕີ)

ທ່ານ ບານກິມູນ ເລຂາທີການເອກ ສຫະປະຊາຊາດ ອາດຈະບໍ່ໄປຣ່ວມພິທີໄຂ ງານໂອລິມປິກ (ພາບ ຣອຍເຕີ)

ສະພາເອີຣົບ ແລະ ສະພາ ຄອງຄແຣສ ອະເມຣິກາ ວາງ ມາຕຣາການ ກ່ຽວກັບການ ເຂົ້ າຮ່ວມໃນ ງານໄຂ ກິລາ ໂອລິມປິກ ປັກກິ່ງ ໂດຍ ອ້າງ ວ່າ ຕິດ ທຸຣະຫນັກ ແຕ່ບໍ່ແຈ້ງວ່າ ທຸຣະຫຍັງແທ້.
1- ບັດນີ້ ເຮົາຫັນມາ ເບິ່ງ ປັນຫາ ການຈັດງານໄຂກິລາ ໂອລິມປິກ ປັກກິ່ງ ເດືອນສິງຫາ ຫນ້າ ນີ້ ວ່າ ຈະມີ ການ ບໍ່ເຂົ້າຮ່ວມ ຫລື Boycott ຂອງຜູ້ນຳ ຫລື ປະມຸກຣັດ ຫລາຍ ປະ ເທດ ຮວມທັງເລຂາທິການໃຫຍ່ ສຫະປະຊາຊາດ ແລະ ທ່ານ ປະທານາທິບໍດີ ບູສ ກໍວ່າ ອາດຈະບໍ່ໄປຮ່ວມໄດ້. ສາເຫດ ຂອງ ການ Boycott ເປັນຫລວງຫລາຍນີ້ ແມ່ນຫຍັງ? ແລະຈະບໍ່ ນຳໄປສູ່ ການແຂ່ງຂັນກິລາ ໂອລິມປິກບໍ? 

ສາເຫດ ສຳຄັນ ກໍແມ່ນ ປັນຫາ ທີເບດ ນັ້ນເອງ ເພາະວ່າ ຈີນ ໄດ້ຍຶດຄອງທີເບດມາ ແຕ່ປີ 1949 ພຸ້ນ - ຊາວທີເບດ ຕ້ອງການ ເອກະຣາດ ຫລື ຢ່າງນ້ອຍ ກໍເອກກະເທດ ໃນປະເທດ ເຂົາເຈົ້າ - ທີ່ເບດ ນີ້ ບໍ່ແມ່ນ ຄື ກັບ ໄຕ້ຫວັນ ທີ່ເຄີຍ ເປັນ ແຜ່ນດິນດຽວກັບ ສປ ຈີນ - ທີ່ ເບດ ເຄີຍເປັນປະເທດ ເອກກະຣາດ ແຕ່ຖືກຈີນຍຶດຄອງເປັນຂອງຕົນ ໂດຍກຳລັງ. 

ເມື່ອກາງເດືອນ ມິນາ ຄື ເມືອເດືອນແລ້ວນີ້ເອງ ເຂົາເຈົ້າ ພາກັນ ລຸກຮືຂຶ້ນ ທວງ ເອກ ກະ ຣາດເຂົາເຈົ້າ - ທາງ ຈີນ ສົ່ງ ກຳລັງ ປາບປາມ ຢ່າງ ຂນານໃຫຍ່ ມີຜູ້ເສັຽ ຊີວິດ ຣະ ຫວ່າງ 135 ຫາ 140 ແລະບາດເຈັບ ນັບ ເປັນພັນໆ ສ້າງຄວາມ ຕົກ ສະເງີ້ ແຕ່ ສາຍຕາ ຊາວໂລກ ແລະ ໂດຍສະເພາະ ຜູ້ນຳ ສຳຄັນໆ ຂອງໂລກ ແລະ ອົງການ ປ້ອງກັນ ສິດທິ ມະນຸດ ນານາຊາດ ທັງຫລາຍ ເຊັ່ນ Amnesty International /Medecins sans Frontieres ເປັນຕົ້ນ. 

ນີ້ແມ່ນສາເຫດ ສຳຄັນ ທີ່ທາງ ນານາຊາດ ໂດນສະເພາະ ປະເທດ ມະຫາອຳນາດໃນ ເອີ ຣົບ ແລະ ໃນ ອະເມຣິກາ ຕ່າງ ຮຽກຮ້ອງ ໃຫ້ ສປ ຈີນ ເຈຣະຈາ ກັບ ຜູ້ນຳ ທາງສາສນາ ຂອງທີເບດ ວ່າ ຈະມີທາງອອກ ແນວໃດ ແທນທີ່ ຈະໃຊ້ ກຳລັງ ເຂົ້າປາບປາມ ຈັບກຸມ ພຣະສົງ ອົງຄະເຈົ້າ ແລະຊາວເມືອງ ທີ່ເບດ ດັ່ງທີ່ໄດ້ ເປັນມາ ແລະ ກຳລັງ ດຳເນີນຕໍ່ ໃນເວລານີ້. 

ດ້ວຍວ່າ ຈີນມີ ສາຍພົວພັນ ການຄ້າ ແລະເສຖກິດ ກັບ ປະເທດ ມະຫາອຳນາດ ຕ່າງໆ ເຊັ່ນ ອະເມຣິກາ ແລະ ເອີຣົບ ຢ່າງຫລວງຫລາຍ - ໃນຕອນຕົ້ນໆ ບໍ່ວ່າ ທ່ານ ບູສ ແຫ່ງ ອະເມຣິກາ ບໍ່ວ່າ ທ່ານປະທານາທິບໍດີ ນີໂກລາ ຊາໂກສີ ຂອງຝຣັ່ງ ກໍວ່າ ໃຫ້ຄ່ອຍໆແດ່ເດີ ຈີນເອີຍ - ເປັນການເອົາທ່າທີ ແບບ ເບົາໆ ເພາະຢ້ານຈີນເສັຽໃຈ ແລະຕັດ ສຳພັນ ການ ຄ້າ ກັບພວກຕົນ ພາໃຫ້ເສັຍການຄ້າ ສັນຍາຊື້ ຂາຍເປັນ ໂກດເປັນຕື້ ເອໂຣ ແຕ່ ພາຍຫລັງ ມາ ກໍພາກັນເອົາທ່າທີ ແຂງຂຶ້ນ ເພາະຈີນ ດຳເນີນ ການປາບປາມຂນານໃຫຍ່ ໃນທີເບດ ຈັບກຸມຄົນ ຕໍ່ນັບຮ້ອຍໆ ແລະ ບໍ່ຍອມ ຫລຽວເບິ່ງ ອົງດາໄລ ລາມາ ຜູ້ນຳທີເບດ ຈັກຫນ້ອຍ ເລີຍ ຈົນຮອດດຽວນີ້. 

ທ່ານ ກອກດອນ ບຣາວ ນາຍົກອັງກິດ/ ເມື່ອກ່ອນ ວ່າ ຊິໄປຮ່ວມ ໃນ ພິທີໄຂງານ ກິລາ ໂອ ລິມປິກ ມາຍບັດນີ້ວ່າ ຈະບໍ່ໄປ ແລະ ເຮັດ Boycott ແລ້ວ - ສ່ວນທ່ານນາງ ແອງ ເກ ລາ ແມກແກນ ນາຍົກ ເຢີຣະມັນ ແມ່ນບໍ່ຍອມໄປ ຮ່ວມແຕ່ດົນແລ້ວ ແລະທ່ານ ປະທາ ນາທິບໍດີ ຊາໂກສີ ຂອງຝຣັ່ງ ກໍເອົາທ່າທີ ແຂງຂຶ້ນ ເລັກນ້ອຍ ແລະວ່າ ເມື່ອໃດ ຈີນບໍ່ຍອມ ເຈຣະຈາ ກັບ ຜູ້ນຳທີເບດ ແມ່ນຈະ ບໍ່ໄປຮ່ວມ. 

ສ່ວນ ສະພາເອີຣົບ ກໍໄດ້ ລົງມະຕິ ດ້ວຍສຽງ ຖ້ວມລົ້ນ ເກືອບເອກກະສັນ ວ່າ ປະມຸກ ປະ ເທດ ພາຄີ ທັງ 27 ຈະ ເອົາທ່າທີ ວ່າຈະຮ່ວມ ພິທີຫລືບໍ່ ຄັນແມ່ນ ຈີນບໍ່ຍອມປ່ຽນທ່າທີ ກັບ ທີເບດ ຕໍ່ໄປ ແລະຍັງປາບປາມ ຊາວທີເບດ ດັ່ງໃນ ປັດຈຸບັນນີ້ຢູ່. 

ນອກໄປຈາກນີ້ ທ່ານ ຣອກເກິ ປະທານ ກັມມາທິການ ໂອລິມປິກສາກົນ CIO ທວງຈີນ ແບບ ບໍ່ຢ້ານກົວ ຢູ່ ປັກກິ່ງ ມື້ກ່ອນນີ້ ວ່າ ເມື່ອຈີນ ຖືກຄັດເລືອກ ເປັນຜູ້ຈັດ ໂອລິມປິກ ນີ້ ຈີນ ສັນຍາ ວ່າ ຈະ ເຮັດໃຫ້ສະຖານະການດ້ານນັບຖືສິດທິມະນຸດ ໃຫ້ດີຂຶ້ນ ຈືນຄວນ ຈື່ຄຳສັນຍາ ນັ້ນ ພາ ໃຫ້ຈີນ ເສັຍໃຈ ແລະ ໂຕ້ຕອບ ແບບ ເຜັດຮ້ອນ ແລະບພໍໃຈ ຕໍ່ທ່ານປະທານ ກັມມາ ທິການ ໂອລິມປິກສາກົນ CIO.

 ອີກ ດ້ານນຶ່ງ ທາງສະພາຕໍ່ ອະເມຣິກາ ໄດ້ອອກມະຕິ ທວງຈີນ ໃຫ້ຢຸດເຊົາການປາບປາມ ແລະ ເຣີ່ມເຈຣະຈາກັບ ອົງດາໄລ ລາມາ ແຫ່ງທີ່ເບດ - ຈີນ ກໍໂຕ້ຕອບ ສແດງ ຄວາມ ບໍ່ ພໍໃຈ ໃສ່ອະເມຣິກາ ເປັນຢ່າງຍິ່ງແລະວ່າ ແທນທີຈະ ມາກ່າວຮ້າຍໃສ່ ຈີນ ເປັນຫຍັງບໍ່ ເອົາເຣື່ອງກັບ ອົງດາໄລ ລາມາ <ຜູ້ຢູ່ເບື້ອງຫລັງ ການອົລຫົນ ເມືອງ ລາຊາ ພຸ້ນ. 

ຕໍ່ ການເອົາທ່າທີ ແບບ ເປັນລ້ຳ ເປັນສັນ ຂອງ ທາງເອີຣົບ ແລະ ທ່າທີ ຂອງທາງ ສະພາ ຕໍ່າ ອະເມຣິກາ ນີ້ ທ່ານ ບານກີມູນ ເລຂາທິການໃຫຍ່ ສຫະປະຊາຊາດ ກໍ ແຈ້ງວ່າ ທ່ານ ອາດ ຈະບໍ່ໄປຮ່ວມ ພິທີໄຂ ງານກິລາ ໂອລິມປິກປັກກິ່ງ ເພາະວ່າ ຕິດທຸຣະ ຄາວຽກ ອື່ນ ແລ້ວ ແຕ່ບໍ່ໄດ້ແຈ້ງຄັກແນ່ ວ່າ ເພິ່ນຄາວຽກ ຫຍັງ ສຳຄັນແທ້. 

ແລະ ທ່ານປະທານາທິບໍດີ ບູສ ກໍວ່າ ອາດຈະບໍ່ໄປຣ່ວມພິທີ ພາຍຫລັງທີ່ວ່າ ຈະໄປຣ່ວມ ມາແຕ່ໃດໆແລ້ວ. ນອກໄປຈາກນີ້ ຜູ້ສມັກ ແຂ່ງຕຳແຫນ່ງປະທານາທິບໍດີ ທັງ ພັກດີໂມ ແກຣດ >ບາຣັກ ໂອບາມາ > ຮີລາຣີ ຄລິນຕັນ ແລະ ພັກຣີປັບລິກັນ ທ່ານ ແມກ ແຄນ ກໍ ເອົາທ່າທີ ວ່າ ທ່ານ ບູສ ບໍ່ສົມຄວນ ໄປຮ່ວມເລີຍ.

2// ສ່ວນວ່າ ທວນໄປ ໂອລິມປິກ ສັນຍາລັກ ແຫ່ງສັນຕິພາບ ນັ້ນເດ ມາຮອດດຽວນີ້ ໄປ ຮອດໃສແລ້ວ ມີປັນຫາ ຄື ໃນ ຕອນຜ່ານ ລອນດອນ ປາຣີສ ແລະ San Francisco ບໍ? 

ສ່ວນ ທວນໄຟ ໂອລິມປິກ ສັນຍາລັກ ແຫ່ງ ສັນຕິພາບ ຂອງມວນມະນຸດ ນັ້ນ ມື້ນີ້ໄປ ຣອດ ນະຄອນ Buenos Aires ປະເທດ Argentina ແລ້ວ - ອາເຢັນຕີນາ ກໍ ແມ່ນ ເມືອງ ຂອງນັກເຕະບານ ດີເອໂກ ມາຣາໂດນາ ນັ້ນເອງ. >>>> ໄປຮອດ ເມືອງ ນີ້ ເວລາ 17 ໂມງ ແລງ ແລ້ວ ກໍນຳໄປເກັບໄວ້ ຢູ່ ໂຮງແຣມແຫ່ງນຶ່ງ ເພື່ອຄວາມປອດພັຍໂລດ ແລະ ຄາດວ່າ ຈະນຳ ອອກ ແລ່ນໂຊວ ຜ່ານ ເມືອງນີ້ ຕອນ 14 ໂມງແລງ ໂມງທ້ອງຖິ່ນ ກົງກັບ 19 ໂມງ ໂມງປາຣີສ. >>> ເປັນລະຍະທາງ 18 ກິໂລແມຕ ພາຍໃຕ້ການ ຮັກສາ ຄວາມ ປອດພັຍ ຢ່າງເຂັ້ມງວດ ໂດຍມີຕຳຣວດ 1200 ຄົນ ຕິດຕາມ ດ້ວຍຕຳຣວດນ້ຳ ອີກ 1500 ຄົນ ກຽມພ້ອມ ຣັກສາ ຄວາມສງົບ ສຸດສາຍທາງ ທີ່ ທວນໄຟ ຈະຖືກນຳແລ່ນຜ່ານ. 

ຈະມີ ນັກກິລາ ແລະບຸກຄົນສຳຄັນ 80 ຄົນ ຈະ ສັບປ່ຍນກັນ ຖື ທວນໄຟ ນີ້ ຈາກຕົ້ນຈົນຈົບ 18 ຫລັກ. ໃນຈຳນວນ ນັ້ນ ກໍ ຈະມີ ດີເອໂກ ມາຣາໂດນາຮ່ວມນຳດ້ວຍ. 

ຈະມີປັນຫາ ຄືກັບຢູ່ ລອນດອນ ປາຣີ ແລະ ແຊນແຟຣນບໍ່? ອັນນີ ບໍ່ມີໃຜຊາບໄດ້ ເພາະ ພວກ ປະທ້ວງ ມັກຈະ ພາກັນ ດັກສະກັດ ຕັດທາງ ແບບບໍ່ບອກລ່ວງຫນ້າ ແລະ ມີການ ປະທະກັບຕຳຣວດ ຕລອດ ບໍ່ວ່າຈະຢູ່ລອນດອນ ຫລື ປາຣີສ. 

ຄາດວ່າ ຈະມີການຈັດປະທ້ວງ ຕອນທ່ຽງນີ້ ຢູ່ກາງນະຄອນ Buenos Aires ແຕ່ວ່າ ພວກ ຈັດປະທ້ວງ ຊຶ່ງສ່ວນສຳຄັນ ແມ່ນ ຈາກ ອົງການ Amnesty International Argentine ແຈ້ງວ່າ ພວກຕົນ ຈະບໍ ກະທຳ ແນວຮຸນແຮງ ເຊັ່ນ ມອດ ທວນໄຟ ຫລື ຍາດດຶງທວນໄຟໄປ ແຕ່ ວ່າ ອາດຈະມີການດັກສະກັດ ປະທ້ວງ ກໍເປັນໄປໄດ້. 

ຈັ່ງຄ່ອຍ ຖ້າຟັງ ເບິ່ງວ່າ ມັນຈະດຳເນີນໄປ ດ້ວຍຄວາມ ມ່ວນຊື່ນ ສນຸກສນານ ແລະ ຮຽບ ຮ້ອຍດີ ຄືກັບ ຜູ້ຄອງເມືອງ Buenos Aires ວ່າບໍ? -ທ່ານ ໂມຣີເຊັຽ ມາກຣີ ວ່າ ອາເຊັນ ຕີນາ ເປັນປະເທດ ກິລາ ຊາວເມືອງນິຍຳມ ກິລາຫລາຍ ແລະ ການແຫ່ ທວນໄຟ ໂອລິມ ປິກ ຈະເປັນໂອກາດ ເຮັດບຸນໃຫຍ່ ນັ້ນເອງ. SITHUY SOUVANNASY

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU