ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ: ສະຫະພາບເອີຣົບ / ເບື້ອງຫລັງການ ງັດຂໍ້ ຊາຣ໌ໂກຊີ - ແມນເດລຊັນ

ຍ້ອນປັນຫາ ການກະເສດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 02/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/07/2008 10:14 TU

ທ່ານໂຢເຊ ມານູເອລ ບາໂຣໂຊ ປະທານກັມມາທິການເອີຣົບ (ຊ້າຍ) ຖແລງຂ່າວຮ່ວມກັບປະທາ
ນາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ທີ່ທຳນຽບປະທານາທິບໍດີ ວັງເອລີເຊ ນະຄອນຫລວງປາຣີສ ກ່ອນ
ພິທີຮັບປະທານອາຫານຄໍ່າທີ່ຈັດເປັນກຽດໂດຍຜູ້ນຳຝຣັ່ງເສດ ແຕ່ທ່ານປີເຕີ ແມນເດລຊັນ ບໍ່ຍອມ
ເຂົ້າຮ່ວມ (ພາບ: Reuters)

ທ່ານໂຢເຊ ມານູເອລ ບາໂຣໂຊ ປະທານກັມມາທິການເອີຣົບ (ຊ້າຍ) ຖແລງຂ່າວຮ່ວມກັບປະທາ ນາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ທີ່ທຳນຽບປະທານາທິບໍດີ ວັງເອລີເຊ ນະຄອນຫລວງປາຣີສ ກ່ອນ ພິທີຮັບປະທານອາຫານຄໍ່າທີ່ຈັດເປັນກຽດໂດຍຜູ້ນຳຝຣັ່ງເສດ ແຕ່ທ່ານປີເຕີ ແມນເດລຊັນ ບໍ່ຍອມ ເຂົ້າຮ່ວມ (ພາບ: Reuters)

ການງັດຂໍ້ກັນຢ່າງໜັກລະຫວ່າງປະທານາທິບໍດີຝຣັ່ງເສດ ນີໂກລາສ໌ ຊາຣ໌ໂກຊີ
(Nicolas Sarkozy) ແລະ ກັມມາທິການເອີຣົບຝ່າຍການຄ້າ ທ່ານປີເຕີ ແມນ
ເດລຊັນ (Peter Mandelson) ມີພື້ນຖານມາຈາກການທີ່ຝຣັ່ງເສດເປັນປະ
ເທດໃຫຍ່ແຫ່ງກະເສຕກັມ ແຕ່ຖືກໜີບຈາກການເຈຣະຈາການຄ້າເສຣີ ທີ່ກົດດັນ
ໃຫ້ສະຫະພາບເອີຣົບ ລົດຜ່ອນການໃຫ້ເງິນອຸດໜຸນຕໍ່ກະເສຕກອນ

ປັນຫາມາຈາກການກະເສດ
ກ່ອນອື່ນເຮົາຕ້ອງເຂົ້າໃຈວ່າ ປະເທດຝຣັ່ງເສດເປັນປະເທດທີ່ມີຈຳນວນກະເສຕກອນແລະ
ພື້ນທີ່ທາງດ້ານການກະເສດຫລາຍທີ່ສຸດໃນສະຫະພາບເອີຣົບ ແລະງົບປະມານຂອງສະຫະ
ພາບທີ່ທຸ້ມເທໃສ່ການຊ່ວຍເຫລືອກະເສຕກອນນີ້ກໍສູງເຖິງ 45% ຂອງງົບປະມານທັງໝົດ
ຂອງສະຫະພາບ

ສນັ້ນບັນດາກະເສຕກອນຝຣັ່ງເສດຈຶ່ງໄດ້ຮັບການຊ່ວຍເຫລືອຈາກງົບປະມານທາງດ້ານ
ການກະເສດນີ້ຫລາຍທີ່ສຸດ ຄືຫລາຍກວ່າ 19% ຂອງການຊ່ວຍເຫລືອທັງໝົດ ເພາະ
ສນັ້ນໃນເມື່ອທ່ານ ປີເຕີ ແມນເດລຊັນ ໄດ້ທຳການເຈຣະຈາໃນຂອບອົງການການຄ້າໂລກ
ໂດຍອິງໃສ່ຫລັກການຜ່ອນສັ້ນຜ່ອນຍາວທາງດ້ານການກະເສດ ຊຶ່ງກໍຄືຮັບໃນການທີ່ຈະ
ໃຫ້ຈຳນວນເງິນອຸດໜຸນກະເສຕກອນໃນສະຫະພາບເອີຣົບລົດນ້ອຍລົງນັ້ນ ຈຶ່ງຈະເປັນການ
ເຮັດໃຫ້ປະເທດຝຣັ່ງເສດສູນເສັຽຜົນປໂຍດຫລາຍທີ່ສຸດ

ເຈຣະຈາໃຫ້ແລ້ວກ່ອນເລືອກຕັ້ງອະເມຣິກັນ
ບັນດານັກວິເຄາະຫລາຍໆທ່ານເຊື່ອວ່າ ການທີ່ທ່ານ ປີເຕີ ແມນເດລຊັນ ທີ່ເປັນຊາວອັງ
ກິດ ເລັ່ງເອົາແທ້ເອົາວ່າເພື່ອໃຫ້ການເຈຣະຈາການຄ້າໂລກ Doha Round ສິ້ນສຸດລົງ
ໂດຍຍອມຮັບການຜ່ອນປົນທີ່ຫລາຍເກີນໄປໃນສາຍຕາຂອງຜູ້ນຳຝຣັ່ງເສດນັ້ນ ເພາະຕ້ອງ
ການໃຫ້ປິດສາກລົງກ່ອນການເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີອະເມຣິກັນໃນວັນທີ 4
ເດືອນພະຈິກໜ້າ ໝາຍ ຄວາມວ່າໃນອີກ 4 ເດືອນຂ້າງໜ້ານີ້

ທັງນີ້ກໍເພາະວ່າຖ້າການເຈຣະຈາຍັງບໍ່ເສັດສິ້ນ ຜູ້ຄອງທຳນຽບຂາວຄົນໃໝ່ອາດຈະປ່ຽນ
ປິ້ນທ່າທີມາເບີ່ງຄືນໃໝ່ທັງໝົດຜົນຂອງການເຈຣະຈາທີ່ຜ່ານມາກໍໄດ້ ອັນຈະ ທຳໃຫ້ມີ
ຄວາມຈຳເປັນຕ້ອງເລີ້ມຕົ້ນທີ່ຈຸດສູນກັນໃຫມ່ອີກ ຊຶ່ງຈະແກ່ຍາວອອກໄປໂດຍບໍ່ຮູ້ວ່າຈະ
ສິ້ນສຸດລົງໃນອີກຈັກປີຂ້າງໜ້າ

ສັນຊາດອັງກິດຂອງ ແມນເດລຊັນ ກ່ຽວຂ້ອງຫລືບໍ່?
ສະຫະຣາຊອານາຈັກ ຫລືທີ່ຮູ້ກັນດີຢ່າງແຜ່ຫລາຍທີ່ສຸດໃນນາມຂອງປະເທດອັງກິດນັ້ນ
ຍາມໃດກໍໃຫ້ຄວາມສຳຄັນນ້ອຍຕໍ່ການກະເສດ

ອດີດນາຍົກ ຣມຕ ທ່ານໂທນີ ບແລຣ໌ (Tony Blair) ເຄີຍໄດ້ກ່າວໄວ້ວ່າຍຸກສມັຍນີ້ບໍ່
ແມ່ນຍຸກສມັຍເກົ່າແກ່ຕໍ່ໄປອີກແລ້ວ ຫາກແຕ່ວ່າແມ່ນຍຸກຍຸກ HI TECH ເພາະສນັ້ນ
ສະຫະພາບເອີຣົບຈຶ່ງບໍ່ຄວນທຸ້ມງົບປະມານໄປໃສ່ທາງດ້ານການກະເສດຫລາຍເກີນໄປ
ຫາກແຕ່ວ່າຄວນທຸ້ມໄປໃສ່ທາງດ້ານການສຶກສາແລະການຄົ້ນຄວ້າ

ການທີ່ທ່ານປີເຕີ ແມນເດລຊັນ ເປັນຊາວອັງກິດນີ້ບໍ ຈຶ່ງທຳໃຫ້ທ່ານຮັບເງື່ອນໄຂຫລາຍ
ຢ່າງທີ່ທ່ານຜູ້ນຳຝຣັ່ງເສດເຫັນໃນທຳນອງທີ່ວ່າເປັນການນຳເອົາກະເສຕກອນຂອງ
ສະຫະພາບເອີຣົບ ເວົ້າໃຫ້ຖືກຄັກໆກໍຄືກະເສຕກອນຝຣັ່ງເສດນັ້ນເອງ ຂື້ນຂຽງ

ເພື່ອເປັນການຕອບຄຳຖາມນີ້ ພວກເຮົາຂໍທົບທວນໃຫ້ທ່ານຊາບວ່າ ໂດຍຫລັກການແລ້ວ
ກັມມາທິການເອີຣົບບໍ່ມີສິດເຂົ້າຂ້າງປະເທດຕົນເອງ ຫາກແຕ່ວ່າດຳເນີນການໃດໆຕ້ອງ
ແມ່ນເພື່ອຜົນປໂຍດໂດຍສ່ວນຮວມຂອງສະຫະພາບ

ອີກປະການໜຶ່ງ ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ທ່ານປາສກາລ ລາມີ
(Pascal Lamy) ກໍແມ່ນຊາວຝຣັ່ງເສດ ເພາະສນັ້ນຖ້າຫາກມີແນວຄວາມຄິດທີ່ວ່າ
ທ່ານປີເຕີ ແມນເດລຊັນ ຍອມເສັຽສລະຜົນປໂຍດຂອງກະເສຕກອນເອີຣົບ ມີສ່ວນກ່ຽວ
ຂ້ອງກັບການທີ່ເພີ່ນເປັນຊາວອັງກິດນັ້ນ ຈຶ່ງບໍ່ໜ້າຈະເປັນແນວຄິດທີ່ໜ້າເຊື່ອຖືໄດ້

ການເປັນປະທານທີ່ສັບສົນຫຍຸ້ງຍາກ
ເມື່ອສຣຸບຄວາມແລ້ວ ການເປັນປະທານວຽນສະຫະພາບເອີຣົບຂອງປະເທດຝຣັ່ງເສດນີ້
ກໍແມ່ນເລີ້ມຕົ້ນດ້ວຍການງັດຂໍ້ກັນໂລດ ແລະຕໍ່ໄປກໍອາດຈະມີການງັດຂໍ້ອື່ນໆຕິດຕາມມາ
ກໍໄດ້ ກ່ອນທີ່ການເປັນປະ ທານວຽນຈະສິ້ນສຸດລົງໃນຕອນທ້າຍຂອງປີນີ້

ໃນນັ້ນທີ່ສຳຄັນກໍມີການພຍາຍາມຜັກດັນໃຫ້ຂບວນການໃຫ້ສັຕຍາບັນຕໍ່ສົນທິສັນຍາລິສ
ບອນມີການສືບຕໍ່ ຫລັງຈາກທີ່ວ່າຊາວໄອຣ໌ແລນດ໌ໄດ້ອອກສຽງປະຊາມະຕິປະຕິເສດມາ
ແລ້ວເມື່ອວັນທີ 12 ມິຖະນາທີ່ຜ່ານມາ

 ໃນຂນະທີ່ປະທານາທິບໍດີຂອງໂປແລນດ໌ ທ່ານເລັກ ກັ໊ກຊິນສະກີ (Leck Kaczynsky)
ຜູ້ບໍ່ນິຍົມເອີຣົບ ກໍໄດ້ເລືອກເອົາວັນທຳອິດຂອງການເປັນປະທານວຽນຂອງສະຫະພາບ
ເອີຣົບຂອງຝຣັ່ງເສດນີ້ ອອກມາສແດງທ່າທີວ່າເພີ່ນຈະບໍ່ລົງນາມໃຫ້ສັຕຍາບັນຕໍ່ສົນທິ
ສັນຍາລິສບອນ ທີ່ເພີ່ນເຫັນວ່າ "ໄຮ້ຄ່າ" ຫລັງຈາກທີ່ໄດ້ຮັບການປະ ຕິເສດໂດຍຊາວ
ໄອຣ໌ແລນດ໌ ທັງນີ້ເຖິງແມ່ນວ່າຣັຖສະພາຂອງໂປແລນດ໌ໄດ້ລົງມະຕິຮັບຮອງການໃຫ້
ສັຕຍາບັນໄປແລ້ວເມື່ອເດືອນເມສາຜ່ານມາກໍຕາມ

ທ່າທີຂອງປະທານາທິບໍດີໂປແລນດ໌ນີ້ຍັງສອດຄ່ອງກັນອີກກັບທ່າທີຂອງປະທານາທິບໍດີ
ແຫ່ງສາທາຣະນະເຊັກສ໌ ທ່ານວາກລາຟ ຄລາວສ໌ (Vaclav Claus) ກໍເລີຍທຳໃຫ້
ຄວາມຫວັງທີ່ວ່າການໃຫ້ສັຕຍາບັນຕໍ່ສົນທິສັນຍາລິສບອນ ອາດເສັດສິ້ນໃນຊ່ວງ 6
ເດືອນແຫ່ງການເປັນປະທານວຽນຂອງປະເທດຝຣັ່ງເສດນີ້ ຕ້ອງຫ່າງໄກຄວາມຈິງອອກ
ໄປຕື່ມອີກ

ຫລືວ່າສົນທິສັນຍາລິສບອນນີຈະຕົກນ້ຳປ໋ອມແປ໋ມໄປເລີຍ ຄືກັນກັບຮ່າງທັມມະນູນທີ່ຊາວ
ຣັ່ງເສດແລະຊາວເນເທີແລນດ໌ໄດ້ອອກສຽງປະຊາມະຕິປະຕິເສດມາກ່ອນແລ້ວ?
ເປັນເຣື່ອງທີ່ຈະຕ້ອງຕິດຕາມກັນຕໍ່ໄປ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU